ຂປລ
ຂປລ. ພິທີສະເຫລີມສະຫລອງ ວັນສ້າງຕັ້ງ ຫ້ອງວ່າການສູນກາງພັກ ຄົບຮອບ 70 ປີ ໄດ້ຈັດຂຶ້ນໃນວັນ 24 ມີນາ 2025 ໂດຍການເປັນປະທານຂອງ ສະຫາຍ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການ ຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ, ມີຄະນະພັກ, ຄະນະນຳ, ຕະຫລອດຮອດພະນັກງານພາຍໃນ ຫ້ອງວ່າການສູນກາງພັກ ເຂົ້າຮ່ວມ.

ຂປລ. ພິທີສະເຫລີມສະຫລອງ ວັນສ້າງຕັ້ງ ຫ້ອງວ່າການສູນກາງພັກ ຄົບຮອບ 70 ປີ ໄດ້ຈັດຂຶ້ນໃນວັນ 24 ມີນາ 2025 ໂດຍການເປັນປະທານຂອງ ສະຫາຍ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການ ຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ, ມີຄະນະພັກ, ຄະນະນຳ, ຕະຫລອດຮອດພະນັກງານພາຍໃນ ຫ້ອງວ່າການສູນກາງພັກ ເຂົ້າຮ່ວມ.

ສະຫາຍ ທອງສະລິດ ມັງໜໍ່ເມກ ເລຂາທິການສູນກາງພັກ, ຫົວໜ້າຫ້ອງວ່າການສູນກາງພັກ ໄດ້ຍົກໃຫ້ເຫັນຂະບວນວິວັດ ແຫ່ງການເຕີບໃຫຍ່ຂະຫຍາຍຕົວ ຂອງຫ້ອງວ່າການສູນກາງພັກ 70 ປີຜ່ານມາ, ຫ້ອງວ່າການສູນກາງພັກ ໄດ້ປະກອບສ່ວນອັນໃຫຍ່ຫລວງຊ່ວຍສູນກາງພັກ ນໍາພາການປະຕິວັດ ຢູ່ປະເທດເຮົາ ສາມາດແບ່ງອອກເປັນ 2 ໄລຍະໃຫຍ່ຄື ໄລຍະທີ 1 ໄລຍະຕໍ່ສູ້ກູ້ຊາດ ຫ້ອງວ່າການສູນກາງພັກ ໄດ້ເປັນກໍາລັງຫລັກແຫລ່ງໃນການກະກຽມ ແລະ ຮັບໃຊ້ສູນກາງ ໃນການຈັດຕັ້ງກອງປະຊຸມໃຫຍ່ ຄັ້ງທີ I ແລະ ຄັ້ງທີ II ຂອງພັກ ເຊິ່ງໃນໄລຍະດັ່ງກ່າວ, ສູນກາງພັກແມ່ນສຸ່ມໃສ່ບັນຊາ-ຊີ້ນໍາ ການຕໍ່ສູ້ກູ້ຊາດ ແລະ ຕ້ານຈັກກະພັດ ຕ່າງດ້າວທີ່ເຂົ້າມາຮຸກຮານ ຈົນສາມາດຍາດໄດ້ເອກະລາດຢ່າງສົມບູນ ໃນວັນທີ 2 ທັນວາ 1975. ສ່ວນໄລຍະທີ 2 ແມ່ນໄລຍະປົກປັກຮັກສາ ແລະ ສ້າງສາພັດທະນາສ້າງສາປະເທດ ຫ້ອງວ່າການສູນກາງພັກ ສືບຕໍ່ເປັນເສນາທິການຊ່ວຍ ຄະນະບໍລິຫານງານສູນກາງພັກ, ຟື້ນຟູປະເທດຊາດພາຍຫລັງປະເທດຊາດ ໄດ້ຮັບການປົດປ່ອຍ ແລະ ເປັນກໍາລັງເສນາທິການຫລັກ ໃນການຈັດຕັ້ງບັນດາກອງປະຊຸມໃຫຍ່ຂອງພັກ ແຕ່ລະຄັ້ງ ນັບຕັ້ງແຕ່ກອງປະຊຸມໃຫຍ່ ຄັ້ງທີ III ຈົນມາຮອດກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ໃນປັດຈຸບັນ.

ໂອກາດນີ້, ສະຫາຍ ບຸນທອງ ຈິດມະນີ ໄດ້ເນັ້ນໃຫ້ຫ້ອງວ່າການານກາງພັກ ສືບຕໍ່ປົກປັກຮັກສາ ແລະ ເສີມຂະຫຍາຍຜົນສໍາເລັດໃນໄລຍະຜ່ານມາ, ໃຫ້ຖືເອົາການສຶກສາອົບຮົມການເມືອງ-ແນວຄິດເປັນກົກ, ຕ້ອງເຮັດໃຫ້ສະມາຊິກພັກ, ພະນັກງານ-ລັດຖະກອນ ກໍາແໜ້ນແນວທາງນະໂຍບາຍຂອງພັກ, ກໍາແໜ້ນ ລັດຖະທຳມະນູນ, ກົດໝາຍ ແລະ ລະບຽບການຕ່າງໆຂອງລັດ, ກໍາແໜ້ນພາລະບົດບາດ, ໜ້າທີ່, ຂອບເຂດສິດ ແລະ ຄວາມຮັບຜິດຊອບຂອງຫ້ອງວ່າການສູນກາງພັກ; ສ້າງ ແລະ ປັບປຸງທັດສະນະຫລັກໝັ້ນ ໃຫ້ໜັກແໜ້ນຢູ່ສະເໝີ, ຮູ້ຈໍາແນກອັນຜິດ, ອັນຖືກ, ຕ້ານ ແລະ ແກ້ໄຂແນວຄິດ ແລະ ການກະທໍາທີ່ບໍ່ຖືກຕ້ອງ; ຄະນະພັກ-ຄະນະນໍາ ຕ້ອງປຸກລະດົມການປະຕິບັດ ໜ້າທີ່ວຽກງານວິ ຊາສະເພາະຂອງແຕ່ລະກົມ, ໃນຖານະທີ່ເປັນອົງການເສນາທິການໂດຍກົງ ຂອງສູນກາງພັກ ຕ້ອງເຫັນໄດ້ບັນຫາ ແລະ ກໍາແໜ້ນສະພາວະຄວາມເປັນຈິງ ຂອງປະເທດຊາດ, ສະພາບການຂອງຍຸກສະໄໝ ກໍຄືຄວາມເລັ່ງທວງ, ຄວາມຮຽກຮ້ອງຕ້ອງການ ເພື່ອເປັນເສນາທິການຊ່ວຍສູນກາງພັກ ກໍຄື ການນໍາໃນການແກ້ໄຂບັນຫາ ແລະ ສ້າງການຫັນປ່ຽນໃໝ່ທີ່ແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານໃຫ້ເປັນຮູບປະທຳ; ຫ້ອງວ່າການສູນກາງພັກ ຕ້ອງຖືສໍາຄັນວຽກງານກໍ່ສ້າງປັບປຸງພັກ, ບຳລຸງສ້າງພະນັກງານ ແລະ ວຽກງານຕິດຕາມ, ກວດກາ, ປ້ອງກັນພາຍໃຫ້ໜັກແໜ້ນ, ເຂັ້ມແຂງໂດຍການປັບປຸງ, ກໍ່ສ້າງ ແລະ ຂະຫຍາຍພັກໂດຍຖືເອົາຄຸນນະພາບເປັນກົກ, ສືບຕໍ່ສຸມໃສ່ກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນເພື່ອເຮັດໃຫ້ໜ່ວຍພັກມີກຳລັງແຮງ, ມີຄວາມສາມາດດຳລົງບົດບາດ ເປັນແກນນໍາໃນລະບົບການເມືອງຕາມທີ່ຕັ້ງ, ພາລະບົດບາດ ແລະ ໜ້າທີ່ຂອງແຕ່ລະໜ່ວຍພັກ. ນອກນີ້, ຕ້ອງໄດ້ເອົາໃຈໃສ່ວຽກງານບໍາລຸງກໍ່ສ້າງພະນັກງານ ໃຫ້ມີຄຸນນະພາບ. ໃນນີ້, ໃຫ້ເນັ້ນໃສ່ 3 ລະດັບຄື: ພະນັກງານນໍາພາ-ຄຸ້ມຄອງຂັ້ນສູນກາງຄຸ້ມຄອງ, ພະນັກງານຂັ້ນກາງ ແລະ ພະນັກງານວິຊາການ ຕາມທິດຫັນເປັນວິຊາການ, ຫັນເປັນຊ່ຽວຊານ ໃນວຽກງານວິຊາສະເພາະ ແລະ ຫັນເປັນຜູ້ບໍລິຫານ ຕອບສະໜອງໃຫ້ແກ່ການປະ ຕິບັດບົດບາດເປັນເສນາທິການໃຫ້ສູນກາງພັກ; ຍົກສູງຄຸນທາດການເມືອງ, ທັດສະນະຫລັກໝັ້ນຊົນຊັ້ນ ແລະ ຄຸນສົມບັດສິນທຳປະຕິວັດຂອງພະນັກງານ ເພື່ອຮັບປະກັນໃຫ້ມີພະນັກງານຮຸນສືບທອດປ່ຽນແທນຢ່າງຕໍ່ເນື່ອງ ແລະ ມີຄວາມໜັກແໜ້ນ, ສືບຕໍ່ເອົາໃຈໃສ່ວຽກງານ ຕິດຕາມ-ກວດກາ ແລະ ແກ້ໄຂປະກົດການ ຫຍໍ້ທໍ້ຕ່າງໆທີ່ເກີດຂຶ້ນ. ຢືນຢູ່ຕໍ່ໜ້າສິ່ງທ້່າທາຍທົດສອບໃໝ່, ຫ້ອງວ່າການສູນກາງພັກ ຕ້ອງເປັນເຈົ້າການປະສານສົມທົບພາກສ່ວນກ່ຽວຂ້ອງ ເພີ່ມທະວີວຽກງານປ້ອງກັນພາຍໃນໃຫ້ເຂັ້ມແຂງ ໂດຍສະເພາະການປ້ອງກັນການນໍາ, ປ້ອງກັນແນວທາງ, ນະໂຍບາຍຂອງພັກ, ຮັກສາຄວາມລັບຂອງພັກ, ຂອງການນໍາ ເຊິ່ງເປັນໝາກຫົວໃຈສຳຄັນ ຂອງການປະຕິບັດພາລະບົດບາດ ຂອງຫ້ອງວ່າການສູນກາງພັກ; ຕ້ອງແກ້ໄຂ ແລະ ເດັດຂາດບໍ່ໃຫ້ຄົນບໍ່ດີເລັກລອດ ເຂົ້າໃນການຈັດຕັ້ງຂອງຫ້ອງວ່າ ການສູນກາງພັກ; ຕ້ອງຮັບປະກັນບົດບາດການນໍາພາຂອງພັກ ແລະ ຄວາມເປັນແບບຢ່າງຂອງສະມາຊິກພັກ; ໃຫ້ຖືສໍາຄັນ ແລະ ເອົາໃຈໃສ່ປັບປຸງ ແບບແຜນນໍາພາ ແລະ ວິທີເຮັດວຽກຂອງຄະນະພັກ ແລະ ຄະນະນໍາແຕ່ລະຂັ້ນ, ເຄົາລົບ ແລະ ປະຕິບັດຫລັກການລວມສູນ ປະຊາທິປະໄຕຂອງພັກ, ເຮັດວຽກມີແຜນການ, ມີຈຸດສຸມ, ມີການຊີ້ນໍາ, ຕິດຕາມ, ຊຸກຍູ້ແທດເຖິງຕົວຈິງ, ຕ້ານ ແລະ ແກ້ໄຂແບບ ແຜນອາດຍາສິດ ຫ່າງເຫີນຈາກຕົວຈິງ, ປະຕິບັດລະບອບ ປະຊຸມຖອດຖອນບົດຮຽນ ໃຫ້ເປັນປົກກະຕິ, ຊອກໃຫ້ເຫັນດ້ານຕັ້ງໜ້າ ເພື່ອເສີມຂະຫຍາຍ, ເຫັນໄດ້ດ້ານອ່ອນ-ຂໍ້ຄົງຄ້າງ ເພື່ອດັດແປງແກ້ໄຂໃຫ້ທັນເວລາ ໂດຍສະເພາະແມ່ນ ການຊ່ວຍສູນກາງພັກ ຕິດຕາມການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດມະຕິ, ຄໍາສັ່ງ, ທິດຊີ້ນໍາຂອງພັກ ຢູ່ແຕ່ລະອົງຄະນະພັກທັງສູນກາງ ແລະ ທ້ອງຖິ່ນ.

ຂ່າວ: ກິດຕາ
KPL