ປະເທດ ບັງກລາເທດ

24/03/2025 18:23
Email Print 6794
ຂປລ ເນື່ອງໃນໂອກາດ ວັນຊາດຂອງປະເທດ ບັງກລາເທດ(Bangladesh) ຫລື ຊື່ທາງການຄື ສາທາລະນະລັດປະຊາຊົນ ບັງກລາເທດ (People's Republic Of Bangladesh) ໃນວັນທີ 24 ມີນາ, ຊຶ່ງເປັນ ປະເທດ ໃນອາຊີໃຕ້, ມີຊາຍແດນທິດເໜືອ, ທິດຕາເວັນຕົກ ແລະ ທິດຕາເວັນອອກ ຕິດກັບ ອິນເດຍ ສ່ວນທິດໃຕ້ຕິດກັບ ອ່າວເບງກອນ ແລະ ຕາເວັນອອກສ່ຽງໃຕ້ ຕິດກັບ ມຽນມາ.

  

          ເນື່ອງ​ໃນ​ໂອກາດ ວັນຊາດ​ຂອງ​ປະ​ເທດ ບັງ​ກລາ​ເທດ(Bangladesh) ຫລື​ ຊື່​ທາງ​ການ​ຄື ສາທາລະນະ​ລັດ​ປະຊາຊົນ ບັງ​ກລາ​ເທດ (People's Republic Of Bangladesh) ໃນວັນທີ 24 ມີນາ, ຊຶ່ງ​ເປັນ ປະ​ເທດ​ ໃນ​ອາຊີ​ໃຕ້​, ມີ​ຊາຍ​ແດນທິດ​ເໜືອ, ທິດຕາ​ເວັນ​ຕົກ ​ແລະ ທິດຕາ​ເວັນ​ອອກ​ ຕິດ​ກັບ ​ອິນ​ເດຍ ສ່ວນທິດ​ໃຕ້​ຕິດ​ກັບ ອ່າວ​ເບ​ງກອນ ​ແລະ ຕາ​ເວັນ​ອອກ​ສ່ຽງ​ໃຕ້ ​ຕິດ​ກັບ ມຽນມາ. ນະຄອນຫລວງ ​ຊື່ວ່າ: ດາ​ກາ(Dakha); ​ກວມເອົາ ເນື້ອທີ່​ທັງ​ໝົດ ​ 147.570 ກິ​ໂລ​ຕາ​ແມັດ, ມີປະຊາກອນ 171,5 ລ້ານ​ຄົນ (​ໃນ​ປີ 2023); ​ໃຊ້​ພາສາ​ທາງ​ການ ​ຄື ພາສາ​ເບ​ງກາລີ(Bangali) ​ແລະ ພາສາ​ອັງກິດ; ປະຊາຊົນ​ສ່ວນ​ໃຫຍ່​ ນັບຖື​ສາສະໜາ ອິສລາມ 98,8%, ຮິນ​ດູ 9,6% ອື່ນໆ 0,9%; ​ໃຊ້​ສະກຸນ​ເງິນ ຕາ​ກາ(Taka).


  

ເສດຖະກິດ​ຂອງ ບັງ​ກລາ​ເທດ ຂຶ້ນ​ກັບ​ ການ​ປູກຝັງ​ ເປັນ​ສ່ວນ​ໃຫຍ່ ເນື່ອງ​ຈາກ ​ຕັ້ງ​ຢູ່ອ່າວ​ເບ​ງກອນ ມະຫາ​ສະໝຸດ​ອິນ​ເດຍ ​ເຮັດ​ໃຫ້​ໄດ້ຮັບ​ອິດ​ທິພົນ​ລົ​ມມໍ​ລະ​ສຸມ ຈາກ ​ມະຫາ​ສະໝຸດ​ ອິນ​ເດຍ ​ໂດຍ​ສະ​ເພາະ ຂະແໜງການ​ກະສິກໍາ-ຫັດຖະ​ກໍາ ​ເຊັ່ນ: ການ​ຕຳ​ແຜ່ນສົ່ງ​ອອກ ຈັດ​ເປັນອັນ​ດັບ 2 ຂອງ​ໂລກ. ໂດຍລວມຍອດ​ຜະລິດຕະພັນ​ພາຍ​ໃນ​(GDP) 437,4  ຕື້​ໂດ​ລາ​ສະຫະລັດ (​ໃນ​ປີ 2023), ລາຍ​ໄດ້​ສະ​ເລ່ຍຕໍ່​ຫົວ​ຄົນ 2.551 ກວ່າ​ໂດ​ລາ​ສະຫະລັດຕໍ່ປີ, ອັດຕາ​ການຂະຫຍາຍຕົວ ​ເສດຖະກິດ 5,8%ຕໍ່ປີ. ​​ ສ່ວນສິນຄ້າ​ສົ່ງ​ອອກ ລວມມີ ​ເຄື່ອງນຸ່ງ ​ສຳ​ເລັດ​ຮູບ, ໜັງ​ສັດ, ປາ ແລະ ອາຫານ​ທະ​ເລ​ແຊ່​ແຂງ, ​ເຄື່ອງ​ໜັງ, ​ເກີບ, ຢາ​ສູບ. ສ່ວນສິນຄ້ານຳ​ເຂົ້າ ​ເປັນປະເພດ ​ເຄື່ອງ​ມື, ​ເຄື່ອງ​ກົນຈັກ ​ແລະ ຊິ້ນ​ສ່ວນ​ປະກອບ, ຜະລິດ​ຕະພັນ​ເຄມີ, ​ເຫລັກ ​ແລະ ​ເຫລັກ​ກ້າ, ອຸປະກອນ​ ເອ​ເລັກ​ໂຕຣນິກ ​ແລະ ອື່ນໆ. ປະ​ເທດ​ຄູ່​ຮ່ວມມື ການ​ຄ້າ ​ທີ່​ສຳຄັນ ​ເປັນ​ຕົ້ນ​: ສ.ອາ​ເມ​ລິ​ກາ, ​ເຢຍລະ​ມັນ, ອັງກິດ, ຝຣັ່ງ, ​​ແອັດ​ສະ​ປາຍ, ຈີນ, ອິນ​ເດຍ ​ແລະ ສິງ​ກະ​ໂປ ຕາມ​ລຳດັບ. ນອກຈາກນັ້ນ ຍັງມີສະຖານທ່ີທ່ອງທ່ຽວສວຍງາມ ຫລາຍແຫ່ງບໍ່​ວ່າ​ຈະ​ເປັນ ​ແຫ​ລ່ງທ່ອງ​ທ່ຽວທິວທັດ​ທຳ​ມະ​ຊາດ, ວັດທະນະທຳ, ສະຖາປັດຕະຍະກຳ ແລະ ອື່ນໆອີກ​ ຢ່າງ​ຫລວງຫລາຍ./.

​ ໂດຍ:ດາ​ວັນ

KPL

ຂ່າວອື່ນໆ

    • ປະເທດ ເນປານອາຊຽນ ASEAN

      ປະເທດ ເນປານ

      5/20/2025 7:51:05 PM

      ປະເທດເນປານ(Nepal) ຫລືຊື່ ທາງການວ່າ ສະຫະພັນ ສາທາລະນະລັດປະຊາທິປະໄຕ ເນປານ(Federal Democratic Republic of Nepal) ມີນະຄອນຫລວງຊື່ວ່າ: ກັດມັນດູ(Kathmandu). ເນປານ ເປັນປະເທດທີ່ບໍ່ມີທາງອອກສູ່ທະເລ ໃນອາຊີຕາເວັນອອກສ່ຽງໃຕ້

    • ອາຊຽນ ຂຶ້ນແຜນການສ້າງຕັ້ງກອງທຶນເງິນຕາສະເພາະອາຊຽນ ASEAN

      ອາຊຽນ ຂຶ້ນແຜນການສ້າງຕັ້ງກອງທຶນເງິນຕາສະເພາະ

      5/19/2025 9:38:26 PM

      ບັນດາ ປະເທດ ສະມາຊິກ ອາຊຽນ ພວມປະຕິບັດ ບັນດາ ບາດກ້າວ ຟື້ນຕົວ ແນວຄວາມຄິດ ສ້າງຕັ້ງກອງທຶນ ເງິນຕາ ສະເພາະ, ໃນສະພາບການຄວນຍູ້ແຮງ ການຫັນປ່ຽນ, ພິເສດ ໃນຂົງເຂດການເງິນ

    • ປະເທດ ຕັງຊານີອາຊຽນ ASEAN

      ປະເທດ ຕັງຊານີ

      5/15/2025 11:21:50 AM

      ປະເທດ ຕັງຊານີ(Tanzania) ຫລື ຊື່ທາງການ ສະຫະສາທາລະນະລັດ ຕັງຊານີ(United Republic of Tanzania) ມີນະຄອນຫລວງຊື່ ໂດໂດມາ(Dodoma), ຕັງຊານີ ເປັນປະເທດໜຶ່ງ ຕັ້ງຢູ່ແຄມຝັ່ງ ພາກຕາເວັນອອກ ຂອງອາຟຣິກກາ, ມີອານາເຂດ ທາງທິດເໜືອ ຕິດກັບ ເຄັນຍາ ແລະ ອູກັນດາ, ທາງຕາເວັນຕົກ ຕິດກັບ ຣູວັນດາ, ບູຣຸນດີ ແລະ ກົງໂກ, ທາງທິດໃຕ້ ຕິດກັບ ຊຳບີ, ມາລາວີ ແລະ ໂມຊຳບິກ

    • ປະເທດ ເປຣູອາຊຽນ ASEAN

      ປະເທດ ເປຣູ

      4/28/2025 2:01:56 PM

      ປະເທດເປຣູ (Peru) ທີ່ມີຊື່ທາງການຄື ສາທາລະນະລັດ ເປຣູ(Republic Of Peru), ມີນະຄອນຫລວງຊື່ວ່າ ລີມາ(Lima), ຕັ້ງຢູ່ທາງຕາເວັນຕົກຂອງທະວີບ ອາເມລິກາໃຕ້ ມີຊາຍແດນທິດເໜືອຕິດກັບ ເອກວາດໍ ແລະ ໂກໂລມບີ , ທິດຕາເວັນອອກຕິດກັບ ບຣາຊິນ ແລະ ໂບລີວີ, ທິດໃຕ້ຕິດກັບ ຊີເລ ແລະ ທິດຕາເວັນຕົກຕິດກັບ ມະຫາສະໝຸດປາຊີຟິກ. ມີເນື້ອທີ່ທັງໝົດ1.285.000 ກິໂລຕາແມັດ, ກວມເອົາປະຊາກອນ 33,85 ລ້ານຄົນ(ໃນປີ 2023)

    • ຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມສະພາ ປະຊາຄົມວັດທະນະທຳ-ສັງຄົມອາຊຽນ ຄັ້ງທີ 33ອາຊຽນ ASEAN

      ຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມສະພາ ປະຊາຄົມວັດທະນະທຳ-ສັງຄົມອາຊຽນ ຄັ້ງທີ 33

      4/28/2025 9:27:05 AM

      ຂປລ. ໃນລະຫວ່າງວັນທີ 22-26 ເມສາ 2025 ທີ່ເມືອງກຸຈິງ ແຂວງສາລະວັກ ປະເທດມາເລເຊຍ, ທ່ານ ວັນສີ ກົວມົວ ຮອງລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ແຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນ ເຂົ້າຮ່ວມກອງປະຊຸມສະພາປະຊາຄົມ ວັດທະນະທຳ-ສັງຄົມອາຊຽນ ຄັ້ງທີ 33

ads
ads

Top