ສາຍການບິນຫວຽດເຈັດຂະຫຍາຍການເຊື່ອມຕໍ່ທົ່ວໂລກ ດ້ວຍການບໍລິການໃໝ່

24/03/2025 21:51
Email Print 7690
ຂປລ ສາຍການບິນຫວຽເຈັດ (VietJet) ໄດ້ສືບຕໍ່ຂະຫຍາຍການບິນສາກົນ ດ້ວຍການເປີດນໍາໃຊ້ 2 ເສັ້ນທາງການບິນໂດຍກົງໃໝ່ ທີ່ເຊື່ອມຕໍ່ສູນກາງເສດຖະກິດຫວຽດນາມ ນະຄອນໂຮ່ຈີ່ມິງ ກັບ Hyderabad ແລະ Bengaluru ຂອງອິນເດຍ.

ຂປລ. ສາຍການບິນຫວຽເຈັດ (VietJet) ໄດ້ສືບຕໍ່ຂະຫຍາຍການບິນສາກົນ ດ້ວຍການເປີດນໍາໃຊ້ 2 ເສັ້ນທາງການບິນໂດຍກົງໃໝ່ ທີ່ເຊື່ອມຕໍ່ສູນກາງເສດຖະກິດຫວຽດນາມ ນະຄອນໂຮ່ຈີ່ມິງ ກັບ Hyderabad ແລະ Bengaluru ຂອງອິນເດຍ. ພ້ອມນັ້ນ, ສາຍການບິນຍັງໄດ້ປະກາດ 2 ສາຍການບິນໂດຍກົງໃໝ່ລະຫວ່າງນະຄອນ ໂຮ່ຈີ່ມິງ ກັບ Nagoya ແລະ Fukuoka ຂອງຍີ່ປຸ່ນ. ເສັ້ນທາງໃໝ່ເຫລົ່ານີ້ໄດ້ເຮັດໃຫ້ເສັ້ນທາງສາກົນໃໝ່ຂອງ VietJet ເພີ່ມຂຶ້ນເປັນ 10 ເສັ້ນໃນເວລາພຽງ 2 ເດືອນ ເພື່ອຊຸກຍູ້ການເຊື່ອມຕໍ່ລະຫວ່າງຫວຽດນາມ ກັບ ຈີນ, ອິນເດຍ, ຍີ່ປຸ່ນ ແລະ ສິງກະໂປ.

ສາຍການບິນ VietJet ພວມຂະຫຍາຍຕາໜ່າງການບິນລະຫວ່າງຫວຽດນາມ ແລະ ອິນເດຍ ດ້ວຍການເປີດຕົວເສັ້ນທາງການບິນໂດຍກົງໃໝ່ ນະຄອນໂຮ່ຈີ່ມິງ ຫາ Hyderabad ແລະ ນະຄອນໂຮ່ຈີ່ມິງ ຫາ Bengaluru ເສັ້ນທາງໃໝ່ນີ້ຄາດວ່າຈະເພີ່ມທະວີການເຊື່ອມຕໍ່ທາງອາກາດລະຫວ່າງສອງປະເທດ ເພື່ອຊຸກຍູ້ການທ່ອງທ່ຽວ, ການຮ່ວມມືທາງທຸລະກິດ ແລະ ການເຂົ້າເຖິງພາກພື້ນທີ່ດີກວ່າ. ການເພີ່ມເສັ້ນທາງດັ່ງກ່າວ, ໄດ້ເຮັດໃຫ້ VietJet ເປັນສາຍການບິນທີ່ມີເຄືອຂ່າຍຖ້ຽວບິນກວ້າງຂວາງທີ່ສຸດລະຫວ່າງຫວຽດນາມ ແລະ ອິນເດຍ. ສາຍການບິນດັ່ງກ່າວມີ 10 ຖ້ຽວບິນໃນ 78 ອາທິດ, ເຊື່ອມຕໍ່ນະຄອນໂຮ່ຈີ່ມິງ, ຮ່າໂນ້ຍ ແລະ ດານັງ ກັບນະຄອນໃຫຍ່ຂອງອິນເດຍ ລວມມີ New Delhi, Mumbai, Ahmedabad, Kochi, Hyderabad ແລະ Bengaluru.

ເພື່ອສະເຫລີມສະຫລອງການເປີດເສັ້ນທາງດັ່ງກ່າວ, ສາຍການບິນ VietJet ໄດ້ຈັດບໍລິການພິເສດຮອດວັນທີ 24 ມີນາ 2025 ໃຫ້ຜູ້ໂດຍສານສາມາດຈອງປີ້ Eco-Class ໃນເສັ້ນທາງນະຄອນໂຮ່ຈີ່ມິງ ຫາ  Hyderabad, Bengaluru ແລະ ໃນລາຄາເລີ່ມຕົ້ນພຽງ 0 ໂດລາ (ບໍ່ລວມພາສີ ແລະ ຄ່າທຳນຽມ) ສຳລັບຖ້ຽວບິນລະຫວ່າງວັນທີ 1 ມິຖຸນາ-15 ຕຸລາ 2025 (ບໍ່ລວມວັນພັກລັດຖະການ ແລະ ລະດູຮ້ອນ).

ຂະນະດຽວກັນ ສາຍການບິນ VietJet ກໍາລັງເພີ່ມທະວີການເຊື່ອມຕໍ່ລະຫວ່າງ ຫວຽດນາມ ແລະ ຍີ່ປຸ່ນ ດ້ວຍການເປີດເສັ້ນທາງການບິນໃໝ່ ນະຄອນ ໂຮ່ຈີ່ມິງ ຫາ Nagoya ແລະ ນະຄອນ ໂຮ່ຈີ່ມິງ ຫາ Fukuoka ຊຶ່ງແມ່ນຕົວເມືອງໃຫຍ່ອັນດັບ 3 ແລະ 4 ໃນດິນແດນຕາເວັນອອກສ່ຽງເໜືອ. ເສັ້ນທາງໃໝ່ເຫລົ່ານີ້ຈະຊ່ວຍຊຸກຍູ້ ການເດີນທາງ ການຂະຫຍາຍຕົວທາງເສດຖະກິດ ແລະ ການພົວພັນວັດທະນະທໍາລະຫວ່າງອາຊີຕາເວັນອອກສ່ຽງໃຕ້ ແລະ ອາຊີຕາເວັນອອກສຽງເໜືອ ລວມທັງພາກພື້ນ. ເສັ້ນທາງນະຄອນໂຮ່ຈີ່ມິງ ຫາ Nagoya ຈະເລີ່ມບໍລິການໃນວັນທີ 24 ເມສາ 2025, ໃນຂະນະທີ່ເສັ້ນທາງ ນະຄອນ ໂຮ່ຈີມິນ ຫາ Fukuoka ຈະເລີ່ມແຕ່ວັນທີ 25 ເມສາ 2025. ໂດຍເສັ້ນທາງການບິນໃໝ່ນີ້, ສາຍການບິນ VietJet ຈະດຳເນີນການບິນໂດຍກົງ 10 ເສັ້ນທາງລະຫວ່າງຫວຽດນາມ ແລະ ຍີ່ປຸ່ນ  ດ້ວຍຖ້ຽວບິນ 138 ຖ້ຽວຕໍ່ອາທິດ ໂດຍເຊື່ອມຕໍ່ຮ່າໂນ້ຍ ແລະ ນະຄອນໂຮ່ຈີ່ມິງ ກັບ Tokyo, Osaka, Nagoya, Fukuoka ແລະ Hiroshima.

ເພື່ອເປັນການສະເຫລີມສະຫລອງເສັ້ນທາງໃໝ່, ສາຍການບິນ VietJet ໄດ້ເປີດບໍລິການພິເສດສຳລັບທຸກເສັ້ນທາງ ລະຫວ່າງຍີ່ປຸ່ນ ຫາ ຫວຽດນາມ ຈົນຮອດວັນທີ 26 ມີນາ 2025, ຜູ້ໂດຍສານສາມາດຈອງປີ້ Eco-class ເລີ່ມຕົ້ນພຽງແຕ່ 0 ໂດລາ (ບໍ່ລວມພາສີ ແລະ ຄ່າທຳນຽມ) ສຳລັບຖ້ຽວບິນລະຫວ່າງວັນທີ 24 ເມສາ – 30 ພະຈິກ 2025 (ບໍ່ລວມວັນພັກລັດຖະການ ແລະ ລະດູຮ້ອນ). ຜູ້ໂດຍສານຈາກປະເທດລາວສາມາດຮັບປະໂຫຍດຈາກຂໍ້ສະເໜີພິເສດນີ້ ເມື່ອຈອງຖ້ຽວບິນໄປ ອິນເດຍ ແລະ ຍີ່ປຸ່ນ ຜ່ານບັນດາຕົວເມືອງໃຫຍ່ຂອງ ຫວຽດນາມ. ປັດຈຸບັນ ສາຍການບິນ VietJet ພວມດຳເນີນການບິນ ປະຈໍາວັນຈາກນະຄອນຫລວງວຽງຈັນໄປນະຄອນໂຮ່ຈີ່ມິງ ແລະ ຮ່າໂນ້ຍ ຊຶ່ງເປັນສູນກາງເສດຖະກິດ ແລະ ນະຄອນຫລວງຂອງຫວຽດນາມ. ຈາກສອງເມືອງນີ້ ຜູ້ໂດຍສານສາມາດເດີນທາງຜ່ານເຄືອຂ່າຍການບິນຂອງ ສາຍການບິນ VietJet ໄປຫາຈຸດໝາຍປາຍທາງທີ່ມີຄວາມນິຍົມໃນຫວຽດນາມ ແລະ ພາກພື້ນອາຊີປາຊີຟິກ.

KPL

ຂ່າວອື່ນໆ

    • ຊຳຊຸງນຳສະເໜີນະວັດຕະກຳໃໝ່ຈາກ Galaxy ທີ່ທັນສະໄໝກວ່າເກົ່າເສດຖະກິດ

      ຊຳຊຸງນຳສະເໜີນະວັດຕະກຳໃໝ່ຈາກ Galaxy ທີ່ທັນສະໄໝກວ່າເກົ່າ

      7/10/2025 11:27:52 AM

      ຊຳຊຸງ ອີເລັກໂທຣນິກ ໄດ້ນຳສະເໜີ Galaxy ຊຸດໃໝ່ ໃນວັນທີ 09 ກໍລະກົດ 2025 ທີ່ອອກແບບ ເພື່ອໃຫ້ຜູ້ຊົມໃຊ້ປ່ຽນວິທີການເຊື່ອມຕໍ່, ເຮັດວຽກ ແລະ ເບິ່ງແຍງສຸຂະພາບ ໃຫ້ດີຍິ່ງຂຶ້ນ.

    • ສະມາຄົມນັກທຸລະກິດໜຸ່ມ ແຫ່ງຊາດລາວ ເປີດກອງປະຊຸມໃຫຍ່ ຄັ້ງທີ Vເສດຖະກິດ

      ສະມາຄົມນັກທຸລະກິດໜຸ່ມ ແຫ່ງຊາດລາວ ເປີດກອງປະຊຸມໃຫຍ່ ຄັ້ງທີ V

      7/9/2025 3:44:20 PM

      ຂປລ. ກອງປະຊຸມໃຫຍ່ຜູ້ແທນ ສະມາຄົມນັກທຸລະກິດໜຸ່ມແຫ່ງຊາດລາວ ຄັ້ງທີ V ຈັດຂຶ້ນ ໃນວັນທີ 8 ກໍລະກົດ 2025 ໂດຍການເປັນປະທານຂອງ ສະຫາຍ ຄໍາແສນ ສີສະວົງ ປະທານສະມາ ຄົມນັກທຸລະກິດໜຸ່ມ ແຫ່ງຊາດລາວ (ສທໜຊ)

    • ນັກທຸລະກິດ ລາວ-ຈີນ ຫາລືຮັດແໜ້ນ ການຮ່ວມມື ດ້ານການຄ້າ-ການລົງທຶນເສດຖະກິດ

      ນັກທຸລະກິດ ລາວ-ຈີນ ຫາລືຮັດແໜ້ນ ການຮ່ວມມື ດ້ານການຄ້າ-ການລົງທຶນ

      7/8/2025 12:16:42 PM

      ຂປລ. ພິທີພົບປະລະຫວ່າງ ນັກທຸລະກິດ ລາວ-ຈີນ ໄດ້ຈັດຂຶ້ນ ໃນວັນທີ 3 ກໍລະກົດ 2025 ຜ່ານມານີ້, ຢູ່ນະຄອນຫລວງວຽງຈັນ ໃນໂອກາດງານວາງສະແດງສິນຄ້າ ອຸດສາຫະກໍາ ແລະ ການຮ່ວມມືດ້ານການຄ້າລາວ-ຈີນ ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ ເຊິ່ງກັນ ແລະ ກັນ

    • ສຳເລັດໂຄງການກໍ່ສ້າງທໍ່ຂົນສົ່ງບໍ່ນ້ຳຮ້ອນປຸ່ງເລາະ ຫາເຂດເສດຖະກິດພິເສດສາມຫລ່ຽມຄຳເສດຖະກິດ

      ສຳເລັດໂຄງການກໍ່ສ້າງທໍ່ຂົນສົ່ງບໍ່ນ້ຳຮ້ອນປຸ່ງເລາະ ຫາເຂດເສດຖະກິດພິເສດສາມຫລ່ຽມຄຳ

      6/30/2025 11:08:40 AM

      ຂປລ. ເຂດເສດຖະກິດພິເສດສາມຫລ່ຽມຄຳ ຈັດພິທີວາງສີລາລືກໂຄງການກໍ່ສ້າງບໍ່ນ້ຳຮ້ອນປຸ່ງເລາະ ທີ່ມີທໍ່ສົ່ງນ້ຳຍາວເກືອບ 50 ກິໂລແມັດ ໄດ້ຖືກນຳມານຳໃຊ້ຢ່າງເປັນທາງການ ໃນວັນທີ 27 ມິຖຸນາ 2025 2025 ແລະ ສຳເລັດການນຳສົ່ງນ້ຳພຸຮ້ອນທຳມະຊາດປຸ່ງເລາະ ເຖິງເຂດເສດຖະກິດພິ ເສດສາມຫລ່ຽມຄຳ, ຮັບປະກັນແຫລ່ງຊັບພະຍາກອນຫລັກ ໃຫ້ເຂດເສດຖະກິດພິເສດສາມຫລ່ຽມຄຳ ເພື່ອສ້າງໂຄງການທ່ອງທ່ຽວນ້ຳພຸຮ້ອນ ໂດຍມີ ທ່ານ ທອງຈັນ ມະນີໄຊ ເຈົ້າແຂວງບໍ່ແກ້ວ, ທ່ານ ຄຳພະຫຍາ ພົມປັນຍາ ຮອງເຈົ້າແຂວງບໍ່ແກ້ວ, ທ່ານ ກ່າວ ຫລົງ ຮອງປະທານສະພາບໍລິຫານເຂດເສດຖະ ກິດພິເສດສາມຫລ່ຽມຄຳ, ທ່ານ ເວີ້ຍ ຈ້ຽນ ອຳນວຍການກຸ່ມບໍລິສັດດອກງິ້ວຄຳຈຳກັດ, ທ່ານ ຢາງ ຢົ່ງ ຜູ້ຮັບຜິດຊອບ ບໍລິສັດ ບຳລຸງຮັບສາສຸຂະພາບຊານຕົງຈູນຊ້ວງ ຈຳກັດ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

    • 6 ເດືອນຕົ້ນປີ ເສດຖະກິດໄຊສົມບູນ ຂະຫຍາຍຕົວ 8%ເສດຖະກິດ

      6 ເດືອນຕົ້ນປີ ເສດຖະກິດໄຊສົມບູນ ຂະຫຍາຍຕົວ 8%

      6/24/2025 9:29:45 AM

      ໃນໄລຍະ 6 ເດືອນຕົ້ນປີຜ່ານມາ, ແຂວງໄຊສົມບູນ ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຕິດພັນກັບດໍາລັດ 414/ລບ ແລະ 2 ວາລະແຫ່ງຊາດຢ່າງແຂງແຮງ ເຮັດໃຫ້ເສດຖະກິດມະຫາພາກຂອງແຂວງ ສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ.

ads
ads

Top