ເປີດວາງສະແດງ ວຽງຈັນອີໂກມໍເຕີເອັກໂປ 2025 ຢູ່ ນວ

24/03/2025 12:07
Email Print 341
ຂປລ ຂປລ. ງານວາງ​ສະ​ແດງ ວຽງຈັນ ອີໂກມໍເຕີເອັກໂປ 2025 (Vientiane Eco Motor EXPO 2025) ຈັດຂຶ້ນ ໃນລະຫວ່າງວັນທີ 22-30 ມີນາ 2025 ຢູ່ສູນວາງສະແດງສິນຄ້າ ລາວ-ໄອເຕັກ ນະຄອນຫລວງວຽງຈັນ (ນວ) ໂດຍ ມີທ່ານ ມະໂນທອງ ວົງໄຊ ຮອງລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ແລະ ແຂກຖືກເຊີນ ເຂົ້າຮ່ວມ.

ຂປລ. ງານວາງ​ສະ​ແດງ ວຽງຈັນ ອີໂກມໍເຕີເອັກໂປ 2025 (Vientiane Eco Motor EXPO 2025) ຈັດຂຶ້ນ ໃນລະຫວ່າງວັນທີ 22-30 ມີນາ 2025 ຢູ່ສູນວາງສະແດງສິນຄ້າ ລາວ-ໄອເຕັກ ນະຄອນຫລວງວຽງຈັນ (ນວ) ໂດຍ ມີທ່ານ ມະໂນທອງ ວົງໄຊ ຮອງລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ແລະ ແຂກຖືກເຊີນ ເຂົ້າຮ່ວມ.

ໂອກາດນີ້, ທ່ານ ຈັນສະໝອນ ສີສະອາດ ຮອງຫົວໜ້າກົມສົ່ງເສີມການຄ້າ ແລະ ຫັດຖະກຳ ໄດ້ກ່າວວ່າ:  ກົມ​ສົ່ງ​ເສີມການ​ຄ້າ ແລະ ຫັດຖະກໍາ, ກະຊວງອຸດສາຫະກຳ ແລະ ການຄ້າ ຮ່ວມກັບ ບໍລິ​ສັດ ເອລິເເກັ້ນ ອີເວັນອໍກາໄນເຊີ້ ຈັດງານວາງສະແດງດັ່ງກ່າວເປັນຄັ້ງທຳອິດ ເພື່ອສົ່ງເສີມການນຳໃຊ້ລົດໄຟຟ້າ, ທັງເປັນການໂຄສະນາ, ນຳສະເໜີຜະລິດຕະພັນສິນຄ້າ ແລະ ບໍລິການ ຂອງຫົວໜ່ວຍທຸລະກິດ ເພື່ອໃຫ້ຜູ້ຊົມໃຊ້  ກໍຄື ຄວາມຕ້ອງການຂອງຕະຫລາດ ໄດ້ສື່ສານຂໍ້ມູນ, ແລກປ່ຽນ ແລະ ສະເໜີເງື່ອນໄຂ ໃນການຊື້-ຂາຍສິນຄ້າ ກ້າວໄປເຖິງການສ້າງເງື່ອນໄຂ ແລະ ການຮ່ວມມືທາງທຸລະກິດ ໃນອະນາຄົດ. ງານວາງສະແດງສິນຄ້າ ປະເພດລົດໃຫຍ່ ​ເປັນການຊຸກຍູ້ ສ້າງ​ໂອ​ກາດ​ໃຫ້​ກັບ​ ບັນດາບໍລິສັດຈຳໜ່າຍ​ລົດ​ ໄດ້ມານຳສະເໜີໃຫ້ເຫັນຄຸນນະພາບຂອງລົດລຸ້ນຕ່າງໆ, ໃຫ້ຂໍ້ມູນການນຳໃຊ້ທີ່ເໝາະສົມ ກັບຄວາມຕ້ອງການ ໂດຍສະເພາະ ໂຄສະນາສົ່ງເສີມການຂາຍ ໃນເງື່ອນໄຂທີ່ຜູ້ຊົມໃຊ້ເພິ່ງພໍໃຈ, ທັງເປັນການສ້າງບັນຍາກາດ ການຊື້-ຂາຍ ຢູ່ຕະຫລາດພາຍໃນ ໃຫ້ມີຄວາມຟົດຟື້ນ. ງານ​ວາງສະ​ແດງ​ Vientiane Eco Motor EXPO 2025 ແມ່ນຈັດຂຶ້ນເປັນຄັ້ງທຳອິດ ເປັນການສົ່ງເສີມ ແລະ ໂຄສະນາການນໍາໃຊ້ລົດ ທີ່ຜະລິດອອກມາໃໝ່, ມີຄວາມທັນສະໄໝ ທີ່ເປັນລະບົບໄຟຟ້າ ເປັນຫລັກ ເພື່ອຈັດຕັ້ງປະຕິບັດຕາມນະໂຍບາຍສົ່ງເສີມຂອງລັດຖະບານ ໃຫ້ຫັນມານຳໃຊ້ລົດໄຟຟ້າ ຫລາຍຂຶ້ນ. ພ້ອມກັນນີ້, ກໍຍັງມີຫ້ອງວາງສະແດງສຳລັບສິນຄ້າທ່າແຮງ ແລະ ສິນຄ້າໂອດັອບ ຂອງລາວ ມາເຂົ້າຮ່ວມຈຳນວນໜຶ່ງ ເພື່ອຊຸກຍູ້ສົ່ງເສີມຜະລິດຕະພັນພາຍໃນຂອງລາວ, ປຸກລະດົມໃຫ້ຫັນມາຊົມໃຊ້ສິນຄ້າລາວ ນັບມື້ຫລາຍຂຶ້ນ.

ທ່ານ ສຸພາວັນ ຂັນແກ້ວ ຮອງອຳນວຍການ ບໍລິສັດ ອີລີເກັ້ນ ອີເວັ້ນ ຈຳກັດຜູ້ດຽວ ໄດ້ໃຫ້ຮູ້ວ່າ: ໃນງານຄັ້ງນີ້, ໄດ້ຮວບຮວມເອົາ ທຸກພາກສ່ວນ ທີ່ຕິດພັນກັບອຸດສາຫະກໍາລົດ ເຂົ້າມາໂຄສະນາ ເຊິ່ງເນັ້ນໃສ່ປະເພດລົດໄຟຟ້າ ເປັນຫລັກ ຕາມນະໂຍບາຍສົ່ງເສີມຂອງລັດຖະບານ ໃຫ້ຫັນມານຳໃຊ້ລົດໄຟຟ້າ ໃຫ້ຫລາຍຂຶ້ນ ເຊິ່ງມີທັງ ຄຸນນະພາບ, ມາດຕະຖານ ແລະ ລາຄາທີ່ແຕກຕ່າງກັນໄປ, ຍ້ອນແນວນັ້ນຈຶ່ງກໍໃຫ້ເກີດ ມີຄວາມຄິດ ທີ່ຈະໃຫ້ຂໍ້ມູນຜູ້ຊົມໃຊ້ ສາມາດປຽບທຽບຂໍ້ມູນຕ່າງໆ ຂອງລົດແຕ່ລະຮຸ່ນ, ແຕ່ລະຍີ້ຫໍ້ ໄດ້ຢ່າງທົ່ວເຖິງ, ບັນດາຜູ້ຜະລິດ ແລະ ຕົວແທນຈຳໜ່າຍ ກໍບໍ່ສາມາດນໍາສະເໜີຜະລິດຕະພັນ, ສິນຄ້າ ແລະ ການບໍລິການ, ການຕະຫລາດ, ການໂຄສະນາຂອງຕົນ ໄປສູ່ກຸ່ມລູກຄ້າເປົ້າໝາຍ ໄດ້ທົ່ວເຖິງເຊັ່ນດຽວກັນ. ທັງນີ້, ກໍເພື່ອຜັກດັນການແຂ່ງຂັນວົງການຍານພາຫະນະ ໃນບ້ານເຮົາໄດ້ມີການເຕີບໂຕ ແລະ ເຫັນໄດ້ເຖິງຄວາມສຳຄັນລະຫວ່າງຄວາມຕ້ອງການຂອງຜູ້ຊື້ ແລະ  ຜູ້ຂາຍ ທາງບໍລິສັດ ອີລີເກັ້ນ ອີເວັ້ນ ຈຳກັດຜູ້ດຽວ, ຈຶ່ງເຂົ້າມາມີສ່ວນຮ່ວມ ເພື່ອເປັນສື່ກາງ ໃຫ້ແກ່ຜູ້ປະກອບການທາງດ້ານທຸລະກິດລົດ ໄດ້ມີການໂຄສະນາ ແລະ ເພື່ອເປັນຂໍ້ມູນໃນການຕັດສິນໃຈຊື້.  

ພາຍໃນງານ ໄດ້ມີການວາງສະແດງລົດ ແລະ  ຈໍາໜ່າຍສິນຄ້າຫລາຍຄ້າຍລົດ ຫລາຍກວ່າ 23 ຄ້າຍ, ມີທັງໝົດ 40 ຫ້ອງ. ນອກນັ້ນ, ຍັງມີສິນຄ້າໂອດັອບ ແລະ ສິນຄ້າທ່າແຮງຂອງລາວ ຈຳນວນ 20 ຫ້ອງ. ໃນແຕ່ລະມື້ ຈະມີການແຈກລາງວັນ ຫລາຍກວ່າ 6 ຢ່າງ ສຳລັບ ລູກຄ້າທີ່ຊີ້ລົດ 500 ຄັນທຳອິດ ແລະ 30 ຄັນ ທຳອິດ ຈະໄດ້ຮັບ ນໍ້າຫອມລົດ, ນໍ້າຢາລ້າງລົດ, ບັດເຄືອແກ້ວລົດ ແລະ ອື່ນໆ. ພ້ອມນີ້, ຍັງມີການລຸ້ນລາງວັນ ລົດຈັກໄຟຟ້າ ຈຳນວນ 10 ຄັນ, ຕູ້ເຢັນ 20 ໜ່ວຍ, ກະເປົາເດີນທາງ 20 ໜ່ວຍ. ສໍາລັບຜູ້ເຂົ້າຮ່ວມຫລີ້ນກິດຈະກໍາ ພາຍໃນງານ ແລະ ທາງເພຈຈະໄດ້ຮັບ ຕຸກກະຕາ ສະເພາະງານ 1.000 ໂຕ, ສາຍຫ້ອຍ ສະເພາະງານ 500 ອັນ ແລະ ອື່ນໆ. ນອກນັ້ນ, ຍັງມີການປະກວດແຂ່ງຂັນເຕັ້ນ, ຟ້ອນ ຈາກບັນດາກຸ່ມນ້ອງໆນັກຮຽນທີ່ມີຄວາມສາມາດ.

ຂ່າວ-ພາບ: ທະນູທອງ

KPL

ຂ່າວອື່ນໆ

    • ສຳມະນານະໂຍບາຍ-ການລົງທຶນ ເຂົ້າໃນວຽກງານປົກປ້ອງສັງຄົມວັດທະນະທຳ-ສັງຄົມ

      ສຳມະນານະໂຍບາຍ-ການລົງທຶນ ເຂົ້າໃນວຽກງານປົກປ້ອງສັງຄົມ

      3/26/2025 6:55:09 PM

      ຂປລ. ການສໍາມະນາກ່ຽວກັບນະໂຍບາຍ ແລະ ການລົງທຶນ ເຂົ້າໃນວຽກງານປົກປ້ອງສັງຄົມ ຈັດ​ຂຶ້ນ​ໃນວັນທີ 24-26 ມີນາ 2025 ຢູ່ເມືອງວັງວຽງ ແຂວງວຽງຈັນ ໂດຍການເປັນປະທານກ່າວເປີດຂອງທ່ານ ຄຳໃບ ດຳລັດ ຮອງປະທານສະພາແຫ່ງຊາດ (ສພຊ), ມີທ່ານ ສົມມາດ ພົນເສນາ ຮອງປະ ທານສະພາແຫ່ງຊາດ, ທ່ານ ບຸນຕາ ເທບພະວົງ ປະທານກໍາມາທິການວັດທະນະທໍາ-ສັງຄົມ, ທ່ານ ບັກໂຮ ເດັຍ ເບີຄະນ໋ອບ ຜູ້ປະສານງານອົງການສະຫະປະຊາຊາດ ປະຈຳລາວ, ມີປະທານກຳມາທິການ ແລະ ເລຂາທິການສະພາແຫ່ງຊາດ, ລັດຖະມົນຕີ-ຮອງລັດຖະມົນຕີກະຊວງ-ອົງການກ່ຽວຂ້ອງ

    • ວາງສີລາລືກໂຄງການປັບປຸງສະໜາມກິລາເຈົ້າອະນຸວົງວັດທະນະທຳ-ສັງຄົມ

      ວາງສີລາລືກໂຄງການປັບປຸງສະໜາມກິລາເຈົ້າອະນຸວົງ

      3/26/2025 6:24:46 PM

      ຂປລ. ພິທີວາງສີວາງສີລາລືກ ໂຄງການກໍ່ສ້າງປັບປຸງສະໜາມກິລາເຈົ້າອະນຸວົງ ນະຄອນຫລວງວຽງຈັນ ຈັດຂຶ້ນໃນວັນທີ 26 ມີນາ 2025 ໂດຍມີ ທ່ານ ພຸດ ສິມມາລາວົງ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ປະທານຄະນະກຳມະການໂອແລມປິກແຫ່ງຊາດລາວ, ທ່ານ ໂຄອິຊຶມິ ຊຶໂຕະມຸ ເອກອັກຄະຣາຊະທູດ ວິສາມັນຜູ້ມີອໍານາດເຕັມ ແຫ່ງປະເທດ ຍີ່ປຸ່ນ ປະຈໍາລາວ ແລະ ພາກສ່ວນ​ກ່ຽວຂ້ອງ ເຂົ້າຮ່ວມ.

    • ເປັນເຈົ້າການອົບຮົມຫັດແອບເພື່ອປັບປຸງ ກໍ່ສ້າງກຳລັງ ໃຫ້ມີຄວາມໜັກແໜ້ນເຂັ້ມແຂງວັດທະນະທຳ-ສັງຄົມ

      ເປັນເຈົ້າການອົບຮົມຫັດແອບເພື່ອປັບປຸງ ກໍ່ສ້າງກຳລັງ ໃຫ້ມີຄວາມໜັກແໜ້ນເຂັ້ມແຂງ

      3/26/2025 6:12:09 PM

      ຂປລ. ວຽກງານອົບຮົມຫັດແອບ ແມ່ນວຽກງານໜຶ່ງທີ່ມີບົດບາດສຳຄັນ ຖືເອົາເປັນບຸລິມະສິດແຖວໜ້າ ທີ່ຕັດສິນເຖິງການເຕີບໃຫຍ່ຂະຫຍາຍຕົວ ແລະ ຄວາມເຂັ້ມແຂງຂອງກອງທັບ, ກອງທັບກັບການອົບຮົມ-ຫັດແອບ ເປັນຄືເງົາທຽມຄົນ ຕິດພັນສະນິດແໜ້ນແບບກາຍຍະອິນຊີ, ຖ້າຂາດການອົບຮົມຫັດແອບ ກອງທັບກໍຂາດວິຊາອາຄົມ, ຂາດເຕັກນິກພິກໄຫວ ແລະ ຂາດຄວາມເຂັ້ມແຂງ, ສູ້ຮົບຈະຖືກປາລາໄຊ.

    • ຄະນະຜູ້ແທນຂັ້ນສູງ ກະຊວງພາຍໃນ ກຳປູເຈຍ ຢ້ຽມຊົມຫໍພິພິທະພັນສິລະປະລາວວັດທະນະທຳ-ສັງຄົມ

      ຄະນະຜູ້ແທນຂັ້ນສູງ ກະຊວງພາຍໃນ ກຳປູເຈຍ ຢ້ຽມຊົມຫໍພິພິທະພັນສິລະປະລາວ

      3/26/2025 6:02:54 PM

      ຂປລ. ຄະນະຜູ້ແທນຂັ້ນສູງກະຊວງພາຍໃນ ແຫ່ງຣາຊະອານາຈັກກຳປູເຈຍ ນຳໂດຍ ທ່ານ ອະພິສັນຕິບັນດິດ ຊໍ ສົກຂາ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງພາຍໃນ ແຫ່ງຣາຊະອານາຈັກກຳປູເຈຍ ພ້ອມຄະນະ ໄດ້ຢ້ຽມຊົມຫໍພິພິທະພັນສິລະປະລາວ ທີ່ບ້ານໂນນສະອາດ ເມືອງໄຊທານີ ນະຄອນຫລວງວຽງຈັນ ໃນໂອກາດທີ່ໄດ້ເດີນທາງມາເຂົ້າຮ່ວມກອງປະຊຸມ ສອງຝ່າຍດ້ານຄວາມສະຫງົບ ປະຈຳປີ 2025 ທີ່ກະຊວງປ້ອງກັນຄວາມສະຫງົບລາວເປັນເຈົ້າພາບ.

    • ເຜີຍແຜ່ແຜນງານພັດທະນາຂະແໜງພະລັງງານ ການປ່ອຍແກັສເຮືອນແກ້ວສຸດທິເປັນສູນຂອງລາວ ວັດທະນະທຳ-ສັງຄົມ

      ເຜີຍແຜ່ແຜນງານພັດທະນາຂະແໜງພະລັງງານ ການປ່ອຍແກັສເຮືອນແກ້ວສຸດທິເປັນສູນຂອງລາວ

      3/25/2025 5:08:05 PM

      ຂປລ. ສູນພະລັງງານອາຊຽນ (ACE) ເຜີຍແຜ່ບົດສຶກສາ ພາຍໃຕ້ຫົວຂໍ້ “ແຜນງານພັດທະນາຂະແໜງພະລັງງານ ສໍາລັບ ການປ່ອຍແກັສເຮືອນແກ້ວສຸດທິເປັນສູນ ຂອງ ສປປ ລາວ ຂຶ້ນໃນວັນທີ 25 ມີນາ 2025 ເພື່ອສະໜັບສະໜູນຄວາມມຸ່ງໝັ້ນຂອງ ສປປ ລາວ ໃນການບັນລຸເປົ້າໝາຍ ການປ່ອຍແກັສເຮືອນແກ້ວ ສຸດທິເປັນສູນ ພາຍໃນປີ 2050 ທີ່ໄດ້ລະບຸໄວ້ໃນແຜນງານແຫ່ງຊາດ ການປະກອບສ່ວນ ແກ້ໄຂບັນຫາການປ່ຽນແປງດິນຟ້າອາກາດ (NDC).

ads
ads

Top