ສະແດງສິລະປະ ຊົມເຊີຍວັນສ້າງຕັ້ງພັກ ປປ ລາວ ຄົບຮອບ 70 ປີ

24/03/2025 11:49
Email Print 291
ຂປລ ຂປລ. ຄະນະຮັບຜິດຊອບຊີ້ນໍາລະດັບຊາດ ເພື່ອສະເຫລີມສະຫລອງ 3 ວັນປະຫວັດສາດ ແລະ ອະນຸກໍາມະການຂະບວນການ, ແຂ່ງຂັນ ແລະ ຍ້ອງຍໍ ຈັດການສະແດງສິລະປະ-ວັນນະ ຄະດີ ເພື່ອສະເຫລີມສະຫລອງວັນສ້າງຕັ້ງ ພັກ ປປ ລາວ ຄົບຮອບ 70 ປີ ໃນວັນທີ 22 ມີນາ 2025 ໂດຍເປັນກຽດເຂົ້າຮ່ວມຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປປ ລາວ, ປະທານປະເທດ, ມີບັນດາການນຳ, ອະດີດການນຳຂັ້ນສູງ ພັກ, ລັດ, ພະນັກງານ-ທະຫານຕ່ຳຫລວດ, ບັນດາທູຕານຸທູດ, ຜູ້ຕາງໜ້າຈາກອົງການຈັດຕັ້ງສາກົນ, ພ້ອມດ້ວຍ ນັກຮຽນ-ນັກສຶກສາ ເຂົ້າຮ່ວມ.





ຂປລ. ຄະນະຮັບຜິດຊອບຊີ້ນໍາລະດັບຊາດ ເພື່ອສະເຫລີມສະຫລອງ 3 ວັນປະຫວັດສາດ ແລະ ອະນຸກໍາມະການຂະບວນການ
, ແຂ່ງຂັນ ແລະ ຍ້ອງຍໍ ຈັດການສະແດງສິລະປະ-ວັນນະ ຄະດີ ເພື່ອສະເຫລີມສະຫລອງວັນສ້າງຕັ້ງ ພັກ ປປ ລາວ ຄົບຮອບ 70 ປີ ໃນວັນທີ 22 ມີນາ 2025 ໂດຍເປັນກຽດເຂົ້າຮ່ວມຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປປ ລາວ, ປະທານປະເທດ, ມີບັນດາການນຳ, ອະດີດການນຳຂັ້ນສູງ ພັກ, ລັດ, ພະນັກງານ-ທະຫານຕ່ຳຫລວດ, ບັນດາທູຕານຸທູດ, ຜູ້ຕາງໜ້າຈາກອົງການຈັດຕັ້ງສາກົນ, ພ້ອມດ້ວຍ ນັກຮຽນ-ນັກສຶກສາ ເຂົ້າຮ່ວມ.




ໂອກາດດັ່ງກ່າວ
, ສະ​ຫາຍ ນາງ ສວນສະຫວັນ ວິຍະເກດ ກໍາມະການສູນກາງພັກ, ລັດຖະມົນຕີກະຊວງ ຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ໄດ້ໃຫ້ຮູ້ວ່າ: ການ​ສະ​ແດງ​ສິ​ລະ​ປະ-ວັນນະຄະດີ ​ໃນ​ຄັ້ງ​ນີ້ ແມ່ນວຽກໜຶ່ງທີ່​ເປັນ​ການ​ປະ​ກອບ​ສ່ວນ​​ສຳ​ຄັນ ​ເຂົ້າ​ໃນ​ກາ​ນ​ສຶກ​ສາ​ອົບ​ຮົມ ​​ໃຫ້​ຄົນ​ຮຸ່ນ​ໃໝ່​ເຫັນ​ໄດ້​ເຖິງມູນ​ເຊື້ອ​​ການ​ນຳ​ພາ​ອັນ​​ພິ​ລະ​ອາດ​ຫານ, ລະ​ອິດ​ລະ​ອ້ຽວ ຫຍຸ້ງ​ຍາກ​ ແລະ ສ່ອງແສງເຖິງ​ໄຊ​​ຊະ​ນະ ​ທີ່ສະ​ຫງ່າ​ງາມ​ຂອງ​ພັກ​ເຮົາ​ ໃນການນໍາພາ​ຕະ​ຫລອດ​ໄລ​ຍະ​ຕໍ່​ສູ້​ປົດ​ປ່ອຍ​ຊາດ ກໍ​ຄື ​ການ​ນຳ​ພາ​ສ້າງ​ສາ​ພັດ​ທະ​ນາ​ປະ​ເທດ​ຊາດ​ອັນ​ແສນ​ຮັກ ແລະ ຫວງ​ແຫນ ໂດຍ​​ຜ່ານ​ເນື້ອ​ຮ້ອງ ທຳ​ນອງ​ເພງ ແລະ ບັນ​ດາບົດຟ້ອນ, ບົດ​ສະ​ແດງ​ຕ່າງໆ.




ການສະແດງສິລະປະໃນຄັ້ງນີ້
, ມີນັກສະແດງ, ນັກຮ້ອງມາຈາກຫລາຍພາກສ່ວນ ເປັນຕົ້ນ ກອງສິລະປະ ກອນແຫ່ງຊາດ, ກອງສິລະປະກອນກອງທັບປະຊາຊົນລາວ, ກອງສິລະປະກອນກະຊວງປ້ອງກັນຄວາມສະຫງົບ, ວິທະຍາໄລສິລະປະແຫ່ງຊາດ, ກອງລະຄອນແຫ່ງຊາດ, ກອງກາຍຍະສິນແຫ່ງຊາດ ເຊິ່ງບັນດາສິລະປິນ, ນັກຮ້ອງ, ນັກສະແດງ ໄດ້ພ້ອມກັນນຳເອົາລາຍການສະແດງຕ່າງໆ ທີ່ມີເນື້ອໃນສັນລະເສີນການນຳພາອັນປີຊາສາມາດຂອງ ພັກປະຊາຊົນປະຕິວັດລາວ ຕະຫລອດໄລຍະ 70 ປີຜ່ານມາ ທີ່ໄດ້ນຳພາປະເທດຊາດ ແລະ ປະຊາຊົນລາວບັນດາເຜົ່າ ຫລຸດພົ້ນ ອອກຈາກແອກຄອບຄອງ ຂອງຈັກກະພັດລ່າເມືອງຂຶ້ນ ທັງແບບເກົ່າ ແລະ ແບບໃໝ່ ແລະ ຕະຫລອດ 50 ປີຜ່ານມາ ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ເຮັດໃຫ້ສັງຄົມມີຄວາມສະຫງົບ, ປະເທດຊາດໄດ້ຮັບການພັດທະນາ ຢ່າງຕໍ່ເນື່ອງ.




ຂ່າວ: ທະນູທອງ

ພາບ: ເກດສະໜາ

KPL

ຂ່າວອື່ນໆ

    • ສຳມະນານະໂຍບາຍ-ການລົງທຶນ ເຂົ້າໃນວຽກງານປົກປ້ອງສັງຄົມວັດທະນະທຳ-ສັງຄົມ

      ສຳມະນານະໂຍບາຍ-ການລົງທຶນ ເຂົ້າໃນວຽກງານປົກປ້ອງສັງຄົມ

      3/26/2025 6:55:09 PM

      ຂປລ. ການສໍາມະນາກ່ຽວກັບນະໂຍບາຍ ແລະ ການລົງທຶນ ເຂົ້າໃນວຽກງານປົກປ້ອງສັງຄົມ ຈັດ​ຂຶ້ນ​ໃນວັນທີ 24-26 ມີນາ 2025 ຢູ່ເມືອງວັງວຽງ ແຂວງວຽງຈັນ ໂດຍການເປັນປະທານກ່າວເປີດຂອງທ່ານ ຄຳໃບ ດຳລັດ ຮອງປະທານສະພາແຫ່ງຊາດ (ສພຊ), ມີທ່ານ ສົມມາດ ພົນເສນາ ຮອງປະ ທານສະພາແຫ່ງຊາດ, ທ່ານ ບຸນຕາ ເທບພະວົງ ປະທານກໍາມາທິການວັດທະນະທໍາ-ສັງຄົມ, ທ່ານ ບັກໂຮ ເດັຍ ເບີຄະນ໋ອບ ຜູ້ປະສານງານອົງການສະຫະປະຊາຊາດ ປະຈຳລາວ, ມີປະທານກຳມາທິການ ແລະ ເລຂາທິການສະພາແຫ່ງຊາດ, ລັດຖະມົນຕີ-ຮອງລັດຖະມົນຕີກະຊວງ-ອົງການກ່ຽວຂ້ອງ

    • ວາງສີລາລືກໂຄງການປັບປຸງສະໜາມກິລາເຈົ້າອະນຸວົງວັດທະນະທຳ-ສັງຄົມ

      ວາງສີລາລືກໂຄງການປັບປຸງສະໜາມກິລາເຈົ້າອະນຸວົງ

      3/26/2025 6:24:46 PM

      ຂປລ. ພິທີວາງສີວາງສີລາລືກ ໂຄງການກໍ່ສ້າງປັບປຸງສະໜາມກິລາເຈົ້າອະນຸວົງ ນະຄອນຫລວງວຽງຈັນ ຈັດຂຶ້ນໃນວັນທີ 26 ມີນາ 2025 ໂດຍມີ ທ່ານ ພຸດ ສິມມາລາວົງ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ປະທານຄະນະກຳມະການໂອແລມປິກແຫ່ງຊາດລາວ, ທ່ານ ໂຄອິຊຶມິ ຊຶໂຕະມຸ ເອກອັກຄະຣາຊະທູດ ວິສາມັນຜູ້ມີອໍານາດເຕັມ ແຫ່ງປະເທດ ຍີ່ປຸ່ນ ປະຈໍາລາວ ແລະ ພາກສ່ວນ​ກ່ຽວຂ້ອງ ເຂົ້າຮ່ວມ.

    • ເປັນເຈົ້າການອົບຮົມຫັດແອບເພື່ອປັບປຸງ ກໍ່ສ້າງກຳລັງ ໃຫ້ມີຄວາມໜັກແໜ້ນເຂັ້ມແຂງວັດທະນະທຳ-ສັງຄົມ

      ເປັນເຈົ້າການອົບຮົມຫັດແອບເພື່ອປັບປຸງ ກໍ່ສ້າງກຳລັງ ໃຫ້ມີຄວາມໜັກແໜ້ນເຂັ້ມແຂງ

      3/26/2025 6:12:09 PM

      ຂປລ. ວຽກງານອົບຮົມຫັດແອບ ແມ່ນວຽກງານໜຶ່ງທີ່ມີບົດບາດສຳຄັນ ຖືເອົາເປັນບຸລິມະສິດແຖວໜ້າ ທີ່ຕັດສິນເຖິງການເຕີບໃຫຍ່ຂະຫຍາຍຕົວ ແລະ ຄວາມເຂັ້ມແຂງຂອງກອງທັບ, ກອງທັບກັບການອົບຮົມ-ຫັດແອບ ເປັນຄືເງົາທຽມຄົນ ຕິດພັນສະນິດແໜ້ນແບບກາຍຍະອິນຊີ, ຖ້າຂາດການອົບຮົມຫັດແອບ ກອງທັບກໍຂາດວິຊາອາຄົມ, ຂາດເຕັກນິກພິກໄຫວ ແລະ ຂາດຄວາມເຂັ້ມແຂງ, ສູ້ຮົບຈະຖືກປາລາໄຊ.

    • ຄະນະຜູ້ແທນຂັ້ນສູງ ກະຊວງພາຍໃນ ກຳປູເຈຍ ຢ້ຽມຊົມຫໍພິພິທະພັນສິລະປະລາວວັດທະນະທຳ-ສັງຄົມ

      ຄະນະຜູ້ແທນຂັ້ນສູງ ກະຊວງພາຍໃນ ກຳປູເຈຍ ຢ້ຽມຊົມຫໍພິພິທະພັນສິລະປະລາວ

      3/26/2025 6:02:54 PM

      ຂປລ. ຄະນະຜູ້ແທນຂັ້ນສູງກະຊວງພາຍໃນ ແຫ່ງຣາຊະອານາຈັກກຳປູເຈຍ ນຳໂດຍ ທ່ານ ອະພິສັນຕິບັນດິດ ຊໍ ສົກຂາ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງພາຍໃນ ແຫ່ງຣາຊະອານາຈັກກຳປູເຈຍ ພ້ອມຄະນະ ໄດ້ຢ້ຽມຊົມຫໍພິພິທະພັນສິລະປະລາວ ທີ່ບ້ານໂນນສະອາດ ເມືອງໄຊທານີ ນະຄອນຫລວງວຽງຈັນ ໃນໂອກາດທີ່ໄດ້ເດີນທາງມາເຂົ້າຮ່ວມກອງປະຊຸມ ສອງຝ່າຍດ້ານຄວາມສະຫງົບ ປະຈຳປີ 2025 ທີ່ກະຊວງປ້ອງກັນຄວາມສະຫງົບລາວເປັນເຈົ້າພາບ.

    • ເຜີຍແຜ່ແຜນງານພັດທະນາຂະແໜງພະລັງງານ ການປ່ອຍແກັສເຮືອນແກ້ວສຸດທິເປັນສູນຂອງລາວ ວັດທະນະທຳ-ສັງຄົມ

      ເຜີຍແຜ່ແຜນງານພັດທະນາຂະແໜງພະລັງງານ ການປ່ອຍແກັສເຮືອນແກ້ວສຸດທິເປັນສູນຂອງລາວ

      3/25/2025 5:08:05 PM

      ຂປລ. ສູນພະລັງງານອາຊຽນ (ACE) ເຜີຍແຜ່ບົດສຶກສາ ພາຍໃຕ້ຫົວຂໍ້ “ແຜນງານພັດທະນາຂະແໜງພະລັງງານ ສໍາລັບ ການປ່ອຍແກັສເຮືອນແກ້ວສຸດທິເປັນສູນ ຂອງ ສປປ ລາວ ຂຶ້ນໃນວັນທີ 25 ມີນາ 2025 ເພື່ອສະໜັບສະໜູນຄວາມມຸ່ງໝັ້ນຂອງ ສປປ ລາວ ໃນການບັນລຸເປົ້າໝາຍ ການປ່ອຍແກັສເຮືອນແກ້ວ ສຸດທິເປັນສູນ ພາຍໃນປີ 2050 ທີ່ໄດ້ລະບຸໄວ້ໃນແຜນງານແຫ່ງຊາດ ການປະກອບສ່ວນ ແກ້ໄຂບັນຫາການປ່ຽນແປງດິນຟ້າອາກາດ (NDC).

ads
ads

Top