ຂປລ
ທະນາຄານກາງ ອາເມລິກາ (ເຟດ) ໄດ້ສຳເລັດ ກອງປະຊຸມນະໂຍບາຍເງິນຕາ ຫລັງຈາກ ດຳເນີນເປັນເວລາສອງວັນ ໂດຍໄດ້ປະກາດວ່າ ຈະຮັກສາເປົ້າໝາຍ ອັດຕາດອກເບ້ຍຂອງກອງທຶນສະຫະລັດໃຫ້ຢູ່ ລະຫວ່າງ 4,25% - 4,50% ຄືເກົ່າ

ຂປລ.ວິທະຍຸ ສາກົນແຫ່ງ ສປ ຈີນ, ວັນທີ 19 ມີນານີ້, ທະນາຄານກາງ ອາເມລິກາ (ເຟດ) ໄດ້ສຳເລັດ ກອງປະຊຸມນະໂຍບາຍເງິນຕາ ຫລັງຈາກ ດຳເນີນເປັນເວລາສອງວັນ ໂດຍໄດ້ປະກາດວ່າ ຈະຮັກສາເປົ້າໝາຍ ອັດຕາດອກເບ້ຍຂອງກອງທຶນສະຫະລັດໃຫ້ຢູ່ ລະຫວ່າງ 4,25% - 4,50% ຄືເກົ່າ ເຊິ່ງນີ້ຖືເປັນ ການຮັກສາ ອັດຕາດອກເບ້ຍຄືເກົ່າ ອີກເທື່ອໜຶ່ງຂອງເຟດ ນັບແຕ່ກອງປະຊຸມຄັ້ງ ຜ່ານມາທີ່ຈັດຂຶ້ນ ໃນທ້າຍເດືອນ ມັງກອນປີນີ້.ຄະນະ ກຳມະການ ຕະຫລາດ ເປີດເຜີຍ ສະຫະລັດ ທີ່ເປັນ ອົງການ ຕັດສິນ ນະໂຍບາຍຂອງເຟດ ໄດ້ອອກ ຖະແຫລງການ ໃນມື້ດຽວກັນ ໂດຍໄດ້ເວົ້າເຖິງ “ເສດຖະກິດ ມີຄວາມບໍ່ແນ່ນອນ ເພີ່ມຂຶ້ນໃນອະນາຄົດ”, ສ່ວນຄຳເວົ້າ ໃນຖະແຫລງການໃນທ້າຍເດືອນມັງກອນຜ່ານມາແມ່ນ “ເສດຖະກິດ ມີອະນາຄົດ ທີ່ບໍ່ແນ່ນອນ”, ຄວາມແຕກຕ່າງກັນພຽງເລັກໜ້ອຍ ຂອງການເລືອກຄຳແບບນີ້ ໄດ້ສະແດງໃຫ້ເຫັນວ່າ ເຟດ ມີການປ່ຽນແປງ ຕໍ່ການວິນິດໄສ ຕໍ່ສະຖານະການ ທາງດ້ານເສດຖະກິດ ຂອງສ.ອາເມລິກາ.ທ່ານ ໂພເວວ ປະທານເຟດ ກ່າວວ່າ: ລັດຖະບານ ສ.ອາເມລິກາ ພວມປັບປຸງ ນະໂຍບາຍ ທີ່ສຳຄັນໃນ 4 ຂົງເຂດຕ່າງກັນ ຄື: ການຄ້າ, ຊາວອົບພະຍົບ, ນະໂຍບາຍການເງິນ ແລະ ການຕິດຕາມຄຸ້ມຄອງ ຂອງລັດຖະບານ ເຊິ່ງຈະເກີດມີຜົນກະທົບສຳຄັນຕໍ່ ນະໂຍບາຍ ເສດຖະກິດ ແລະ ນະໂຍບາຍເງິນຕາ. ຢ່າງໃດກໍຕາມ, ການປ່ຽນແປງ ຂອງນະໂຍບາຍ ເຫລົ່ານີ້ ບໍ່ຮູ້ວ່າ ຈະສາມາດ ເກີດຜົນກະທົບຕໍ່ ເສດຖະກິດ ໃນອະນາຄົດ ໄດ້ຫລາຍປານໃດ./.
(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL