ຂປລ
ວັນທີ 21 ມີນາ ແມ່ນວັນໜ່ງທີ່ສຳຄັນໃນປະຫວັດສາດຂອງຊາດລາວເຮົາ, ເປັນວັນທີ່ພວກຈັກກະພັດລ່າເມືອງຂຶ້ນໄດ້ສ້າງໂສກນາດຕະກຳໃຫ້ປະຊາຊົນລາວ ເມືອງທ່າແຂກ ແລະ ພະນັກງານນັກຮົບຂອງພວກເຮົາ, ແມ່ນວັນທ່ີປວງຊົນລາວທັງຊາດ, ເວ້ົາລວມ, ເວົ້າສະເພາະແມ່ນປະຊາຊົນເມືອງ ທ່າແຂກ ກໍຄືປະຊາຊົນພາຍໃນ ແຂວງຄໍາມ່ວນ ຈົດຈໍາໄດ້ຢ່າງບໍ່ມີມື້ຫລົງລືມເພາະກ່ອນໜ້ານີ້ ຄືວັນທີ 21 ມີນາ ປີ 1946 ພວກລ່າເມືອງຂຶ້ນຝຣັ່ງທີ່ເຄີຍປະລາໄຊຢູ່ລາວ ໄດ້ກັບຄືນມາຮຸກຮານລາວອີກຄັ້ງໃໝ່.
*ວັນທີ 21 ມີນາ ແມ່ນວັນໜຶ່ງທີ່ສຳຄັນໃນປະຫວັດສາດຂອງຊາດລາວເຮົາ, ເປັນວັນທີ່ພວກຈັກກະພັດລ່າເມືອງຂຶ້ນໄດ້ສ້າງໂສກນາດຕະກຳໃຫ້ປະຊາຊົນລາວ ເມືອງທ່າແຂກ ແລະ ພະນັກງານນັກຮົບຂອງພວກເຮົາ, ແມ່ນວັນທີ່ປວງຊົນລາວທັງຊາດ, ເວົ້າລວມ, ເວົ້າສະເພາະແມ່ນປະຊາຊົນເມືອງ ທ່າແຂກ ກໍຄືປະຊາຊົນພາຍໃນ ແຂວງຄໍາມ່ວນ ຈົດຈໍາໄດ້ຢ່າງບໍ່ມີມື້ຫລົງລືມເພາະກ່ອນໜ້ານີ້ ຄືວັນທີ 21 ມີນາ ປີ 1946 ພວກລ່າເມືອງຂຶ້ນຝຣັ່ງທີ່ເຄີຍປະລາໄຊຢູ່ລາວ ໄດ້ກັບຄືນມາຮຸກຮານລາວອີກຄັ້ງໃໝ່. ເພື່ອສະກັດກັ້ນ, ຕ້ານຢັນການບຸກລຸກຄັ້ງໃໝ່ຂອງພວກສັດຕູ, ທະຫານ ແລະ ປະຊາຊົນລາວບັນດາເຜົ່າ ໄດ້ສົມທົບກັບກໍາລັງປະກອບອາວຸດຫວຽດນາມຢູ່ລາວ ດໍາເນີນການຕໍ່ສູ້ຕີຕ້ານການບຸກລຸກບຽດຢຶດຂອງສັດຕູຢູ່ຕົວເມືອງຕ່າງໆ, ໃນນີ້ ເດັ່ນກວ່າໝູ່ແມ່ນບັ້ນຮົບປ້ອງກັນຕົວເມືອງທ່າແຂກ ຊ່ຶງເປັນຈຸດຍຸດທະສາດສໍາຄັນຂອງການປະຕິວັດໃນເວລານັ້ນ. ຄະນະບັນຊາການທະຫານ ແລະ ຄະນະຮັບຜິດຊອບຮັກສາຕົວເມືອງທ່າແຂກ ແມ່ນປະທານ ສຸພານຸວົງ ເປັນຜູ້ບັນຊາການສູງສຸດ ໄດ້ນໍາພາກໍາລັງປະກອບອາວຸດຂອງລາວ ແລະ ຊາວຫຽດນາມຕໍ່ສູ້ຢ່າງດຸເດືອດ, ເດັດດ່ຽວ ແລະ ອາດຫານທີ່ສຸດ.

ໃນປີ 1946 ພວກລ່າເມືອຂຶ້ນຝຣັ່ງໄດ້ກັບຄືນມາຮຸກຮານລາວອີກຄັ້ງໃໝ່, ເພື່ອສະກັດກັ້ນ, ຕ້ານການບຸກລຸກຄັ້ງໃໝ່ຂອງສັດຕູ, ທະຫານ ແລະ ປະຊາຊົນລາວບັນດາເຜົ່າ ສົມທົບກັບກອງກຳລັງປະກອບອາວຸດຂອງຄົນຫວຽດນາມຢູ່ລາວ ໄດ້ດຳເນີນການຕໍ່ສູ້ຢ່າງອົງອາດກ້າແກ່ນ, ຕີຕ້ານການບຸກລຸກບຽດຢຶດຂອງສັດຕູຢູ່ບັນດາຕົວເມືອງຕ່າງໆໃຫ້ປະລາໄຊເປັນກ້າວໆ ເດ່ັນກວ່າໝູ່ແມ່ນບ້ັນຮົບປ້ອງກັນຕົວເມືອງທ່າແຂກ ຊຶ່ງເປັນຈຸດຍຸດທະສາດສຳຄັນຂອງການປະຕິວັດໃນເວລານັ້ນ. ເພື່ອກະກຽມໃຫ້ແກ່ການຕໍ່ສູ້ຕ້ານກັບກຳລັງທະຫານຂອງພວກລ່າເມືອງຂຶ້ນຝຣັ່ງ ແລະ ພວກປະຕິການຂາຍຊາດ ທີ່ຈະຢຶດເອົາຕົວເມືອງທ່າແຂກ,ໃນຕົ້ນເດືອນ 2 ປີ 1946 ໜ່ວຍພັກປະຈຳເມືອງທ່າແຂກ ໄດ້ເປີດກອງປະຊຸມ ແລະ ໄດ້ອອກມະຕິຊຶ່ງໄດ້ລະບຸໄວ້ວ່າ: “ຕ້ອງເພີ່ມຄວາມສາມັກຄີ ລະຫວ່າງ 2 ກຳລັງປະກອບອາວຸດຂອງລາວ ແລະ ຊາວຫວຽດນາມ ເພື່ອກະກຽມໃຫ້ແກ່ການຕໍ່ສູ້ປ້ອງກັນທ່າແຂກ, ປົກປັກຮັກສາຊັບສົມບັດຂອງປະຊາຊົນ ແລະ ເປັນການທົດສອບໃນແປວໄຟ ເພື່ອສ້າງກຳລັງໃຫ້ເຕີບໃຫຍ່ຂະຫຍາຍຕົວ”.(ເອກະສານສະຫາຍ ຫງວຽນ ຕື ກຸຍ ສະມາຊິກພັກ ໜ່ວຍພັກທ່າແຂກໃນສະໄໝນັ້ນ). ປະຕິບັດຕາມມະຕິດັ່ງກ່າວ ຄະນະບັນຊາການທະຫານ ແລະ ຄະນະຮັກສາຕົວເມືອງທ່າແຂກ ໂດຍແມ່ນປະທານ ສຸພານຸວົງ ເປັນ ຜູ້ບັນຊາການສູງສຸດ ໄດ້ໂຮມປະຊຸມ ເພື່ອຜ່ານແຜນການສູ້ຮົບປ້ອງກັນ ຕົວເມືອງຢ່າງລະອຽດ. ຄະນະ ບັນຊາການໄດ້ມອບໜ້າທີ່ໃຫ້ 2 ສະຫາຍຄື: ສະຫາຍ ສິງກະໂປ ສີ ໂຄດຈຸນລະມະນີ ແລະ ສະຫາຍ ຫງວຽນແຈ້ງ ຮອງຫົວໜ້າຄະນະບັນຊາການຮັບຜິດຊອບເຂດຕາເວັນອອກສ່ຽງເໜືອ ແລະ ທິດຕາເວັນຕົກສ່ຽງໃຕ້ຂອງເມືອງທ່າແຂກ, ກຳລັງທະຫານພວກເຮົາລວມມີ 800 ກວ່າຄົນ ໄດ້ຈັດຕັ້ງເປັນ 4 ກອງຮ້ອຍ (ລາວ 2 ກອງຮ້ອຍ, ຊາວຫວຽດນາມ 2 ກອງຮ້ອຍ) ປະກອບອາວຸດ ແລະ ມີໜ້າທີ່ຮ່ວມ ກັບໜ່ວຍປ້ອງກັນຕົວກຽມພ້ອມຕໍ່ສູ້ກັບພວກສັດຕູໃນທຸກທິດ.,
ເພື່ອເພີ່ມທະວີຄວາມສາມັກຄີໃນການຕໍ່ສູ້, ກອງບັນຊາການ ໄດ້ປຸກລະດົມທະຫານ ແລະ ປະຊາຊົນລາວທີ່ຮັກຊາດ-ຊາວຫວຽດນາມ ກໍ່ສ້າງປ້ອມໝັ້ນ ແລະ ຂຸດຂຸມຄອງສູ້ຮົບ 2 ຊັ້ນ ອ້ອມຕົວເມືອງ. ໂດຍປະຕິບັດຕາມຄຳຂວັນທີ່ວ່າ: “ຖວາຍຄຳເພື່ອກູ້ຊາດ” ປະຊາຊົນລາວ ແລະ ຊາວ ຫວຽດນາມ ໄດ້ຈິງໃຈປະກອບເງິນ, ຄຳຢ່າງຫລວງຫລາຍໄປປ່ຽນເອົາອາຫານ, ເຄື່ອງນຸ່ງຫົ່ມ, ເຄື່ອງໃຊ້ສອຍຕ່າງໆ ເພື່ອປະກອບໃຫ້ກຳລັງປະກອບອາວຸດ, ສ່ວນສະມາຄົມແມ່ຍິງ ແມ່ນຮັບຜິດຊອບວຽກງານແຕ່ງກິນໃຫ້ບັນດາກົມກອງລວມໝູ່ເພື່ອໃຫ້ມີເວລາຝຶກແອບ ແລະ ເຮັດໜ້າທີ່ໃນທຸກດ້ານ.
ໃນເວລາ 6 ໂມງເຊົ້າຂອງວັນ ທີ 21 ມີນາ 1946 ຍົນຝຣັ່ງໄດ້ຫວ່ານໃບປິວລົງຕົວເມືອງທ່າແຂກ ຊຶ່ງມີເນື້ອໃນໃຫ້ທະຫານກູ້ຊາດວາງອາວຸດ ແລະ ຍອມຈຳນົນຕໍ່ກອງທະຫານຝຣັ່ງ, ຫລັງຈາກນັ້ນ ບ່ໍເຖິງເຄິ່ງຊົ່ວໂມງທະຫານລ່າເມືອງຂຶ້ນຝຣັ່ງນຳໂດຍພັນໂທເກີເຮີເວີກົວ ເປັນຜູ້ບັນຊາໄດ້ເຕ້ົາໂຮມກຳລັງຢ່າງຫລວງຫລາຍ; ໃນນັ້ນ ມີທະຫານຮາບ 7 ກອງຮ້ອຍ, ທະຫານປືນໃຫຍ່ 1 ໜວດ, ລົດສືບຂ່າວ 2 ຈຸດ, ເຮືອບິນຂັບໄລ່ 4 ລຳ, ເຮືອບິນຖິ້ມລະເບີດ 2 ລຳ ແລະ ເຮືອບິນສືບຂ່າວ 1 ລຳ ບຸກໂຈມຕີເຂ້ົາຕົວເມືອງທ່າແຂກ ເປັນ 3 ປີກ (3 ທິດ). ພວກເຂົາໄດ້ເລີ່ມເປີດສາກບຸກໂຈມຕີດ້ວຍກຳລັງໄຟປືນໃຫຍ່ໜ້າດິນປະສານກັບເຮືອບິນຖິ້ມລະເບີດ ແລະ ຍິງປືນກົນກວາດລົງໃສ່ກາງເມືອງ ແລະ ຝຸງຄົນໃນຕະຫລາດ, ຍິ່ງໃສ່ກອງບັນຊາການ, ໂຮງຮຽນປະຖົມຊາວຫວຽດນາມຢ່າງຮ້າຍແຮງ ແລະ ປ່າເຖື່ອນ, ເຮັດໃຫ້ຕົວເມືອງລຸກເປັນໄຟ, ປະຊາຊົນຈຳນວນຫລາຍຮ້ອຍຄົນເສຍຊີວິດ ແລະ ຖືກບາດເຈັບ. ທາງພາກພື້ນດິນທະຫານສັດຕູໄດ້ບຸກເຂົ້າມາຫ່າງຈາກປ້ອມຮັກສາເຂດເບື້ອງນອກປະມານ 100-150 ແມັດ, ກອງຮັກສາປ້ອມ ແລະ ກຳລັງປ້ອງກັນຕົວຂອງພວກເຮົາ ເຊິ່ງຕ້ັງຢູ່ສະໜາມກິລາໄດ້ຍິງສຸມໃສ່ກຳລັງຂອງສັດຕູຢ່າງແຂງແຮງ.ພາຍຫລັງທີ່ໄດ້ໃຊ້ກຳລັງປືນ ໃຫຍ່ຍິງທຳລາຍ 2 ຊົ່ວໂມງແລ້ວ, ປີກທະຫານສັດຕູທີ່ຢູ່ທາງຕາເວັນ ອອກ ກໍບຸກເຂົ້າຕົວເມືອງໄດ້ 500 ກວ່າແມັດ. ພວກເຂົາໃຫ້ກອງຮ້ອຍ ຕີພິເສດຢືດເອົາທິດເໜືອຂອງຕົວ ເມືອງແລ້ວຕິດຕໍ່ພົວພັນກັບກອງ ຮ້ອຍທະຫານລ່າເມືອງຂຶ້ນ ແລະ ທະຫານຫຸ່ນລາວ ຢູ່ຫີນບູນໃຫ້ມາຊ່ວຍ. ສ່ວນພວກທີ່ຢູ່ປີກທິດໃຕ້ພ້ອມກັບລົດລາດຕະເວນຕິດອາວຸດຈຳນວນໜຶ່ງບຸກເຂົ້າມໍ່ເຂດຕະຫລາດ, ພວກຢູ່ປິກທາງເລກ 13 ໄດ້ບຸກເຂົ້າເຂດໂຮງຮຽນປະຖົມຊາວຫວຽດນາມ, ຢຶດເອົາເຮືອນແດງ ແລະ ເຂດວັດຄຸນພໍ່ແຕ່ກໍຖືກທຳລາຍໜັກ, ໜ່ວຍໜຶ່ງທີ່ລອດເຂົ້າໄດ້ຖືກກອງທະຫານພວກເຮົາອ້ອມຕີດັບສູນກ້ຽງ.

ຢ່າງໃດກໍຕາມ ຍ້ອນເຫລັກຫລາຍກວ່າຖ່ານ ຄືພວກລ່າເມືອງຂຶ້ນຝລ່ັມີອາວຸດຍຸດໂທປະກອນທີ່ທັນສະໄໝກວ່າເຮັດໃຫ້ທະຫານປະຕິວັດຂອງພວກເຮົາບໍ່ສາມາດຮັກສາຕົວເມືອງ ທ່າແຂກໄວ້ໄດ້ຈຶ່ງຕັດສິນໃຈທັງຕ້ານ ແລະ ຖອຍໄປທາງແຄມແມ່ນໍ້າຂອງ ພ້ອມກັບປະຊາຊົນໃຊ້ເຮືອພາຍ, ເຮືອຈັກ ແລະ ໄມ້ທ່ອນ ເພື່ອລອຍຂ້າມໄປ ແຂວງນະຄອນພະນົມ, ປະເທດໄທ, ແຕ່ພວກສັດຕູໄດ້ໃຊ້ເຮືອບິນ, ປືນໃຫຍ່, ປືນກົນ ແລະ ປືນຊະນິດອື່ນໆ ຍິງໃສ່ປະຊາຊົນ ແລະ ທະຫານຂອງພວກເຮົາ ທີ່ພວມຂ້າມແມ່ນໍ້າຂອງຢ່າງໂຫດຮ້າຍສາມານທີ່ສຸດເຮັດໃຫ້ພະນັກງານ- ນັກຮົບ ແລະ ປະຊາຊົນຖືກບາດເຈັບລົ້ມ ຕາຍຢ່າງຫລວງຫລາຍ, ສ່ວນເຮືອຈັກ ທີ່ປະທານ ສຸພານຸວົງ ແລະ ພະນັກງານ ຈໍານວນໜຶ່ງຂີ່ໄປຖືກເຮືອບິນສັດຕູຍິງຢູ່ ກາງແມ່ນໍ້າຂອງ, ນັກຮົບປະຕິວັດລາວ ຜູ້ໜຶ່ງ ແລະ ຊາວຫວຽດນາມຕ່າງດ້າວ 2 ຄົນ ໄດ້ເອົາໂຕບັງ ປະທານ ສຸພານຸວົງ ເຮັດໃຫ້ເຂົາເຈົ້າເສຍຊີວິດຄາທີ່, ສ່ວນປະທານ ສຸພານຸວົງ ໄດ້ຮັບບາດເຈັບສາຫັດ ແລະ ນໍາໄປປິ່ນປົວຢູ່ໂຮງໝໍແຂວງນະຄອນພະນົມຂອງໄທ.
ພາຍຫລັງພວກລ່າເມືອງຂຶ້ນຝຣ່ັງ ແລະ ລູກແຫລ່ງຕີນມື ຂອງພວກເຂົາຢືດຄອງຕົວເມືອງທ່າແຂກໄດ້ແລ້ວ, ພວກເຂົາໄດ້ສ້າງໂທດກຳທີ່ບໍ່ມີວັນຈະລືມໄດ້ໃຫ້ແກ່ປະຊາຊົນລາວ, ພວກເຂົາໄດ້ເຂັ່ນຂ້າປະຊາຊົນ ແລະ ຊາວຫວຽດນາມຕ່າງດ້າວຜູ້ບໍລິສຸດ ດ້ວຍວິທີທີ່ໂຫດຫ້ຽມ; ເຂັ່ນຂ້າແມ່ມານດ້ວຍການເອົາກະບີ່ແທ້ງທ້ອງ, ຈັບເອົາເດັກນ້ອຍຍັດໃສ່ກະເປົາປ່ານມັດປາກ ແລ້ວຖີ້ມລົງນ້ຳຂອງ ແລະ ໃສ່ຄົກມອງຕຳຈົນຕາຍ, ເອົາປືນຍິງກວາດໃສ່ຝູງຄົນແລ້ວໂຍນລົງແມ່ນ້ຳຂອງ ເຮັດໃຫ້ນ້ຳຂອງຍາມນັ້ນເຕັມໄປດ້ວຍເລືອດ ແລະ ຊາກສົບ. ປະຊາຊົນຜູ້ບໍລິສຸດລວມທັງແມ່ຍິງ ແລະ ເດັກນ້ອຍ ຈຳນວນ 3.000 ກວ່າ ຄົນ ຖືກຂ້າຕາຍ, ເຮືອນຊານບ້ານຊ່ອງ ແລະ ພື້ນຖານໂຄງລ່າງຖືກທຳລາຍເປັນຈຳນວນຫລວງຫລາຍ, ຄອບຄົວຜົວ, ເມຍ, ພໍ່, ແມ່, ລູກ ຖືກພັດພາກຈາກກັນ, ລູກກາຍເປັນກໍ່ຳພ້າ-ກ່ຳພອຍ.
ຍ້ອນການກະທຳທີ່ໄຮ້ມະນຸດສະທຳ ແລະ ໂຫດຮ້າຍປ່າເຖື່ອນດັ່ງກ່າວວັນທີ 21 ມີນາ 1946 ຈຶ່ງໄດ້ກາຍເປັນ “ວັນຄຽດແຄ້ນ” ຂອງປະຊາຊົນລາວ ຕໍ່ພວກລ່າເມືອງຂຶ້ນຝຣັ່ງຜູ້ຮຸກຮານ. ບັ້ນຮົບປ້ອງກັນຕົວເມືອງທ່າແຂກ ບໍ່ພຽງແຕ່ເປັນວັນຄຽດແຄ້ນຂອງປະຊາຊົນລາວບັນດາເຜົ່າ ຕ່ໍ ພວກລ່າເມືອງຂຶ້ນຝລັ່ງຜູ້ຮຸກຮານເທົ່ານັ້ນ ແຕ່ຍັງເປັນວັນແຫ່ງຄວາມສາມັກຄີ ຕໍ່ສູ້ດ້ວຍເລືອດເນື້ອ ແລະ ເປັນຕາຍຮ່ວມກັນລະຫວ່າງ ສອງ ຊາດລາວ- ຫວຽດນາມ ອ້າຍນ້ອງທີ່ເປັນແວ່ນແຍງອັນເຫລື້ອມໃສຂອງນໍ້າໃຈສູ້ຮົບຢ່າງພິລະອາດຫານບ່ໍຍອມຈໍານົນຂອງກອງທັບ ແລະ ປະ ຊາຊົນຊາວເມືອງທ່າແຂກ ກໍຄືການບັນຊາທີ່ເດັດດ່ຽວໜຽວແໜ້ນ ຂອງຄະນະກອງບັນຊາການກໍາລັງປະກອບອາວຸດຂອງພວກເຮົາ ໂດຍແມ່ນປະທານ ສຸພານຸວົງ ເປັນຜູ້ນຳໜ້າ, ບໍ່ພຽງແຕ່ເປັນເຊື້ອເຈົ້າ, ເປັນນັກຮຽນຮູ້ ແລະ ນັກວິສະວະກອນທີ່ໂດດເດັ່ນເທົ່ານັ້ນ, ເພີ່ນຍັງເປັນນັກຮົບ ປະຕິວັດທີ່ກ້າແກ່ນ, ເປັນຜູ້ບັນຊາການທະຫານທີ່ມີຄວາມຊໍານິຊໍານານ ໃນການວາງແຜນສູ້ຮົບ, ຈັດຕັ້ງສູ້ຮົບ ແລະ ເປັນຜູ້ທີ່ກ້າເສຍສະລະຊີວິດ ເພື່ອປະເທດຊາດຢ່າງອົງອາດກ້າຫານ, ທັງຮູ້ປັບປຸງກໍ່ສ້າງກໍາລັງ ແລະ ຮູ້ສຶກສາອົບຮົມຊາວໜຸ່ມ ໃຫ້ມີຈິດໃຈຮັກຊາດຂຶ້ນສູ່ລະດັບສູງ.
ນອກຈາກນີ້, ບັ້ນຮົບປ້ອງກັນ ຕົວເມືອງທ່າແຂກ ໄດ້ກາຍເປັນສະແສຟອງໃຫ້ແກ່ການປະຕິວັດຊາດ ປະຊາທິປະໄຕ ຂອງຊາດລາວເຮົາກ້າວໄປສູ້ການປົດປ່ອຍປະເທດຊາດ ໄດ້ຢ່າງສົມບູນ ແລະ ສະຖາປະນາເປັນ ສປປ ລາວ ໃນວັນ 2 ທັນວາ ປີ 1975. ວິລະກໍາອັນໂຫດຮ້າຍປ່າເຖື່ອນ ທີ່ພວກລ່າເມືອງຂຶ້ນຝຣັ່ງ ໄດ້ສ້າງໄວ້ຢູ່ເມືອງທ່າແຂກ ເຖິງວ່າຜ່ານມາໄດ້ຫລາຍທົດສະວັດແລ້ວກໍຕາມ, ແຕ່ປະຊາຊົນລາວບັນດາເຜົ່າ, ເວົ້າລວມ, ເວ້ົາສະເພາະແມ່ນປະຊາຊົນຊາວເມືອງ ທ່າແຂກ, ແຂວງຄໍາມ່ວນ ຍັງຈົດຈໍາໄດ້ເປັນຢ່າງດີ ແລະ ບໍ່ມີວັນທີ່ຈະຫລົງລືມໄດ້.
KPL