ສະຫວັນນະເຂດ ສະຫລຸບວຽກງານກໍ່ສ້າງຮາກຖານການເມືອງ ພັດທະນາຊົນນະບົດ ແລະ ວຽກງານ 3 ສ້າງ

17/07/2026 10:58
ຂປລ ຂປລ. ແຫລ່ງຂ່າວຈາກແຂວງ ສະຫວັນນະເຂດ ໃຫ້ຮູ້ວ່າ: ກອງ ປະຊຸມສະຫລຸບວຽກງານກໍ່ສ້າງ ຮາກຖານການເມືອງ, ພັດທະນາ ຊົນນະບົດ-ແກ້ໄຂຄວາມທຸກຍາກ ແລະ ວຽກງານ 3 ສ້າງຂອງ ແຂວງສະຫວັນນະເຂດ ໄລຍະ 5 ປີ (2020-2025) ແລະ ວາງ ທິດທາງແຜນການໃນ 5 ປີຕໍ່ໜ້າ (2026-2030) ຈັດຂຶ້ນໃນວັນທີ 15 ກໍລະກົດ 2026 ໂດຍມີ ທ່ານ ບຸນໂຈມ ອຸບົນປະເສີດ ເລຂາຄະນະ ບໍລິຫານງານພັກແຂວງສະຫວັນນະ ເຂດ ພ້ອມດ້ວຍຄະນະພັກຮາກຖານ, ໜ່ວຍພັກຮາກຖານ, ພະແນກການ, ຫ້ອງການອ້ອມຂ້າງແຂວງ ແລະ ບັນດາຜູ້ແທນຈາກເມືອງ-ນະຄອນ ເຂົ້າຮ່ວມ.

ໂອກາດນີ້, ທ່ານ ບຸນໂຈມ ອຸບົນ ປະເສີດ ໄດ້ຊ້ີນຳໃນຫລາຍບັນຫາ ສຳຄັນ ເພື່ອເປັນທິດເຍືອງທາງ ແກ່ການຈັດຕັ້ງປະຕິບັດວຽກງານ ກໍ່ສ້າງຮາກຖານການເມືອງ, ພັດ ທະນາຊົນນະບົດ-ແກ້ໄຂຄວາມ ທຸກຍາກ ແລະ ວຽກງານ 3 ສ້າງ ຂອງແຂວງ ໂດຍສະເພາະ ພັກຍາມໃດກໍຖືວ່າ ທຸກຫົວໜ່ວຍຮາກຖານ ເປັນບໍ່ເກີດອັນໃຫຍ່ຫລວງຂອງກໍາ ລັງແຮງປະຕິວັດ, ເປັນບ່ອນຈັດຕັ້ງ ປະຕິບັດແນວທາງນະໂຍບາຍຂອງ ພັກ ແລະ ແຜນພັດທະນາເສດຖະ ກິດ-ສັງຄົມ, ເປັນບ່ອນຕັດສິນໄຊ ຊະນະຂອງການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ຍ້ອນແນວນັ້ນ ວຽກງານກໍ່ສ້າງ ແລະ ປັບປຸງຮາກຖານການເມືອງ ຈຶ່ງເປັນໜ້າທີ່ຍຸດທະສາດ ທີ່ບໍ່ປ່ຽນ ແປງທັງສະເພາະໜ້າ ແລະ ຍາວ ນານຂອງພັກ; ໃນເງ່ືອນໄຂໃໝ່ ຂອງການປະຕິວັດ, ຄະນະພັກທຸກ ຂັ້ນ ຍິ່ງຕ້ອງເອົາໃຈໃສ່ເຂົ້າໃນການ ກໍ່ສ້າງ ແລະ ປັບປຸງຮາກຖານ ການເມືອງ ຕິດພັນໂດຍກົງກັບ ການພັດທະນາ ໂດຍສະເພາະການ ພັດທະນາຊົນນະບົດ-ແກ້ໄຂຄວາມ ທຸກຍາກຂອງປະຊາຊົນ ແລະ ວຽກງານ 3 ສ້າງ, ຕາມ 4 ເນື້ອ ໃນ 4 ຄາດໝາຍ ທີ່ໄດ້ກໍານົດໄວ້ ແນໃສ່ເຮັດໃຫ້ລະບົບການເມືອງຢູ່ ຮາກຖານ ມີຄວາມເຂັ້ມແຂງໜັກ ແໜ້ນ, ເປັນເຈົ້າການນໍາພາປະຕິບັດ ແນວທາງນະໂຍບາຍຂອງພັກ ແລະ ແຜນພັັດທະນາເສດຖະກິດ-ສັງຄົມ ຢູ່ຮາກຖານ ເປັນຕົ້ນ ການແກ້ໄຂ ຄວາມທຸກຍາກ, ຄວາມຫລ້າຫລັງ, ຄວາມບໍ່ສະເໝີພາບ, ຄວາມບໍ່ຍຸຕິ ທໍາ ແລະ ສະພາບຫຍໍ້ທໍ້ຕ່າງໆໃນ ສັງຄົມ ຊຶ່ງເປັນປັດໄຈພື້ນຖານ ເພື່ອ ຮັບປະກັນການມີສະຖຽນລະພາບ ທາງດ້ານການເມືອງ ແລະ ຄວາມ ສະຫງົບເປັນລະບຽບຮຽບຮ້ອຍ ຂອງສັງຄົມ.

ກອງປະຊຸມຄັ້ງນີ້ ກໍເພື່ອພ້ອມກັນສະຫລຸບຕີລາຄາເຖິງບັນດາໝາກ ຜົນໃນໄລຍະ 5 ປີຜ່ານມາ ໃນ ວຽກງານກ່ໍສ້າງຮາກຖານການ ເມືອງ, ວຽກງານພັດທະນາຊົນ ນະບົດ-ແກ້ໄຂຄວາມທຸກຍາກ ແລະ ວຽກງານ 3 ສ້າງຂອງແຂວງ ໂດຍສົມທຽບໃສ່ບັນດາມະຕິ- ຄໍາສັ່ງຕ່າງໆຂອງພັກໃນແຕ່ລະ ໄລຍະ; ພ້ອມກັນຄົ້ນຄວ້າ ເປັນ ເອກະພາບກໍານົດບັນດາທິດທາງ ແຜນການ 5 ປີ, ຜ່ານແຜນດໍາເນີນ ງານ ແລະ ແບບແຜນວິທີເຮັດວຽກ ຂອງຄະນະຮັບຜິດຊອບວຽກງານ ກໍ່ສ້າງຮາກຖານການເມືອງ, ວຽກ ພັດທະນາຊົນນະບົດ-ແກ້ໄຂຄວາມ ທຸກຍາກ ແລະ ວຽກງານ 3 ສ້າງ ທີ່ຈະພ້ອມກັນຈັດຕັ້ງປະຕິບັດໃນ 5 ປີຕໍ່ໜ້າ ໃຫ້ເກີດຜົນເປັນຈິງຫລາຍ ຂຶ້ນ; ແນໃສ່ຍົກສູງຄຸນນະພາບ ການກໍ່ສ້າງ-ປັບປຸງຮາກຖານການ ເມືອງຂອງລະບອບປະຊາທິປະໄຕ ປະຊາຊົນ ໃນໄລຍະໃໝ່ໃຫ້ເຂັ້ມ ແຂງ ແລະ ໜັກແໜ້ນ, ເພີ່ມທະວີບົດ ບາດການນໍາພາຮອບດ້ານຂອງ ຄະນະພັກ ຕິດພັນກັບການເສີມຂະ ຫຍາຍຄວາມເປັນເຈົ້າການ ແລະ ຍົກສູງຄວາມຮັບຜິດຊອບໃນການ ຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ- ສັງຄົມຢູ່ທ້ອງຖິ່ນ-ຮາກຖານໃຫ້ດີ ຂຶ້ນກວ່າເກົ່າ.

ໃນກອງປະຊຸມ, ບັນດາຜູ້ເຂົ້າ ຮ່ວມໄດ້ຜັດປ່ຽນກັນຂຶ້ນຜ່ານບົດ ສະຫລຸບການນຳພາ-ຊີ້ນຳຈັດຕັ້ງ ປະຕິບັດວຽກງານກ່ໍສ້າງຮາກຖານ ການເມືອງ, ວຽກພັດທະນາ ຊົນນະບົດ-ແກ້ໄຂຄວາມທຸກຍາກ ແລະວຽກງານ 3 ສ້າງ 5 ປີ ແລະ ທິດ ທາງແຜນການ, ຜ່ານບົດສະຫລຸບ ວຽກງານ 3 ສ້າງ 5 ປີ ແລະ ແຜນ ການຕໍ່ໜ້າ, ຜ່ານບົດສະຫລຸບວຽກ ພັດທະນາຊົນນະບົດ-ແກ້ໄຂຄວາມ ທຸກຍາກ 5 ປີ ແລະ ແຜນການ ຕໍ່ໜ້າ, ຜ່ານຮ່າງແຜນດຳເນີນ ງານວຽກງານກໍ່ສ້າງຮາກຖານ ການເມືອງ, ວຽກພັດທະນາ ຊົນນະບົດ-ແກ້ໄຂຄວາມທຸກຍາກ ແລະ ວຽກງານ 3 ສ້າງ 5 ປີຕໍ່ໜ້າ ແລະ ຜ່ານຮ່າງແບບແຜນວິທີເຮັດ ວຽກຂອງຄະນະຊີ້ນຳ ແລະ ກອງ ເລຂາຄະນະຮັບຜິດຊອບວຽກງານ ກໍ່ສ້າງຮາກຖານການເມືອງ, ວຽກ ພັດທະນາຊົນນະບົດ-ແກ້ໄຂຄວາມ ທຸກຍາກ ແລະ ວຽກງານ 3 ສ້າງ, ລາຍງານສະພາບການພັດທະນາ ກຸ່ມບ້ານຈຽງຕູບ ໂດຍສະເພາະ ວຽກງານຊຸກຍູ້ສົ່ງເສີມການ ປູກ-ການລ້ຽງ ເພື່ອເຮັດໃຫ້ຊີວິດ ການເປັນຢູ່ຂອງປະຊາຊົນດີຂຶ້ນ, ລາຍງານສະພາບການພັດທະນາ ກຸ່ມບ້ານແກ້ງລີ້ນ ແລະ ກຸ່ມບ້ານ ຕັງອາໄລ-ລະແບງ ເປັນຕົ້ນ ການ ແກ້ໄຂຄວາມທຸກຍາກປະຊາຊົນ ຕາມດຳລັດ 348/ລບ, ລາຍງານ ສະພາບການພັດທະນາບ້ານໃຫຍ່ ຄຳປ່າແໜ ທີ່ມີການສ້າງອາຊີບ ທີ່ໝ້ັນຄົງໃຫ້ປະຊາຊົນ ຕິດພັນກັບ ການລຶບລ້າງຄົນໄປຂໍທານ ພ້ອມທັງ ຍົກໃຫ້ເຫັນຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ວິທີການແກ້ໄຂໃນຕໍ່ໜ້າ ພ້ອມ ທັງມີການປະກອບຄຳຄິດຄຳເຫັນ ແລກປ່ຽນຖອດຖອນບົດຮຽນ ກ່ຽວກັບວຽກງານດັ່ງກ່າວນຳອີກ. 

KPL

ຂ່າວອື່ນໆ

    • ລາວ-ໄທ ຮ່ວມສັງເກດການລ້າຕະເວນທາງນ້ຳ ຄັ້ງທີ 5ບົດ-ສາລະຄະດີ

      ລາວ-ໄທ ຮ່ວມສັງເກດການລ້າຕະເວນທາງນ້ຳ ຄັ້ງທີ 5

      7/17/2026 11:08:47 AM

      ຂປລ. ແຫລ່ງຂ່າວຈາກແຂວງ ບໍ່ແກ້ວ ໃຫ້ຮູ້ວ່າ: ການລາດຕະເວນ ຮ່ວມທາງນ້ຳ ຂອງໜ່ວຍປະຕິບັດ ງານ ເພ່ືອແກ້ໄຂບັນຫາຢາເສບຕິດ ຕາມຊາຍແດນ ລາວ-ໄທ ລະຫວ່າງ ກອງບັນຊາການທະຫານແຂວງບ່ໍ ແກ້ວ ສປປ ລາວ ກັບ ກອງກຳລັງ ຜາເມືອງ ແຂວງຊຽງຣາຍ ຣາຊະ ອານາຈັກໄທ ໄດ້ຈັດຂຶ້ນໃນວັນທີ 14 ກໍລະກົດ 2026 ທີ່ສຳນັກງານ ດ່ານສູນກວດກາຈຸດລະກອນ ຣາຊະ ອານາຈັກໄທ ໂດຍມີ ທ່ານ ພັນເອກ ແສງເພັດ ແສງມະນີ ຫົວໜ້າການ ທະຫານກອງບັນຊາການທະຫານ ແຂວງບໍ່ແກ້ວ ຫົວໜ້າຄະນະ ປະຕິບັດງານເພື່ອແກ້ໄຂບັນຫາ ຢາເສບຕິດຕາມຊາຍແດນ ລາວ- ໄທ, ທ່ານ ພົນຕີ ສາທິດ ໄວຍະ ນົນ ຫົວໜ້າຜູ້ບັນຊາການກອງກຳລັງຜາເມືອງ ກອງທັບຣາຊະອາ ນາຈັກໄທ ຫົວໜ້າຄະນະປະຕິບັດ ງານເພື່ອແກ້ໄຂບັນຫາຢາເສບຕິດ ຕາມຊາຍແດນ ໄທ-ລາວ ພ້ອມ ດ້ວຍຄະນະປະຕິບັດງານ ແລະ ໜ່ວຍປະສານງານປະຈຳພື້ນທ່ ທັງສອງຝ່າຍ ລາວ-ໄທ, ໄທ-ລາວ ເຂົ້າຮ່ວມ.

    • ປກສ ເມືອງລະມາມ ສາມາດແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມໄດ້ 2 ບັນຫາທີພົ້ນເດັ່ນບົດ-ສາລະຄະດີ

      ປກສ ເມືອງລະມາມ ສາມາດແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມໄດ້ 2 ບັນຫາທີພົ້ນເດັ່ນ

      7/17/2026 11:03:50 AM

      ຂປລ. ແຫລ່ງຂ່າວຈາກແຂວງ ເຊກອງ ໃຫ້ຮູ້ວ່າ: ໃນໄລຍະຜ່ານ ມາ, ຄະນະພັກ-ຄະນະນໍາ ປກສ ເມືອງລະມາມ ແຂວງເຊກອງ ໄດ້ ເອົາໃຈໃສ່ເຄື່ອນໄຫວເຮັດໜ້າທ່ີ ວິຊາສະເພາະ ກໍຄືການແກ້ໄຂປະ ກົດການຫຍໍ້ທໍ້ໃນສັງຄົມ ຊຶ່ງສາມາດ ແກ້ໄຂໄດ້ 2 ບັນຫາຫລັກທີ່ພົ້ນເດັ່ນ ຄື: ການເລີກຮື້ແກ້ໄຂເປົ້າໝາຍກ່ໍ ອາຊະຍາກຳທາງລະບົບໂທລະຄົມ- ການສື່ສານ (ກຸ່ມແກ້ງຄໍເຊັນເຕີ, ສະ ແກມເມີ) ແລະ ການແກ້ໄຂບັນຫາ ຢາເສບຕິດ.

    • ອົງການສານປະຊາຊົນສູງສຸດ ລາວ-ຫວຽດນາມ ລົງນາມແຜນຮ່ວມມືບົດ-ສາລະຄະດີ

      ອົງການສານປະຊາຊົນສູງສຸດ ລາວ-ຫວຽດນາມ ລົງນາມແຜນຮ່ວມມື

      7/17/2026 8:25:10 AM

      ພິທີລົງນາມແຜນການຮ່ວມມື ລະຫວ່າງ ອົງການໄອຍະການປະຊາຊົນສູງສຸດ ແຫ່ງ ສປປ ລາວ ແລະ ອົງການໄອຍະການປະຊາຊົນສູງສຸດ ແຫ່ງ ສສ ຫວຽດນາມໃນໄລຍະປີ 2026-2028 ຈັດຂຶ້ນໃນວັນທີ 15 ກໍລະກົດ 2026,

    • ສະຫະພັນກະຊວງການຕ່າງປະເທດ ສະຫລອງວັນສ້າງຕັ້ງສະຫະພັນແມ່ຍິງລາວບົດ-ສາລະຄະດີ

      ສະຫະພັນກະຊວງການຕ່າງປະເທດ ສະຫລອງວັນສ້າງຕັ້ງສະຫະພັນແມ່ຍິງລາວ

      7/17/2026 8:15:42 AM

      ສະຫະພັນແມ່ຍິງກະຊວງການຕ່າງປະເທດ ຈັດພິທີສະເຫລີມສະຫລອງ ແລະ ງານເທສະການອາຫານເນ່ືອງໃນໂອກາດຂ່ໍານັບຮັບຕ້ອນວັນສ້າງຕັ້ງອົງການຈັດຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 71 ປີ (20 ກໍລະກົດ 1955-20 ກໍລະກົດ 2026) ໃນວັນທີ 14 ກໍລະ ກົດ 2026 ຢູ່ກະຊວງການຕ່າງປະເທດ.

    • ຮອງນາຍົກລັດຖະມົນຕີ ຜູ້ປະຈຳການ ພົບປະໂອ້ລົມການນຳ ແລະ ພະນັກງານຫລັກແຫ່ລງ ແຂວງອຸດົມໄຊບົດ-ສາລະຄະດີ

      ຮອງນາຍົກລັດຖະມົນຕີ ຜູ້ປະຈຳການ ພົບປະໂອ້ລົມການນຳ ແລະ ພະນັກງານຫລັກແຫ່ລງ ແຂວງອຸດົມໄຊ

      7/17/2026 8:00:25 AM

      ໂອກາດເຄື່ອນໄຫວວຽກງານຢູ່ແຂວງອຸດົມໄຊ ໃນຕອນເຊົ້າ ວັນທີ 15 ກໍລະກົດ 2026, ທ່ານ ສະເຫລີມໄຊ ກົມມະສິດ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ຜູ້ປະຈຳການໄດ້ໃຫ້ກຽດພົບປະໂອ້ລົມການນໍາ ແລະ ພະນັກງານຫລັກແຫລ່ງແຂວງອຸດົມໄຊ ໂດຍມີທ່ານ ບຸນຄົງ ຫລ້າ ຈຽມພອນ ກໍາມະການສູນກາງພັກ, ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ ນຳພາຄະນະ ເຂົ້າຮ່ວມຮັບຟັງການພົບປະໂອ້ລົມດັ່ງກ່າວ.

ads
ads

Top