ຂປລ
ຂປລ. ແຫລ່ງຂ່າວຈາກແຂວງ ເຊກອງ ໃຫ້ຮູ້ວ່າ: ໃນໄລຍະຜ່ານ ມາ, ຄະນະພັກ-ຄະນະນໍາ ປກສ ເມືອງລະມາມ ແຂວງເຊກອງ ໄດ້ ເອົາໃຈໃສ່ເຄື່ອນໄຫວເຮັດໜ້າທ່ີ ວິຊາສະເພາະ ກໍຄືການແກ້ໄຂປະ ກົດການຫຍໍ້ທໍ້ໃນສັງຄົມ ຊຶ່ງສາມາດ ແກ້ໄຂໄດ້ 2 ບັນຫາຫລັກທີ່ພົ້ນເດັ່ນ ຄື: ການເລີກຮື້ແກ້ໄຂເປົ້າໝາຍກ່ໍ ອາຊະຍາກຳທາງລະບົບໂທລະຄົມ- ການສື່ສານ (ກຸ່ມແກ້ງຄໍເຊັນເຕີ, ສະ ແກມເມີ) ແລະ ການແກ້ໄຂບັນຫາ ຢາເສບຕິດ.
ທ່ານ ພັທ ແພງຮັກ ຮຸນປະຢັດ ຫົວໜ້າກອງບັນຊາການປ້ອງກັນ ຄວາມສະຫງົບ (ປກສ) ເມືອງລະມາມ ໄດ້ໃຫ້ຮູ້ວ່າ: ການເລີກຮື້ແກ້ໄຂ ເປົ້າໝາຍກໍ່ອາຊະຍາກຳທາງລະບົບ ໂທລະຄົມ-ການສື່ສານ (ກຸ່ມແກ້ງ ຄໍເຊັນເຕີ, ສະແກມເມີ) ຢູ່ເມືອງ ລະມາມ ແຂວງເຊກອງ ໃນຄັ້ງ ວັນທີ 12-13 ມິຖຸນາ 2026 ຜ່ານ ມາ ໂດຍພະແນກສັນຕິບານ ສົມທົບ ກັບ ພະແນກ 504 ລົງກວດກາຕິດ ຕາມຄົນຕ່າງປະເທດ ທີ່ເຂົ້າມາພັກ ເຊົາຢູ່ຕາມສະຖານທີ່ເຮືອນພັກ, ໂຮງແຮມ ພາຍໃນເມືອງລະມາມ ທ່ີ ເປັນເປົ້າໝາຍສົງໄສອາດຈະມີການ ເຄື່ອນໄຫວກໍ່ອາຊະຍາກຳ ທາງລະ ບົບໂທລະຄົມ-ການສື່ສານ ຢູ່ 9 ຈຸດ ຄື: ໂຮງແຮມວັງຊ້າງ, ເຮືອນພັກພັນ ໄຊ, ເຮືອນພັກພູວິໄລ, ເຮືອນພັກ ໄຊສະຫວັນ, ໂຮງແຮມເຊກອງ, ເຮືອນເຊົ່າ (ຮ້ານອາຫານຄົນຈີນ), ເຮືອນເຊົ່າ ບ້ານໃໝ່ຫົວເມືອງ, ໂຮງແຮມພູຂັນຄໍາ ແລະ ເຮືອນເຊົ່າ ຄົນຈີນ ບ້ານວັດຫລວງ. ຜ່ານການ ຕິດຕາມ ແລະ ເກັບກຳຂໍ້ມູນອ້ອມ ຂ້າງເຫັນວ່າ: ສະຖານທີ່ດັ່ງກ່າວ ໄດ້ມີການເຄື່ອນໄຫວກໍ່ອາຊະຍາ ກໍາແທ້ ຈຶ່ງໄດ້ລາຍງານຂັ້ນເທິງ ຮັບ ຊາບ ເພື່ອຂໍທິດຊີ້ນໍາໃນການຈັດຕັ້ງ ປະຕິບັດ ແລະ ໃນຄັ້ງວັນທີ 22-23 ມິຖຸນາ 2026 ພະແນກຕຳຫລວດ, ພະແນກສັນຕິບານ ກອງບັນຊາການ ປກສ ເມືອງ ໄດ້ສົມທົບກັບກອງ ບັນຊາການ ປກສ ແຂວງເຊກອງ, ກອງບັນຊາການທະຫານແຂວງ ແລະ ອົງການໄອຍະການແຂວງ ເປີດປະຕິບັດການ ລົງກວດຄົນ ແລະ ກັກຕົວເປົ້າໝາຍ ພ້ອມຢຶດ ເຄື່ອງຂອງກາງຕ່າງໆ ຢູ່ໃນ 9 ຈຸດ ພາຍໃນເທສະບານເມືອງລະມາມ ຊຶ່ງສາມາດກັກຕົວໄດ້ 101 ຄົນ, ຍິງ 6 ຄົນ ໃນນີ້, ສັນຊາດຈີນ 90 ຄົນ, ຍິງ 2 ຄົນ, ສັນຊາດຍີ່ປຸ່ນ 7 ຄົນ ແລະ ສັນຊາດກຳປູເຈຍ 4 ຄົນ, ຍິງ 4 ຄົນ. ສ່ວນເຄື່ອງຂອງກາງ ມີ: ຄອມພິວເຕີ 9 ໜ່ວຍ, ປືນສັ້ນ 1 ກະບອກ, ໂທລະສັບມືຖື 1.331 ໜ່ວຍ, ເງິນກີບ 62 ລ້ານກີບ, ເງິນ ໂດລາ 4.011 ໂດລາສະຫະລັດ, ເງິນກໍາປູເຈຍ 353.600 ຣຽວ, ຢາ ບ້າ 2 ເມັດ, ແປ້ງຜົງຄ້າຍຄືຜົງເຄມີ 8 ຖົງ ຊ່ຶງຜູ້ຖືກຫາ ແລະ ເຄື່ອງຂອງ ກາງ ໄດ້ມອບໃຫ້ກອງບັນຊາການ ປກສ ແຂວງ ດໍາເນີນການສືບສວນ- ສອບສວນ ຕາມລະບຽບກົດໝາຍ ແລະ ມາໃນຄັ້ງວັນທີ 3 ກໍລະກົດ 2026 ປກສ ແຂວງ ໄດ້ນໍາສົ່ງຜ້ ຖືກຫາທັງໝົດ ໃຫ້ກະຊວງປ້ອງກັນ ຄວາມສະຫງົບດໍາເນີນການຕາມກົດໝາຍຂັ້ນຕໍ່ໄປ.
ນອກຈາກນ້ີ, ຍັງໄດ້ເອົາໃຈໃສ່ ແກ້ໄຂບັນຫາຢາເສບຕິດ ຄື: ກັກຕົວ ຜູ້ຖືກຫາ ໄດ້ 15 ຄົນ, ຍິງ 3 ຄົນ ໃນ ນັ້ນ, ຂໍ້ຫາຄ້າ-ຂາຍຢາເສບຕິດ (ຢາ ບ້າ) 2 ຄົນ, ຍິງ 1 ຄົນ, ມົ້ວສຸມ ຢາເສບຕິດ (ຢາບ້າ) ມີ 13 ຄົນ, ຍິງ 2 ຄົນ (ເປັນຄົນຫວຽດນາມ 1 ຄົນ) ຢຶດຂອງກາງ ປະເພດຢາ ບ້າ ໄດ້ 1.176 ເມັດ, ໂທລະສັບ 2 ໜ່ວຍ, ເງິນສົດ 125.000 ກີບ, ພ້ອມສຶກສາອົບຮົມເປົ້າໝາຍມົ້ວ ສຸມຢາເສບຕິດ 12 ຄົນ, ຍິງ 2 ຄົນ (ສັນຊາດຫວຽດນາມ 1 ຄົນ) ແລະ ນໍາສົ່ງປິ່ນປົວຢູ່ສູນບຳບັດ ບ້ານທົ່ງ ຫວາຍ ເມືອງທ່າແຕງ 10 ຄົນ, ຄຽງຄູ່ກັບການແກ້ໄຂປະກົດການ ຫຍໍ້ທໍ້ນັ້ນ, ຍັງໄດ້ເຄື່ອນໄຫວເກັບ ກຳຂໍ້ມູນພົນລະເມືອງ ເຂົ້າລະບົບດີ ຈິຕອນ ມີ 598 ຄົນ, ຍິງ 358 ຄົນ, ອາຍຸ 15 ປີຂຶ້ນໄປ 442 ຄົນ, ຍິງ 261 ຄົນ, ຢັ້ງຢືນຂໍ້ມູນທີ່ຢູ່ອາໄສ ໄດ້ 446 ຄົນ, ຍິງ 170 ຄົນ, ໄດ້ ຂຶ້ນທະບຽນສຳມະໂນຄົວດີຈິຕອນ ມີ 64 ຄອບຄົວ ມີຈຳນວນພົນ 272 ຄົນ, ຍິງ 152 ຄົນ, ອາຍຸ 15 ປີ ຂຶ້ນ ໄປ 185 ຄົນ, ຍິງ 119 ຄົນ.
ຂ່າວ: ພຸດທະສອນ
KPL