ອົງການສານປະຊາຊົນສູງສຸດ ລາວ-ຫວຽດນາມ ລົງນາມແຜນຮ່ວມມື

17/07/2026 08:25
ຂປລ ພິທີລົງນາມແຜນການຮ່ວມມື ລະຫວ່າງ ອົງການໄອຍະການປະຊາຊົນສູງສຸດ ແຫ່ງ ສປປ ລາວ ແລະ ອົງການໄອຍະການປະຊາຊົນສູງສຸດ ແຫ່ງ ສສ ຫວຽດນາມໃນໄລຍະປີ 2026-2028 ຈັດຂຶ້ນໃນວັນທີ 15 ກໍລະກົດ 2026,
       ຂປລ.  ຕາງໜ້າຝ່າຍລາວລົງນາມໂດຍ ສະຫາຍ ນາງ ລີວົງ ລາວລີ ກຳມະການສູນກາງພັກ, ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ແຫ່ງ ສປປ ລາວ ແລະ ສະຫາຍ  ຫງວຽນ ຮຸຍ ຕຽນ ກຳມະການສູນກາງພັກກອມມູນິດຫວຽດນາມ, ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ແຫ່ງ ສສ ຫວຽດນາມ. ການລົງນາມແຜນການຮ່ວມມື ລະຫວ່າງ ອົງການໄອຍະການປະຊາຊົນສູງສຸດ ແຫ່ງ ສປປ ລາວ ແລະ ອົງການໄອຍະການປະຊາຊົນສູງສຸດ ແຫ່ງ ສສ ຫວຽດນາມ ໃນໄລຍະ ປີ 2026-2028 ປະກອບມີຫລາຍ ກິດຈະກໍາ ເປັນຕົ້ນການຈັດກອງປະຊຸມພົບປະເພື່ອແລກປ່ຽນບົດຮຽນກ່ຽວກັບວຽກງານຄ້າຍຄຸມຂັງ-ດັດສ້າງ ແລະ ການຕິດຕາມກວດກາການປະຕິບັດຄໍາຕັດສິນຂອງສານໃນຄະດີອາຍາ; ຄະນະຜູ້ແທນຂັ້ນສູງອົງການໄອຍະການປະຊາຊົນສູງສຸດ ແຫ່ງ ສປປ ລາວ ໄປຢ້ຽມຢາມ ແລະ ເຮັດວຽກເປັນທາງການຢູ່ ສສ ຫວຽດນາມ ໃນປີ 2027; ຄະນະຜູ້ແທນມະຫາວິທະຍາໄລ ໄອຍະການສາຂານະຄອນໂຮ່ຈີ່ມິງ ສສ ຫວຽດນາມ ມາຢ້ຽມຢາມ ແລະ ເຮັດວຽກເປັນທາງການຢູ່ ສປປ ລາວ; ການແລກປ່ຽນບົດຮຽນກ່ຽວກັບວຽກງານຕິດຕາມກວດກາໃນການແກ້ໄຂຄະດີແພ່ງ ແລະ ການແລກປ່ຽນປະສົບການການກວດກາວຽກງານ ການປະຕິບັດກົດໝາຍຕິດພັນກັບການສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫລວງ ລວມທັງຂະບວນການຕິດຕາມ, ຢຶດ ແລະ ຢຶດຊັບສິນແຫລ່ງກຳເນີດການສ້ໍລາດບັງຫລວງຈາກຕ່າງປະເທດ.
KPL

ຂ່າວອື່ນໆ

    • ສະຫະພັນກະຊວງການຕ່າງປະເທດ ສະຫລອງວັນສ້າງຕັ້ງສະຫະພັນແມ່ຍິງລາວບົດ-ສາລະຄະດີ

      ສະຫະພັນກະຊວງການຕ່າງປະເທດ ສະຫລອງວັນສ້າງຕັ້ງສະຫະພັນແມ່ຍິງລາວ

      7/17/2026 8:15:42 AM

      ສະຫະພັນແມ່ຍິງກະຊວງການຕ່າງປະເທດ ຈັດພິທີສະເຫລີມສະຫລອງ ແລະ ງານເທສະການອາຫານເນ່ືອງໃນໂອກາດຂ່ໍານັບຮັບຕ້ອນວັນສ້າງຕັ້ງອົງການຈັດຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 71 ປີ (20 ກໍລະກົດ 1955-20 ກໍລະກົດ 2026) ໃນວັນທີ 14 ກໍລະ ກົດ 2026 ຢູ່ກະຊວງການຕ່າງປະເທດ.

    • ຮອງນາຍົກລັດຖະມົນຕີ ຜູ້ປະຈຳການ ພົບປະໂອ້ລົມການນຳ ແລະ ພະນັກງານຫລັກແຫ່ລງ ແຂວງອຸດົມໄຊບົດ-ສາລະຄະດີ

      ຮອງນາຍົກລັດຖະມົນຕີ ຜູ້ປະຈຳການ ພົບປະໂອ້ລົມການນຳ ແລະ ພະນັກງານຫລັກແຫ່ລງ ແຂວງອຸດົມໄຊ

      7/17/2026 8:00:25 AM

      ໂອກາດເຄື່ອນໄຫວວຽກງານຢູ່ແຂວງອຸດົມໄຊ ໃນຕອນເຊົ້າ ວັນທີ 15 ກໍລະກົດ 2026, ທ່ານ ສະເຫລີມໄຊ ກົມມະສິດ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ຜູ້ປະຈຳການໄດ້ໃຫ້ກຽດພົບປະໂອ້ລົມການນໍາ ແລະ ພະນັກງານຫລັກແຫລ່ງແຂວງອຸດົມໄຊ ໂດຍມີທ່ານ ບຸນຄົງ ຫລ້າ ຈຽມພອນ ກໍາມະການສູນກາງພັກ, ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ ນຳພາຄະນະ ເຂົ້າຮ່ວມຮັບຟັງການພົບປະໂອ້ລົມດັ່ງກ່າວ.

    • 6ເດືອນຕົ້ນປີ ມີຄົນເຂົ້າ-ອອກຜ່ານແດນສາກົນພູເກືອ 120.000 ກ່ວາຄົນບົດ-ສາລະຄະດີ

      6ເດືອນຕົ້ນປີ ມີຄົນເຂົ້າ-ອອກຜ່ານແດນສາກົນພູເກືອ 120.000 ກ່ວາຄົນ

      7/15/2026 10:23:10 AM

      ຂປລ. ແຫລ່ງຂ່າວຈາກແຂວງ ອັດຕະປື ໃຫ້ຮູ້ວ່າ: ໄລຍະ 6 ເດືອນ ຕົ້ນປີ 2026 ຢູ່ດ່ານສາກົນພູເກືອ ແຂວງອັດຕະປື ມີຄົນເດີນທາງຜ່ານ ເຂົ້າ-ອອກທັງໝົດ 123.333 ຄົນ, ຍິງ 28.214 ຄົນ, ເດັກ 6.474 ຄົນ ໃນນັ້ນ, ຄົນແຈ້ງເຂົ້າເມືອງ 61.919 ຄົນ, ຍິງ 14.121 ຄົນ, ເດັກ 3.272 ຄົນ, ລວມມີ 44 ສັນຊາດ ແລະ ຄົນແຈ້ງອອກເມືອງ ມີ 61.414 ຄົນ, ຍິງ 14.093 ຄົນ, ເດັກ 3.202 ຄົນ, ລວມມີ 48 ສັນຊາດ.

    • ຄຳມ່ວນ ປ່ອຍປາ 20ພັນກວ່າໂຕ ລົງສູ່ວັງສະຫງວນເຂດແມ່ນ້ຳຂອງ ບົດ-ສາລະຄະດີ

      ຄຳມ່ວນ ປ່ອຍປາ 20ພັນກວ່າໂຕ ລົງສູ່ວັງສະຫງວນເຂດແມ່ນ້ຳຂອງ

      7/15/2026 10:17:37 AM

      ຂປລ. ແຫລ່ງຂ່າວຈາກແຂວງ ຄຳມ່ວນ ໃຫ້ຮູ້ວ່າ: ແຂວງຄໍາມ່ວນ ຈັດພິທີປ່ອຍປາປາກ ແລະ ປາມະ ນີການ 20 ພັນກວ່າໂຕ ລົງສູ່ວັງ ສະຫງວນເຂດແມ່ນໍ້າຂອງ ຂຶ້ນໃນ ວັນທີ 13 ກໍລະກົດ 2026 ທີ່ບ້ານ ມ່ວງສຸມ ເມືອງທ່າແຂກ ເນື່ອງໃນ ໂອກາດວັນປ່ອຍ ແລະ ອະນຸລັກ ສັດນໍ້າແຫ່ງຊາດ ຄົບຮອບ 29 ປີ (13 ກໍລະກົດ 1997-13 ກໍລະກົດ 2026) ໂດຍມີທ່ານ ໄຊຊະນະ ໂຄດພູທອນ ເລຂາຄະນະບໍລິຫານ ງານພັກແຂວງຄຳມ່ວນ ພ້ອມດ້ວຍ ຜູ້ຕາງໜ້າຈາກໃນ 10 ຕົວເມືອງ, ອົງການຈັດຕັ້ງມະຫາຊົນ, ພະແນກ ການອ້ອມຂ້າງແຂວງ ແລະ ນ້ອງ ນັກຮຽນເຂົ້າຮ່ວມ.

    • ປະກາດບ້ານວົງສຳພັນ ເມືອງພູວົງ ເປັນບ້ານປ້ອງກັນຄວາມສະຫງົບດີບົດ-ສາລະຄະດີ

      ປະກາດບ້ານວົງສຳພັນ ເມືອງພູວົງ ເປັນບ້ານປ້ອງກັນຄວາມສະຫງົບດີ

      7/15/2026 10:11:20 AM

      ຂປລ. ແຫລ່ງຂ່າວຈາກແຂວງ ອັດຕະປື ໃຫ້ຮູ້ວ່າ: ພິທີປະກາດຮັບ ຮອງບ້ານວົງສຳພັນ ເມືອງພູວົງ ແຂວງອັດຕະປື ເປັນບ້ານປ້ອງກັນ ຄວາມສະຫງົບດີ ຈັດຂຶ້ນໃນວັນທີ 10 ກໍລະກົດ 2026 ທີ່ບ້ານດັ່ງ ກ່າວ, ໂດຍມີ ທ່ານ ຄໍາກ້ອນ ດວງສົມປານ ປະທານຄະນະກຳມະການ ປົກຄອງເມືອງພູວົງ, ທ່ານ ພັທ ວົງ ສັກ ແກ້ວວົງພີມ ຮອງຫົວໜ້າກອງ ບັນຊາການ ປກສ ແຂວງ ພ້ອມ ດ້ວຍຂະແໜງການທີ່ກ່ຽວຂ້ອງ ຂອງແຂວງ, ເມືອງ, ບ້ານ ແລະ ປະຊາຊົນເຂົ້າຮ່ວມ.

ads
ads

Top