ສະຫະພັນກະຊວງການຕ່າງປະເທດ ສະຫລອງວັນສ້າງຕັ້ງສະຫະພັນແມ່ຍິງລາວ

17/07/2026 08:15
ຂປລ ສະຫະພັນແມ່ຍິງກະຊວງການຕ່າງປະເທດ ຈັດພິທີສະເຫລີມສະຫລອງ ແລະ ງານເທສະການອາຫານເນ່ືອງໃນໂອກາດຂ່ໍານັບຮັບຕ້ອນວັນສ້າງຕັ້ງອົງການຈັດຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 71 ປີ (20 ກໍລະກົດ 1955-20 ກໍລະກົດ 2026) ໃນວັນທີ 14 ກໍລະ ກົດ 2026 ຢູ່ກະຊວງການຕ່າງປະເທດ.

         ຂປລ. ສະຫະພັນແມ່ຍິງກະຊວງການຕ່າງປະເທດ ຈັດພິທີສະເຫລີມສະຫລອງ ແລະ ງານເທສະການອາຫານເນ່ືອງໃນໂອກາດຂ່ໍານັບຮັບຕ້ອນວັນສ້າງຕັ້ງອົງການຈັດຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 71 ປີ (20 ກໍລະກົດ 1955-20 ກໍລະກົດ 2026) ໃນວັນທີ 14 ກໍລະ ກົດ 2026 ຢູ່ກະຊວງການຕ່າງປະເທດ, ພາຍໃຕ້ການເປັນປະທານ ຂອງ ທ່ານ ໄມທອງ ທໍາມະວົງສາ ຮອງເລຂາຄະນະບໍລິຫານງານພັກ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ຜູ້ຊີ້ນໍາວຽກງານ 3 ອົງການຈັດຕັ້ງມະຫາຊົນ, ມີບັນດາພັນລະຍາການນໍາ, ພະນັກງານບໍານານເພດຍິງ, ອົງການຈັດຕັ້ງກຳມະບານ ແລະ ຊາວໜຸ່ມ, ຕະຫລອດຮອດຄະນະບໍລິຫານງານ ແລະ ສະມາຊິກສະຫະພັນແມ່ຍິງຂອງກະຊວງການຕ່າງປະເທດ, ມີຜູ້ຕາງໜ້າຈາກສູນກາງສະຫະພັນແມ່ຍິງລາວ, ສະຫະພັນແມ່ຍິງກະຊວງຂະແໜງການອ້ອມຂ້າງສູນກາງ ແລະ ບັນດາຫົວໜ່ວຍທຸລະກິດທີ່ໃຫ້ການສະໜັບສະໜູນໃນການຈັດງານເຂົ້າຮ່ວມ. ໃນພິທີ ທ່ານ ນາງ ແສງດາວັນ ວົງໄຊ ກໍາມະການຄະນະພັກ, ປະທານສະຫະພັນແມ່ຍິງກະຊວງການຕ່າງປະເທດ ໄດ້ນໍາສະເໜີໂດຍຫຍໍ້ກ່ຽວກັບປະຫວັດຄວາມເປັນມາ ແລະ ການເຕີບໃຫຍ່ຂະຫຍາຍຕົວ ຂອງການສ້າງຕັ້ງອົງການຈັດຕັ້ງສະຫະພັນແມ່ຍິງລາວ ຕະຫລອດໄລຍະ 71 ປີ ຜ່ານມາ ກໍຄື ມູນເຊື້ອອັນດີງາມຂອງສະຫະພັນແມ່ຍິງລາວ ແລະ ແມ່ຍິງລາວບັນດາເຜົ່າ. ພ້ອມນີ້, ທ່ານ ໄມທອງ ທໍາມະວົງສາ ກໍໄດ້ໃຫ້ກຽດກ່າວເປີດພິທີຢ່າງເປັນທາງການ ແລະ ໄດ້ໃຫ້ທິດຊີ້ນໍາຕໍ່ການເຄື່ອນໄຫວວຽກງານຂອງແມ່ຍິງ ໂດຍສະເພາະຕໍ່ພະນັກງານ ເພດຍິງຂອງກະຊວງການຕ່າງປະເທດ ທີ່ຄວນສືບຕໍ່ເອົາໃຈໃສ່ຮັກສາມູນເຊື້ອອັນດີງາມຂອງແມ່ຍິງລາວ ກໍຄືການສືບຕໍ່ຈັດຕັ້ງປະຕິບັດຂໍ້ ແຂ່ງຂັນ 3 ດີ ຕິດພັນກັບຂະບວນການຮັກຊາດ ແລະ ພັດທະນາ ແລະ ໄດ້ສະແດງຄວາມຊົມເຊີຍຕໍ່ບັນດາຜົນສໍາເລັດທີ່ເອື້ອຍນ້ອງແມ່ຍິງກະຊວງການຕ່າງປະເທດ ຍາດມາໄດ້ໃນໄລຍະຜ່ານມາ. 

      ພ້ອມກັນນ້ັນ, ບັນດາຜູ້ເຂ້ົາຮ່ວມໄດ້ຢ້ຽມຢາມຮ້ານວາງສະແດງ ຂອງແຕ່ລະໜ່ວຍສະຫະພັນແມ່ຍິງກະຊວງການຕ່າງປະເທດ ທີ່ມີການຈໍາໜ່າຍສິນຄ້າ, ຜະລິດຕະພັນ, ອາຫານ ແລະ ເຄື່ອງດື່ມຫລາຍປະເພດ ຊຶ່ງສະແດງໃຫ້ເຫັນເຖິງຄຸນຄ່າຄວາມສໍາຄັນທາງດ້ານວັດທະນະທໍາຂອງລາວ ໂດຍສະເພາະແມ່ນພູມປັນຍາຂອງການປຸງແຕ່ງອາຫານລາວທີ່ເປັນເອກະລັກ, ພ້ອມທັງສ່ອງແສງໃຫ້ເຫັນເຖິງຄວາມສາມັກຄີຮັກແພງ ແລະ ການສະໜັບສະໜູນຊ່ວຍເຫລືອເຊິ່ງກັນ ແລະ ກັນຂອງເອື້ອຍນ້ອງແມ່ຍິງກະຊວງການຕ່າງປະເທດ.

      ໃນໂອກາດດັ່ງກ່າວ, ໄດ້ມີການມອບຂອງຂວັນອວຍພອນໃຫ້ແກ່ພັນລະຍາການນໍາ ແລະ ພະນັກງານບໍານານເພດຍິງຂອງກະຊວງການຕ່າງປະເທດ ເພື່ອເປັນການສະແດງຄວາມຊົມເຊີຍ, ຮູ້ບຸນຄຸນ ແລະ ລະນຶກເຖິງຄຸນງາມຄວາມດີໃນການປະກອບສ່ວນ ເຂົ້າໃນການປະຕິບັດໜ້າທີ່ວຽກງານຂອງກະຊວງການຕ່າງປະເທດຕະຫລອດໄລຍະຜ່ານມາ. ຄຽງຄູ່ກັນນີ້, ກໍໄດ້ມີການມອບໃບກຽດຕິຄຸນ ໃຫ້ແກ່ບັນດາຫົວໜ່ວຍທຸລະກິດຈໍານວນໜຶ່ງ ທີ່ໄດ້ປະກອບສ່ວນ ແລະ ໃຫ້ການສະໜັບສະໜູນໃນການຈັດງານຄັ້ງນີ້ອີກດ້ວຍ.

KPL

ຂ່າວອື່ນໆ

    • ອົງການສານປະຊາຊົນສູງສຸດ ລາວ-ຫວຽດນາມ ລົງນາມແຜນຮ່ວມມືບົດ-ສາລະຄະດີ

      ອົງການສານປະຊາຊົນສູງສຸດ ລາວ-ຫວຽດນາມ ລົງນາມແຜນຮ່ວມມື

      7/17/2026 8:25:10 AM

      ພິທີລົງນາມແຜນການຮ່ວມມື ລະຫວ່າງ ອົງການໄອຍະການປະຊາຊົນສູງສຸດ ແຫ່ງ ສປປ ລາວ ແລະ ອົງການໄອຍະການປະຊາຊົນສູງສຸດ ແຫ່ງ ສສ ຫວຽດນາມໃນໄລຍະປີ 2026-2028 ຈັດຂຶ້ນໃນວັນທີ 15 ກໍລະກົດ 2026,

    • ຮອງນາຍົກລັດຖະມົນຕີ ຜູ້ປະຈຳການ ພົບປະໂອ້ລົມການນຳ ແລະ ພະນັກງານຫລັກແຫ່ລງ ແຂວງອຸດົມໄຊບົດ-ສາລະຄະດີ

      ຮອງນາຍົກລັດຖະມົນຕີ ຜູ້ປະຈຳການ ພົບປະໂອ້ລົມການນຳ ແລະ ພະນັກງານຫລັກແຫ່ລງ ແຂວງອຸດົມໄຊ

      7/17/2026 8:00:25 AM

      ໂອກາດເຄື່ອນໄຫວວຽກງານຢູ່ແຂວງອຸດົມໄຊ ໃນຕອນເຊົ້າ ວັນທີ 15 ກໍລະກົດ 2026, ທ່ານ ສະເຫລີມໄຊ ກົມມະສິດ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ຜູ້ປະຈຳການໄດ້ໃຫ້ກຽດພົບປະໂອ້ລົມການນໍາ ແລະ ພະນັກງານຫລັກແຫລ່ງແຂວງອຸດົມໄຊ ໂດຍມີທ່ານ ບຸນຄົງ ຫລ້າ ຈຽມພອນ ກໍາມະການສູນກາງພັກ, ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ ນຳພາຄະນະ ເຂົ້າຮ່ວມຮັບຟັງການພົບປະໂອ້ລົມດັ່ງກ່າວ.

    • 6ເດືອນຕົ້ນປີ ມີຄົນເຂົ້າ-ອອກຜ່ານແດນສາກົນພູເກືອ 120.000 ກ່ວາຄົນບົດ-ສາລະຄະດີ

      6ເດືອນຕົ້ນປີ ມີຄົນເຂົ້າ-ອອກຜ່ານແດນສາກົນພູເກືອ 120.000 ກ່ວາຄົນ

      7/15/2026 10:23:10 AM

      ຂປລ. ແຫລ່ງຂ່າວຈາກແຂວງ ອັດຕະປື ໃຫ້ຮູ້ວ່າ: ໄລຍະ 6 ເດືອນ ຕົ້ນປີ 2026 ຢູ່ດ່ານສາກົນພູເກືອ ແຂວງອັດຕະປື ມີຄົນເດີນທາງຜ່ານ ເຂົ້າ-ອອກທັງໝົດ 123.333 ຄົນ, ຍິງ 28.214 ຄົນ, ເດັກ 6.474 ຄົນ ໃນນັ້ນ, ຄົນແຈ້ງເຂົ້າເມືອງ 61.919 ຄົນ, ຍິງ 14.121 ຄົນ, ເດັກ 3.272 ຄົນ, ລວມມີ 44 ສັນຊາດ ແລະ ຄົນແຈ້ງອອກເມືອງ ມີ 61.414 ຄົນ, ຍິງ 14.093 ຄົນ, ເດັກ 3.202 ຄົນ, ລວມມີ 48 ສັນຊາດ.

    • ຄຳມ່ວນ ປ່ອຍປາ 20ພັນກວ່າໂຕ ລົງສູ່ວັງສະຫງວນເຂດແມ່ນ້ຳຂອງ ບົດ-ສາລະຄະດີ

      ຄຳມ່ວນ ປ່ອຍປາ 20ພັນກວ່າໂຕ ລົງສູ່ວັງສະຫງວນເຂດແມ່ນ້ຳຂອງ

      7/15/2026 10:17:37 AM

      ຂປລ. ແຫລ່ງຂ່າວຈາກແຂວງ ຄຳມ່ວນ ໃຫ້ຮູ້ວ່າ: ແຂວງຄໍາມ່ວນ ຈັດພິທີປ່ອຍປາປາກ ແລະ ປາມະ ນີການ 20 ພັນກວ່າໂຕ ລົງສູ່ວັງ ສະຫງວນເຂດແມ່ນໍ້າຂອງ ຂຶ້ນໃນ ວັນທີ 13 ກໍລະກົດ 2026 ທີ່ບ້ານ ມ່ວງສຸມ ເມືອງທ່າແຂກ ເນື່ອງໃນ ໂອກາດວັນປ່ອຍ ແລະ ອະນຸລັກ ສັດນໍ້າແຫ່ງຊາດ ຄົບຮອບ 29 ປີ (13 ກໍລະກົດ 1997-13 ກໍລະກົດ 2026) ໂດຍມີທ່ານ ໄຊຊະນະ ໂຄດພູທອນ ເລຂາຄະນະບໍລິຫານ ງານພັກແຂວງຄຳມ່ວນ ພ້ອມດ້ວຍ ຜູ້ຕາງໜ້າຈາກໃນ 10 ຕົວເມືອງ, ອົງການຈັດຕັ້ງມະຫາຊົນ, ພະແນກ ການອ້ອມຂ້າງແຂວງ ແລະ ນ້ອງ ນັກຮຽນເຂົ້າຮ່ວມ.

    • ປະກາດບ້ານວົງສຳພັນ ເມືອງພູວົງ ເປັນບ້ານປ້ອງກັນຄວາມສະຫງົບດີບົດ-ສາລະຄະດີ

      ປະກາດບ້ານວົງສຳພັນ ເມືອງພູວົງ ເປັນບ້ານປ້ອງກັນຄວາມສະຫງົບດີ

      7/15/2026 10:11:20 AM

      ຂປລ. ແຫລ່ງຂ່າວຈາກແຂວງ ອັດຕະປື ໃຫ້ຮູ້ວ່າ: ພິທີປະກາດຮັບ ຮອງບ້ານວົງສຳພັນ ເມືອງພູວົງ ແຂວງອັດຕະປື ເປັນບ້ານປ້ອງກັນ ຄວາມສະຫງົບດີ ຈັດຂຶ້ນໃນວັນທີ 10 ກໍລະກົດ 2026 ທີ່ບ້ານດັ່ງ ກ່າວ, ໂດຍມີ ທ່ານ ຄໍາກ້ອນ ດວງສົມປານ ປະທານຄະນະກຳມະການ ປົກຄອງເມືອງພູວົງ, ທ່ານ ພັທ ວົງ ສັກ ແກ້ວວົງພີມ ຮອງຫົວໜ້າກອງ ບັນຊາການ ປກສ ແຂວງ ພ້ອມ ດ້ວຍຂະແໜງການທີ່ກ່ຽວຂ້ອງ ຂອງແຂວງ, ເມືອງ, ບ້ານ ແລະ ປະຊາຊົນເຂົ້າຮ່ວມ.

ads
ads

Top