ລາວ-ໄທ ຮ່ວມສັງເກດການລ້າຕະເວນທາງນ້ຳ ຄັ້ງທີ 5

17/07/2026 11:08
ຂປລ ຂປລ. ແຫລ່ງຂ່າວຈາກແຂວງ ບໍ່ແກ້ວ ໃຫ້ຮູ້ວ່າ: ການລາດຕະເວນ ຮ່ວມທາງນ້ຳ ຂອງໜ່ວຍປະຕິບັດ ງານ ເພ່ືອແກ້ໄຂບັນຫາຢາເສບຕິດ ຕາມຊາຍແດນ ລາວ-ໄທ ລະຫວ່າງ ກອງບັນຊາການທະຫານແຂວງບ່ໍ ແກ້ວ ສປປ ລາວ ກັບ ກອງກຳລັງ ຜາເມືອງ ແຂວງຊຽງຣາຍ ຣາຊະ ອານາຈັກໄທ ໄດ້ຈັດຂຶ້ນໃນວັນທີ 14 ກໍລະກົດ 2026 ທີ່ສຳນັກງານ ດ່ານສູນກວດກາຈຸດລະກອນ ຣາຊະ ອານາຈັກໄທ ໂດຍມີ ທ່ານ ພັນເອກ ແສງເພັດ ແສງມະນີ ຫົວໜ້າການ ທະຫານກອງບັນຊາການທະຫານ ແຂວງບໍ່ແກ້ວ ຫົວໜ້າຄະນະ ປະຕິບັດງານເພື່ອແກ້ໄຂບັນຫາ ຢາເສບຕິດຕາມຊາຍແດນ ລາວ- ໄທ, ທ່ານ ພົນຕີ ສາທິດ ໄວຍະ ນົນ ຫົວໜ້າຜູ້ບັນຊາການກອງກຳລັງຜາເມືອງ ກອງທັບຣາຊະອາ ນາຈັກໄທ ຫົວໜ້າຄະນະປະຕິບັດ ງານເພື່ອແກ້ໄຂບັນຫາຢາເສບຕິດ ຕາມຊາຍແດນ ໄທ-ລາວ ພ້ອມ ດ້ວຍຄະນະປະຕິບັດງານ ແລະ ໜ່ວຍປະສານງານປະຈຳພື້ນທ່ ທັງສອງຝ່າຍ ລາວ-ໄທ, ໄທ-ລາວ ເຂົ້າຮ່ວມ.

ໃນກອງປະຊຸມ ທັງສອງຝ່າຍ ໄດ້ພັດປ່ຽນລາຍງານ, ແລກປ່ຽນ ບົດຮຽນການລາດຕະເວນທາງ ນ້ຳ ຕາມລຳແມ່ນ້ຳຂອງຮ່ວມ ລາວ-ໄທ ໂດຍສະເພາະ ການ ເອກະ ພາບບັນດາເນື້ອໃນຂັ້ນ ຕອນການປະສານງານ ກໍຄື ຂັ້ນ ຕອນແຕ່ລະບາດກ້າວ ໃນການ ລາດຕະເວນທາງນ້ຳເພື່ອແນໃສ່ ຮັບປະກັນໃຫ້ການລາດຕະເວນ ທາງນ້ຳໄດ້ຮັບຜົນສຳເລັດຢ່າງຈົບງາມ ແລະ ຮັບປະກັນໄດ້ຄວາມ ປອດໄພ. ນອກນັ້ນ, ຍັງໄດ້ສະແດງ ໃຫ້ເຫັນເຖິງການພົວພັນຮ່ວມມືທ່ ດີຂອງທັງ 2 ປະເທດ ລາວ-ໄທ, ໄທ-ລາວ ໃນການແກ້ໄຂບັນຫາ ຢາເສບຕິດຕາມຊາຍແດນ ຊຶ່ງ ເປັນການເຄື່ອນໄຫວຮູບການໜຶ່ງ ແລະ ເປັນສັນຍະລັກໜຶ່ງ ສະທ້ອນ ໃຫ້ເຫັນເຖິງການພົວພັນຮ່ວມມືທ່ ສະໜິດແໜ້ນຂອງເຈົ້າໜ້າທີ່ສອງ ຝ່າຍ ແນໃສ່ສ້າງຄວາມກັງວົນ ແລະ ຢ້ານກົວ ໃຫ້ແກ່ກຸ່ມຄ້າຂາຍ ຢາເສບຕິດຕາມພື້ນທີ່ ແລະ ມີຄວາມ ຢໍ່າເກງ ຕໍ່ໜ້າກົດໝາຍບ້ານເມືອງ ກໍຄືກົດໝາຍສາກົນ, ຮັບຮູ້ໄດ້ເຖິງ ຄວາມເອົາໃຈໃສ່ ແລະ ເອົາຈິງເອົາ ຈັງໃນການຕ້ານ ແລະ ສະກັດກ້ັນ ຂະບວນການຄ້າຢາເສບຕິດຂອງ 2 ປະເທດ, 2 ກອງທັບ ລາວ-ໄທ ແລະ ເຊື່ອໝັ້ນວ່າການຮ່ວມມືຂອງ ຄະນະປະສານງານພາກເໜືອ ສປປ ລາວ-ຣາຊະອານາຈັກໄທ ນັບມ້ື ກ້າວເຂົ້າສູ່ລວງເລິກ ມີຄວາມໄວ້ ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ, ແລກປ່ຽນປະສົບການ, ແລກປ່ຽນ ຂໍ້ມູນຂ່າວສານຮ່ວມກັນ, ແນໃສ່ ເຮັດໃຫ້ບັນຫາປະກົດການຫຍໍ້ທໍ້ເຂດ ຊາຍແດນຫລຸດໜ້ອຍຖອຍລົງເປັນ ກ້າວໆ ທັງເປັນແບບຢ່າງໃຫ້ແກ່ ຄະນະອື່ນໆນຳໄປຈັດຕັ້ງປະຕິບັດ ໃຫ້ເກີດຜົນຕໍ່ໄປ.

ຂ່າວ-ພາບ: ນີ່ ທຳມະວົງ

KPL

ຂ່າວອື່ນໆ

ads
ads

Top