ກະຊວງພາຍໃນ ຍ້ອງຍໍພະນັກງານດີເດັ່ນ ປີ 2024

18/03/2025 17:34
Email Print 406
ຂປລ ຂປລ. ກະຊວງພາຍໃນ ຈັດພິທີມອບຫລຽນກາລະນຶກ 70 ປີ, ມອບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ແລະ ມອບໃບຍ້ອງຍໍ ໃຫ້ພະນັກງານດີເດັ່ນ ປະຈຳປີ 2024 ໃນວັນທີ 17 ມີນາ 2025 ໂດຍການເປັນປະທານຂອງ ທ່ານ ວິໄລວົງ ບຸດດາຄໍາ ເລຂາຄະນະພັກກະຊວງ, ລັດຖະມົນຕີກະຊວງພາຍໃນ, ມີຄະນະພັກ, ຄະນະນຳ, ພະນັກງານອາວຸໂສບໍານານ, ຫົວໜ້າ-ຮອງຫົວໜ້າກົມ, ຫ້ອງການ, ສະຖາບັນ ແລະ ສູນ ພ້ອມດ້ວຍພະນັກງານທົ່ວກະຊວງພາຍໃນ ເຂົ້າຮ່ວມ.



ຂປລ. ກະຊວງພາຍໃນ ຈັດພິທີມອບຫລຽນກາລະນຶກ
70 ປີ, ມອບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ແລະ ມອບໃບຍ້ອງຍໍ ໃຫ້ພະນັກງານດີເດັ່ນ ປະຈຳປີ 2024 ໃນວັນທີ 17 ມີນາ 2025 ໂດຍການເປັນປະທານຂອງ ທ່ານ ວິໄລວົງ ບຸດດາຄໍາ ເລຂາຄະນະພັກກະຊວງ, ລັດຖະມົນຕີກະຊວງພາຍໃນ, ມີຄະນະພັກ, ຄະນະນຳ, ພະນັກງານອາວຸໂສບໍານານ, ຫົວໜ້າ-ຮອງຫົວໜ້າກົມ, ຫ້ອງການ, ສະຖາບັນ ແລະ ສູນ ພ້ອມດ້ວຍພະນັກງານທົ່ວກະຊວງພາຍໃນ ເຂົ້າຮ່ວມ.




ສໍາລັບ ພະນັກງານ​ທີ່​ໄດ້​ຮັບຫລຽນກາລະນຶກ
70 ປີ ມີ​ທັງ​ໝົດ 28 ທ່ານ, ພ້ອມ​ທັງ ມອບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2024 ຈໍານວນ 14 ໜ່ວຍ​ພັກ ​ແລະ ຍັງໄດ້ມີການມອບໃບຍ້ອງຍໍ ໃຫ້ພະນັກງານ-ລັດຖະກອນດີເດັ່ນ ປະຈໍາປີ 2024. ໃນນັ້ນ, ມີພະນັກງານ ທີ່ໄດ້ຮັບໃບຍ້ອງຍໍປະເພດ 1 ຈໍານວນ 201 ທ່ານ, ຍິງ 82 ທ່ານ, ຍ້ອງຍໍປະເພດ 2 ຈໍານວນ 116 ທ່ານ, ຍິງ 54 ທ່ານ ແລະ ໃບຍ້ອງຍໍປະເພດ 3 ຈໍານວນ 6 ທ່ານ, ຍິງ 2 ທ່ານ.




ໂອກາດ​ນີ້, ທ່ານ ວິໄລວົງ ບຸດດາຄໍາ ກໍ​ໄດ້​ມີ​ຄໍາ​ເຫັນວ່າ: ການປະດັບຫລຽນໃນຄັ້ງນີ້, ເປັນການສະແດງໃຫ້ເຫັນເຖິງ ຄວາມຮູ້ບຸນຄຸນຢ່າງສຸດຊຶ້ງ
, ເປັນການຈາລຶກ ແລະ ຈົດຈໍາຜົນງານອັນໃຫຍ່ຫລວງ ຂອງບັນດາສະຫາຍ ທີີ່ໄດ້ອຸທິດເລືອດເນື້ອເຫືີ່ອແຮງ, ສະຕິປັນຍາໃຫ້ແກ່ພາລະກິດ ຕໍໍ່ສູ້ປົດປ່ອຍປະເທດຊາດ ແລະ ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ເປັນການຍ້ອງຍໍສັນລະເສີນ, ເປັນຄວາມທະນົງໃຈຂອງພັກ, ລັດຖະບານ ແລະ ປະຊາຊົນລາວບັນດາເຜົົ່າທີີ່ມີຕໍໍ່ບັນດາສະຫາຍ. ພ້ອມ​ນີ້, ທ່ານ​ຍັງໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ບັນດາໜ່ວຍພັກ ກໍຄື ພະນັກງານ-ລັດຖະ ກອນ ທີ່ໄດ້ຮັບການຍ້ອງຍໍໃນຄັ້ງນີ້. ຫລຽນກາລະນຶກ, ໃບຢັ້ງຢືນໜ່ວຍພັກປອດໃສ ແລະ ໃບຍ້ອງຍໍ ໃນຄັ້ງນີ້ ເປັນສິ່ງໜຶ່ງທີ່ສະແດງເຖິງ ນາມມະຍົດອັນລໍ້າຄ່າຂອງພັກ ແລະ ລັດ ທີ່ໄດ້ມອບໃຫ້ກະຊວງ, ໜ່ວຍພັກ, ບັນດາກົມ, ພະນັກງານ-ລັດຖະກອນ ທີ່ມີຜົນງານອັນພົ້ນເດັ່ນ ໃນການນຳພາ-ຊີ້ນໍາ ຈັດຕັ້ງປະຕິບັດໜ້າທີ່ການເມືອງຂອງການຈັດຕັ້ງພັກ ແລະ ບຸກຄົນໃນແຕ່ລະໄລຍະ ໂດຍສະເພາະແມ່ນການ ຈັດຕັ້ງຜັນຂະຫຍາຍແນວທາງນະໂຍບາຍຂອງພັກ, ບັນດາມະຕິ, ຄຳສັ່ງ, ຕ່າງໆຂອງພັກ ແລະ ກົດໝາຍຂອງລັດໄປພ້ອມກັບ ການປັບປຸງແບບແຜນວິທີເຮັດວຽກຂອງກະຊວງ, ຄະນະໜ່ວຍພັກ, ຄະນະກົມ, ສະມາຊິກພັກ, ພະນັກງານ-ລັດຖະກອນທຸກສະຫາຍ, ພ້ອມທັງສຸມເຫື່ອແຮງ ແລະ ສະຕິປັນຍາເຂົ້າໃນ ການປະຕິບັດໜ້າທີ່ການເມືອງຂອງຕົນ ດ້ວຍຄວາມຮັບຜິດຊອບສູງ, ມີຫົວຄິດປະດິດສ້າງ, ມີຄວາມສາ ມັກຄີເປັນປຶກແຜ່ນ, ດ້ວຍຄວາມເປັນແບບຢ່າງນໍາໜ້າໃນທຸກດ້ານ ແລະ ພ້ອມພຽງກັນຈັດຕັ້ງປະຕິບັດ ໜ້າທີ່ວຽກງານຢ່າງຕັ້ງໜ້າ, ສຸດກົກສຸດປາຍ ແລະ ມີຜົນສໍາເລັດສູງ.

KPL

ຂ່າວອື່ນໆ

    • ປະດັບຫລຽນກາລະນຶກ 70 ປີ ພັກ ປປ ລາວ ໃຫ້ບັນດາການນຳ-ອະດີດການນຳຂັ້ນສູງ ພັກ-ລັດການເມືອງ

      ປະດັບຫລຽນກາລະນຶກ 70 ປີ ພັກ ປປ ລາວ ໃຫ້ບັນດາການນຳ-ອະດີດການນຳຂັ້ນສູງ ພັກ-ລັດ

      3/21/2025 11:53:33 AM

      ຂປລ. ພິທີປະດັບຫລຽນກາລະນຶກ 70 ປີ ພັກປະຊາຊົນປະຕິວັດລາວ (ພັກ ປປ ລາວ) ໃຫ້ບັນດາສະຫາຍ ການນຳ, ອະດີດການນຳຂັ້ນສູງ ພັກ, ລັດ ເນື່ອງໃນໂອກາດເຫລີມສະຫລອງວັນສ້າງຕັ້ງພັກ ປປ ລາວ ຄົບຮອບ 70 ປີ ຈັດຂຶ້ນໃນວັນທີ 21 ມີນາ 2025 ໃຫ້ກຽດປະດັບຫລຽນໂດຍ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ແຫ່ງ ສປປ ລາວ, ສະຫາຍ ໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແລະ ສະຫາຍ ບຸນທອງ ຈິດມະນີ ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ.

    • ວາງສະແດງຮູບພາບ  ສະຫລອງວັນ ສ້າງຕັ້ງພັກ ປປ ລາວ ຄົບຮອບ 70 ປີການເມືອງ

      ວາງສະແດງຮູບພາບ ສະຫລອງວັນ ສ້າງຕັ້ງພັກ ປປ ລາວ ຄົບຮອບ 70 ປີ

      3/21/2025 11:43:53 AM

      ຂປລ. ພິທີວາງສະແດງຮູບພາບ ພາຍໃຕ້ຫົວຂໍ້: “70 ປີ ແຫ່ງການກຳເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວຂອງ ພັກປະຊາຊົນປະຕິວັດລາວ” (ພັກ ປປ ລາວ) ຈັດຂຶ້ນໃນວັນທີ 21 ມີນາ 2025 ຢູ່ຫໍພິພິທະພັນ ໄກສອນ ພົມວິຫານ ນະຄອນຫລວງວຽງຈັນ ໂດຍມີ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ແຫ່ງ ສປປ ລາວ, ສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ, ພ້ອມດ້ວຍບັນດາສະຫາຍ ກຳມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ ເຂົ້າຮ່ວມ.

    • ການນຳພັກ-ລັດ ວາງພວງມາລາ ໂອກາດ ວັນສ້າງຕັ້ງພັກ ປປ ລາວ ຄົບຮອບ 70 ປີການເມືອງ

      ການນຳພັກ-ລັດ ວາງພວງມາລາ ໂອກາດ ວັນສ້າງຕັ້ງພັກ ປປ ລາວ ຄົບຮອບ 70 ປີ

      3/21/2025 11:36:26 AM

      ຂປລ. ໃນວັນທີ 21 ມີນາ 2025 ນີ້, ການນຳພັກ, ລັດ ນຳໂດຍ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະບໍລິຫານງານສູນກາງພັກ, ຄະນະລັດຖະບານ ໄດ້ເຂົ້າວາງພວງມາລາ ຢູ່ອະນຸສາວະລີນັກຮົມນິລະນາມ (ດາວແດງ) ແລະ ວາງກະຕ່າດອກໄມ້ ຢູ່ຕໍ່ໜ້າຮູບຫລໍ່ຂອງປະທານ ໄກສອນ ພົມວິຫານ ທີ່ຫໍພິພິທະພັນ ປະທານ ໄກສອນ ພົມວິຫານ ເນື່ອງໃນໂອກາດສະເຫລີມສະຫລອງ ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 70 ປີ (ພັກ ປປ ລາວ).

    • ຮັກສາການຫົວໜ້າ ຄຕພ ຕ້ອນຮັບທູດ ຫວຽດນາມ ອວຍພອນວັນສ້າງຕັ້ງພັກ ຄົບຮອບ 70 ປີການເມືອງ

      ຮັກສາການຫົວໜ້າ ຄຕພ ຕ້ອນຮັບທູດ ຫວຽດນາມ ອວຍພອນວັນສ້າງຕັ້ງພັກ ຄົບຮອບ 70 ປີ

      3/21/2025 8:36:43 AM

      ຂປລ. ໃນວັນທີ 20 ມີນາ 2025 ນີ້, ສະຫາຍ ບຸນເຫລືອ ພັນດານຸວົງ ຮັກສາການຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ປປ ລາວ ໄດ້ຕ້ອນຮັບ ສະຫາຍ ຫງວຽນ ມິງ ເຕີມ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສສ ຫວຽດນາມ ປະຈໍາ ສປປ ລາວ ພ້ອມດ້ວຍພະນັກງານສະຖານທູດ ເຂົ້າອວຍພອນ ຄະນະພັກ-ຄະນະນໍາ ແລະ ພະນັກງານ ຄະນະພົວພັນຕ່າງປະເທດສູນກາງພັກ(ຄຕພ) ໃນໂອກາດວັນສ້າງຕັ້ງ ພັກປະຊາຊົນ ປະຕິວັດລາວ ຄົບຮອບ 70 ປີ (22/3/1955-22/3/2025).

    • ພັກເພື່ອນມິດຍຸດທະສາສາດ ສົ່ງໂທລະເລກອວຍພອນ ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 70 ປີການເມືອງ

      ພັກເພື່ອນມິດຍຸດທະສາສາດ ສົ່ງໂທລະເລກອວຍພອນ ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 70 ປີ

      3/21/2025 8:29:41 AM

      ຂປລ. ເນື່ອງໃນໂອກາດສະເຫລີລສະຫລອງ ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 70 ປີ (22/3/1955-22/3/2025), ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ແລະ ຄະນະກໍາມະການສູນກາງພັກກອມມູນິດຈີນ ໄດ້ສົ່ງໂທລະເລກອວຍພອນ ເຖິງ ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ

ads
ads

Top