ຂປລ
ຂປລ. ທ້າຍອາທິດຜ່ານມາ, ສູນພັດທະນາສີມືແຮງງານ ແລະ ຈັດຫາງານ ເປີດງານວາງສະແດງຜະລິດຕະພັນຫັດຖະກຳການຕໍ່າຫູກ ພາຍໃຕ້ຫົວຂໍ້:“ສະເໜ່ສິ້ນຕາມຸກ ການຮັກສາເຕັກນິກການຕ່ຳລາຍມຸກ” ຢູ່ສູນພັດທະນາສີມືແຮງງານ ແລະ ຈັດຫາງານ ບ້ານຫ້ວຍຫົງ ໂດຍມີ ທ່ານ ສຸວິຕາ ປະເສີດ ປະທານ ສະມາຄົມ ຫັດຖະກຳລາວ, ທ່ານ ນາງ ຈັນທະສອນ ອິນທະວົງ ຜູ້ອຳນວຍການ ສູນພັດທະນາສີມືແຮງງານ ແລະ ຈັດຫາງານ, ທ່ານ ວິພາວັນ ພົມວິຫານ ທີ່ປຶກສາສະມາຄົມຫັດຖະກຳລາວ, ຕົວແທນຈາກໂຄງອົງ SDC ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ

ຂປລ. ທ້າຍອາທິດຜ່ານມາ, ສູນພັດທະນາສີມືແຮງງານ ແລະ ຈັດຫາງານ ເປີດງານວາງສະແດງຜະລິດຕະພັນຫັດຖະກຳການຕໍ່າຫູກ ພາຍໃຕ້ຫົວຂໍ້:“ສະເໜ່ສິ້ນຕາມຸກ ການຮັກສາເຕັກນິກການຕ່ຳລາຍມຸກ” ຢູ່ສູນພັດທະນາສີມືແຮງງານ ແລະ ຈັດຫາງານ ບ້ານຫ້ວຍຫົງ ໂດຍມີ ທ່ານ ສຸວິຕາ ປະເສີດ ປະທານ ສະມາຄົມ ຫັດຖະກຳລາວ, ທ່ານ ນາງ ຈັນທະສອນ ອິນທະວົງ ຜູ້ອຳນວຍການ ສູນພັດທະນາສີມືແຮງງານ ແລະ ຈັດຫາງານ, ທ່ານ ວິພາວັນ ພົມວິຫານ ທີ່ປຶກສາສະມາຄົມຫັດຖະກຳລາວ, ຕົວແທນຈາກໂຄງອົງ SDC ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ ເຊິ່ງງານດັ່ງກ່າວແມ່ນສ່ວນໜຶ່ງ ຂອງໂຄງການ ເພື່ອສົ່ງເສີມການຕ່ຳຫູກລາຍຕາມຸກ ໃຫ້ຢູ່ຄູ່ກັບສັງຄົມລາວຕະຫລອດໄປ.

ທ່ານ ສຸວິຕາ ປະເສີດ ປະທານ ສະມາຄົມຫັດຖະກຳລາວ ໄດ້ກ່າວວ່າ: ງານວາງສະແດງຜະລິດຕະພັນຫັດຖະກຳ ໃນຄັ້ງນີ້ ແມ່ນມີຄວາມໝາຍ ແລະ ມີຄຸນຄ່າສູງຕໍ່ການອະນຸລັກ ແລະ ສົ່ງເສີມວຽກງານຫັດຖະກຳ ໂດຍສະເພາະແມ່ນ ໃນຂະແໜງແຜ່ນແພ, ເຂັນຝ້າຍ ແລະ ປູກມອນລ້ຽງມ້ອນ, ພ້ອມກັນນີ້ຍັງເປັນການແລກປ່ຽນ ບົດຮຽນ, ປະສົບການ ລະຫວ່າງ ຊາວຊ່າງຫັດຖະກຳ ແລະ ຜູ້ປະກອບການທຸລະກິດ.

ສະມາຄົມຫັດຖະກຳລາວ ຖືວ່າ ສູນພັດທະນາສີມືແຮງງານ ແລະ ຈັດຫາງານ ບ້ານຫ້ວຍຫົງ ເປັນ ເພື່ອນຮ່ວມງານທີ່ໃກ້ຊິດ ເພາະວ່າ ຈຸດປະສົງ ແລະ ກິດຈະກຳ ຂອງສູນພັດທະນາສີມືແຮງງານ ແລະ ຈັດຫາງານ ບ້ານຫ້ວຍຫົງ ແມ່ນເພື່ອຊ່ວຍເຫລືອແມ່ຍິງ ຜູ້ດ້ອຍໂອກາດ, ຜູ້ພິການ ແລະ ທຸກຍາກໃຫ້ມີອາຊີບ, ມີວຽກຮັດງານທຳ ແລະ ມີລາຍຮັບສາມາດກຸ້ມຕົນເອງ. ພ້ອມກັນນັ້ນ, ສູນດັ່ງກ່າວຍັງປະຕິບັດໜ້າທີ່ ໃນການອະນຸລັກ ແລະ ສົ່ງເສີມວຽກງານຫັດຖະກຳອີກດ້ວຍ.

ສໍາລັບກິດຈະກຳຂອງງານ ປະກອບມີ: ສາທິດການຕໍ່າຜ້າລາຍຕາມຸກ, ກິດຈະກຳ DIY ຍ້ອມສີຈາກທຳມະຊາດ, ການສະແດງທີ່ຫລາກຫລາຍ ຈາກນ້ອງໆນັກຮຽນ, ມີຕະຫລາດສິນຄ້າຫັດຖະກຳຈາກຊຸມຊົນ, ຮ້ານອາຫານ ແລະ ເຄື່ອງດື່ມຕ່າງໆ. ພິເສດ ສໍາລັບຫ້ອງວາງຜ້າລາຍຕາມຸກ ຍັງສາມາດເຂົ້າຢ້ຽມຊົມ ໄດ້ຈົນຮອດທ້າຍເດືອນເມສາ 2025.
KPL