ຂປລ
ແຂວງຢຸນນານ ຕ້ອງຕັ້ງໜ້າຈັດຕັ້ງປະຕິບັດ ຕາມການຈັດວາງ ທາງຍຸດທະສາດ ຂອງສູນກາງພັກ ກ່ຽວກັບ ການພັດທະນາພາກຕາເວັນຕົກ ຢ່າງຂະໜາດໃຫຍ່ ແລະ ການພັດທະນາ ແລວເສດຖະກິດ ແມ່ນ້ຳຢາງເຊ, ຜັນຂະຫຍາຍ ທັດສະນະໃໝ່ ດ້ານການພັດທະນາ ຢ່າງສົມບູນ, ຖືກຕ້ອງ ແລະ ຮອບດ້ານ, ຍຶດໝັ້ນທິດທາງ ພື້ນຖານ ຂອງການປະຕິບັດ ທີ່ສະແຫວງ ຫາຄວາມຄືບໜ້າ ໃນສະພາບ ທີ່ມີຄວາມໝັ້ນທ່ຽງ

ຂປລ.ວິທະຍຸ ສາກົນແຫ່ງ ສປ ຈີນ, ເມື່ອບໍ່ດົນມານີ້, ທ່ານ ສີ ຈິ້ນຜິງ, ເລຂາທິການໃຫຍ່ ຄະນະກຳມູການ ສູນກາງພັກ ກອມມູນິດຈີນ, ປະທານ ປະເທດຈີນ ໄດ້ລົງເຄື່ອນໄຫວ ວຽກງານ ຢູ່ແຂວງຢຸນນານ ໂດຍກ່າວເນັ້ນໜັກວ່າ: ແຂວງຢຸນນານ ຕ້ອງຕັ້ງໜ້າຈັດຕັ້ງປະຕິບັດ ຕາມການຈັດວາງ ທາງຍຸດທະສາດ ຂອງສູນກາງພັກ ກ່ຽວກັບ ການພັດທະນາພາກຕາເວັນຕົກ ຢ່າງຂະໜາດໃຫຍ່ ແລະ ການພັດທະນາ ແລວເສດຖະກິດ ແມ່ນ້ຳຢາງເຊ, ຜັນຂະຫຍາຍ ທັດສະນະໃໝ່ ດ້ານການພັດທະນາ ຢ່າງສົມບູນ, ຖືກຕ້ອງ ແລະ ຮອບດ້ານ, ຍຶດໝັ້ນທິດທາງ ພື້ນຖານ ຂອງການປະຕິບັດ ທີ່ສະແຫວງ ຫາຄວາມຄືບໜ້າ ໃນສະພາບ ທີ່ມີຄວາມໝັ້ນທ່ຽງ, ສຸມໃສ່ຊຸກຍູ້ ການພັດທະນາ ດ້ວຍຄຸນນະພາບສູງ, ປົດປ່ອຍແນວຄິດ, ປະຕິຮູບຢ່າງມີຫົວຄິດ ປະດິດສ້າງ, ບຸກໜ້າບືນຕົວ, ເຮັດແທ້ທຳຈິງ, ສ້າງເງື່ອນໄຂໃໝ່ ຂອງການພັດທະນາ ແຂວງຢຸນນານ ໃນຂະບວນການ ຫັນເປັນ ທັນສະໄໝ ແບບຈີນ.ທ່ານ ສີ ຈິ້ນຜິງ ກ່າວເນັ້ນໜັກ ຕື່ມວ່າ: ແຂວງຢຸນນານ ມີເງື່ອນໄຂ ທາງພູມສາດ ທີ່ມີຈຸດພິເສດ ສະເພາະຕົວ, ຕ້ອງຕັ້ງໜ້າຊຸກຍູ້ ການເປີດປະຕູ ສູ່ພາຍນອກ ໃນລະດັບສູງ, ສ້າງເປັນສູນກາງ ການແຜ່ຂະຫຍາຍ ອິດທິພົນສູ່ ອາຊີໃຕ້ ແລະ ອາຊີ ຕາເວັນອອກ ສຽງໃຕ້. ຕ້ອງສ້າງເຂດທົດລອງການຄ້າເສລີທີ່ມີຄຸນນະພາບສູງ,ເພີ່ມທະວີ ການສ້າງຊ່ອງທາງໃຫຍ່ ທາງດ້ານການຄົມມະນາຄົມ-ການຈໍລະຈອນ ສິນຄ້າ, ພະລັງງານ ແລະ ດີຈີຕອນ ຂໍ້ມູນຂ່າວສານ ເປັນຕົ້ນ, ເຮັດໃຫ້ເວທີເປີດກວ້າງ ປະເພດຕ່າງໆ ກາຍເປັນ ຈຸດເຕີບໂຕໃໝ່ ຂອງການພັດທະນາ ເສດຖະກິດ. ຕ້ອງເປີດກວ້າງ ການແລກປ່ຽນ ແລະ ການຮ່ວມມືກັບ ປະເທດອ້ອມຂ້າງ ທາງດ້ານເສດຖະກິດ, ວິທະຍາສາດ-ເຕັກໂນໂລຊີ, ຊັບພະຍາກອນມະນຸດ, ການແພດ, ວັດທະນະທຳ ແລະ ອື່ນໆ, ເຮັດໃຫ້ການຮ່ວມກັນສ້າງ “ໜຶ່ງແລວ ໜຶ່ງເສັ້ນທາງ” ດ້ວຍຄຸນນະພາບສູງ ສາມາດ ເຂົ້າເຖິງໄດ້ ແລະ ໄດ້ຮັບຜົນປະໂຫຍດ.ທ່ານສີຈິ້ນຜິງກ່າວເນັ້ນໜັກຕື່ມວ່າ: ແຂວງຢຸນນານ ມີຫລາຍຊົນເຜົ່າ, ຕ້ອງເພີ່ມທະວີ ການບໍລິຫານ ເຂດຊົນເຜົ່າ ທີ່ຢູ່ຕາມລຽບຊາຍແດນ, ເປີດກວ້າງຊ່ອງທາງພຶດຕິກຳຕົວຈິງ ທີ່ມີຊົນເຜົ່າຕ່າງໆ ເຂົ້າຮ່ວມຢ່າງຮອບດ້ານ, ຊຸກຍູ້ ການເຄື່ອນໄຫວ ຂອງການພັດທະນາ ເຂດຊາຍແດນ ແລະ ສ້າງຄວາມຮັ່ງມີ ໃຫ້ແກ່ ປະຊາຊົນ ທ້ອງຖິ່ນ ໃນຍຸກໃໝ່ໃຫ້ເຂົ້າສູ່ ລວງເລິກ, ຮັກສາ ຄວາມສາມັກຄີຊົນເຜົ່າ ແລະ ຄວາມໝັ້ນຄົງ ຂອງຊາຍແດນ ຢ່າງແທ້ຈິງ./.
(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL