ຂປລ
ທ່ານ ໂດນັນ ທຣຳ, ປະທານາທິບໍດີ ສ.ອາເມລິກາ ກ່າວວ່າ: ສ.ອາເມລິກາ ແລະ ອູແກຣນ ຈະເຊັນສັນຍາ ກ່ຽວກັບ ແຮ່ທາດ ຫາຍາກ ຂອງອູແກຣນ ໃນໄວໆນີ້.

ຂປລ.ວິທະຍຸສາກົນແຫ່ງ ສປ ຈີນ, ທ່ານ ໂດນັນ ທຣຳ, ປະທານາທິບໍດີ ສ.ອາເມລິກາ ກ່າວວ່າ: ສ.ອາເມລິກາ ແລະ ອູແກຣນ ຈະເຊັນສັນຍາ ກ່ຽວກັບ ແຮ່ທາດ ຫາຍາກ ຂອງອູແກຣນ ໃນໄວໆນີ້.ໂດຍທັງສອງຝ່າຍ ຈະຮ່ວມກັນ ສ້າງກອງທຶນ, ອູແກຣນ ຈະຈັດເອົາ 50% ຂອງກຳໄລ ຈາກຊັບພະຍາກອນ ນ້ຳມັນເຊື້ອໄຟ, ແກັສທຳມະຊາດ ບໍ່ແຮ່ ແລະ ຊັບພະຍາກອນອື່ນໆ ພາຍໃນປະເທດຕົນ ໃນອະນາຄົດ ເຂົ້າສູ່ກອງທຶນ ດັ່ງກ່າວ. ອາເມລິກາ ຈະໄດ້ຮັບກຳໄລ ທາງດ້ານເສດຖະກິດ ຈາກກອງທຶນ ດັ່ງກ່າວ ໃນລະດັບສູງສຸດ ແລະ ຈະນຳໃຊ້ກຳໄລ ສ່ວນໜຶ່ງ ເຂົ້າໃນການລົງທຶນຢູ່ ອູແກຣນ./.
(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL