6092

Ia dlkdkosq ;|h k 78r 8h voIa [m6 fs;Pfok, v;prvo;a olh k'8A 'ra d 7q [Iv[ 70 xu ຖະໜົນ 450 ປີ ບ້ານດົງໂພນແຮ່ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ www.kpl.gov.la , Facebook: ປະເທດລາວ Pathedlao, Email: kpl@laotel.com , Tel/Fax:(021) 215402 ວັນສຸກ 21.03.2025 ປີທີ 24 ສະບັບທີ 6.148 ra dxt-k-q o xt8y ;a f]k; mu j ,u dPflts'k \A opn oK j  ອ່ານຕໍ່ໜ້າ 4  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 4  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 4  ອ່ານຕໍ່ໜ້າ 4  ອ່ານຕໍ່ໜ້າ 4 gzu pczj dq f\kpvkdvo ,6 o7j kgruj ,lt[a [xa [x5 ' ltrkcsj '-kf Ia [Iv'gvq k ]a f4tme,to6 o lt[a [xa [x5 'xu 2025 rkp.8h dkooerk0v'ra d ;Pd'ko0tc|' dko8j k'xtgmf ,u zq oleg]a fs]kpfh ko oE.9;a omu 21 ,u ok \A opn oK  ອ່ານຕໍ່ໜ້າ 2 0+ koa [-q ,g-u p;a olh k'8A 'ra d xt-k-q o xt8y ;a f]k; 7q [Iv[ 70 xu *ທ່າມກາງບັນຍາກາດທີ່ທົ່ວພັກ, ທົ່ວລັດ, ທົ່ວກຳລັງປະກອບ ອາວຸດ ແລະ ທົ່ວປວງຊົນລາວທັງຊາດພວມອອກແຮງແຂ່ງຂັນ ກັນຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ມ້ວນທ້າຍສະໄໝໄປພ້ອມໆກັບບັນຍາກາດແຫ່ງການຂໍ່ານັບຮັບ ຕ້ອນວັນສຳຄັນຂອງພັກຂອງຊາດ ເປັນຕົ້ນວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 70 ປີ, ວັນສະຖາປານາສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 50 ປີ, ວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ. ເມື່ອຫວນຄືນປະຫວັດສາດລາວກ່ອນນີ້ຫລາຍສິບປີ, ໃນໄລຍະ ປະເທດເຮົາຕົກຢູ່ໃນການຄອບຄອງຂອງພວກຈັກພະພັດລ່າເມືອງ ແບບເກົ່າ, ການຕໍ່ສູ້ເພື່ອປົດປ່ອຍເອກະລາດຂອງປະຊາຊົນລາວບັນດາ ເຜົ່າ ເຖິງວ່າເກີດຂຶ້ນຢູ່ຫລາຍແຫ່ງ, ແຕ່ສຸດທ້າຍກໍບໍ່ສຳເລັດຜົນຍ້ອນ ຂາດການນຳພາ. ການສ້າງຕັ້ງພັກປະຊາຊົນປະຕິວັດລາວ, ໂດຍແມ່ນ ປະທານ ໄກສອນ ພົມວິຫານ ເປັນເລຂາທິການໃຫຍ່ນັ້ນ ໄດ້ເຮັດໃຫ້ ຂະບວນການປະຕິວັດ ]a f4t[ko ltg|u 7Q o7;h k.sh ot3p[kpry glf lqj 'glu ,{fb 'f6 fdko]q 'mb o .ooy 7q ,v5 flkstdevt,t8t lr- ltg|u ]a f4t[kovvdoy 8y de{-5 dp6h z6h ]q 'mb o .sh cmfg\ktda [95 fry glf0v'oy 7q ,v5 flkstde dv'xt-5 ,ltw\;y lk,a ogmnj vmu 2 0v'ltrkcsj '-kf -5 fmu IX xy f]q 'fh ;pzq oleg]a f ຂປລ. ໃນວາລະດຳເນີນກອງ ປະຊຸມສະໄໝວິສາມັນເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ IX ວັນທີ 20 ມີນາ 2025 ນີ້, ທ່ານ ຂປລ. ໃນກອງປະຊຸມສະໄໝ ວິສາມັນເທື່ອທີ 2 ຂອງສະພາ ແຫ່ງຊາດ ຊຸດທີ IX ວັນທີ 20 ມີນາ 2025 ນີ້, ທ່ານ ສົມມາດ ພົນເສນາ ຂປລ. ພາຍໃຕ້ການນໍາພາຂອງ ພັກ ປປ ລາວ ຕະຫລອດໄລຍະ 70 ປີ ຜ່ານມາ, ພັກ ໄດ້ວາງນະໂຍບາຍ ການຕ່າງປະເທດທີ່ເເທດເໝາະ ກັບເເຕ່ລະຍຸກເເຕ່ລະສະໄໝ, ມີ ຄວາມສະຫລາດສ່ອງໃສໃນການ ປັບປ່ຽນນະໂຍບາຍໃຫ້ເເທດເໝາະ ກັບສະພາບການຕົວຈິງ, ພັກຍັງ ເປັນແກນນໍາທີ່ມີຄວາມເຂັ້ມແຂງ, ໜັກແໜ້ນເປັນເຈົ້າການນໍາພາປະ ເທດຊາດ ເຮັດວຽກງານການຕ່າງ ປະເທດສາມາດເຂົ້າຮ່ວມກັບທ່າ ອ່ຽງລວມຂອງຍຸກສະໄໝ, ເປັນ ເຈົ້າການເຊື່ອມໂຍງກັບພາກພື້ນ ຮອງປະທານສະພາແຫ່ງຊາດ ໄດ້ ຕາງໜ້າໃຫ້ຄະນະປະຈຳສະພາ ແຫ່ງຊາດ ປະກອບຄຳຄິດຄຳເຫັນ ຕໍ່ບົດລາຍງານກ່ຽວກັບການຄົ້ນ ຄວ້າໃຫ້ນະໂຍບາຍພິເສດ ເພື່ອ ສົ່ງເສີມ ແລະ ດຶງດູດການລົງທຶນ ໃນນິຄົມອຸດສາຫະກຳທີ່ສະເໜີໂດຍ ທ່ານ ສະເຫລີມໄຊ ກົມມະສິດ ຮອງ ນາຍົກລັດຖະມົນຕີ ໂດຍເນັ້ນໃຫ້ລັດ ຖະບານເອົາໃຈໃສ່ຫລາຍບັນຫາ ສຳຄັນເປັນຕົ້ນໃຫ້ຄົ້ນຄວ້າອອກນິຕິ ກຳ, ກົນໄກຄຸ້ມຄອງ, ຊຸກຍູ້ຜູ້ລົງທຶນ ແລະ ຜູ້ພັດທະນາ ເພື່ອຮັບປະກັນໃຫ້ ແລະ ສາກົນ. ສ ະ ຫ າ ຍ ທ ອ ງ ສ ະ ຫ ວັນ ພົມວິຫານ ກຳມະການສູນກາງພັກ, ຂປລ. ກອງປະຊຸມເຜີຍແຜ່ ກົດໝາຍອາກອນມູນຄ່າເພີ່ມ (ສະ ບັບປັບປຸງ) ເລກທີ 60/ສພຊ, ລົງ ວັນທີ 28 ມີນາ 2024 ໃຫ້ແກ່ພາກ ລັດ ແລະ ພາກທຸລະກິດ ກໍຄື ບັນດາ ກະຊວງ, ອົງການທຽບເທົ່າ ຈັດ ຂຶ້ນເມື່ອບໍ່ດົນຜ່ານມາ ໂດຍການ ເປັນປະທານຂອງທ່ານ ສຸລິວັດ ສຸ ວັນນະຈູມຄຳ ຮອງລັດຖະມົນຕີ ກະຊວງການເງິນ, ມີຕາງໜ້າຈາກ ບັນດາກະຊວງ, ອົງການທຽບເທົ່າ, ພະແນກການເງິນນະຄອນຫລວງ ວຽງຈັນ, ສ່ວຍສາອາກອນເມືອງ ( ວັນທີ 22 ມີນາ 1955-22 ມີນາ 2025) ຂປລ. ໃນພາກບ່າຍຂອງການ ດຳເນີນກອງປະຊຸມສະໄໝວິສາມັນ ເທື່ອທີ2 ຂອງສະພາແຫ່ງຊາດ ຊຸດທີ IXວັນທີ20 ມີນາ 2025 ໂດຍການ ສະເຫລີມໄຊ ກົມມະສິດ ຮອງນາຍົກ ລັດຖະມົນຕີ ໄດ້ສະເໜີກ່ຽວກັບການ ຄົ້ນຄວ້າໃຫ້ນະໂຍບາຍພິເສດເພື່ອ ສົ່ງເສີມ ແລະ ດຶງດູດການລົງທຶນ ໃນນິຄົມອຸດສາຫະກຳ ເພື່ອໃຫ້ ສະມາຊິກສະພາແຫ່ງຊາດ ປະຈຳ ເຂດເລືອກຕັ້ງຕ່າງໆພິຈາລະນາ, ປະກອບຄຳຄິດຄຳເຫັນ ແລະ ໃຫ້ ການສະໜັບສະໜູນຕໍ່ນະໂຍບາຍ ດັ່ງກ່າວເພື່ອໃຫ້ລັດຖະບານສາມາດ ນໍາໃຊ້ເປັນເຄື່ອງມືໃນການສົ່ງເສີມ ແລະ ດຶງດູດເອົາການລົງທຶນໃນນິ ຄົມອຸດສາຫະກຳອະມະຕະ (ເຊິ່ງ ເປັນປະທານຂອງທ່ານ ໄຊສົມພອນ ພົມວິຫານປະທານສະພາແຫ່ງຊາດ, ບັນດາສະມາຊິກສະພາແຫ່ງຊາດ ໄດ້ ພ້ອມກັນລົງຄະແນນສຽງຮັບຮອງ ເອົາລັດຖະທຳມະນູນ ສະບັບປັບປຸງ ປີ2025 ທີ່ສະເໜີປັບປຸງໂດຍ ຄະນະ ກຳມະການລະດັບຊາດ ປັບປຸງລັດ ຖະທຳມະນູນ ດ້ວຍຄະແນນສຽງ ເຫັນດີເປັນສ່ວນຫລາຍ. ການປັບປຸງລັດຖະທຳມະນູນໃນ ຄັ້ງນີ້, ເປັນຄັ້ງທີ 3 ເຊິ່ງໄດ້ປັບປຸງ, ຕັດອອກ, ຕື່ມໃສ່ຈັດລຽງບາງຄຳ ສັບ, ບາງເນື້ອໃນໃຫ້ຖືກຕ້ອງ, ສອດ  ອ່ານຕໍ່ໜ້າ 2 ra dgrnj vo,y fp5 fmtlkf lqj '3m]tg]dv;prvo ;a olh k'8A 'ra dxt-k-q o xt8y ;a f]k; 7q [Iv[ 70 xu ຂປລ. ເນື່ອງໃນໂອກາດສະເຫລີມສະຫລອງວັນສ້າງຕັ້ງພັກປະຊາ ຊົນ ປະຕິວັດລາວ ຄົບຮອບ 70 ປີ (22/3/1955-22/3/2025), ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ແລະ ຄະນະ ກໍາມະການສູນກາງພັກກອມມູນິດຈີນ ໄດ້ສົ່ງໂທລະເລກອວຍພອນ ເຖິງຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ ໂດຍມີ ເນື້ອໃນດັ່ງນີ້: ໂທລະເລກອວຍພອນຂອງຄະນະບໍລິຫານງານສູນກາງພັກກອມ ມູນິດຫວຽດນາມ ເຖິງຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ: ຕາງໜ້າພັກກອມມູນິດຫວຽດນາມ ແລະ ປະຊາຊົນ ຫວຽດນາມ, ພວກຂ້າພະເຈົ້າຂໍສົ່ງເຖິງຄະນະບໍລິຫານງານສູນກາງ ພັກປະຊາຊົນ ປະຕິວັດລາວ ພ້ອມດ້ວຍສະມາຊິກພັກປະຊາຊົນປະຕິວັດ ລາວ ແລະ ປະຊາຊົນລາວທຸກຖ້ວນໜ້າມິດຈິດມິດໃຈຖານສະຫາຍ ອ້າຍນ້ອງທີ່ສະໜິດສະໜົມ ແລະ ຂປລ. ໃນວັນທີ 20 ມີນາ 2025 ນີ້, ສະຫາຍ ບຸນເຫລືອ ພັນດານຸວົງ ຮັກສາການຫົວໜ້າຄະນະພົວພັນ

lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko 21/03/2025 xtgmf]k; ເຜີຍແຜ່ກົດໝາຍ... ພັກເພື່ອນມິດ... ກອງປະຊຸມສະໄໝວິສາມັນ... ຂໍ່ານັບຊົມເຊີຍວັນສ້າງຕັ້ງພັກ... ໃນການຕໍ່ສູ້ກູ້ຊາດນັບມື້ເຕີບໃຫຍ່ຂະຫຍາຍຕົວ ແລະ ມີໄຊຊະນະເປັນ ແຕ່ບາດກ້າວມາ. ພາຍຫລັງພັກປະຊາຊົນລາວ ໄດ້ຮັບການສ້າງຕັ້ງ ຂຶ້ນເຖິງວ່າຈະພະເຊີນໜ້າກັບຈັກກະພັດລ່າເມືອງຂຶ້ນແບບໃໝ່ທີ່ຮ້າຍ ກາດກວ່າເກົ່າ, ແຕ່ພັກເຮົາກໍໄດ້ແບກຫາບເອົາພາລະກຳອັນໜັກ ໜ່ວງ ເພື່ອຊີ້ນຳນຳພາປວງຊົນລາວທັງຊາດຕໍ່ສູ້ຕ້ານການຮຸກຮານ ຂອງຈັກກະພັດ ແລະ ລູກແຫລ້ງຕີນມືປະຕິການຢ່າງດຸເດືອດຂ້ຽວ ຂາດ, ກ້າວໄປເຖິງການປົດປ່ອຍປະເທດຊາດຢ່າງສົມບູນ ແລະ ພັດທະນາຢ່າງມີໝາກຜົນເປັນແຕ່ລະໄລຍະປະຫວັດສາດ. ເວົ້າສະ ເພາະພາຍຫລັງການສະຖາປະນາສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ປະຕິບັດສອງໜ້າທີ່ຍຸດທະສາດໃນການປົກປັກ ຮັກສາແລະພັດທະນາປະເທດຊາດມາເຖິທຸກວັນນີ້, ຜົນສຳເລັດອັນ ສຳຄັນ ແລະ ເປັນພື້ນຖານກວ່າໝູ່ໝົດແມ່ນຄວາມເປັນເອກະລາດ, ອຳນາດປະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງປະເທດຊາດ ໄດ້ຮັບການປົກປັກຮັກສາໄດ້ຢ່າງໝັ້ນຄົງ, ລະບອບປະຊາທິປະໄຕ ປະຊາຊົນມີສະຖຽນລະພາບໜັກແໜ້ນ, ສັງຄົມມີຄວາມສະຫງົບປອດ ໄພ ແລະ ມີຄວາມເປັນລະບຽບຮຽບຮ້ອຍໂດຍພື້ນຖານ; ເສດຖະ ກິດ ແຫ່ງຊາດຂະຫຍາຍຕົວດ້ວຍຈັງຫວະທີ່ໄວ, ຕໍ່ເນື່ອງ ແລະ ດຳເນີນ ຖືກທິດ, ລວມຍອດຜະລິດຕະພັນພາຍໃນເພີ່ມຂຶ້ນ, ລາຍໄດ້ສະເລ່ຍ ຕໍໍ່ຫົວຄົນຂອງປະຊາຊົນເຮົານັບມື້ສູງຂຶ້ນ. ນັ້ນກໍ່ຍ້ອນມີການນຳພາ ອັນສະຫລາດສ່ອງໃສຂອງພັກປະຊາຊົນປະຕິວັດລາວ, ປະເທດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂອງພວກເຮົາຈຶ່ງມີ ຄວາມສີວິໄລກ້າວໜ້າໃນທຸກວັນນີ້ ແລະ ຍັງຈະສືບຕໍ່ກ້າວໄປຂ້າງໜ້າ ດ້ວຍທ່ວງທ່າອັນໜັກແໜ້ນ ເພື່ອເຮັດສຳເລັດພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດຕາມທິດກ້າວຂຶ້ນສັງຄົມນິຍົມ. ໃນໂອກາດອັນສະຫງ່າລາສີນີ້, ພວກເຮົາພະນັກງານ-ສະມາຊິກ ພັກຈົ່ງພ້ອມກັນຍົກສູງບົດບາດ, ຄວາມສາມາດນຳພາຂອງພັກ ໃນທຸກຂົງເຂດວຽກງານໃຫ້ນັບມື້ສູງເດັ່ນ ໄປພ້ອມກັບການເປັນ ແບບຢ່າງນຳໜ້າ, ເດັດດ່ຽວແກ້ໄຂປະກົດການຫຍໍ້ທໍ້ຕ່າງໆຢ່າງທັນ ການ; ຮັບປະກັນໃຫ້ພັກເຮົາມີຄວາມປອດໃສ, ເຂັ້ມແຂງ ແລະ ໜັກ ແໜ້ນສະເໝີ. ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າໝັ້ນຍືນ! ຂປລ. ກອງປະຊຸມສະໄໝວິສາ ມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ໄດ້ປິດລົງດ້ວຍຜົນສຳເລັດ ອັນຈົບງາມ ພາຍຫລັງດຳເນີນມາ ແຕ່ວັນທີ 17-20 ມີນາ 2025 ໂດຍການເປັນປະທານຂອງທ່ານ ໄຊສົມພອນ ພົມວິຫານ ປະທານ ສະພາແຫ່ງຊາດ, ໂດຍມີທ່ານ ທອງລຸນ ສີສຸລິດ ເລຂາທິການ ໃຫຍ່ ຄະນະບໍລິຫານງານສູນກາງ ພັກ, ປະທານປະເທດ ແຫ່ງ ສປປ ລາວ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ບັນດາການນຳ ພັກ-ລັດ, ອະດີດການນຳພັກ-ລັດ, ພ້ອມດ້ວຍສະມາຊິກສະພາແຫ່ງ ຊາດ ປະຈຳເຂດເລືອກຕັ້ງຕ່າງໆ ເຂົ້າຮ່ວມ. ໂອກາດນີ້, ທ່ານ ໄຊສົມພອນ ພົມວິຫານ ໄດ້ກ່າວສູນທອນພົດ ປີດກອງປະຊຸມຢ່າງເປັນທາງການ ໂດຍມີເນື້ອໃນບາງຕອນວ່າ: ກອງ ປະຊຸມສະໄໝວິສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ໄດ້ພິຈາລະນາ, ຮັບຮອງເອົາເນື້ອ ໃນສໍາຄັນຈໍານວນໜຶ່ງເປັນຕົ້ນໄດ້ ພິຈາລະນາ ແລະ ຮັບຮອງເອົາ ລັດຖະທໍາມະນູນສະບັບປັບປຸງປີ 2025 ເຊິ່ງການປັບປຸງລັດຖະ ທໍາມະນູນ ປີ 2025 ນີ້, ເປັນການ ສືບຕໍ່ຜັນຂະຫຍາຍແນວທາງປ່ຽນ ແປງໃໝ່ຂອງພັກ ທີ່ວາງອອກໃນ ແຕ່ລະໄລຍະໃຫ້ເປັນອັນລະອຽດ ເຂົ້າໃສ່ເນື້ອໃນຂອງລັດຖະທໍາມະ ນູນ ເຊິ່ງເປັນກົດໝາຍພື້ນຖານ ສໍາຄັນຂອງຊາດ, ເປັນເຄື່ອງມື ສໍາຄັນຂອງລັດ ໃນການປົກປ້ອງ ສິດ ແລະ ຜົນປະໂຫຍດຂອງພັກ ກຳອຳນາດ, ການຄຸ້ມຄອງລັດ ແລະ ຄຸ້ມຄອງສັງຄົມດ້ວຍກົດໝາຍ. ການປັບປຸງລັດຖະທໍາມະນູນຄັ້ງ ນີ້, ແນໃສ່ການປັບປຸງລະບົບອໍາ ນາດແຫ່ງລັດ ປະຊາທິປະໄຕ ປະ ຊາຊົນ ໃຫ້ມີປະສິດທິພາບ, ປະສິດ ທິຜົນສູງ, ສ້າງບາດລ້ຽວໃໝ່ໃຫ້ ແກ່ການປົກປັກຮັກສາ ແລະ ສ້າງ ສາປະເທດຊາດ, ສາມາດເຊື່ອມ ໂຍງເສດຖະກິດພາກພື້ນ ແລະ ສາ ກົນ ແນໃສ່ສ້າງພື້ນຖານທາງດ້ານ ກົດໝາຍ ກໍຄື ນິຕິກໍາທີ່ວາງອອກ ໃນຕໍ່ໜ້າໃຫ້ຮັບປະກັນຄວາມສອດ ຄ່ອງກັບແນວທາງການເມືອງ ຂອງພັກ, ທັງຈະເປັນການຊ່ວຍ ໃຫ້ການຄຸ້ມຄອງ-ບໍລິຫານລັດ ດ້ວຍກົດໝາຍໃນໄລຍະໃໝ່ໃຫ້ມີ ຄຸນນະພາບສູງຂຶ້ນເລື້ອຍໆ; ກອງ ປະຊຸມຍັງໄດ້ສະເໜີໃຫ້ຄະນະກໍາມະ ການລະດັບຊາດ ປັບປຸງລັດຖະ ທໍາມະນູນຮີບຮ້ອນຮຽບຮຽງ, ປັບປຸງເນື້ອໃນຕາມບັນດາຄໍາຄິດ ຄໍາເຫັນຂອງກອງປະຊຸມ ເພື່ອນໍາ ສະເໜີຂໍການພິຈາລະນາລົງລາຍ ເຊັນຈາກປະທານສະພາແຫ່ງຊາດ. ຫລັງຈາກນັ້ນ, ນໍາສະເໜີຂໍການ ພິຈາລະນາຈາກທ່ານປະທານປະ ເທດ ໃນການອອກລັດຖະດໍາລັດ ປະກາດນໍາໃຊ້ຢ່າງເປັນທາງການ ໃນມໍ່ໆນີ້. ພ້ອມນີ້, ກອງປະຊຸມຍັງໄດ້ພິ ຈາລະນາ, ຮັບຮອງເອົາການປັບ ປຸງກົດໝາຍ ຈໍານວນ 2 ສະບັບ ຄື: ກົດໝາຍວ່າດ້ວຍການປົກຄອງ ທ້ອງຖິ່ນ ແລະ ກົດໝາຍວ່າດ້ວຍ ພະນັກງານ-ລັດຖະກອນ ເພື່ອໃຫ້ ສອດຄ່ອງກັບມະຕິຂອງພັກ, ການ ໃນນະຄອນຫລວງວຽງຈັນ ແລະ ຫົວໜ່ວຍທຸລະກິດເຂົ້າຮ່ວມ. ໂອກາດນີ້, ທ່ານ ສຸລິວັດ ສຸ ວັນນະຈູມຄຳ ໄດ້ໃຫ້ຮູ້ວ່າ: ການ ເຜີຍແຜ່ກົດໝາຍອາກອນມູນຄ່າ ເພີ່ມ ສະບັບປັບປຸງແມ່ນມີຄວາມ ໝາຍສຳຄັນ ເນື່ອງຈາກວ່າລາຍ ຮັບສ່ວຍສາອາກອນ ເປັນລາຍຮັບ ໃຫຍ່ທີ່ສໍາຄັນໃນການປະກອບສ່ວນ ເຂົ້າໃນການພັດທະນາເສດຖະກິດສັງຄົມ ກໍຄື ປະເທດຊາດ ໃຫ້ມີການ ຂະຫຍາຍຕົວຢ່າງຕໍ່ເນື່ອງ. ສະນັ້ນ, ກະຊວງການເງິນ ກໍຄື ຂະແໜງ ສ່ວຍສາອາກອນ ຈຶ່ງໄດ້ເອົາໃຈ ໃສ່ໃນການຄຸ້ມຄອງເກັບລາຍຮັບ ສ່ວຍສາອາ ກອນເປັນບຸລິມະສິດ, ໄດ້ສຸມໃສ່ການປະຕິບັດຫລາຍມາດ ຕະການ; ຂະຫຍາຍຖານອາກອນ ມູນຄ່າເພີ່ມ, ການຫັນການຄຸ້ມຄອງ ໃບເກັບເງິນອາກອນມູນຄ່າເພີ່ມທີ່ ຂຽນດ້ວຍມື ເອເລັກໂຕຣນິກ ໂດຍ ເຊື່ອມຕໍ່ກັບລະບົບ TaxRIS ໃຫ້ ເພີ່ມຂຶ້ນເທື່ອລະກ້າວ ເພື່ອຕີຖອຍ ການນໍາໃຊ້ໃບເກັບເງິນທີ່ຂຽນດ້ວຍ ມືຮັບປະກັນຄວາມໂປ່ງໃສ. ນັບແຕ່ປີ 2006 ເປັນຕົ້ນ ມາ ສປປ ລາວ ໄດ້ປະກາດນໍາ ໃຊ້ກົດໝາຍອາກອນມູນຄ່າເພີ່ມ ຢ່າງເປັນທາງການ ເຊິ່ງປ່ຽນແທນ ຈາກອາກອນຕົວເລກທຸລະກິດ ມາເປັນສ່ວຍສາອາກອນທາງ ອ້ອມທີ່ເກັບຈາກມູນຄ່າສິນຄ້າ ແລະ ບໍລິການ ເຊິ່ງໄລຍະຜ່ານມາ ກົດໝາຍອາກອນມູນຄ່າເພີ່ມ ໄດ້ ມີການປັບປຸງຫລາຍຄັ້ງທຽບໃສ່ ບັນດາອາກອນປະເພດອື່ນແນໃສ່ ຮັບປະກັນໃຫ້ສອດຄ່ອງກັບສະພາບ ຂອງພາກພື້ນ ແລະ ສາກົນແຕ່ລະ ໄລຍະ. ຂ່າວ: ກະຊວງການເງິນ ຄໍາຊົມເຊີຍຢ່າງສຸດອົກສຸດໃຈ. ຕະຫລອດໄລຍະເວລາ 70 ປີ ບົນເສັ້ນທາງປະຫວັດສາດອັນ ສະຫງ່າລາສີ, ພາຍໃຕ້ການນໍາ ພາອັນສະຫລາດສ່ອງໃສຂອງພັກ ປະຊາຊົນປະຕິວັດລາວ, ປະຊາຊົນ ລາວອ້າຍນ້ອງສາມາດຜ່ານຜ່າ ຄວາມຫຍຸ້ງຍາກ, ສິ່ງທ້າທາຍນາໆ ປະການ ແລະ ຍາດໄດ້ບັນດາຜົນ ສໍາເລັດອັນໃຫຍ່ຫລວງ, ມີຄວາມ ໝາຍປະຫວັດສາດໃນພາລະກິດ ຕໍ່ສູ້ປົດປ່ອຍຊາດ, ກໍ່ສ້າງ ແລະ ປົກ ປັກຮັກສາປະເທດຊາດ, ກໍ່ສ້າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃຫ້ຮັກສາໄດ້ສະ ຖຽນລະພາບທາງດ້ານການເມືອງ ຢ່າງໝັກແໜ້ນ, ດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ໄດ້ຮັບການ ປັບປຸງໃຫ້ເຂັ້ມແຂງ, ເສດຖະກິດ ຂະຫຍາຍຕົວ, ຮັບປະກັນຄວາມ ສະຫງົບປອດໄພໃນສັງຄົມ, ຊີວິດ ການເປັນຢູ່ຂອງປະຊາຊົນນັບມື້ ປັບປຸງກົງຈັກການຈັດຕັ້ງ ແລະ ສອດຄ່ອງກັບລັດຖະທໍາມະນູນ ສະບັບປັບປຸງ ປີ 2025 ທັງເປັນ ການປະກອບສ່ວນສໍາຄັນໃນການ ຄຸ້ມຄອງລັດ, ຄຸ້ມຄອງສັງຄົມດ້ວຍ ກົດໝາຍໃຫ້ເປັນຮູບປະທໍາ ແລະ ມີ ປະສິດທິຜົນຍິ່ງໆຂຶ້ນ. ກອງປະຊຸມ ມອບໃຫ້ຄະນະຮັບຜິດຊອບນໍາເອົາ ເນື້ອໃນຂອງຮ່າງໄປຮຽບຮຽງ ໃຫ້ຄົບຖ້ວນສົມບູນ ເພື່ອໄດ້ປະ ກາດໃຊ້ໂດຍໄວ ແລະ ນໍາໄປສູ່ ການຈັດຕັ້ງປະຕິບັດໃຫ້ມີປະສິດ ພາບ ແລະ ປະສິດທິຜົນເປັນຢ່າງ ດີ. ພ້ອມນັ້ນ, ຍັງໄດ້ພິຈາລະນາ ແລະ ຮັບຮອງເອົາຄໍາສະເໜີຂອງ ນາຍົກລັດຖະມົນຕີ ກ່ຽວກັບການ ປັບປຸງກົງຈັກການຈັດຕັ້ງຂອງ ກະຊວງ-ອົງການ ຈໍານວນໜຶ່ງ ເຊິ່ງກອງປະຊຸມໄດ້ສະແດງຄວາມ ຊົມເຊີຍທີ່ລັດຖະບານໄດ້ມີຄວາມ ຕັດສິນໃຈສູງໃນການປັບປຸງກົງ ຈັກການຈັດຕັ້ງຕາມທິດກະທັດ ຮັດ, ໂລ່ງລ່ຽນ, ມີປະສິດທິພາບ, ສອດຄ່ອງກັບສະພາບການພັດ ທະນາ ເສດຖະກິດ-ສັງຄົມໃນ ປັດຈຸບັນ, ທັງເປັນການຍົກສູງ ປະສິດທິພາບຂອງການນໍາພາ-ຊີ້ ນໍາ ແລະ ຄຸ້ມຄອງລັດ, ຄຸ້ມຄອງ ເສດຖະກິດ-ສັງຄົມ ໃນເງື່ອນໄຂ ໃໝ່, ທັງເປັນການເພີ່ມຄວາມເຂັ້ມ ແຂງ ແລະ ຄວາມຮັບຜິດຊອບຂອງ ພະນັກງານ-ລັດຖະກອນໃຫ້ສູງຂຶ້ນ. ກອງປະຊຸມມີຄວາມເຊື່ອໝັ້ນວ່າ ລັດຖະບານຈະສຸມໃສ່ການປັບປຸງ ຂັ້ນກະຊວງ-ອົງການໃຫ້ສໍາເລັດ ພາຍໃນເດືອນພຶດສະພາ 2025 ແລະ ການປັບປຸງການຈັດຕັ້ງສາຍ ຕັ້ງຢູ່ທ້ອງຖິ່ນໃຫ້ສໍາເລັດພາຍໃນ ເດືອນກໍລະກົດ 2025 ເພື່ອກ້າວ ສູ່ການປັບປຸງກົງຈັກໃນຂອບເຂດ ທົ່ວປະເທດ ແລະ ສ້າງບັນຍາກາດ ໃໝ່ໃຫ້ແກ່ການສ້າງຜົນງານຕ້ອນ ຮັບ 3 ວັນປະຫວັດສາດ ແລະ ການ ກະກຽມກອງປະຊຸມໃຫຍ່ 3 ຂັ້ນ ກ້າວໄປສູ່ການດໍາເນີນກອງປະຊຸມ ໃຫຍ່ ຄັ້ງທີ XII ຂອງພັກໃນຕໍ່ໜ້າ. ກອງປະຊຸມຍັງໄດ້ພິຈາລະນາ ແລະ ຮັບຮອງເອົານະໂຍບາຍສົ່ງ ເສີມພິເສດສະເພາະໃຫ້ຜູ້ລົງທຶນ ໃນນິຄົມອຸດສາຫະກໍາອະມະຕະ ຕາມການສະເໜີຂອງລັດຖະບານ ກ່ຽວກັບການຍົກເວັ້ນອາກອນກໍາ ໄລ ໄລຍະ 30 ປີ (ສະເພາະຜູ້ທີ່ມາ ລົງທຶນພາຍໃນ 7 ປີທໍາອິດຂອງ ການດໍາເນີນນິຄົມດັ່ງກ່າວ) ທີ່ຈະ ລົງທຶນໃນ 4 ກິດຈະກໍາສົ່ງເສີມ ພິເສດ ຄື: ອຸດສາຫະກໍາຜະລິດ, ປະກອບເຄື່ອງຈັກ ແລະ ອຸປະກອນ ຮັບໃຊ້ການກະເສດ, ອຸດສາຫະກໍາ ຝຸ່ນຊີວະພາບ, ເຄມີ ແລະ ການ ຜະລິດອາຫານສັດ, ອຸດສາຫະກໍາ ຜະລິດແຜງຊິ້ນສ່ວນພະລັງງານ ແສງອາທິດ ແລະ ພະລັງງານທົດ ແທນ, ອຸດສາຫະກໍາຜະລິດລົດ ແລະ ອາໄຫລ່, ອຸດສາຫະກໍາຜະລິດອຸປະ ກອນໄຟຟ້າ ແລະ ເອເລັກໂຕຣນິກ. ຜ່ານການພິຈາລະນາດ້ວຍເຫດ ຜົນ ແລະ ເຫັນໄດ້ຄວາມຈໍາເປັນ ໃນການດຶງດູດເອົາການລົງທຶນ ມາພັດທະນາເຂດທຸລະການດານ, ພື້ນຖານໂຄງລ່າງບໍ່ທັນມີຄວາມ ສະດວກນັ້ນ, ຜູ້ແທນກອງປະຊຸມໄດ້ ມີຄວາມເຫັນເປັນເອກະພາບເຫັນດີ ຮັບຮອງເອົານະໂຍບາຍສົ່ງເສີມພິ ເສດສະເພາະໃຫ້ຜູ້ລົງທຶນໃນນິຄົມ ອຸດສາຫະກໍາອະມະຕະ ເຊິ່ງຈະເປັນ ເງື່ອນໄຂສໍາຄັນໃນການສົ່ງເສີມ ແລະ ດຶງດູດເອົາການລົງທຶນຂອງ ຕ່າງປະເທດ ເຊິ່ງສອດຄ່ອງກັບ ທິດທາງໃນການພັດທະນາເຂດ ເສດຖະກິດຂອງປະ ເທດເຮົາ , ສ້າງການຫັນປ່ຽນໂຄງປະກອບ ເສດຖະກິດທີ່ຈະສົ່ງເສີມການຜະລິດ ອຸດສາຫະກໍາ, ການຜະລິດເພື່ອ ສົ່ງອອກແທນການຂຸດຄົ້ນ ແລະ ຂາຍຊັບພະຍາກອນທໍາມະຊາດດັ່ງ ຜ່ານມາ ແລະ ປັດຈຸບັນ. ກອງປະຊຸມສະເໜີໃຫ້ລັດຖະ ບານເອົາໃຈໃສ່ຄຸ້ມຄອງວຽກງານ ນິຄົມອຸດສາຫະກໍາດັ່ງກ່າວ, ໃຫ້ ປະຕິບັດຕາມລະບຽບ, ກົດໝາຍ ຢ່າງເຂັ້ມງວດ, ຊຸກຍູ້ໃຫ້ນັກລົງທຶນ ມີການປະກອບສ່ວນພັດທະນາ ທ້ອງຖິ່ນ, ມີການຖ່າຍທອດບົດ ຮຽນ-ເຕັກນິກວິຊາການໃຫ່ແກ່ຄົນ ລາວ ແລະ ມີການສ້າງວຽກເຮັດ ງານທໍາໃຫ້ປະຊາຊົນໃນທ້ອງຖິ່ນ ໃຫ້ນັບມື້ຫລາຍຂຶ້ນ. ຜົນສໍາເລັດຂອງກອງປະຊຸມ ສະໄໝວິສາມັນເທື່ອທີ 2 ຂອງ ສະພາແຫ່ງຊາດ ຊຸດທີ IX ຄັ້ງນີ້, ເປັນການຜັນຂະຫຍາຍມະຕິກອງ ປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີຄັ້ງທີ IX ເຂົ້າສູ່ ວຽກງານຕົວຈິງ, ເປັນໝາກຜົນ ລວມສູນສະຕິປັນຍາ, ການສະແດງ ອອກສິດປະຊາທິປະໄຕ ກໍຄື ຜົນ ຂອງການຍົກສູງຄວາມຮັບຜິດຊອບ ທາງການເມືອງຂອງບັນດາທ່ານ ສະມາຊິກສະພາແຫ່ງຊາດ, ການ ຕັດສິນໃຈສູງຂອງລັດຖະບານ, ອົງການທີ່ກ່ຽວຂ້ອງທີ່ມີຄວາມ ພະຍາຍາມ ແລະ ມີມາດຕະການ ຕົວຈິງໃນການແກ້ໄຂຄວາມຫຍຸ້ງ ຍາກທາງດ້ານເສດຖະກິດ-ການ ເງິນ ໃຫ້ຕົກໄປເທື່ອລະກ້າວ, ມີການ ປັບປຸງບັນດາເອກະສານນິຕິກໍາທີ່ ສໍາຄັນນັບທັງຄວາມຕັດສິນໃຈໃນ ການປັບປຸງກົງຈັກການຈັດຕັ້ງ ເພື່ອ ສ້າງໃຫ້ມີການຫັນປ່ຽນໃໝ່ຢ່າງ ເລິກເຊິ່ງເພື່ອສ້າງຄວາມເຊື່ອໝັ້ນ ຂອງປະຊາຊົນຕໍ່ການນໍາພາຂອງ ພັກ ແລະ ລັດ ໃນພາລະກິດປົກປັກ ຮັກສາ ແລະ ສ້າງສາປະເທດຊາດ ໃຫ້ມີຄວາມໜັກແໜ້ນຂຶ້ນເລື້ອຍໆ. ຂ່າວ: ທະນູທອງ; ພາບ: ຂັນໄຊ ນັບໄດ້ຮັບການປັບປຸງດີຂຶ້ນ, ການ ພົວພັນຕ່າງປະເທດໄດ້ຮັບການ ເປີດກວ້າງ. ບັນດາຜົນສໍາ ເລັດອັນໃຫຍ່ ຫລວງ, ຮອບດ້ານຂອງພັກປະຊາ ຊົນປະຕິວັດລາວ ມີຄວາມໝາຍ ອັນເລິກເຊິ່ງຕໍ່ພາລະກິດປົກປັກ ຮັກສາ ແລະ ພັດທະນາປະເທດຊາດ ລາວ, ປະກອບສ່ວນສໍາຄັນເຂົ້າໃນ ການຍົກສູງຖານະ, ບົດບາດຂອງ ພັກ ແລະ ສາທາລະນະລັດ ປະຊາ ທິປະໄຕ ປະຊາຊົນລາວ ຢູ່ໃນເວທີ ພາກພື້ນ ແລະ ສາກົນ, ພ້ອມກັນນັ້ນ ກໍເປັນຄວາມເອກອ້າງທະນົງໃຈ, ເປັນກໍາລັງໃຈຊຸກຍູ້ອັນໃຫຍ່ຫລວງ ຕໍ່ພັກ, ລັດຖະບານ ແລະ ປະຊາຊົນ ຫວຽດນາມ. ພັກ, ລັດ ແລະ ປະຊາຊົນຫວຽດ ນາມ ຍາມໃດກໍສະໜັບສະໜູນຢ່າງ ແຮງກ້າ ແລະ ຮອບດ້ານຕໍ່ພາລະ ກິດປ່ຽນແປງໃໝ່ຂອງລາວ ແລະ ເຊື່ອໝັ້ນຢ່າງໜັກແໜ້ນວ່າ ໂດຍສືບ ຕໍ່ມູນເຊື້ອຂອງບັນດາຄົນຮຸ່ນກ່ອນ ແລະ ເສີມຂະຫຍາຍບັນດາຜົນງານ ທີ່ຍາດມາໄດ້, ພາຍໃຕ້ການນໍາພາ ຂອງພັກປະຊາຊົນປະຕິວັດລາວ, ປະຊາຊົນລາວອ້າຍນ້ອງ ຈະສືບ ຕໍ່ຍາດໄດ້ບັນດາຜົນສໍາເລັດໃໝ່, ໃຫຍ່ຫລວງກວ່າເກົ່າ ໃນພາລະກິດ ປ່ຽນແປງໃໝ່, ຈັດຕັ້ງປະຕິບັດບັນ ດາເປົ້າໝາຍທີ່ມະຕິກອງປະຊຸມ ໃຫຍ່ ຄັ້ງທີ XI ຂອງ ພັກປະຊາຊົນ ປະຕິວັດລາວ ແລະ ແຜນພັດທະນາ ເສດຖະກິດ-ສັງຄົມ 5 ປີ ຄັ້ງທີ 9 ທີ່ໄດ້ວາງອອກສໍາເລັດຜົນຢ່າງ ມີໄຊ; ພິເສດດໍາເນີນກອງປະຊຸມ ໃຫຍ່ຄະນະພັກຂັ້ນຕ່າງໆສໍາເລັດ ຜົນ ເພື່ອກ້າວໄປເຖິງກອງປະຊຸມ ໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ໃນຕົ້ນປີ 2026; ສ້າງ ປະເທດລາວ ສັນຕິພາບເອກະລາດ, ປະຊາທິປະໄຕ, ເອກະພາບ ແລະ ວັດທະນະຖາວອນສໍາເລັດຜົນຕາມ ເປົ້າໝາຍສັງຄົມນິຍົມ. ພວກຂ້າພະເຈົ້າມີຄວາມປິຕິຊົມ ຊື່ນເປັນຢ່າງຍິ່ງທີ່ເຫັນວ່າ, ຄຽງຄູ່ ບັນດາຜົນສໍາເລັດອັນສໍາຄັນທີ່ສອງ ພັກ, ສອງລັດ ແລະ ປະຊາຊົນສອງ ຊາດ ຍາດມາໄດ້ຕະຫລອດໄລຍະ ຜ່ານມາ, ສາຍພົວພັນມິດຕະພາບ ອັນຍິ່ງໃຫຍ່, ຄວາມສາມັກຄີພິ ເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງຫວຽດນາມ-ລາວ ໂດຍ ແມ່ນ ປະທານ ໂຮ່ຈີ່ມິງ ຜູ້ຍິ່ງໃຫຍ່ ແລະ ປະທານ ໄກສອນ ພົມວິຫານ, ປະທານ ສຸພານຸວົງ ທີ່ແສນເຄົາລົບ ຮັກໄດ້ກໍ່ຕັ້ງ, ຝຶກຝົນຫລໍ່ຫລອມ ແລະ ໄດ້ຮັບການເພີ່ມພູນຄູນສ້າງຈາກ ບັນດາຮຸ່ນການນໍາຂອງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ຈົນກາຍເປັນສາຍພົວພັນອັນບໍລິ ສຸດຜຸດຜ່ອງ, ໜຶ່ງບໍ່ມີສອງໃນໂລກ, ເປັນມໍລະດົກອັນລໍ້າຄ່າຂອງສອງ ຊາດ, ນັບມື້ນັບໄດ້ຮັບການປັບປຸງ, ພັດທະນາຢ່າງແທ້ຈິງ ແລະ ມີປະ ສິດທິຜົນ, ນໍາເອົາຜົນປະໂຫຍດອັນ ແທ້ຈິງມາສູ່ປະຊາຊົນສອງຊາດ. ໃນໂອກາດອັນສະຫງ່າລາສີ, ມີ ຄວາມໝາຍປະຫວັດສາດນີ້, ພວກ ຂ້າພະເຈົ້າ, ອີກເທື່ອໜຶ່ງຂໍສະແດງ ຄວາມຮູ້ບຸນຄຸນຢ່າງເລິກເຊິ່ງ ຕໍ່ ການສະໜັບສະໜູນ, ຊ່ວຍເຫລືອ ອັນໃຫຍ່ຫລວງ, ລໍ້າຄ່າ, ໝົດຈິດ ໝົດໃຈ ແລະ ມີປະສິດທິຜົນທີ່ພັກ, ລັດ ແລະ ປະຊາຊົນລາວອ້າຍນ້ອງ ມີໃຫ້ແກ່ ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ແລະ ຈະເຮັດສຸດ ຄວາມສາມາດຂອງຕົນຮ່ວມກັບ ພັກ, ລັດ ແລະ ປະຊາຊົນລາວປົກ ປັກຮັກສາ ແລະ ເພີ່ມພູນຄູນສ້າງ ຢ່າງບໍ່ຢຸດຢັ້ງສາຍພົວພັນສາມັກຄີ ພິເສດຫວຽດນາມ-ລາວ ໃຫ້ນັບມື້ ນັບຂະຫຍາຍຕົວຂຶ້ນສູ່ລະດັບສູງໃໝ່ ເພື່ອຜົນປະໂຫຍດຂອງປະຊາຊົນ ແຕ່ລະປະເທດ ກໍຄື ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ການພັດທະນາຢູ່ໃນພາກພື້ນ ແລະ ໃນໂລກ. ອວຍພອນໃຫ້ສາຍພົວພັນມິດ ຕະພາບອັນຍິ່ງໃຫຍ່, ຄວາມສາມັກ ຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ຫວຽດນາມລາວ ຈົ່ງສວຍສົດງົດງາມ ແລະ ໝັ້ນຄົງຂະໜົງແກ່ນຊົ່ວກາລະນານ. ສ່ວນໂທລະເລກອວຍພອນ ຂອງຄະນະກໍາມະການສູນກາງ ພັກກອມມູນິດຈີນ ເຖິງຄະນະບໍລິ ຫານງານສູນກາງພັກປະຊາຊົນ ປະຕິວັດລາວ ໄດ້ລະບຸວ່າ: ຄະນະ ກຳມະການສູນກາງພັກກອມມູນິດ ຈີນ ຂໍສະແດງຄວາມຊົມເຊີຍຢ່າງ ສຸດອົກສຸດໃຈມາຍັງພັກປະຊາຊົນ ປະຕິວັດລາວ ແລະ ປະຊາຊົນລາວ ບັນດາເຜົ່າ. ໃນ 70 ປີ ທີ່ຜ່ານມາ, ພັກປະຊາຊົນປະຕິວັດລາວ ໄດ້ນໍາ ພາປະຊາຊົນລາວປົດປ່ອຍ ແລະ ຍາດໄດ້ຄວາມເອກະພາບຂອງປະ ເທດຊາດ, ໄດ້ຮັບຜົນສໍາເລັດອັນ ສະຫງ່າງາມໃນການສ້າງສາສັງ ຄົມນິຍົມ ແລະ ພາລະກິດປ່ຽນແປງ ໃໝ່ ໂດຍສະເພາະແມ່ນນັບແຕ່ກອງ ປະຊຸມໃຫຍ່ ຄັ້ງທີ XI ເປັນຕົ້ນມາ, ສູນກາງພັກ ປປ ລາວ ໄດ້ສຸມໃສ່ ການປັບປຸງບູລະນະການນໍາພາ ຂອງພັກ, ຮັກສາສະຖຽນລະພາບ ທາງດ້ານການເມືອງ ແລະ ສັງຄົມ, ເສດຖະກິດມີການພັດທະນາຢ່າງ ຕໍ່ເນື່ອງ, ຊີວິດການເປັນຢູ່ຂອງ ປະຊາຊົນນັບມື້ນັບດີຂຶ້ນ, ບົດບາດ ໃນເວທີສາກົນໄດ້ຍົກສູງຂຶ້ນຢ່າງບໍ່ ຢຸດຢັ້ງ, ພັກແລະປະຊາຊົນຈີນຮູ້ສຶກ ປິຕິຊົມຊື່ນນໍາພັກປະຊາຊົນ ປະຕິວັດ ລາວ ແລະ ເຊື່ອໝັ້ນວ່າ, ພາຍໃຕ້ ການນໍາພາອັນສະຫລາດສ່ອງໃສ ຂອງສູນກາງພັກ ທີ່ຖືສະຫາຍ ທອງ ລຸນ ສີສຸລິດ ເປັນເລຂາທິການໃຫຍ່, ພັກ ແລະ ປະຊາຊົນລາວ ຈະສືບ ຕໍ່ຊຸກຍູ້ການສ້າງສາສັງຄົມນິຍົມ ແລະ ພາລະກິດປ່ຽນແປງໃໝ່ ແລະ ຍາດໄດ້ຜົນສຳເລັດທີ່ຈົບງາມ ເພື່ອ ຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ ຄັ້ງ ທີ XII ຂອງພັກປະຊາຊົນ ປະຕິວັດ ລາວ ຢ່າງສະຫງ່າລາສີ. ໃນນາມເ ປັນສະຫາຍອ້າຍ ນ້ອງສັງຄົມນິຍົມ, ພັກ, ລັດ ແລະ ປະຊາຊົນຈີນ ຍາມໃດກໍຖືພັກ, ລັດ ແລະ ປະຊາຊົນລາວ ເປັນເພື່ອນ ມິດ ແລະ ຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈ, ໃຫ້ຄວາມສໍາຄັນຕໍ່ການພັດທະນາ ສາຍພົວພັນຈີນ-ລາວ ທີ່ມີຄວາມ ໝາຍທາງດ້ານຍຸດທະສາດ ແລະ ອະນາຄົດອັນຍາວໄກ. ໃນເດືອນ 10 ປີ 2023, ສະຫາຍ ສີຈິ້ນຜິງ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປ ຈີນ ແລະ ສະຫາຍ ທອງ ລຸນ ສີສຸລິດ ເລຂາທິການໃຫຍ່, ປະ ທານປະເທດ ແຫ່ງ ສປປ ລາວ ໄດ້ ຮ່ວມກັນລົງນາມໃນແຜນແມ່ບົດ ວ່າດ້ວຍການສ້າງຄູ່ຮ່ວມຊາຕາກຳ ຈີນ-ລາວ ສະບັບໃໝ່ ເຊິ່ງເປັນ ແຜນແມ່ບົດທີ່ຊີ້ນໍາການພັດທະນາ ສາຍພົວພັນ ຈີນ-ລາວ ແລະ ການ ສ້າງຄູ່ຮ່ວມຊາຕາກຳ ຈີນ-ລາວ ໃນຍຸກສະໄໝໃໝ່. ພາຍໃຕ້ການ ຊີ້ນໍາທາງດ້ານຍຸດທະສາດຂອງ ການນໍາສູງສຸດສອງພັກ, ສອງ ລັດ, ການສ້າງຄູ່ຮ່ວມຊາຕາກຳ ຈີນ-ລາວ ນັບມື້ນັບກ້າວເຂົ້າສູ່ລວງ ເລິກ ແລະ ໄດ້ຮັບໝາກຜົນຈໍານວນ ຫລວງຫລາຍ, ໄດ້ສ້າງຄວາມຜາ ສຸກໃຫ້ແກ່ປະຊາຊົນສອງຊາດຢ່າງ ແທ້ຈິງ. ໃນສະເພາະໜ້ານີ້, ສປ ຈີນ ກໍາ ລັງຊຸກຍູ້ການຫັນເປັນທັນສະໄໝ ແບບຈີນ, ສປປ ລາວ ກໍກຳລັງຢູ່ ໄລຍະສໍາຄັນຂອງການສ້າງສາ ພັດທະນາປະເທດຊາດ. ພັກກອມ ມູນິດຈີນ ຍິນດີຮ່ວມກັນກັບພັກ ປະຊາຊົນປະຕິວັດລາວ ຈັດຕັ້ງປະ ຕິບັດຄວາມຮັບຮູ້ເປັນເອກະພາບກັນ ຂອງການນໍາສູງສຸດສອງຝ່າຍ, ເພີ່ມ ທະວີການໄປມາຫາສູ່ກັນລະຫວ່າງ ການນໍາຂັ້ນສູງ ແລະ ການປຶກສາ ຫາລືທາງດ້ານຍຸດທະສາດ, ຮັດ ແໜ້ນຄວາມໄວ້ເນື້ອເຊື່ອໃຈທາງ ດ້ານການເມືອງ, ເປີດກວ້າງການ ຮ່ວມມືທີ່ເປັນຮູບປະທໍາໃນຂົງເຂດ ຕ່າງໆ, ລົງເລິກການແລກປ່ຽນ ບົດຮຽນ ແລະ ທິດສະດີທາງດ້ານ ການຄຸ້ມຄອງພັກ ແລະ ບໍລິຫານ ລັດ, ຮ່ວມກັນຊອກຫາເສັ້ນທາງ ພັດທະນາສັງຄົມນິຍົມທີ່ສອດຄ່ອງ ກັບປະເທດຕົນເອງ, ຊຸກຍູ້ສ້າງຄູ່ ຮ່ວມຊາຕາກຳ ຈີນ-ລາວ ໃຫ້ມີ ມາດຕະຖານສູງ, ຄຸນນະພາບສູງ ແລະ ລະດັບສູງກວ່າເກົ່າ. ອວຍພອນໃຫ້ການສ້າງສາສັງ ຄົມນິຍົມ ແລະ ພາລະກິດປ່ຽນແປງ ໃໝ່ຂອງປະເທດລາວ ພາຍໃຕ້ການ ນໍາພາຂອງພັກປະຊາຊົນ ປະຕິວັດ ລາວ ຈົ່ງຍາດໄດ້ຜົນສໍາເລັດຢ່າງ ຈົບງາມ ! ອວຍພອນໃຫ້ສາຍພົວພັນ ມິດຕະພາບທີ່ເປັນມູນເຊື້ອລະຫວ່າງ ປະເທດຈີນ ກັບ ປະເທດລາວ ຈົ່ງ ໝັ້ນຄົງຂະໜົງແກ່ນ ! ອວຍພອນ ໃຫ້ການສ້າງຄູ່ຮ່ວມຊາຕາກຳ ຈີນລາວ ນັບມື້ນັບໄດ້ຮັບໝາກຜົນ ຍິ່ງໆຂຶ້ນ.

xtgmf]k; 3 21/03/2025 0j k; c]t gsfdko dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj '.l gxa ofu 9y 8vo c]t p5 8y me ©“’ ž່າຕÊ່ Ž ພັກປະຊາຊົນ ປະຕິວັດລາວ ໄດ້ຕັ້ງໜ້າເປັນເຈົ້າການ, ມີຄວາມ ຮັບຜິດຊອບໃນບັນດາການເຄື່ອນ ໄຫວວຽກງານພົວພັນການຕ່າງ ປະເທດສາຍພັກ, ວຽກງານການ ທູດສາຍລັດ ແລະ ການທູດປະຊາ ຊົນ. ມາເຖິງປັດຈຸບັນ, ພັກປະຊາຊົນ ປະຕິວັດ ລາວມີສາຍພົວພັນກັບ 145 ພັກການເມືອງ, ມີການພົວ ພັນການທູດກັບ 151 ປະເທດ, ມີ ສຳນັກງານການທູດລາວປະຈຳຢູ່ 27 ປະເທດ ແລະ ມີສາຍພົວພັນ ສາກົນຢ່າງກວ້າງຂວາງ. ວຽກ ງານການຕ່າງປະເທດນັບມື້ນັບໄດ້ ເປີດກວ້າງ ແລະ ພັດທະນາ, ສ້າງ ສະພາບແວດລ້ອມອຳນວຍຄວາມ ສະດວກໃຫ້ແກ່ພາລະກິດປົກປັກ ຮັກສາ ແລະ ສ້າງສາພັດທະນາປະ ເທດລາວ ແລະ ສ້າງຄວາມໄວ້ເນື້ອ ເຊື່ອໃຈອັນໜັກແໜ້ນໃນການຍາດ ແຍ່ງ ແລະ ໄດ້ຮັບເອົາການສະ ໜັບສະໜູນຊ່ວຍເຫລືອຈາກບັນດາ ປະເທດເພື່ອນມິດຍຸດທະສາດ ແລະ ວົງຄະນາຍາດສາກົນບົນຈິດໃຈເອ ກະລາດ, ເປັນເຈົ້າຕົນເອງ, ເພິ່ງຕົນ ເອງ, ສ້າງຄວາມເຂັ້ມແຂງດ້ວຍ ຕົນເອງ ແລະ ບົນພື້ນຖານເສີມຂະ ຫຍາຍເນື້ອໃນຈິດໃຈມະຕິກອງປະ ຊຸມໃຫຍ່ຄັ້ງທີXI ຂອງພັກວາງອອກ ຕາມກຳນົດທິດ hເພີ່ມທະວີຄວາມ ເປັນເຈົ້າການໃນການດຳເນີນປະ ຕິບັດແນວທາງການຕ່າງປະເທດ, ສ້າງເງື່ອນໄຂສະດວກ ແລະ ນຳ ເອົາຜົນປະໂຫຍດຕົວຈິງໃຫ້ແກ່ ການພັດທະນາປະເທດຊາດi. ra dxt-k-q o xt8y ;a f]k; .ork]tdy f xq dxa dIa dlk c]t lh k'lkra fmtokxtgmf]k; (ເນື່ອງໃນໂອກາດສະເຫລີມສະຫລອງວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 70 ປີ (22/3/1955-22/3/2025) ໂດຍ: ເອກອັກຄະລັດຖະທູດຜູ້ມີອຳ ນາດເຕັມ ແຫ່ງ ສາທາລະນະລັດ ສັງຄົມ ນິຍົມຫວຽດນາມ ປະຈຳ ແຫ່ງ ສາທາລະ ນະລັດ ປະຊາທິປະໄຕ ປະຊາຊົນລາວ ຕໍ່າ‹¤—Å —‹່ອນ ພັກກອມມູນິດຫວຽດນາມ ແລະ ປະຊາຊົນຫວຽດນາມ ມີຄວາມປິຕິ ຊົມຊື່ນເປັນຢ່າງຍິ່ງ, ຕີລາຄາສູງ ແລະ ຊົມເຊີຍຕໍ່ບັນດາຜົນສຳເລັດ ແລະ ໄຊຊະນະອັນໃຫຍ່ຫລວງ ເຊິ່ງ ພັກປະຊາຊົນ ປະຕິວັດລາວຍາດ ມາໄດ້ໃນຕະຫລອດບົນເສັ້ນທາງ 70 ປີຜ່ານມາ. ບັນດາຜົນສຳເລັດ ຂອງພັກປະຊາຊົນ ປະຕິວັດລາວ ບໍ່ພຽງແຕ່ມີຄວາມໝາຍເລິກເຊິ່ງ ຕໍ່ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດລາວ ເທົ່າ ນັ້ນ, ຫາກຍັງແມ່ນແຫລ່ງກຳລັງ ໃຈອັນໃຫຍ່ຫລວງຕໍ່ພັກ, ລັດ ແລະ ປະຊາຊົນຫວຽດນາມໃນພາລະກິດ ແຫ່ງການປ່ຽນແປງໃໝ່, ປົກປັກ ຮັກສາ ແລະ ສ້າງສາພັດທະນາປະ ເທດຫວຽດນາມໃນປັດຈຸບັນ. ພັກ, ລັດ ແລະ ປະຊາຊົນຫວຽດ ນາມ ສະໜັບສະໜູນຢ່າງແຂງແຮງ ຕໍ່ພາລະກິດແຫ່ງການປ່ຽນແປງ ໃໝ່ຢູ່ລາວ ແລະ ເຊື່ອໝັ້ນຢ່າງໜັກ ແໜ້ນວ່າພັກ, ລັດ ແລະ ປະຊາຊົນ ລາວອ້າຍນ້ອງ ຈະສືບຕໍ່ຍາດໄດ້ ຫລາຍຜົນສຳເລັດໃໝ່, ໃຫຍ່ຫລວງ ກວ່າເກົ່າໃນພາລະກິດແຫ່ງການ ປ່ຽນແປງໃໝ່, ປະຕິບັດມະຕິຂອງ ປະຊຸມໃຫຍ່ຄັ້ງທີ XI ຂອງພັກ ປະຊາຊົນ ປະຕິວັດ ລາວຢ່າງມີໄຊ, ຈັດຕັ້ງສຳເລັດຜົນກອງປະຊຸມອົງ ຄະນະພັກຂັ້ນຕ່າງໆ ເພື່ອກ້າວສູ່ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກໃນຕົ້ນປີ 2026; ສ້າງສຳເລັດຜົນປະເທດລາວສັນ ຕິພາບ, ເອກະລາດ, ປະຊາທິປະ ໄຕ, ເອກະພາບ ແລະ ວັດທະນາຖາ ວອນຕາມເປົ້າໝາຍສັງຄົມນິຍົມ. ພວກເຮົາປິຕິຊົມຊື່ນເປັນຢ່າງ ຍິ່ງສັງເກດເຫັນວ່າ, ພ້ອມໆກັບບັນ ດາຜົນສຳເລັດອັນສຳຄັນເຊິ່ງສອງ ພັກ, ສອງລັດ ແລະ ປະຊາຊົນສອງ ປະເທດຍາດມາໄດ້ໃນເວລາຜ່ານ ມາ, ສາຍພົວພັນມິດຕະພາບຍິ່ງ ໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ, ຫາຍາກ ໃນໂລກລະຫວ່າງຫວຽດນາມລາວ ໂດຍປະທານ ໂຮ່ຈີ່ມິງ ຜູ້ນຳ ຍິ່ງໃຫຍ່ ແລະ ປະທານ ໄກສອນ ພົມວິຫານ, ປະທານ ສຸພານຸວົງ ແສນເຄົາລົບຮັກກໍ່ຮ່າງສ້າງຕົວ, ຝຶກຝົນຫລໍ່ຫລອມ ແລະ ໄດ້ບັນດາ ຮຸ່ນການນຳສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດ ເພີ່ມ ພູນຄູນສ້າງ, ໄດ້ປັບປຸງ ແລະ ພັດ ທະນາຢ່າງບໍ່ຢຸດຢັ້ງ ນັບມືີ້ນັບເຂົ້າ ສູ່ລວງເລິກ, ແທດຈິງ ແລະ ມີປະ ສິດທິຜົນໃນທຸກຂົງເຂດ, ນຳເອົາ ຜົນປະໂຫຍດໃຫ້ແກ່ປະຊາຊົນແຕ່ ລະປະເທດ, ປະກອບສ່ວນຢ່າງຕັ້ງ ໜ້າເຂົ້າໃນພາລະກິດແຫ່ງການ ປ່ຽນແປງໃໝ່, ການປົກປັກຮັກ ສາ ແລະ ສ້າງສາປະເທດຢູ່ແຕ່ລະ ປະເທດ, ປະກອບສ່ວນເຂົ້າສັນຕິ ພາບ, ຄວາມເປັນສະຖຽນລະພາບ, ການຮ່ວມມື ແລະ ພັດທະນາຢູ່ພາກ ພື້ນ ແລະ ສາກົນ. ພັກ, ລັດ ແລະ ປະຊາຊົນຫວຽດ ນາມຍາມໃດກໍນັບຖື, ຈົດຈຳລຳ ລຶກ, ຮູ້ບຸນຄຸນຢ່າງເລິກເຊິ່ງຕໍ່ການ ສະໜັບສະໜູນຢ່າງແຂງແຮງ, ການຊ່ວຍເຫລືອອັນໃຫຍ່ຫລວງ, ອັນປະເສີດ, ມິດຈິດມິດໃຈ ແລະ ມີ ປະສິດທິຜົນເຊິ່ງພັກ, ລັດ ແລະ ປະ ຊາຊົນລາວອ້າຍນ້ອງ ໃຫ້ແກ່ພັກ, ລັດ ແລະ ປະຊາຊົນຫວຽດນາມ ໃນຕະຫລອດວິວັດຂະບວນການ ຕໍ່ສູ້ປົດປ່ອຍປະເທດຊາດໃນເມື່ອ ກ່ອນ, ກໍຄືໃນພາລະກິດແຫ່ງການ ປ່ຽນແປງໃໝ່, ປົກປັກຮັກສາ ແລະ ພັດທະນາປະເທດຊາດໃນປັດຈຸ ບັນ. ພັກ, ລັດແລະປະຊາຊົນຫວຽດ ນາມຈະເຮັດສຸດຄວາມສາມາດ ຂອງຕົນ ຮ່ວມກັບພັກ, ລັດ ແລະ ປະຊາຊົນລາວ ເພື່ອປົກປັກຮັກສາ ແລະ ເພີ່ມພູນຄູນສ້າງຢ່າງບໍ່ຢຸດ ຢັ້ງໃຫ້ແກ່ສາຍພົວພັນສາມັກຄີ ພິເສດຫວຽດນາມ-ລາວ ນັບມື້ນັບ ຂະຫຍາຍຕົວຂຶ້ນສູ່ລະດັບໃໝ່, ຂຽວ ສົດງົດງາມ, ໝັ້ນຄົງຂະໜົງແກ່ນ ຊົ່ວກາລະນານ. ພັກ, ລັດ ແລະ ປະຊາຊົນຫວຽດ ນາມ ສະແດງຄວາມເຊື່ອໝັ້ນວ່າ ດ້ວຍຄວາມຍຶດໝັ້ນກ່ຽວກັບເປົ້າ ໝາຍ, ອຸດົມການເອກະລາດຊົນ ຊາດ, ຍຶດໝັ້ນລັດທິມາກ-ເລນິນ, ແນວຄິດ ໄກສອນ ພົມວິຫານ ແລະ ມູນເຊື້ອອັນດີງາມຂອງພັກເປັນ ພື້ນຖານດ້ານແນວຄິດ, ທິດສະດີ ຂອງພັກ, ເປັນເຂັມຊີ້ທິດເຍືອງ ທາງໃຫ້ແກ່ການຈັດຕັ້ງ ແລະ ການ ເຄື່ອນໄຫວຂອງພັກ ຮ່ວມກັບບັນ ດາບົດຮຽນອັນປະເສີດ, ພຶດຕິກຳ ຕົວຈິງໃນຕະຫລອດ 70 ປີແຫ່ງ ການສ້າງສາ ແລະ ພັດທະນາໃນ ພາລະກິດນຳພາ, ຊີ້ນຳຕໍ່ສູ້ຍາດເອ ກະລາດຊົນຊາດໃນເມື່ອກ່ອນ ແລະ ພາລະກິດປົກປັກຮັກສາ, ສ້າງສາ ປະເທດຊາດໃນປັດຈຸບັນ, ພັກປະຊາ ຊົນ ປະຕິວັດລາວ ຈະສຳເລັດພາ ລະກິດສ້າງສາ ແລະ ພັດທະນາ ລະບອບປະຊາທິປະໄຕປະຊາຊົນ ຢ່າງແນ່ນອນ, ສືບຕໍ່ນຳພາປະເທດ ຊາດກ້າວຂຶ້ນຕາມເສັ້ນທາງສັງຄົມ ນິຍົມ, ປະຊາຊົນຮັ່ງມີ, ປະເທດຊາດ ເຂັ້ມແຂງ, ສັງຄົມສາມັກຄີເປັນ ເອກະພາບ, ປະຊາທິປະໄຕ, ຍຸຕິທຳ ແລະ ສີວິໄລ. xa [x5 ';Pd'ko75h ,7v'rtoa d'ko{ ]a f4tdvo .sh g0Q kl6j ]t[q [8k,my fdtma fIa f * ທ່ານ ວິໄລວົງ ບຸດດາຄຳ ລັດຖະມົນຕີກະຊວງພາຍໃນ ໄດ້ ສະເໜີປັບປຸງກົດໝາຍວ່າດ້ວຍພະ ນັກງານ-ລັດຖະກອນຕໍ່ກອງປະຊຸມ ສະໄໝວິສາມັນເທື່ອທີ 2 ຂອງ ສະພາແຫ່ງຊາດ ຊຸດທີ IX ວ່າ: ຜ່ານການຈັດຕັ້ງປະຕິບັດຕົວຈິງຍັງ ພົບຂໍ້ຫຍຸ້ງຍາກຕ່າງໆເຊັ່ນ: ບາງ ພາກສ່ວນຍັງມີຄວາມເຂົ້າໃຈຄາດ ເຄື່ອນຕໍ່ກັບຈຸດປະສົງ, ເນື້ອໃນແລະ ຂັ້ນຕອນວິທີການຈັດຕັ້ງປະຕິບັດ ເນື້ອໃນມາດຕາຕ່າງໆຂອງກົດ ໝາຍ ແລະ ນິຕິກຳໃຕ້ກົດໝາຍ ພາ ໃຫ້ການປະຕິບັດວຽກງານຍັງບໍ່ທັນ ເປັນເອກະພາບສູງ ແລະ ຖືກຕ້ອງ ຕາມຈຸດປະສົງຂອງນິຕິກຳ; ການ ເຜີຍແຜ່ເຊື່ອມຊຶມກົດໝາຍ ແລະ ນິຕິກໍາທີ່ກ່ຽວຂ້ອງ ບາງຄັ້ງຍັງມີ ຄວາມຊັກຊ້າ ແລະ ບໍ່ທົ່ວເຖິງ; ເນື້ອ ໃນນິຕິກໍາໃຕ້ກົດໝາຍບາງສະບັບ ຍັງບໍ່ແທດເໝາະ ແລະ ບໍ່ສາມາດ ປະຕິບັດໄດ້ຢ່າງເຕັມສ່ວນ, ຈຳເປັນ ຕ້ອງໄດ້ຄົ້ນຄວ້າປັບປຸງຄືນ ເຮັດ ໃຫ້ແກ່ຍາວເວລາໃນການນໍາໄປ ປະຕິບັດ ແລະ ຜັນຂະຫຍາຍ. ອີງໃສ່ແນວທາງນະໂຍບາຍ ປ່ຽນແປງໃໝ່ທີ່ມີຫລັກການ ແລະ ວຽກງານຈຸດສຸມຂອງພັກ ແລະ ລັດຖະບານ, ການຜັນຂະຫຍາຍ ມະຕິວ່າດ້ວຍສືບຕໍ່ຍູ້ແຮງການຜັນ ຂະຫຍາຍແນວທາງປ່ຽນແປງໃໝ່ ໃນການນຳພາຂອງພັກ ສະບັບ ເລກທີ 05/ຄບສພ, ມະຕິວ່າດ້ວຍ ການປັບປຸງກົງຈັກການຈັດຕັ້ງ ຂອງຄະນະບໍລິຫານສູນກາງພັກ ເລກທີ 03/ຄບສພ, ຮ່າງລັດຖະ ທຳມະນູນ (ສະບັບປັບປຸງ), ຮ່າງ ກົດໝາຍວ່າດ້ວຍການປົກຄອງ ທ້ອງຖິ່ນ (ສະບັບປັບປຸງ) ແລະ ນິຕິກໍາອື່ນໆ, ແຜນພັດທະນາເສດ ຖະກິດ-ສັງຄົມແຫ່ງຊາດ, ຍຸດທະ ສາດວຽກງານຄຸ້ມຄອງລັດຖະ ກອນ ຂອງ ສປປ ລາວ ຮອດປີ 2030 ສົມທົບກັບພຶດຕິກຳຕົວຈິງ ໃນການຈັດຕັ້ງປະຕິບັດບັນດານິຕິ ກຳກ່ຽວກັບວຽກງານຄຸ້ມຄອງ ພະນັກງານ-ລັດຖະກອນ ໃນໄລຍະ 10 ປີຜ່ານມາ (2015-2025) ແລະ ອີງໃສ່ຜົນການລົງປະເມີນ, ທາບທາມຄຳເຫັນຈາກບັນດາ ພາກສ່ວນຮັບຜິດຊອບວຽກງານ ຄຸ້ມຄອງລັດຖະກອນໃນຂອບເຂດ ທົ່ວປະເທດ ເຫັນວ່າມີຄວາມຈຳ ເປັນຕ້ອງໄດ້ປັບປຸງກົດໝາຍວ່າ ດ້ວຍພະນັກງານ-ລັດຖະກອນ ເພື່ອ ໃຫ້ເປັນບ່ອນອີງໃນການຈັດຕັ້ງ ປະຕິບັດວຽກງານຄຸ້ມຄອງລັດຖະ ກອນ ໃຫ້ແທດເໝາະກັບຄວາມ ຮຽກຮ້ອງຕ້ອງການໃນການພັດທະ ນາເສດຖະກິດ-ສັງຄົມໃນໄລຍະ ໃໝ່ ໂດຍສະເພາະຂອດການຈັດຕັ້ງ ປະຕິບັດວຽກງານຄຸ້ມຄອງພະນັກ ງານ-ລັດຖະກອນໃນປັດຈຸບັນ ແລະ ຕໍ່ໜ້າ, ຄະນະຮັບຜິດຊອບໄດ້ຄົ້ນ ຄວ້າ ແລະ ສະເໜີປັບປຸງຂອບເຂດ ການນໍາໃຊ້ກົດໝາຍ, ອາຍຸເຂົ້າເປັນ ລັດຖະກອນ, ອາຍຸກະສຽນບຳນານ, ຊື່ເອີ້ນຕຳແໜ່ງບໍລິຫານ, ຂັ້ນຂອງ ຕຳແໜ່ງວິຊາການ, ສິດ ແລະ ໜ້າທີ່ ຂອງອົງການຄຸ້ມຄອງພະນັກງານລັດຖະກອນ ຂັ້ນສູນກາງ ແລະ ຂັ້ນ ຕາແສງ ແລະ ອື່ນໆ. ທ່ານ ວິໄລວົງ ບຸດດາຄຳ ໃຫ້ຮູ້ ຕື່ມວ່າ: ເມື່ອຮ່າງກົດໝາຍສະບັບ ນີ້ ຖືກຮັບຮອງ ແລະ ປະກາດໃຊ້ ຢ່າງເປັນທາງການ ຈະເປັນນິຕິກຳ ທີ່ເປັນເຄື່ອງມືອັນສຳຄັນໃຫ້ແກ່ ບັນດາກະຊວງ, ອົງການຂັ້ນສູນ ກາງ ແລະ ອົງການປົກຄອງທ້ອງ ຖິ່ນແຕ່ລະຂັ້ນ ໃນການຄຸ້ມຄອງ ພະນັກງານ-ລັດຖະກອນ ນຳໄປຈັດ ຕັ້ງປະຕິບັດ ແລະ ຜັນຂະຫຍາຍ ຢ່າງລວມສູນ ແລະ ເປັນເອກະພາບ ໃນຂອບເຂດທົ່ວປະເທດ; ເປັນບ່ອນ ອີງໃຫ້ແກ່ບັນດາຂະແໜງການທີ່ ກ່ຽວຂ້ອງ ນຳໄປຜັນຂະຫຍາຍ ແລະ ຄົ້ນຄວ້າອອກນິຕິກຳໃຕ້ກົດ ໝາຍ ເພື່ອຄຸ້ມຄອງພະນັກງານລັດຖະກອນ ສອດຄ່ອງກັບສະພາບ ການຂະຫຍາຍຕົວທາງດ້ານເສດ ຖະກິດ-ສັງຄົມ ແລະ ຈຸດພິເສດແຕ່ ລະຂະແໜງການ; ອົງການຈັດຕັ້ງ ພັກ-ລັດແຕ່ລະຂັ້ນມີກົນໄກບໍລິຫານ ແລະ ຄຸ້ມຄອງພະນັກງານ-ລັດຖະ ກອນ ທີ່ສອດຄ່ອງກັບແນວທາງ ປ່ຽນແປງໃໝ່ຢ່າງມີຫລັກການ ຂອງພັກ, ລະບຽບກົດໝາຍຂອງ ລັດ, ການພັດທະນາເສດຖະກິດສັງຄົມ, ທ່າອຽງຂອງຍຸກສະໄໝ ຂອງພາກພື້ນ ແລະ ສາກົນ; ວຽກ ງານຄຸ້ມຄອງພະນັກງານ-ລັດຖະ ກອນ ຈະໄດ້ຮັບການປັບປຸງເຂົ້າສູ່ ລະບົບ, ມີຄວາມເປັນເອກະພາບ ຕາມທິດກະທັດຮັດ, ໂລ່ງລ່ຽນ, ມີ ປະສິດທິພາບ ແລະ ເຂັ້ມແຂງ ທີ່ ກຳນົດໃນມະຕິວ່າດ້ວຍການປັບປຸງ ກົງຈັກການຈັດຕັ້ງ ຂອງຄະນະ ບໍລິຫານສູນກາງພັກ ເລກທີ 03/ ຄບສພ, ລົງວັນທີ 12 ມີນາ 2025. 7;k,\kple7a o0v'[A oIq [xh v'da o8q ;g,n v'mj kc0d (ວັນທີ 21 ມີນາ 1946-21 ມີນາ 2025 ຄົບຮອບ 79 ປີ) —Ê “¤§ໜÇ * ວັນທີ 21 ມີນາ ແມ່ນວັນໜຶ່ງທີ່ ສຳຄັນໃນປະຫວັດສາດຂອງຊາດ ລາວເຮົາ; ເວົ້າລວມ, ເວົ້າສະເພາະ ແມ່ນປະຊາຊົນ ເມືອງທ່າແຂກ ກໍຄື ປະຊາຊົນພາຍໃນ ແຂວງຄໍາມ່ວນ ຈົດຈໍາໄດ້ຢ່າງບໍ່ມີມື້ຫລົງລືມເພາະ ກ່ອນໜ້ານີ້ ຄື ວັນທີ 21 ມີນາ ປີ 1946 ພວກລ່າເມືອງຂຶ້ນແບບເກົ່າ ທີ່ເຄີຍປະລາໄຊຢູ່ລາວ ໄດ້ກັບຄືນ ມາຮຸກຮານລາວອີກຄັ້ງໃໝ່. ເພື່ອ ສະກັດກັ້ນ, ຕ້ານຢັນການບຸກລຸກ ຄັ້ງໃໝ່ຂອງພວກສັດຕູ, ທະຫານ ແລະ ປະຊາຊົນລາວບັນດາເຜົ່າ ໄດ້ສົມທົບກັບກໍາລັງປະກອບອາ ວຸດຫວຽດນາມຢູ່ລາວ ດໍາເນີນ ການຕໍ່ສູ້ຕີຕ້ານການບຸກລຸກບຽດ ຢຶດ ຂອງສັດຕູຢູ່ຕົວເມືອງຕ່າງໆ, ໃນນີ້ ເດັ່ນກວ່າໝູ່ແມ່ນບັ້ນຮົບປ້ອງ ກັນຕົວເມືອງທ່າແຂກ ຊຶ່ງເປັນ ຈຸດຍຸດທະສາດ ສໍາຄັນຂອງການ ປະຕິວັດໃນເວລານັ້ນ. ຄະນະບັນຊາ ການທະຫານ ແລະ ຄະນະຮັບຜິດ ຊອບຮັກສາຕົວເມືອງທ່າແຂກ ແມ່ນ ປະທານ ສຸພານຸວົງ ເປັນຜູ້ ບັນຊາການສູງສຸດ ໄດ້ນໍາພາກໍາ ລັງປະກອບອາວຸດຂອງລາວ ແລະ ຊາວຫຽດນາມ ຕໍ່ສູ້ຢ່າງດຸເດືອດ, ເດັດດ່ຽວ ແລະ ອາດຫານທີ່ສຸດ. ຍ້ອນແນວນັ້ນ, ໄລຍະຜ່ານມາພວກ ເຮົາຈຶ່ງພ້ອມກັນລະນຶກວັນທີ 21 ມີນາ 1946 ເປັນວັນແຫ່ງຄວາມ ຄຽດແຄ້ວນສັດຕູຜູ້ຮຸກຮານ. ບັ້ນຮົບປ້ອງກັນຕົວເມືອງທ່າ ແຂກ ແມ່ນໜຶ່ງໃນບັ້ນຮົບຕໍ່ສູ້ທີ່ ສຳຄັນທີ່ສຸດຢູ່ໃນລາວ, ມັນບໍ່ພຽງ ແຕ່ເປັນ hວັນຄຽດແຄ້ນi ຂອງປະ ຊາຊົນລາວ ຕໍ່ພວກລ່າເມືອງຂຶ້ນ ແບບເກົ່າຜູ້ຮຸກຮານ, ມັນຍັງເປັນ ວັນສາມັກຄີຕໍ່ສູ້ດ້ວຍເລືອດເນື້ອ ເປັນຕາຍນຳກັນລະຫວ່າງ 2 ຊາດ ລາວ-ຫວຽດນາມ ອ້າຍນ້ອງ ທີ່ ເປັນແວ່ນແຍງອັນເຫລື້ອມໃສຂອງ ນ້ຳໃຈສູ້ຮົບຢ່າງພິລະອາດຫານ ບໍ່ ຍອມຈຳນົນຂອງກອງທັບ ແລະ ປະຊາຊົນເມືອງທ່າແຂກ ກໍຄືການ ບັນຊາທີ່ເດັດດ່ຽວໜຽວແໜ້ນ ຂອງ ຄະນະກອງບັນຊາການກຳລັງປະ ກອບອາວຸດພວກເຮົາ ໂດຍແມ່ນ ປະທານ ສຸພານຸວົງ ເປັນຜູ້ນຳໜ້າ, ມັນໄດ້ຝັງເລິກໃນດວງໃຈຂອງປະ ຊາຊົນລາວ ແລະ ຫວຽດນາມ ຕ່າງ ດ້າວ ທີ່ຮັກຊາດຈົນຊົ່ວກາລະນານ. ບັ້ນຮົບດັ່ງກ່າວ ເຖິງຈະບໍ່ໄດ້ ຮັບໄຊຊະນະ ແລະ ຖືກນອງເລືອດ ກໍ່ຕາມ ແຕ່ມັນກໍເປັນການປຸກ ລະດົມນ້ຳໃຈຮັກຊາດ, ຄຽດແຄ້ນ ສັດຕູຂອງປະຊາຊົນລາວບັນດາ ເຜົ່າ ພ້ອມກັນລຸກຮືຂຶ້ນຢ່າງເປັນ ຂະບວນຕໍ່ສູ້ຕ້ານການຮຸກຮານ ຂອງພວກລ່າເມືອງຂຶ້ນແບບເກົ່າ. ພ້ອມນັ້ນ ຍັງພິສູດໃຫ້ເຫັນເຖິງ ຄວາມສະຫລາດ, ຄວາມເກັ່ງກ້າ ສາມາດ ແລະ ມີໄຫວພິບໃນການ ຊີ້ນຳ ແລະ ບັນຊາສູ້ຮົບຂອງກຳລັງ ປະຕິວັດລາວ. ບັ້ນຮົບທ່າແຂກ ໄດ້ພິສູດໃຫ້ ເຫັນວ່າ ປະທານ ສຸພານຸວົງ ບໍ່ພຽງ ແຕ່ເປັນເຊື້ອເຈົ້າ, ເປັນນັກຮຽນຮູ້ ແລະ ນັກວິສະວະກອນທີ່ໂດດເດັ່ນ ເທົ່ານັ້ນ ແຕ່ຍັງເປັນນັກຮົບປະຕິວັດ ທີ່ກ້າແກ່ນ, ເປັນຜູ້ບັນຊາການທະ ຫານ ທີ່ມີຄວາມຊຳນິຊຳນານ ໃນ ການວາງແຜນສູ້ຮົບ, ຈັດຕັ້ງສູ້ຮົບ ແລະ ເປັນຜູ້ທີ່ກ້າເສຍສະລະ ເພື່ອ ປະເທດຊາດ ຢ່າງອົງອາດກ້າຫານ ທັງຮູ້ປັບປຸງກໍ່ສ້າງກຳລັງ ແລະ ຮູ້ ສຶກສາອົບຮົມຊາວໜຸ່ມໃຫ້ມີຈິດໃຈ ຮັກຊາດຂຶ້ນສູ່ລະດັບສູງ. ບັ້ນຮົບທ່າແຂກ ໄດ້ສະແດງ ໃຫ້ປະຊາຊົນລາວ ແລະ ຊາວໂລກ ເຫັນແຈ້ງເຖິງທາດແທ້ຄວາມປ່າ ເຖື່ອນ, ໂຫດຫ້ຽມສາມານຂອງ ພວກລ່າເມືືອງຂຶ້ນ ທີ່ມີຕໍ່ປະຊາຊົນ ລາວ ໂດຍສະເພາະແມ່ນຊາວເມືອງ ທ່າແຂກ. ບັ້ນຮົບດັ່ງກ່າວ ໄດ້ ກາຍເປັນເຫດການປະຫວັດສາດ ແຫ່ງການຕໍ່ສູ້ພິລະອາດຫານຂອງ ປະຊາຊົນລາວ ແລະ ກາຍເປັນ ກະແສຟອງໃຫ້ແກ່ການປະຕິວັດ ຊາດ ປະຊາທິປະໄຕ ຂອງພວກ ເຮົາກ້າວໄປສູ່ການປົດປ່ອຍຊາດ ຢ່າງສົມບູນ.

RkJQdWJsaXNoZXIy MTc3MTYxMQ==