ພັກ-ລັດຖະບານ ຊຸກຍູ້-ສົ່ງເສີມ ທົ່ວປວງຊົນ ຫັນມາຊົມໃຊ້ສິນຄ້າພາຍໃນ ທົດແທນການນຳເຂົ້າ

17/03/2025 12:33
Email Print 183
ຂປລ ຂປລ. ຕະຫລອດ​ໄລຍະ​ຜ່ານ​ມາ, ພັກ ແລະ ລັດຖະບານລາວ ຍາມໃດກໍໄດ້ຊຸກຍູ້ສົ່ງເສີມ, ນຳ ພາ-ຊີ້ນຳ ອັນສະຫລາດຊ່ອງໃສ ຕໍ່ຫົວໜ່ວຍທຸລະກິດ ທັງພາຍໃນ ແລະ ຕ່າງປະເທດ ໃຫ້ມີທ່າແຮງ ໃນການຂັບເຄື່ອນ ການດຳເນີນທຸລະກິດ ໃຫ້ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ. ພ້ອມ​ກັນ​ນັ້ນ ກໍ​ໄດ້ ຊຸກຍູ້-ສົ່ງ​ເສີມ ​ແລະ ປຸກລະດົມທົ່ວປວງຊົນ ຫັນມາຊົມໃຊ້ສິນຄ້າພາຍໃນ​ໃຫ້ຫລາຍຂຶ້ນ ເພື່ອທົດແທນການນຳເຂົ້າສິນຄ້າ ຈາກຕ່າງປະເທດ.




ຂປລ. ຕະຫລອດ​ໄລຍະ​ຜ່ານ​ມາ, ພັກ ແລະ ລັດຖະບານລາວ ຍາມໃດກໍໄດ້ຊຸກຍູ້ສົ່ງເສີມ
, ນຳ ພາ-ຊີ້ນຳ ອັນສະຫລາດຊ່ອງໃສ ຕໍ່ຫົວໜ່ວຍທຸລະກິດ ທັງພາຍໃນ ແລະ ຕ່າງປະເທດ ໃຫ້ມີທ່າແຮງ ໃນການຂັບເຄື່ອນ ການດຳເນີນທຸລະກິດ ໃຫ້ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ. ພ້ອມ​ກັນ​ນັ້ນ ກໍ​ໄດ້ ຊຸກຍູ້-ສົ່ງ​ເສີມ ​ແລະ ປຸກລະດົມທົ່ວປວງຊົນ ຫັນມາຊົມໃຊ້ສິນຄ້າພາຍໃນ​ໃຫ້ຫລາຍຂຶ້ນ ເພື່ອທົດແທນການນຳເຂົ້າສິນຄ້າ ຈາກຕ່າງປະເທດ.




ທ່ານ ສົນໄຊ ສິງນວນພັນທະກຸນ ຜູ້ອຳນວຍການໂຮງງານຜະລິດເຂົ້າໜົມສາຍຂອງ ​ໄດ້​ມີ​ຄໍາ​ເຫັນ  ໃນໂອກາດຂໍ່ານັບຮັບຕ້ອນ ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 70 ປີທີ່​ຈະ​ມາ​ເຖິງ​ ​ນີ້ວ່າ: ພັກ ແລະ ລັດຖະບານລາວ ໄດ້ຊຸກຍູ້ສົ່ງເສີມ
, ອຳນວຍຄວາມສະດວກ ໃນດ້ານຕ່າງໆຕໍ່ການດຳ ເນີນທຸລະກິດ ຂອງຜູ້ປະກອບການ ທັງພາຍໃນ ແລະ ຕ່າງປະເທດມາໂດຍຕະຫລອດ ໂດຍສະເພາະ ໄດ້ປຸກລະດົມທົ່ວປວງຊົນ ຫັນມາຊົມໃຊ້ສິນຄ້າພາຍໃນ ຫລາຍຂຶ້ນ ເພື່ອທົດແທນການນຳເຂົ້າສິນຄ້າ ຈາກຕ່າງປະເທດ ເຮັດໃຫ້ຫົວໜ່ວຍທຸລະກິດຕ່າງໆ ​ໂດຍສະເພາະ ໂຮງງານຜະລິດເຂົ້າໜົມສາຍຂອງ ໄດ້ມີທ່າແຮງ ໃນການບຸກບືນ ພັດທະນາໂຮງງານ ໃຫ້ມີການຜະລິດຫລາຍຮູບແບບ ເປັນຕົ້ນ ຜະລິດເຂົ້າໜົມແຫ້ງ, ເຂົ້າຈີ່, ເຂົ້າໜົມປັງ ດ້ວຍການຄວບຄຸມຄຸນນະພາບ ການຜະລິດພາຍໃຕ້ລະບົບ GMP ຮັກ ສາມາດຕະຖານດີທີ່ສຸດ ເພື່ອເປົ້າໝາຍສົ່ງສິນຄ້າ ຈໍາໜ່າຍອອກສູ່ສັງຄົມ. ພ້ອມນັ້ນ, ພັກ ​ແລະ ລັດຖະ ບານ ຍັງໄດ້ສົ່ງເສີມ ການໝູນວຽນນໍາໃຊ້ວັດຖຸດິບ ພາຍໃນເຊິ່ງກັນ ແລະ ກັນ ເຊັ່ນ: ໄຂ່ໄກ່, ເກືອ, ແປງ, ນໍ້າຕານ, ນໍ້າດື່ມ, ຖົງຢາງ, ແກັດເຈ້ຍ, ແກ໊ສຫຸງຕົ້ມ ແລະ ອື່ນໆ.




​ໂອກາດ​ນີ້
, ທ່ານ ສົນໄຊ ສິງນວນພັນທະກຸນ ຍັງໄດ້ສະແດງຄວາມຂອບໃຈ ຕໍ່ການນໍາ ພັກ, ລັດ ທີ່ຍາມໃດກໍເບິ່ງແຍງ, ຊຸກຍູ້ສົ່ງເສີມ ການດຳເນີນທຸລະກິດ ຂອງຜູ້ປະກອບການ ກໍຄື ໂຮງງານຜະລິດເຂົ້າໜົມສາຍ ຂອງຢ່າງໃກ້ຊິດ ແລະ ອໍານວຍຄວາມສະດວກ ໃນການດຳເນີນການຜະລິດ ຕະຫລອດມາ, ເຮັດໃຫ້ການດຳເນີນ ທຸລະກິດຂອງໂຮງງານ ມີການເຕີບໃຫຍ່ຂະຫຍາຍຕົວ ແລະ ປະສົບຜົນສຳເລັດ ເປັນກ້າວໆມາ ເຊິ່ງໂຮງງານຜະລິດເຂົ້າໜົມສາຍຂອງ ມີຄວາມພ້ອມ ທີ່ຈະສົ່ງເສີມສິນຄ້າພາຍໃນ ເພື່ອກະຕຸ້ນໃຫ້ ເສດຖະກິດໃນ ສປປ ລາວ ມີການເຕີບໂຕຍິ່ງໆຂຶ້ນ.

ຂ່າວ: ທະນູທອງ

ພາບ: ເກດສະໜາ

KPL

ຂ່າວອື່ນໆ

    • ເປີດນຳໃຊ້ ທາງເບຕົງເສີມເຫລັກ ຢູ່ບ້ານຊ້າງຄູ້ ເມືອງໄຊທານີວັດທະນະທຳ-ສັງຄົມ

      ເປີດນຳໃຊ້ ທາງເບຕົງເສີມເຫລັກ ຢູ່ບ້ານຊ້າງຄູ້ ເມືອງໄຊທານີ

      3/17/2025 7:08:06 PM

      ຂປລ. ພິທີເປີດນຳໃຊ້ທາງຮ່ອມ, ທາງຊອຍ (ທາງເບຕົງເສີມເຫລັກ) ຈຳນວນ 6 ຮ່ອມ ຢູ່ບ້ານຊ້າງຄູ້ ເມືອງໄຊທານີ ນະຄອນຫລວງວຽງຈັນ ຈັດຂຶ້ນໃນວັນທີ 15 ມີນາ 2025 ຜ່ານ​ມາ ໂດຍມີ ພະອາຈານ ພົມສະຫວັນ ໄຊຍະລາດ ເຈົ້າອະທິການວັດຊ້າງຄູ້, ພ້ອມດ້ວຍປະຊາຊົນ ພາຍໃນບ້ານ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

    • ຫສພ ຈັດຝຶກອົບຮົມວຽກຈັດຕັ້ງໃຫ້ ພະນັກງານລັດຖະກອນກົມຈັດຕັ້ງ-ພະນັກງານວັດທະນະທຳ-ສັງຄົມ

      ຫສພ ຈັດຝຶກອົບຮົມວຽກຈັດຕັ້ງໃຫ້ ພະນັກງານລັດຖະກອນກົມຈັດຕັ້ງ-ພະນັກງານ

      3/17/2025 6:46:46 PM

      ຂປລ. ຫ້ອງວ່າການສູນກາງພັກ (ຫສພ) ຈັດຝຶກອົບຮົມວຽກງານຈັດຕັ້ງ ໃຫ້ພະນັກງານລັດຖະກອນກົມຈັດຕັ້ງ-ພະນັກງານ ລະຫວ່າງວັນທີ 17-28 ມີນາ 2025 ໂດຍການເປັນປະທານຂອງ ທ່ານ ຄຳຜາ ພິມມະສອນ ຮອງເລຂາຄະນະພັກ ຮອງຫົວໜ້າຫ້ອງວ່າການສູນກາງພັກ, ມີພະນັກງານລັດຖະກອນກົມຈັດຕັ້ງ-ພະນັກງານ ກ່ຽວຂ້ອງອ້ອມຂ້າງ ຫສພ ເຂົ້າຮ່ວມ.

    • ເປີດວາງສະແດງຜະລິດຕະພັນຫັດຖະກຳ ສະເໜ່ສິ້ນຕາມຸກວັດທະນະທຳ-ສັງຄົມ

      ເປີດວາງສະແດງຜະລິດຕະພັນຫັດຖະກຳ ສະເໜ່ສິ້ນຕາມຸກ

      3/17/2025 12:24:46 PM

      ຂປລ. ທ້າຍ​ອາທິດ​ຜ່ານ​ມາ, ສູນພັດທະນາສີມືແຮງງານ ແລະ ຈັດຫາງານ ເປີດງານວາງສະແດງຜະລິດຕະພັນຫັດຖະກຳການຕໍ່າຫູກ ພາຍໃຕ້ຫົວຂໍ້:“ສະເໜ່ສິ້ນຕາມຸກ ການຮັກສາເຕັກນິກການຕ່ຳລາຍມຸກ” ຢູ່ສູນພັດທະນາສີມືແຮງງານ ແລະ ຈັດຫາງານ ບ້ານຫ້ວຍຫົງ ​ໂດຍ​ມີ ທ່ານ ສຸວິຕາ ປະເສີດ ປະທານ ສະມາຄົມ ຫັດຖະກຳລາວ, ທ່ານ ນາງ ຈັນທະສອນ ອິນທະວົງ ຜູ້ອຳນວຍການ ສູນພັດທະນາສີມືແຮງງານ ແລະ ຈັດຫາງານ, ທ່ານ ວິພາວັນ ພົມວິຫານ ທີ່ປຶກສາສະມາຄົມຫັດຖະກຳລາວ, ຕົວແທນຈາກໂຄງອົງ SDC ​ແລະ ພາກສ່ວນ​ກ່ຽວຂ້ອງ ​ເຂົ້າ​ຮ່ວມ

    • ຄະນະກໍາມະການແຫ່ງຊາດ ດ້ານຄວາມ ປອດໄພທາງຫວງ ຈັດກອງປະຊຸມປະຈໍາປີ 2024ວັດທະນະທຳ-ສັງຄົມ

      ຄະນະກໍາມະການແຫ່ງຊາດ ດ້ານຄວາມ ປອດໄພທາງຫວງ ຈັດກອງປະຊຸມປະຈໍາປີ 2024

      3/14/2025 3:19:15 PM

      ຂປລ. ກອງປະຊຸມ ຄະນະກຳມະການແຫ່ງຊາດ ດ້ານຄວາມປອດໄພທາງຫລວງ ປະຈຳປີ 2024 ຈັດຂຶ້ນໃນວັນທີ 13 ມີນາ 2025 ຢູ່ແຂວງຄຳມ່ວນ ພາຍໃຕການເປັນປະທານຂອງ ທ່ານ ກິແກ້ວ ໄຂຄຳພິທູນ ຮອງນາ ຍົກລັດຖະມົນຕີ, ຜູ້ຊີ້ນຳວຽກງານຂົງເຂດ ວັດທະນະທຳ-ສັງຄົມ, ປະທານຄະນະກໍາມະການແຫ່ງຊາດ ດ້ານຄວາມ ປອດໄພທາງຫລວງ, ມີທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄຳມ່ວນ, ທ່ານ ງາມປະສົງ ເມືອງມະນີ ລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ, ມີບັນດາຮອງລັດຖະມົນຕີ, ຮອງເຈົ້າຄອງນະຄອນຫລວງວຽງຈັນ ແລະ ຮອງເຈົ້າແຂວງ, ຫົວໜ້າກົມ ແລະ ຕາງໜ້າຄະນະກໍາມະການ ດ້ານຄວາມປອດໄພທາງຫລວງ ຈາກບັນດາແຂວງ-ນະຄອນຫລວງວຽງຈັນ ແລະ ຜູ້ຕາງໜ້າຈາກທະນາຄານໂລກ ເຂົ້າຮ່ວມ.

    • ຢຸດຕິຖາວອນ ການອອກອະນຸຍາດ ຂຸດຄົ້ນ ແຮ່ຄໍາຕົກຂ້ອນ ທຸກຮູບແບບໃນທົ່ວປະເທດວັດທະນະທຳ-ສັງຄົມ

      ຢຸດຕິຖາວອນ ການອອກອະນຸຍາດ ຂຸດຄົ້ນ ແຮ່ຄໍາຕົກຂ້ອນ ທຸກຮູບແບບໃນທົ່ວປະເທດ

      3/13/2025 7:06:43 PM

      ຂປລ. ​ວັນ​ທີ 7 ມີນາ 2025 ຜ່ານ​ມາ, ທ່ານນາຍົກລັດຖະມົນຕີ ອອກຄໍາສັ່ງເລກທີ 06/ນຍ ລົງ ວ່າດ້ວຍການຕິດຕາມ, ກວດກາ ແລະ ການແກ້ໄຂບັນຫາ ແຮ່ຄໍາຕົກຂ້ອນ, ຫີນ ແລະ ຊາຍ ຕາມບັນດາສາຍນໍ້າ, ຮ່ອງຫ້ວຍ ແລະ ການຄຸ້ມຄອງ ການຂຸດຄົ້ນແຮ່ທາດຕ່າງໆ ໃນຂອບເຂດທົ່ວປະເທດ. ໃນ​ນັ້ນ, ໃຫ້ຢຸດຕິຖາວອນ ການອອກອະນຸຍາດ ໃຫ້ຂຸດຄົ້ນແຮ່ຄໍາຕົກຂ້ອນ ທຸກຮູບແບບໃນຂອບເຂດທົ່ວປະເທດ ​ໂດຍໃຫ້ບັນດາກະຊວງ, ອົງການລັດທຽບເທົ່າກະຊວງ ແລະ ອົງການປົກຄອງທ້ອງຖິ່ນທຸກຂັ້ນ ຈັດຕັ້ງປະຕິບັດ

ads
ads

Top