ພາກພື້ນອາຊີປາຊິຟິກ ນຳພາການຄົ້ນຄວ້າພະລັງງານສະອາດໃນທົ່ວໂລກ

21/03/2025 23:09
Email Print 138
ຂປລ ອີງ​ຕາມ​​ດັດ​ຊະ​ນີ ​ທຳ​ມະ​ຊາດ-​​​ພະ​ລັງ​ງານ 2025 ທີ່ເວັບ​ໄຊ​ ຂອງວາ​ລະ​ສານ“​ທຳ​ມະ​ຊາດ” ​ຂອງ​ອັງ​ກິດເປີດ​ເຜີຍ ເມື່ອບໍ່ດົນມານີ້​ວ່າ: ອັດ​ຕາ​​ ການ​ປະ​ກອ​ບ​ສ່ວນ ຂອງຜົນ​ຜະ​ລິດ ​ການ​ຄົ້ນ​ຄວ້າ ​ວິ​ທະ​ຍາ​ສາດ​ ໃນ​ຂົງ​ເຂດ​ ພະ​ລັງ​ງານ ​ສະ​ອາດ​ ທີ່​ມີ​ລາ​ຄາ​ເໝາະ​ສົມ ແລະ ສາ​ມາດ​ ຕອບ​ສະ​ໜອງ ​ຄວາມ​ຕ້ອງ​ການ​ ​ຂອງ​ພາກ​ພື້ນ​ ອາ​ຊີ​ປາ​ຊິ​ຟິກ ​ໄດ້​ເພີ່ມ​ຂຶ້ນ​ທົບເທົ່າ

ຂປລ.ວິທະຍຸ ສາກົນແຫ່ງ ສປ ຈີນ, ອີງ​ຕາມ​​ດັດ​ຊະ​ນີ ​ທຳ​ມະ​ຊາດ-​​​ພະ​ລັງ​ງານ 2025 ທີ່ເວັບ​ໄຊ​ ຂອງວາ​ລະ​ສານ“​ທຳ​ມະ​ຊາດ” ​ຂອງ​ອັງ​ກິດເປີດ​ເຜີຍ ເມື່ອບໍ່ດົນມານີ້​ວ່າ: ອັດ​ຕາ​​ ການ​ປະ​ກອ​ບ​ສ່ວນ ຂອງຜົນ​ຜະ​ລິດ ​ການ​ຄົ້ນ​ຄວ້າ ​ວິ​ທະ​ຍາ​ສາດ​ ໃນ​ຂົງ​ເຂດ​ ພະ​ລັງ​ງານ ​ສະ​ອາດ​ ທີ່​ມີ​ລາ​ຄາ​ເໝາະ​ສົມ ແລະ ສາ​ມາດ​ ຕອບ​ສະ​ໜອງ ​ຄວາມ​ຕ້ອງ​ການ​ ​ຂອງ​ພາກ​ພື້ນ​ ອາ​ຊີ​ປາ​ຊິ​ຟິກ ​ໄດ້​ເພີ່ມ​ຂຶ້ນ​ທົບເທົ່າ​. ດັດ​ຊະ​ນີ ​ທຳ​ມະ​ຊາດ-​ພະ​ລັງ​ງານ 2025 ສະ​ແດງ​ໃຫ້​ເຫັນ​ວ່າ: ​ດັດ​ຊະ​ນີ​ ດັ່ງ​ກ່າວ, ໃນ​ລະ​ຫວ່າງ​ປີ 2015 ຫາ 2023, ຜົ​ນ​ຜະ​ລິດ ການ​ຄົ້ນ​ຄວ້າ​ ວິ​ທະ​ຍາ​ສາດ ​ທົ່ວ​ໂລກ ​ທີ່​ກ່ຽວ​ຂ້ອງ​ກັບ​ ພະ​ລັງ​ງານ​ສະ​ອາດ ​ທີ່​ລາ​ຄາ​ເໝາະ​ສົມ ແລະ ສາ​ມາດ ​ຕອບ​ສະ​ໜອງ ​ຄວາມ​ຕ້ອງ​ການ​ໄດ້ ໄດ້​ເພີ່ມ​ຂຶ້ນຫລາຍກວ່າ 200%. ຂໍ້​ມູນ​ດັ່ງ​ກ່າວ​ ຍັງ​ສະ​ແດງ​ໃຫ້​ເຫັນ​ວ່າ: ອັດ​ຕາ​ການ​​ເຕີບ​ໂຕ ​​ຂອງ​ຜົນ​ຜະ​ລິດ ​ການ​ຄົ້ນ​ຄວ້າ ​ວິ​ທະ​ຍາ​ສາດ​ ໃນ​​ຂົງ​ເຂດ​ ພະ​ລັງ​ງານ ​ສະ​ອາດ​ ດັ່ງ​ກ່າວ ໃນພາກ​ພື້ນ​ຕ່າງໆ​ ທົ່ວ​ໂລກ ​ບໍ່​ສະ​ໝ່ຳ​ ສະ​ເໝີ​ກັນ. ໃນ​ນັ້ນ, ອັດ​ຕາ​​ ການ​ປະ​ກອບ​ສ່ວນ​ ຂອງ​ພາກ​ພື້ນ​ ອາ​ຊີ ​ປາ​ຊິ​ຟິກ​ໃນ​ລະ​ຫວ່າງ​ ປີ 2019 ຫາ 2023 ໄດ້​ເພີ່ມ​ຂຶ້ນ​​ທົບ​ເທົ່າ​, ສ່ວນ​ພາກ​ພື້ນ​ອື່ນ​ໆ ບໍ່​ມີ​ການ​ປ່ຽນ​ແປງ ​ຢ່າງ​ຈະ​ແຈ້ງ.ໃນ​ລະ​ຫວ່າງ​​ປີ 2019 ຫາ​ 2024, ຜົນຜະ​ລິດ ​ການ​ຄົ້​ນ​ຄ​ວ້າ ​ວິ​ທະ​ຍາ​ສາດ​ ໃນ​ຂົງ​ເຂດ​ ພະ​ລັງ​ງານ​ສະ​ອາດ ​ທີ່ມີ​ລາ​ຄາ​ເໝາະ​ສົມ ແລະ ສາ​ມາດ​ ຕອບ​ສະ​ໜອງ​ ຄວາມ​ຕ້ອງ​ການ​ໄດ້ ​ຂອງ​ ສປ ຈີນ ແມ່ນຫລາຍກວ່າ ​ປະ​ເທດ​ອື່ນ ຢ່າງຫລວງຫລາຍ. ໃນ​ໄລ​ຍະ​ດັ່​ງ​ກ່າວ, ອັດ​ຕາ​ ການ​ປະ​ກອບ​ສ່ວນ​ຂອງ ສປ ​ຈີນ ​ໃນ​ຂົງ​ເຂດ​ດັ່ງ​ກ່າວ ​ຫລາຍກວ່າ​ ຂອງ​ ສ.ອາ​ເມ​ລິ​ກາ​ ທີ່ຢູ່​ອັນ​ດັບ 3 ເຖິງ 3 ເທົ່າ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top