ພັກເພື່ອນມິດຍຸດທະສາສາດ ສົ່ງໂທລະເລກອວຍພອນ ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 70 ປີ

21/03/2025 08:29
Email Print 248
ຂປລ ຂປລ. ເນື່ອງໃນໂອກາດສະເຫລີລສະຫລອງ ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 70 ປີ (22/3/1955-22/3/2025), ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ແລະ ຄະນະກໍາມະການສູນກາງພັກກອມມູນິດຈີນ ໄດ້ສົ່ງໂທລະເລກອວຍພອນ ເຖິງ ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ

ຂປລ. ເນື່ອງໃນໂອກາດສະເຫລີລສະຫລອງ ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 70 ປີ (22/3/1955-22/3/2025), ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ແລະ ຄະນະກໍາມະການສູນກາງພັກກອມມູນິດຈີນ ໄດ້ສົ່ງໂທລະເລກອວຍພອນ ເຖິງ ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ ໂດຍມີເນື້ອໃນດັ່ງນີ້:

ໂທລະເລກອວຍພອນຂອງ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ເຖິງ ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ: ຕາງໜ້າ ພັກກອມມູນິດຫວຽດນາມ ແລະ ປະຊາຊົນຫວຽດນາມ, ພວກຂ້າພະເຈົ້າ ຂໍສົ່ງເຖິງຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ ພ້ອມດ້ວຍສະມາຊິກ ພັກປະຊາຊົນປະຕິວັດລາວ ແລະ ປະຊາຊົນລາວທຸກຖ້ວນໜ້າ ມິດຈິດມິດໃຈ ຖານສະຫາຍອ້າຍນ້ອງ ທີ່ສະໜິດສະໜົມ ແລະ ຄໍາຊົມເຊີຍຢ່າງສຸດອົກສຸດໃຈ.

ຕະຫລອດໄລຍະເວລາ 70 ປີ ບົນເສັ້ນທາງປະຫວັດສາດອັນສະຫງ່າລາສີ, ພາຍໃຕ້ການນໍາພາອັນສະ ຫລາດສ່ອງໃສຂອງ ພັກປະຊາຊົນປະຕິວັດລາວ, ປະຊາຊົນລາວ ອ້າຍນ້ອງ ສາມາດຜ່ານຜ່າຄວາມຫຍຸ້ງຍາກ, ສິ່ງທ້າທາຍນາໆປະການ ແລະ ຍາດໄດ້ບັນດາຜົນສໍາເລັດອັນໃຫຍ່ຫລວງ, ມີຄວາມໝາຍປະຫວັດສາດ ໃນພາລະກິດຕໍ່ສູ້ປົດປ່ອຍຊາດ, ກໍ່ສ້າງ ແລະ ປົກປັກຮັກສາປະເທດຊາດ, ກໍ່ສ້າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃຫ້ຮັກສາໄດ້ ສະຖຽນລະພາບທາງດ້ານການເມືອງຢ່າງໝັກແໜ້ນ, ດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ໄດ້ຮັບການປັບປຸງໃຫ້ເຂັ້ມແຂງ, ເສດຖະກິດຂະຫຍາຍຕົວ, ຮັບປະກັນຄວາມ ສະຫງົບປອດໄພໃນສັງຄົມ, ຊີວິດການເປັນຢູ່ຂອງປະຊາຊົນ ນັບມື້ນັບໄດ້ຮັບການປັບປຸງດີຂຶ້ນ, ການພົວພັນຕ່າງປະເທດໄດ້ຮັບການເປີດກວ້າງ.

ບັນດາຜົນສໍາເລັດອັນໃຫຍ່ຫລວງ, ຮອບດ້ານຂອງ ພັກປະຊາຊົນປະຕິວັດລາວ ມີຄວາມໝາຍອັນເລິກເຊິ່ງ ຕໍ່ພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດລາວ, ປະກອບສ່ວນສໍາຄັນເຂົ້າໃນການຍົກສູງຖານະ, ບົດ ບາດຂອງພັກ ແລະ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຢູ່ໃນເວທີພາກພື້ນ ແລະ ສາກົນ, ພ້ອມກັນນັ້ນ ກໍເປັນຄວາມເອກອ້າງທະນົງໃຈ, ເປັນກໍາລັງໃຈຊຸກຍູ້ອັນໃຫຍ່ຫລວງຕໍ່ ພັກ, ລັດຖະບານ ແລະ ປະຊາຊົນຫວຽດນາມ.

ພັກ, ລັດ ແລະ ປະຊາຊົນຫວຽດນາມ ຍາມໃດກໍສະໜັບສະໜູນຢ່າງແຮງກ້າ ແລະ ຮອບດ້ານຕໍ່ ພາລະກິດປ່ຽນແປງໃໝ່ຂອງລາວ ແລະ ເຊື່ອໝັ້ນຢ່າງໜັກແໜ້ນວ່າ ໂດຍສືບຕໍ່ມູນເຊື້ອຂອງບັນດາຄົນຮຸ່ນກ່ອນ ແລະ ເສີມຂະຫຍາຍບັນດາຜົນງານທີ່ຍາດມາໄດ້, ພາຍໃຕ້ການນໍາພາຂອງ ພັກປະຊາຊົນປະຕິວັດລາວ, ປະຊາຊົນລາວ ອ້າຍນ້ອງ ຈະສືບຕໍ່ຍາດໄດ້ບັນດາຜົນສໍາເລັດໃໝ່, ໃຫຍ່ຫລວງກວ່າເກົ່າ ໃນພາລະກິດປ່ຽນແປງໃໝ່, ຈັດຕັ້ງປະຕິບັດບັນດາເປົ້າໝາຍ ທີ່ມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງ ພັກປະຊາຊົນ ປະຕິວັດລາວ ແລະ ແຜນພັດທະນາເສດ ຖະກິດ-ສັງຄົມ 5 ປີ ຄັ້ງທີ 9 ທີ່ໄດ້ວາງອອກ ສໍາເລັດຜົນຢ່າງມີໄຊ; ພິເສດ ດໍາເນີນກອງປະຊຸມໃຫຍ່ ຄະນະພັກຂັ້ນຕ່າງໆສໍາເລັດຜົນ ເພື່ອກ້າວໄປເຖິງ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ໃນຕົ້ນປີ 2026; ສ້າງ ປະເທດລາວ ສັນຕິພາບເອກະລາດ, ປະຊາທິປະໄຕ, ເອກະພາບ ແລະ ວັດທະນະຖາວອນ ສໍາເລັດຜົນ ຕາມເປົ້າ  ໝາຍສັງຄົມນິຍົມ.

ພວກຂ້າພະເຈົ້າ ມີຄວາມປິຕິຊົມຊື່ນເປັນຢ່າງຍິ່ງທີ່ເຫັນວ່າ, ຄຽງຄູ່ບັນດາຜົນສໍາເລັດອັນສໍາຄັນທີ່ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ຍາດມາໄດ້ຕະຫລອດໄລຍະຜ່ານມາ, ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ຫວຽດນາມ-ລາວ ໂດຍແມ່ນ ປະທານ ໂຮ່ຈີ່ມິງ ຜູ້ຍິ່ງໃຫຍ່ ແລະ ປະທານ ໄກສອນ ພົມວິຫານ, ປະທານ ສຸພານຸວົງ ທີ່ແສນເຄົາລົບຮັກ ໄດ້ກໍ່ຕັ້ງ, ຝຶກຝົນຫລໍ່ຫລອມ ແລະ ໄດ້ຮັບການເພີ່ມພູນຄູນສ້າງຈາກບັນດາຮຸ່ນການນໍາຂອງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ຈົນກາຍເປັນສາຍພົວພັນອັນບໍລິສຸດຜຸດຜ່ອງ, ໜຶ່ງບໍ່ມີສອງໃນໂລກ, ເປັນມໍລະດົກ ອັນລໍ້າຄ່າຂອງສອງຊາດ, ນັບມື້ນັບໄດ້ຮັບການປັບປຸງ, ພັດທະນາຢ່າງແທ້ຈິງ ແລະ ມີປະສິດທິຜົນ, ນໍາເອົາຜົນປະໂຫຍດອັນແທ້ຈິງມາສູ່ປະຊາຊົນສອງຊາດ.

ໃນໂອກາດອັນສະຫງ່າລາສີ, ມີຄວາມໝາຍປະຫວັດສາດນີ້, ພວກຂ້າພະເຈົ້າ, ອີກເທື່ອໜຶ່ງ ຂໍສະແດງຄວາມຮູ້ບຸນຄຸນຢ່າງເລິກເຊິ່ງ ຕໍ່ການສະໜັບສະໜູນ, ຊ່ວຍເຫລືອ ອັນໃຫຍ່ຫລວງ, ລໍ້າຄ່າ, ໝົດຈິດໝົດໃຈ ແລະ ມີປະສິດທິຜົນ ທີ່ ພັກ, ລັດ ແລະ ປະຊາຊົນລາວ ອ້າຍນ້ອງ ມີໃຫ້ແກ່ ພັກ, ລັດ ແລະ ປະຊາຊົນຫວຽດນາມ ແລະ ຈະເຮັດສຸດຄວາມສາມາດຂອງຕົນ ຮ່ວມກັບ ພັກ, ລັດ ແລະ ປະຊາຊົນລາວ ປົກປັກຮັກສາ ແລະ ເພີ່ມພູນຄູນສ້າງຢ່າງບໍ່ຢຸດຢັ້ງ ສາຍພົວພັນສາມັກຄີພິເສດ ຫວຽດນາມ-ລາວ ໃຫ້ນັບມື້ນັບຂະຫຍາຍຕົວຂຶ້ນສູ່ລະດັບສູງໃໝ່ ເພື່ອຜົນປະໂຫຍດຂອງປະຊາຊົນແຕ່ລະປະເທດ ກໍຄື ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ການພັດທະນາຢູ່ໃນພາກພື້ນ ແລະ ໃນໂລກ.

ອວຍພອນໃຫ້ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະ ຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ຫວຽດນາມ-ລາວ ຈົ່ງສວຍສົດງົດງາມ ແລະ ໝັ້ນຄົງຂະໜົງແກ່ນຊົ່ວກາລະນານ.

ສ່ວນໂທລະເລກອວຍພອນຂອງ ຄະນະກໍາມະການສູນກາງພັກກອມມູນິດຈີນ ເຖິງ ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ ໄດ້ລະບຸວ່າ: ຄະນະກຳມະການສູນກາງພັກກອມມູນິດຈີນ ຂໍສະແດງຄວາມຊົມເຊີຍຢ່າງສຸດອົກສຸດໃຈມາຍັງ ພັກປະຊາຊົນປະຕິວັດລາວ ແລະ ປະຊາຊົນລາວບັນດາເຜົ່າ. ໃນ 70 ປີ ທີ່ຜ່ານມາ, ພັກປະຊາຊົນປະຕິວັດລາວ ໄດ້ນໍາພາປະຊາຊົນລາວ ປົດປ່ອຍ ແລະ ຍາດໄດ້ຄວາມເອກະພາບຂອງປະເທດຊາດ, ໄດ້ຮັບຜົນສໍາເລັດອັນສະຫງ່າງາມ ໃນການສ້າງສາສັງຄົມນິຍົມ ແລະ ພາລະກິດປ່ຽນແປງໃໝ່ ໂດຍສະເພາະ ແມ່ນນັບແຕ່ກອງປະຊຸມໃຫຍ່ ຄັ້ງທີ XI ເປັນຕົ້ນມາ, ສູນກາງພັກ ປປ ລາວ ໄດ້ສຸມໃສ່ການປັບປຸງບູລະນະການນໍາພາຂອງພັກ, ຮັກສາສະຖຽນລະພາບທາງດ້ານການເມືອງ ແລະ ສັງຄົມ, ເສດຖະກິດມີການພັດທະນາຢ່າງຕໍ່ເນື່ອງ, ຊີວິດການເປັນຢູ່ຂອງປະຊາຊົນນັບມື້ນັບດີຂຶ້ນ, ບົດບາດໃນເວທີສາກົນໄດ້ຍົກສູງຂຶ້ນຢ່າງບໍ່ຢຸດຢັ້ງ, ພັກ ແລະ ປະຊາຊົນຈີນ ຮູ້ສຶກປິຕິຊົມຊື່ນນໍາ ພັກປະຊາຊົນ ປະຕິວັດລາວ ແລະ ເຊື່ອໝັ້ນວ່າ, ພາຍໃຕ້ການນໍາພາອັນສະຫລາດສ່ອງໃສ ຂອງ ສູນກາງພັກ ທີ່ຖື ສະຫາຍ ທອງລຸນ ສີສຸລິດ ເປັນເລຂາທິການໃຫຍ່, ພັກ ແລະ ປະຊາຊົນລາວ ຈະສືບຕໍ່ຊຸກຍູ້ການສ້າງສາສັງຄົມນິຍົມ ແລະ ພາລະກິດປ່ຽນແປງໃໝ່ ແລະ ຍາດໄດ້ຜົນສຳເລັດທີ່ຈົບງາມ ເພື່ອຂໍ່ານັບຮັບຕ້ອນ ກອງປະຊຸມໃຫຍ່ ຄັ້ງທີ XII ຂອງ ພັກປະຊາຊົນ ປະຕິວັດລາວ ຢ່າງສະຫງ່າລາສີ.

ໃນນາມເປັນສະຫາຍອ້າຍນ້ອງສັງຄົມນິຍົມ, ພັກ, ລັດ ແລະ ປະຊາຊົນຈີນ ຍາມໃດກໍຖືພັກ, ລັດ ແລະ ປະຊາຊົນລາວ ເປັນເພື່ອນມິດ ແລະ ຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈ, ໃຫ້ຄວາມສໍາຄັນຕໍ່ການພັດທະນາສາຍພົວພັນຈີນ-ລາວ ທີ່ມີຄວາມໝາຍທາງດ້ານຍຸດທະສາດ ແລະ ອະນາຄົດອັນຍາວໄກ. ໃນເດືອນ 10 ປີ 2023, ສະຫາຍ ສີຈິ້ນຜິງ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປ ຈີນ ແລະ ສະຫາຍ ທອງລຸນ  ສີສຸລິດ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ໄດ້ຮ່ວມກັນລົງນາມໃນ ແຜນແມ່ບົດວ່າດ້ວຍການສ້າງຄູ່ຮ່ວມຊາຕາກຳ ຈີນ-ລາວ ສະບັບໃໝ່ ເຊິ່ງເປັນແຜນແມ່ບົດ ທີ່ຊີ້ນໍາການພັດທະນາສາຍພົວພັນ ຈີນ-ລາວ ແລະ ການສ້າງຄູ່ຮ່ວມຊາຕາກຳ ຈີນ-ລາວ ໃນຍຸກສະໄໝໃໝ່. ພາຍໃຕ້ການຊີ້ນໍາທາງດ້ານຍຸດທະສາດ ຂອງການນໍາສູງສຸດ ສອງພັກ, ສອງລັດ, ການສ້າງຄູ່ຮ່ວມຊາຕາກຳ ຈີນ-ລາວ ນັບມື້ນັບກ້າວເຂົ້າສູ່ລວງເລິກ ແລະ ໄດ້ຮັບໝາກຜົນຈໍານວນຫລວງຫລາຍ, ໄດ້ສ້າງຄວາມຜາສຸກໃຫ້ແກ່ ປະຊາຊົນສອງຊາດຢ່າງແທ້ຈິງ.

ໃນສະເພາະໜ້ານີ້, ສປ ຈີນ ກໍາລັງຊຸກຍູ້ການຫັນເປັນທັນສະໄໝແບບຈີນ, ສປປ ລາວ ກໍກຳລັງຢູ່ໄລຍະສໍາຄັນ ຂອງການສ້າງສາພັດທະນາປະເທດຊາດ. ພັກກອມມູນິດຈີນ ຍິນດີຮ່ວມກັນກັບ ພັກປະຊາຊົນປະຕິວັດລາວ ຈັດຕັ້ງປະຕິບັດຄວາມຮັບຮູ້ເປັນເອກະພາບກັນ ຂອງການນໍາສູງສຸດສອງຝ່າຍ, ເພີ່ມທະວີການ ໄປມາຫາສູ່ກັນລະຫວ່າງການນໍາຂັ້ນສູງ ແລະ ການປຶກສາຫາລືທາງດ້ານຍຸດທະສາດ, ຮັດແໜ້ນຄວາມໄວ້ເນື້ອເຊື່ອໃຈທາງດ້ານການເມືອງ, ເປີດກວ້າງການຮ່ວມມືທີ່ເປັນຮູບປະທໍາໃນຂົງເຂດຕ່າງໆ, ລົງເລິກການແລກປ່ຽນບົດຮຽນ ແລະ ທິດສະດີທາງດ້ານການຄຸ້ມຄອງພັກ ແລະ ບໍລິຫານລັດ, ຮ່ວມກັນຊອກຫາເສັ້ນທາງ ພັດທະນາສັງຄົມນິຍົມທີ່ສອດຄ່ອງ ກັບປະເທດຕົນເອງ, ຊຸກຍູ້ສ້າງຄູ່ຮ່ວມຊາຕາກຳ ຈີນ-ລາວ ໃຫ້ມີມາດຕະຖານສູງ, ຄຸນນະພາບສູງ ແລະ ລະດັບສູງກວ່າເກົ່າ.

ອວຍພອນໃຫ້ ການສ້າງສາສັງຄົມນິຍົມ ແລະ ພາລະກິດປ່ຽນແປງໃໝ່ຂອງປະເທດລາວ ພາຍໃຕ້ການນໍາພາຂອງ ພັກປະຊາຊົນປະຕິວັດລາວ ຈົ່ງຍາດໄດ້ຜົນສໍາເລັດຢ່າງຈົບງາມ! ອວຍພອນໃຫ້ ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ລະຫວ່າງ ປະເທດຈີນ ກັບ ປະເທດລາວ ຈົ່ງໝັ້ນຄົງຂະໜົງແກ່ນ! ອວຍພອນໃຫ້ ການສ້າງຄູ່ຮ່ວມຊາຕາກຳ ຈີນ-ລາວ ນັບມື້ນັບໄດ້ຮັບໝາກຜົນຍິ່ງໆຂຶ້ນ.

KPL

ຂ່າວອື່ນໆ

    • ປະດັບຫລຽນກາລະນຶກ 70 ປີ ພັກ ປປ ລາວ ໃຫ້ບັນດາການນຳ-ອະດີດການນຳຂັ້ນສູງ ພັກ-ລັດການເມືອງ

      ປະດັບຫລຽນກາລະນຶກ 70 ປີ ພັກ ປປ ລາວ ໃຫ້ບັນດາການນຳ-ອະດີດການນຳຂັ້ນສູງ ພັກ-ລັດ

      3/21/2025 11:53:33 AM

      ຂປລ. ພິທີປະດັບຫລຽນກາລະນຶກ 70 ປີ ພັກປະຊາຊົນປະຕິວັດລາວ (ພັກ ປປ ລາວ) ໃຫ້ບັນດາສະຫາຍ ການນຳ, ອະດີດການນຳຂັ້ນສູງ ພັກ, ລັດ ເນື່ອງໃນໂອກາດເຫລີມສະຫລອງວັນສ້າງຕັ້ງພັກ ປປ ລາວ ຄົບຮອບ 70 ປີ ຈັດຂຶ້ນໃນວັນທີ 21 ມີນາ 2025 ໃຫ້ກຽດປະດັບຫລຽນໂດຍ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ແຫ່ງ ສປປ ລາວ, ສະຫາຍ ໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແລະ ສະຫາຍ ບຸນທອງ ຈິດມະນີ ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ.

    • ວາງສະແດງຮູບພາບ  ສະຫລອງວັນ ສ້າງຕັ້ງພັກ ປປ ລາວ ຄົບຮອບ 70 ປີການເມືອງ

      ວາງສະແດງຮູບພາບ ສະຫລອງວັນ ສ້າງຕັ້ງພັກ ປປ ລາວ ຄົບຮອບ 70 ປີ

      3/21/2025 11:43:53 AM

      ຂປລ. ພິທີວາງສະແດງຮູບພາບ ພາຍໃຕ້ຫົວຂໍ້: “70 ປີ ແຫ່ງການກຳເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວຂອງ ພັກປະຊາຊົນປະຕິວັດລາວ” (ພັກ ປປ ລາວ) ຈັດຂຶ້ນໃນວັນທີ 21 ມີນາ 2025 ຢູ່ຫໍພິພິທະພັນ ໄກສອນ ພົມວິຫານ ນະຄອນຫລວງວຽງຈັນ ໂດຍມີ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ແຫ່ງ ສປປ ລາວ, ສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ, ພ້ອມດ້ວຍບັນດາສະຫາຍ ກຳມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ ເຂົ້າຮ່ວມ.

    • ການນຳພັກ-ລັດ ວາງພວງມາລາ ໂອກາດ ວັນສ້າງຕັ້ງພັກ ປປ ລາວ ຄົບຮອບ 70 ປີການເມືອງ

      ການນຳພັກ-ລັດ ວາງພວງມາລາ ໂອກາດ ວັນສ້າງຕັ້ງພັກ ປປ ລາວ ຄົບຮອບ 70 ປີ

      3/21/2025 11:36:26 AM

      ຂປລ. ໃນວັນທີ 21 ມີນາ 2025 ນີ້, ການນຳພັກ, ລັດ ນຳໂດຍ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະບໍລິຫານງານສູນກາງພັກ, ຄະນະລັດຖະບານ ໄດ້ເຂົ້າວາງພວງມາລາ ຢູ່ອະນຸສາວະລີນັກຮົມນິລະນາມ (ດາວແດງ) ແລະ ວາງກະຕ່າດອກໄມ້ ຢູ່ຕໍ່ໜ້າຮູບຫລໍ່ຂອງປະທານ ໄກສອນ ພົມວິຫານ ທີ່ຫໍພິພິທະພັນ ປະທານ ໄກສອນ ພົມວິຫານ ເນື່ອງໃນໂອກາດສະເຫລີມສະຫລອງ ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 70 ປີ (ພັກ ປປ ລາວ).

    • ຮັກສາການຫົວໜ້າ ຄຕພ ຕ້ອນຮັບທູດ ຫວຽດນາມ ອວຍພອນວັນສ້າງຕັ້ງພັກ ຄົບຮອບ 70 ປີການເມືອງ

      ຮັກສາການຫົວໜ້າ ຄຕພ ຕ້ອນຮັບທູດ ຫວຽດນາມ ອວຍພອນວັນສ້າງຕັ້ງພັກ ຄົບຮອບ 70 ປີ

      3/21/2025 8:36:43 AM

      ຂປລ. ໃນວັນທີ 20 ມີນາ 2025 ນີ້, ສະຫາຍ ບຸນເຫລືອ ພັນດານຸວົງ ຮັກສາການຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ປປ ລາວ ໄດ້ຕ້ອນຮັບ ສະຫາຍ ຫງວຽນ ມິງ ເຕີມ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສສ ຫວຽດນາມ ປະຈໍາ ສປປ ລາວ ພ້ອມດ້ວຍພະນັກງານສະຖານທູດ ເຂົ້າອວຍພອນ ຄະນະພັກ-ຄະນະນໍາ ແລະ ພະນັກງານ ຄະນະພົວພັນຕ່າງປະເທດສູນກາງພັກ(ຄຕພ) ໃນໂອກາດວັນສ້າງຕັ້ງ ພັກປະຊາຊົນ ປະຕິວັດລາວ ຄົບຮອບ 70 ປີ (22/3/1955-22/3/2025).

    • ກອງປະຊຸມສະໄໜວິສາມັນ ເທື່ອທີ 2 ຂອງ ສະພາແຫ່ງຊາດ ຊຸດທີ IX ປິດລົງ ດ້ວຍຜົນສຳເລັດການເມືອງ

      ກອງປະຊຸມສະໄໜວິສາມັນ ເທື່ອທີ 2 ຂອງ ສະພາແຫ່ງຊາດ ຊຸດທີ IX ປິດລົງ ດ້ວຍຜົນສຳເລັດ

      3/21/2025 8:26:10 AM

      ຂປລ. ກອງປະຊຸມສະໄໝວິສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ໄດ້ປິດລົງ ດ້ວຍຜົນສຳເລັດອັນຈົບງາມ ພາຍຫລັງ ດຳເນີນມາແຕ່ວັນທີ 17-20 ມີນາ 2025 ໂດຍການເປັນປະທານ ຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ, ໂດຍມີ ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ແຫ່ງ ສປປ ລາວ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ບັນດາການນຳ ພັກ-ລັດ, ອະດີດການນຳ ພັກ-ລັດ, ພ້ອມດ້ວຍ ສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງຕ່າງໆ ເຂົ້າຮ່ວມ.

ads
ads

Top