ເປີດນຳໃຊ້ ທາງເບຕົງເສີມເຫລັກ ຢູ່ບ້ານຊ້າງຄູ້ ເມືອງໄຊທານີ

17/03/2025 19:08
Email Print 108
ຂປລ ຂປລ. ພິທີເປີດນຳໃຊ້ທາງຮ່ອມ, ທາງຊອຍ (ທາງເບຕົງເສີມເຫລັກ) ຈຳນວນ 6 ຮ່ອມ ຢູ່ບ້ານຊ້າງຄູ້ ເມືອງໄຊທານີ ນະຄອນຫລວງວຽງຈັນ ຈັດຂຶ້ນໃນວັນທີ 15 ມີນາ 2025 ຜ່ານ​ມາ ໂດຍມີ ພະອາຈານ ພົມສະຫວັນ ໄຊຍະລາດ ເຈົ້າອະທິການວັດຊ້າງຄູ້, ພ້ອມດ້ວຍປະຊາຊົນ ພາຍໃນບ້ານ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.



ຂປລ. ພິທີເປີດນຳໃຊ້ທາງຮ່ອມ
, ທາງຊອຍ (ທາງເບຕົງເສີມເຫລັກ) ຈຳນວນ 6 ຮ່ອມ ຢູ່ບ້ານຊ້າງຄູ້ ເມືອງໄຊທານີ ນະຄອນຫລວງວຽງຈັນ ຈັດຂຶ້ນໃນວັນທີ 15 ມີນາ 2025 ຜ່ານ​ມາ ໂດຍມີ ພະອາຈານ ພົມສະຫວັນ ໄຊຍະລາດ ເຈົ້າອະທິການວັດຊ້າງຄູ້, ພ້ອມດ້ວຍປະຊາຊົນ ພາຍໃນບ້ານ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ທາງຮ່ອມ, ທາງຊອຍ 6 ຮ່ອມ ດັ່ງກ່າວ, ມີ​ຄວາມຍາວທັງໝົດ 855 ແມັດ, ກວ້າງ ສະເລ່ຍ 5,50 ແມັດ, ລວມມູນຄ່າ ການກໍ່ສ້າງ ທັງໝົດ 825 ລ້ານກີບ. ໃນນັ້ນ, ເປັນທຶນຂອງວັດຊ້າງຄູ້ ສົມທົບ 53 ລ້ານກີບ, ທຶນຂອງພໍ່ແມ່ປະຊາຊົນຮ່ອມຕ່າງໆ 772 ລ້ານກີບ. ການກໍ່ສ້າງທາງດັ່ງກ່າວ, ເບື້ອງຕົ້ນໂດຍການລິເລິ່ມຂອງ ພະອາຈານ ພົມສະຫວັນ ໄຊຍະລາດ ເຈົ້າອະທິການວັດຊ້າງຄູ້ ໄດ້ທົດລອງສ້າງ ທາງຮ່ອມ 4/10 ບ້ານຊ້າງຄູ້, ຍາວ 60 ແມັດ, ກວ້າງ 6 ແມັດ ເຊິ່ງເຫັນວ່າໄດ້ຮັບໝາກຜົນ. ຈາກນັ້ນ, ພະອາຈານ ຈຶ່ງມອບວຽກງານນີ້ໃຫ້ອົງການປົກຄອງບ້ານ ໂດຍສະສົມທົບທຶນ ຈໍານວນໜຶ່ງ ແລະ ແຮງງານພະສົງສາມະເນນ, ໄມ້ຕີແບບ ແລະ ອຸປະກອນການກໍ່ທາງ ເພື່ອກໍ່ສ້າງທາງແຕ່ລະຮ່ອມ ເຊິ່ງ ປະກອບມີ:  ຮ່ອມ 4/10 ຍາວ 60 ແມັດ, ກວ້າງ 6 ແມັດ, ມູນຄ່າ 80 ລ້ານກີບ;  ຮ່ອມ 4/9 ຍາວ 175 ແມັດ, ກວ້າງ 4 ແມັດ, ມູນຄ່າ 175 ລ້ານກີບ; ຮ່ອມ 2/3 ຍາວ 80 ແມັດ, ກວ້າງ 4 ແມັດ, ເປັນມູນຄ່າ 80 ລ້ານ ກີບ; ຮ່ອມ 4/8 ຍາວ 150 ແມັດ, ກວ້າງ 5,50 ແມັດ, ມູນຄ່າ 175 ລ້ານກີບ; ຮ່ອມ 4/7 ຍາວ 80 ແມັດ, ກວ້າງ 5 ແມັດ ມູນຄ່າ 95 ລ້ານກີບ ແລະ ຮ່ອມ 4/6 ຍາວ 310 ແມັດ, ກວ້າງ 5 ແມັດ ເປັນມູນຄ່າ 220 ລ້ານກີບ.




ບ້ານຊ້າງຄູ້ ເປັນບ້ານໜຶ່ງທີ່ນອນຢູ່ໃນກຸ່ມສີວິໄລ ຕັ້ງຢູ່ໃນເຂດເທສະບານເມືອງໄຊທານີ ນະ ຄອນຫລວງວຽງຈັນ ມີເສັ້ນທາງຕີຈອດກັບບັນດາບ້ານອ້ອມຂ້າງ ແລະ ອອກສູ່ຕົວເມືອງນະຄອນ ຫລວງວຽງຈັນ ສາມາດທຽວໄດ້ທັງ ລະດູແລ້ງ ແລະ ລະດູຝົນ. ປັດຈຸບັນ ກຳລັງສ້າງຮ່ອມແຍກ
4/4 ສຳເລັດໄປແລ້ວ 95% ແລະ ທາງຮ່ອມ 9/8 ໃກ້ຈະສຳເລັດ ແລະ ເປີດນໍາໃຊ້ໃນໄວໆນີ້ ​ເຊິ່ງທັງໝົດນີ້, ເປັນແນວຄິດລິເລີ່ມຂອງວັດຊ້າງຄູ້, ອົງການປົກຄອງບ້ານ ແລະ ພໍ່ແມ່ປະຊາຊົນ ບັນດາເຜົ່າ ທີ່ນໍາໃຊ້ເສັ້ນທາງຮ່ອມດັ່ງກ່າວ, ມີຄວາມກະຕືລືລົ້ນ, ມີຄວາມສາມັກຄີອັນເປັນປຶກແຜ່ນ, ເອກະພາບນໍາແຜນ ການພັດທະນາທາງຮ່ອມຕ່າງໆຂອງບ້ານ ຕາມທິດນຳສາມສ້າງທີ່ວ່າ: ປະຊາຊົນມີສ່ວນຮ່ວມພັດທະນາພູມເລົ່າເນົາຂອງເຮົາເອງ ຈຶ່ງເກີດມີຜົນສຳເລັດ ແລະ ບັນລຸຕາມເປົ້າໝາຍ ແລະ ແຜນການພັດທະນາພື້ນຖານໂຄງລ່າງຂອງບ້ານ.

ຂໍ້​ມູນ-ພາບ: ວັດ​ຊ້າງ​ຄູ້

ຂ່າວ: ທະນູທອງ

KPL

ຂ່າວອື່ນໆ

    • ຫສພ ຈັດຝຶກອົບຮົມວຽກຈັດຕັ້ງໃຫ້ ພະນັກງານລັດຖະກອນກົມຈັດຕັ້ງ-ພະນັກງານວັດທະນະທຳ-ສັງຄົມ

      ຫສພ ຈັດຝຶກອົບຮົມວຽກຈັດຕັ້ງໃຫ້ ພະນັກງານລັດຖະກອນກົມຈັດຕັ້ງ-ພະນັກງານ

      3/17/2025 6:46:46 PM

      ຂປລ. ຫ້ອງວ່າການສູນກາງພັກ (ຫສພ) ຈັດຝຶກອົບຮົມວຽກງານຈັດຕັ້ງ ໃຫ້ພະນັກງານລັດຖະກອນກົມຈັດຕັ້ງ-ພະນັກງານ ລະຫວ່າງວັນທີ 17-28 ມີນາ 2025 ໂດຍການເປັນປະທານຂອງ ທ່ານ ຄຳຜາ ພິມມະສອນ ຮອງເລຂາຄະນະພັກ ຮອງຫົວໜ້າຫ້ອງວ່າການສູນກາງພັກ, ມີພະນັກງານລັດຖະກອນກົມຈັດຕັ້ງ-ພະນັກງານ ກ່ຽວຂ້ອງອ້ອມຂ້າງ ຫສພ ເຂົ້າຮ່ວມ.

    • ພັກ-ລັດຖະບານ ຊຸກຍູ້-ສົ່ງເສີມ ທົ່ວປວງຊົນ ຫັນມາຊົມໃຊ້ສິນຄ້າພາຍໃນ ທົດແທນການນຳເຂົ້າວັດທະນະທຳ-ສັງຄົມ

      ພັກ-ລັດຖະບານ ຊຸກຍູ້-ສົ່ງເສີມ ທົ່ວປວງຊົນ ຫັນມາຊົມໃຊ້ສິນຄ້າພາຍໃນ ທົດແທນການນຳເຂົ້າ

      3/17/2025 12:33:54 PM

      ຂປລ. ຕະຫລອດ​ໄລຍະ​ຜ່ານ​ມາ, ພັກ ແລະ ລັດຖະບານລາວ ຍາມໃດກໍໄດ້ຊຸກຍູ້ສົ່ງເສີມ, ນຳ ພາ-ຊີ້ນຳ ອັນສະຫລາດຊ່ອງໃສ ຕໍ່ຫົວໜ່ວຍທຸລະກິດ ທັງພາຍໃນ ແລະ ຕ່າງປະເທດ ໃຫ້ມີທ່າແຮງ ໃນການຂັບເຄື່ອນ ການດຳເນີນທຸລະກິດ ໃຫ້ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ. ພ້ອມ​ກັນ​ນັ້ນ ກໍ​ໄດ້ ຊຸກຍູ້-ສົ່ງ​ເສີມ ​ແລະ ປຸກລະດົມທົ່ວປວງຊົນ ຫັນມາຊົມໃຊ້ສິນຄ້າພາຍໃນ​ໃຫ້ຫລາຍຂຶ້ນ ເພື່ອທົດແທນການນຳເຂົ້າສິນຄ້າ ຈາກຕ່າງປະເທດ.

    • ເປີດວາງສະແດງຜະລິດຕະພັນຫັດຖະກຳ ສະເໜ່ສິ້ນຕາມຸກວັດທະນະທຳ-ສັງຄົມ

      ເປີດວາງສະແດງຜະລິດຕະພັນຫັດຖະກຳ ສະເໜ່ສິ້ນຕາມຸກ

      3/17/2025 12:24:46 PM

      ຂປລ. ທ້າຍ​ອາທິດ​ຜ່ານ​ມາ, ສູນພັດທະນາສີມືແຮງງານ ແລະ ຈັດຫາງານ ເປີດງານວາງສະແດງຜະລິດຕະພັນຫັດຖະກຳການຕໍ່າຫູກ ພາຍໃຕ້ຫົວຂໍ້:“ສະເໜ່ສິ້ນຕາມຸກ ການຮັກສາເຕັກນິກການຕ່ຳລາຍມຸກ” ຢູ່ສູນພັດທະນາສີມືແຮງງານ ແລະ ຈັດຫາງານ ບ້ານຫ້ວຍຫົງ ​ໂດຍ​ມີ ທ່ານ ສຸວິຕາ ປະເສີດ ປະທານ ສະມາຄົມ ຫັດຖະກຳລາວ, ທ່ານ ນາງ ຈັນທະສອນ ອິນທະວົງ ຜູ້ອຳນວຍການ ສູນພັດທະນາສີມືແຮງງານ ແລະ ຈັດຫາງານ, ທ່ານ ວິພາວັນ ພົມວິຫານ ທີ່ປຶກສາສະມາຄົມຫັດຖະກຳລາວ, ຕົວແທນຈາກໂຄງອົງ SDC ​ແລະ ພາກສ່ວນ​ກ່ຽວຂ້ອງ ​ເຂົ້າ​ຮ່ວມ

    • ຄະນະກໍາມະການແຫ່ງຊາດ ດ້ານຄວາມ ປອດໄພທາງຫວງ ຈັດກອງປະຊຸມປະຈໍາປີ 2024ວັດທະນະທຳ-ສັງຄົມ

      ຄະນະກໍາມະການແຫ່ງຊາດ ດ້ານຄວາມ ປອດໄພທາງຫວງ ຈັດກອງປະຊຸມປະຈໍາປີ 2024

      3/14/2025 3:19:15 PM

      ຂປລ. ກອງປະຊຸມ ຄະນະກຳມະການແຫ່ງຊາດ ດ້ານຄວາມປອດໄພທາງຫລວງ ປະຈຳປີ 2024 ຈັດຂຶ້ນໃນວັນທີ 13 ມີນາ 2025 ຢູ່ແຂວງຄຳມ່ວນ ພາຍໃຕການເປັນປະທານຂອງ ທ່ານ ກິແກ້ວ ໄຂຄຳພິທູນ ຮອງນາ ຍົກລັດຖະມົນຕີ, ຜູ້ຊີ້ນຳວຽກງານຂົງເຂດ ວັດທະນະທຳ-ສັງຄົມ, ປະທານຄະນະກໍາມະການແຫ່ງຊາດ ດ້ານຄວາມ ປອດໄພທາງຫລວງ, ມີທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄຳມ່ວນ, ທ່ານ ງາມປະສົງ ເມືອງມະນີ ລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ, ມີບັນດາຮອງລັດຖະມົນຕີ, ຮອງເຈົ້າຄອງນະຄອນຫລວງວຽງຈັນ ແລະ ຮອງເຈົ້າແຂວງ, ຫົວໜ້າກົມ ແລະ ຕາງໜ້າຄະນະກໍາມະການ ດ້ານຄວາມປອດໄພທາງຫລວງ ຈາກບັນດາແຂວງ-ນະຄອນຫລວງວຽງຈັນ ແລະ ຜູ້ຕາງໜ້າຈາກທະນາຄານໂລກ ເຂົ້າຮ່ວມ.

    • ຢຸດຕິຖາວອນ ການອອກອະນຸຍາດ ຂຸດຄົ້ນ ແຮ່ຄໍາຕົກຂ້ອນ ທຸກຮູບແບບໃນທົ່ວປະເທດວັດທະນະທຳ-ສັງຄົມ

      ຢຸດຕິຖາວອນ ການອອກອະນຸຍາດ ຂຸດຄົ້ນ ແຮ່ຄໍາຕົກຂ້ອນ ທຸກຮູບແບບໃນທົ່ວປະເທດ

      3/13/2025 7:06:43 PM

      ຂປລ. ​ວັນ​ທີ 7 ມີນາ 2025 ຜ່ານ​ມາ, ທ່ານນາຍົກລັດຖະມົນຕີ ອອກຄໍາສັ່ງເລກທີ 06/ນຍ ລົງ ວ່າດ້ວຍການຕິດຕາມ, ກວດກາ ແລະ ການແກ້ໄຂບັນຫາ ແຮ່ຄໍາຕົກຂ້ອນ, ຫີນ ແລະ ຊາຍ ຕາມບັນດາສາຍນໍ້າ, ຮ່ອງຫ້ວຍ ແລະ ການຄຸ້ມຄອງ ການຂຸດຄົ້ນແຮ່ທາດຕ່າງໆ ໃນຂອບເຂດທົ່ວປະເທດ. ໃນ​ນັ້ນ, ໃຫ້ຢຸດຕິຖາວອນ ການອອກອະນຸຍາດ ໃຫ້ຂຸດຄົ້ນແຮ່ຄໍາຕົກຂ້ອນ ທຸກຮູບແບບໃນຂອບເຂດທົ່ວປະເທດ ​ໂດຍໃຫ້ບັນດາກະຊວງ, ອົງການລັດທຽບເທົ່າກະຊວງ ແລະ ອົງການປົກຄອງທ້ອງຖິ່ນທຸກຂັ້ນ ຈັດຕັ້ງປະຕິບັດ

ads
ads

Top