ຂປລ
ສສ ຫວຽດນາມ ຈະຈັດພິທີ ຕອບສະໜອງ ຊົ່ວໂມງ ເພື່ອໜ່ວຍໂລກ 2025 ດ້ວຍຫົວຂໍ້ “ການຫັນເປັນສີຂຽວ -ອະນາຄົດ ສີຂຽວ” ຢູ່ເຂດໜອງ ຮ່ວານກຽມ, ຮ່າໂນ້ຍ.ໂດຍມີ ຫລາຍແຂວງ, ນະຄອນ ໃນທົ່ວປະເທດ ຫວຽດນາມ ຈະຜັນຂະຫຍາຍ ການເຄື່ອນໄຫວ ຕອບສະໜອງ ບັ້ນເຄື່ອນໄຫວ ຊົ່ວໂມງ ເພື່ອໜ່ວຍໂລກ, ໃນນັ້ນ ມີເຫດການມອດໄຟ 1 ຊົ່ວໂມງ, ແຕ່ເວລາ 20 ໂມງ 30 ນາທີ ຮອດເວລາ 21 ໂມງ 30 ນາທີ.

ຂປລ.ວິທະຍຸ ກະຈາຍສຽງ ຫວຽດນາມ, ວັນທີ 22 ມີນາຢູ່ ຮ່າໂນ້ຍ ຂອງ ສສ ຫວຽດນາມ ຈະຈັດພິທີ ຕອບສະໜອງ ຊົ່ວໂມງ ເພື່ອໜ່ວຍໂລກ 2025 ດ້ວຍຫົວຂໍ້ “ການຫັນເປັນສີຂຽວ -ອະນາຄົດ ສີຂຽວ” ຢູ່ເຂດໜອງ ຮ່ວານກຽມ, ຮ່າໂນ້ຍ.ໂດຍມີ ຫລາຍແຂວງ, ນະຄອນ ໃນທົ່ວປະເທດ ຫວຽດນາມ ຈະຜັນຂະຫຍາຍ ການເຄື່ອນໄຫວ ຕອບສະໜອງ ບັ້ນເຄື່ອນໄຫວ ຊົ່ວໂມງ ເພື່ອໜ່ວຍໂລກ, ໃນນັ້ນ ມີເຫດການມອດໄຟ 1 ຊົ່ວໂມງ, ແຕ່ເວລາ 20 ໂມງ 30 ນາທີ ຮອດເວລາ 21 ໂມງ 30 ນາທີ. ປີນີ້ແມ່ນປີທີ 16 ສສ ຫວຽດນາມ ພ້ອມກັບ ຫລາຍປະເທດ ໃນໂລກ ເຂົ້າຮ່ວມຕອບສະໜອງ ບັ້ນເຄື່ອນໄຫວນີ້.ໃນບັ້ນເຄື່ອນໄຫວຊົ່ວໂມງ ເພື່ອໜ່ວຍໂລກປີ 2025 ນີ້, ກະຊວງ ອຸດສາຫະກຳ ການຄ້າ ຫວຽດນາມ ຢາກສົ່ງສານທີ່ວ່າ “ການຫັນເປັນສີຂຽວ-ອະນາຄົດ ສີຂຽວ”. ນັບແຕ່ຕົ້ນເດືອນ ມີນາ, ໄດ້ຈັດການເຄື່ອນໄຫວຫລາຍຢ່າງ ເພື່ອຊຸກຍູ້ ຂະບວນການ“ ທົ່ວປວງຊົນ ປະຢັດ ພະລັງງານ, ຕອບສະໜອງຊົ່ວໂມງ ເພື່ອໜ່ວຍໂລກ 2025”.ທ່ານຮອງລັດຖະມົນ ຕີ ກະຊວງອຸດສາຫະກຳການຄ້າ ຫງວຽນຮ່ວາງລອງ, ໃຫ້ຮູ້ວ່າ: “ເຫດການຊົ່ວໂມງເພື່ອໜ່ວຍໂລກ ແມ່ນເຫດການເພື່ອໂຄສະນາ, ສົ່ງເສີມ, ສ້າງຄວາມຮູ້ ໃຫ້ແກ່ ປະຊາຊົນ, ວິສາຫະກິດ ສຳລັບ ການນຳໃຊ້ ພະລັງງານປະຢັດ ແລະ ມີປະສິດທິຜົນ. ການນຳໃຊ້ ພະລັງງານ ປະຢັດ ແລະ ມີປະສິດທິຜົນ ແມ່ນນະໂຍບາຍ ສຳຄັນ ທີ່ສຸດ ໃນການພັດທະນາ ພະລັງງານຢູ່ ສສ ຫວຽດນາມ. ສະນັ້ນ, ການບຸກລະດົມ ຂະບວນການ ຕອບສະໜອງ ຊົ່ວໂມງ ເພື່ອໜ່ວຍໂລກ ມີຄວາມໝາຍ ສຳຄັນ ທີ່ສຸດ, ບໍ່ພຽງແຕ່ ສຳລັບ ປະຊາຊົນເທົ່ານັ້ນ, ຫາກຍັງ ສຳລັບ ປະຊາຄົມ ວິສາຫະກິດ ອີກດ້ວຍ”./.
(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL