ແຂ່ງຂັນຄົນລາວຮ້ອງເພງຈີນພາຍໃຕ້ຫົວຂໍ້ "ສຽງເພງແຫ່ງແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ"

30/09/2026 08:57
Email Print 2843
ຂປລ ສູນວັດທະນະທຳຈີນ ປະຈຳລາວ ຮ່ວມກັບ ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ ແລະ ສະພາການຄ້າຈີນ ປະຈຳລາວ ຈັດການແຂ່ງຂັນຄົນລາວຮ້ອງເພງຈີນ ຄັ້ງທີ 5 ພາຍໃຕ້ຫົວຂໍ້ “ສຽງເພງແຫ່ງແມ່ນ້ຳຂອງ-ນ້ຳລ້ານຊ້າງ”

 ໃນວັນທີ 25 ກັນຍາ 2026 ຜ່ານມາ ຢູ່ຫໍວັດທະນະທຳແຫ່ງຊາດ ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມຂອງ ທ່ານ ນາງ ວັນສີ ສຸກຈະເລີນ ຮອງຫົວໜ້າກົມວັດທະນະທຳ ແລະ ສິລະປະການສະແດງ ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ, ທ່ານ ເຕິ້ງລີ້ສຽງ ທີ່ປຶກສາພະແນກຮ່ວມມືແລກປ່ຽນ ສະຖານທູດຈີນ ປະຈຳລາວ, ທ່ານ ຫຼົວ ເວີ້ຍຈ້ຽນ ຫົວໜ້າສູນວັດທະນະທຳຈີນ ປະຈຳລາວ, ມີບັນດາຫົວໜ້າ, ຮອງຫົວໜ້າກົມອ້ອມຂ້າງກະຊວງວັດທະນະທຳ ແລະ ການທ່ອງທ່ຽວ, ແຂກຮັບເຊີນທັງສອງຝ່າຍ ລາວ ແລະ ຈີນ ເຂົ້າຮ່ວມ.

ທ່ານ ນາງ ວັນສີ ສຸກຈະເລີນ ໄດ້ກ່າວວ່າ: ລາວ ແລະ ຈີນ ເປັນປະເທດຄູ່ຮ່ວມມືຍຸດທະສາດຮອບດ້ານ, ບ້ານໃກ້ເຮືອນຄຽງທີ່ມີສາຍພູ ແລະ ແມ່ນ້ຳຕິດຈອດກັນ, ປະຊາຊົນສອງຊາດໄດ້ມີການໄປມາຫາສູ່ກັນມາແຕ່ບູຮານນະການ, ການຈັດງານແຂ່ງຂັນຄົນລາວຮ້ອງເພງຈີນຄັ້ງນີ້ ເປັນເວທີໃນການກ້າສະແດງອອກໃຫ້ແກ່ຄົນລາວທີ່ມັກຮັກໃນການຮ້ອງເພງຈີນ, ທັງເປັນການຈັດຕັ້ງຜັນຂະຫຍາຍເນື້ອໃນຂອງແຜນແມ່ບົດການເປັນຄູ່ຮ່ວມຊາຕາກຳ ລາວ-ຈີນ, ການປະກອບສ່ວນໃນການສະເຫຼີມສະຫຼອງວັນຄົບຮອບ 65 ປີ ຂອງການສ້າງຕັ້ງສາຍພົວພັນການທູດ ລາວ-ຈີນ ແລະ ປີມິດຕະພາບ ລາວ-ຈີນ 2026 ໃຫ້ເຕັມໄປດ້ວຍບັນຍາກາດແຫ່ງຄວາມອົບອຸ່ນ ແລະ ຟົດຟື້ນຍິ່ງຂຶ້ນ ແລະ ກິດຈະກຳຄັ້ງນີ້ ບໍ່ພຽງແຕ່ເປັນການແລກປ່ຽນວັດທະນະທຳເທົ່ານັ້ນ, ແຕ່ຍັງເປັນການສະທ້ອນໃຫ້ເຫັນເຖິງສາຍພົວພັນອັນແໜ້ນແຟ້ນ ແລະ ສະທ້ອນໃຫ້ເຫັນເຖິງໄມຕີຈິດມິດຕະພາບຂອງການເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ ໝັ້ນຄົງຍາວນານ ແລະ ການເປັນຄູ່ຮ່ວມຊາຕາກຳ ຈີນ-ລາວ, ລາວ-ຈີນ ໂດຍຜ່ານກິດຈະກຳແຂ່ງຂັນຮ້ອງເພງດັ່ງກ່າວ. ຄຽງຄູ່ກັນ, ການຈັດງານແຂ່ງຂັນຮ້ອງເພງ ຍັງເປັນມື້ກົງກັບວັນສະເຫຼີມສະຫຼອງບຸນໄຫວ້ພະຈັນ ທີ່ເປັນບຸນປາງໃຫຍ່ທີ່ມີຄວາມໝາຍສຳຄັນທາງດ້ານວັດທະນະທຳ ແລະ ປະຫວັດສາດຂອງຈີນ ອີກດ້ວຍ.

ການແຂ່ງຂັນຄົນລາວຮ້ອງເພງຈີນຄັ້ງນີ້, ບັນດາຜູ້ເຂົ້າຮ່ວມໄດ້ຮັບຊົມການສະແດງສິລະປະວັດທະນະທຳ ລາວ ແລະ ຈີນ, ການແຂ່ງຂັນຮ້ອງເພງຢ່າງຄຶກຄື້ນມ່ວນຊື່ນ ຊຶ່ງໃນຮອບຊີງຊະນະເລີດ ມີຜູ້ແຂ່ງຂັນເຂົ້າຮ່ວມທັງໝົດ 12 ຄົນ ແລະ ຜູ້ທີ່ໄດ້ຮັບລາງວັນຊະນະເລີດ ແມ່ນໝາຍເລກ A8 ນາງ ວຽງສະໄໝ ຢ່າຢົງຊື, ຮອງຊະນະເລີດ ໝາຍເລກ A06 ນາງ ພັດທະນາ ພິມກັນຍາ ແລະ ໝາຍເລກ A10 ທ້າວ ພົງສະຫວັນ ແກ່ນຈັນ.

KPL

ຂ່າວອື່ນໆ

    • ເປີດມະຫະກຳສີມືຫັດຖະກຳລາວ ຄັ້ງທີ 25ວັດທະນະທຳ-ສັງຄົມ

      ເປີດມະຫະກຳສີມືຫັດຖະກຳລາວ ຄັ້ງທີ 25

      11/4/2026 12:16:11 PM

      ພິທີເປີດມະຫະກຳສີມືຫັດຖະກຳລາວ ຄັ້ງທີ 25 ປະຈໍາປີ 2026 ຈັດຂຶ້ນພາຍໃຕ້ຄໍາຂວັນ “ສີໄມ້ລາຍມືຄືອຸທິຍານແຫ່ງການທ່ອງທ່ຽວ, 25 ປີ ແຫ່ງການເຕີບໃຫຍ່ສານສາຍໃຍພູມປັນຍາ ເຊີດຊູຄຸນຄ່າຫັດຖະກຳລາວສູ່ມໍລະດົກໂລກ” .

    • ມອບ-ຮັບປຶ້ມວັດທະນະທຳຂອງເຈີ້ຈຽງໃຫ້ຫ້ອງສະໝຸດແຫ່ງຊາດລາວວັດທະນະທຳ-ສັງຄົມ

      ມອບ-ຮັບປຶ້ມວັດທະນະທຳຂອງເຈີ້ຈຽງໃຫ້ຫ້ອງສະໝຸດແຫ່ງຊາດລາວ

      10/30/2026 9:25:37 AM

      ພິທີມອບ-ຮັບປຶ້ມວັດທະນະທຳຂອງເຈີ້ຈຽງ ສປ ຈີນ ໃຫ້ຫໍສະໝຸດແຫ່ງຊາດລາວ ຈັດຂຶ້ນໃນວັນທີ 29 ຕຸລາ 2026 ຢູ່ຫໍສະໝຸດແຫ່ງຊາດ ນະຄອນຫຼວງວຽງຈັນ ຕາງໜ້າມອບໂດຍ ທ່ານ ສູ ຢົ່ງເຊິ່ງ ຮອງຜູ້ອຳນວຍການຫໍສະໝຸດເຈີ້ຈຽງ, ຫົວໜ້າສູນຄົ້ນຄວ້າສູນປົກປັກຮັກສາປຶ້ມບູຮານແຂວງເຈີ້ຈຽງ ສປ ຈີນ ແລະ ຮັບໂດຍ ທ່ານ ສຳລານ ຫຼວງອາໄພ ຜູ້ອຳນວຍການຫໍສະໝຸດແຫ່ງຊາດ ໂດຍມີຫົວໜ້າສູນວັດທະນະທຳຈີນ ປະຈຳລາວ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງຂອງທັງສອງຝ່າຍ ເຂົ້າຮ່ວມ.

    • ເປີດຝຶກອົບຮົມ ການເປັນຜູ້ນຳເພດຍິງພາຍໃຕ້ໂຄງການຜູ້ນຳພາເພດຍິງອາຊີວັດທະນະທຳ-ສັງຄົມ

      ເປີດຝຶກອົບຮົມ ການເປັນຜູ້ນຳເພດຍິງພາຍໃຕ້ໂຄງການຜູ້ນຳພາເພດຍິງອາຊີ

      10/30/2026 9:25:32 AM

      ຄະນະກຳມາທິການແຫ່ງຊາດ ເພື່ອຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ (ຄຊກມດ) ຮ່ວມກັບທະນາຄານພັດທະນາອາຊີ (ADB) ເປີດຝຶກອົບຮົມການເປັນການນຳເພດຍິງ ພາຍໃຕ້ໂຄງການການເປັນຜູ້ນຳແມ່ຍິງອາຊີ ໃນວັນທີ 28-30 ຕຸລາ 2026 ໂດຍການເຂົ້າຮ່ວມ ແລະ ກ່າວເປີດຂອງ ທ່ານ ນາງ ພັນຈິນດາ ເລັ່ງສະຫວັດ ຮອງປະທານ ຄຊກມດ ແລະ ທ່ານ ອາເມີ ກາຣີ ຫົວໜ້າຝ່າຍປະຕິບັດງານປະຈຳປະເທດ ADB ປະຈຳ ສປປ ລາວ, ພ້ອມດ້ວຍສຳມະນາກອນ ຈາກພາກລັດ ແລະ ເອກະຊົນ ເຂົ້າຮ່ວມ.

    • ກົມສ່ວຍສາອາກອນ ລາວ-ຫວຽດນາມຮ່ວມມືຄຸ້ມຄອງລະບົບສ່ວຍສາອາກອນທັນສະໄໝວັດທະນະທຳ-ສັງຄົມ

      ກົມສ່ວຍສາອາກອນ ລາວ-ຫວຽດນາມຮ່ວມມືຄຸ້ມຄອງລະບົບສ່ວຍສາອາກອນທັນສະໄໝ

      10/30/2026 8:58:49 AM

      ກອງປະຊຸມພົບປະແລກປ່ຽນບົດຮຽນດ້ານວິຊາການລະດັບສູງ ລະຫວ່າງ ຄະນະວິຊາການກົມສ່ວຍສາອາກອນ ແຫ່ງ ສປປ ລາວ ແລະ ຄະນະວິຊາການຈາກກົມສ່ວຍສາອາກອນ ສສ ຫວຽດນາມ ຈັດຂຶ້ນໃນວັນທີ 27 ຕຸລາ 2026 ໃນໂອກາດທີ່ເດີນທາງມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 26-30 ຕຸລາ 2026.

    • ສະຖານທູດຫວຽດນາມ ໂຄສະນາວຽກງານຄວບຄຸມ ແລະ ມອບ-ຮັບອາວຸດ, ວັດຖຸລະເບີດວັດທະນະທຳ-ສັງຄົມ

      ສະຖານທູດຫວຽດນາມ ໂຄສະນາວຽກງານຄວບຄຸມ ແລະ ມອບ-ຮັບອາວຸດ, ວັດຖຸລະເບີດ

      10/30/2026 8:55:25 AM

      ສະຖານທູດ ສສ ຫວຽດນາມ ປະຈຳລາວ ເຜີຍແຜ່ ແລະ ໂຄສະນາວຽກງານການຈັດຕັ້ງປະຕິບັດ, ຄວບຄຸມ ແລະ ມອບ-ຮັບອາວຸດ, ວັດຖຸລະເບີດໃຫ້ແກ່ປະຊາຊົນຫວຽດນາມທີ່ດຳລົງຊີວິດ, ທຳມາຫາກິນ ແລະ ດຳເນີນທຸລະກິດຢູ່ ສປປ ລາວ ວັນທີ 27 ຕຸລາ 2026 ພາຍໃຕ້ການເປັນປະທານໂດຍ ທ່ານ ຫງວຽນ ມິນ ເຕີມ ເອກອັກຄະລັດຖະທູດ ແຫ່ງ ສສ ຫວຽດນາມ ປະຈຳ ສປປ ລາວ, ມີ ທ່ານ ພັນເອກ ສົມສະນິດ ຈັນທະວົງ ຮອງຫົວໜ້າກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສປປ ລາວ, ຕົວແທນສະມາຄົມຊາວຫວຽດນາມ, ຜູ້ປະກອບການນັກທຸລະກິດ ແລະ ປະຊາຊົນຊາວຫວຽດນາມ ຢູ່ ສປປ ລາວ ເຂົ້າຮ່ວມ.

ads
ads

Top