ຂປລ
ຂປລ. ເມື່ອບໍ່ດົນມານີ້, ໄດ້ມີພິທີເຊັນສັນຍາ ການຮ່ວມມື (MOA) ກ່ຽວກັບໂຄງການຄົ້ນຄວ້າ ແລະ ພັດທະນາແນວພັນງົວຊີ້ນທີ່ດີ ລາວ-ຈີນ ລະຫວ່າງ ສະຖາບັນຄົ້ນຄວ້າກະສິກໍາ-ປ່າໄມ້ ແລະ ພັດທະນາຊົນນະບົດ ແລະ ບໍລິສັດ ລຽນຢູ ປັກກິ່ງ ເທັກໂນ ໂລຊີປັບປຸງແນວພັນງົວ ຈໍາກັດ

ຂປລ. ເມື່ອບໍ່ດົນມານີ້, ໄດ້ມີພິທີເຊັນສັນຍາ ການຮ່ວມມື (MOA) ກ່ຽວກັບໂຄງການຄົ້ນຄວ້າ ແລະ ພັດທະນາແນວພັນງົວຊີ້ນທີ່ດີ ລາວ-ຈີນ ລະຫວ່າງ ສະຖາບັນຄົ້ນຄວ້າ ກະສິກໍາ-ປ່າໄມ້ ແລະ ພັດທະນາຊົນນະບົດ ແລະ ບໍລິສັດ ລຽນຢູ ປັກກິ່ງ ເທັກໂນ ໂລຊີປັບປຸງແນວພັນງົວ ຈໍາກັດ ໂດຍການລົງນາມລະຫວ່າງ ທ່ານ ເພັດມະນີແສງ ຊ້າງໄຊຍະສານ ຮັກສາການ ຫົວໜ້າສະຖາບັນ ຄົ້ນຄວ້າກະສິກໍາ-ປ່າໄມ້ ແລະ ພັດທະນາຊົນນະບົດ, ທ່ານ ພົມມີ ອິນທິຈັກ ຮອງຫົວໜ້າກົມແຜນການ ແລະ ການຮ່ວມມື, ທ່ານ ພັນທະວົງ ວົງສໍາພັນ ຮອງຫົວໜ້າ ກົມລ້ຽງສັດ ແລະ ການປະມົງ ກັບ ທ່ານ ຫວັງ ຄົງ ຢັອງ ປະທານບໍລິສັດລຽນຢູ ປັກກິ່ງ ເຕັກໂນໂລຊີ ປັບປຸງແນວພັນງົວ, ທ່ານ ຫລຸຍ ຊາວກຸຍ ສາສະດາຈານມະຫາ ວິທະຍາໄລ ວິຊາຊີບລ້ຽງສັດຢຸນນານ, ຊ່ຽວຊານອາວຸໂສການລ້ຽງສັດ ໂດຍມີພາກສ່ວນກ່ຽວ ຂ້ອງສອງຝ່າຍ ເຂົ້າຮ່ວມ ເປັນສັກຂີພິຍານ.
ໂຄງການຮ່ວມມືຄົ້ນຄວ້າ ແລະ ພັດທະນາແນວພັນງົວຊີ້ນທີ່ດີ ລາວ-ຈີນ ມີຈຸດປະສົງ ເພື່ອນໍາເອົາແນວພັນງົວຫົວຊີ ທີ່ໄດ້ຮັບການຊ່ວຍເຫລືອລ້າຈາກ ສປ ຈີນ ມາປັບປຸງແນວພັນ ງົວພື້ນເມືອງລາວ ໂດຍການນໍາໃຊ້ເຕັກນິກ ການປະສົມພັນທຽມ ໃຫ້ມີການຈະເລີນເຕີບໂຕ ທາງດ້ານຂະໜາດ, ນໍ້າໜັກ ແລະ ຄຸນນະພາບຊີ້ນ ທີ່ຕະຫລາດຕ້ອງການ, ສາມາດປັບຕົວກັບ ສະພາບແວດລ້ອມ ແລະ ມີຜົນຕອບແທນທາງ ດ້ານເສດຖະກິດທີ່ດີ, ຊຸກຍູ້ ແລະ ສະໜັບສະໜູນການລ້ຽງງົວຊີ້ນ ຂອງຄອບຄົວຊາວກະ ສິກອນ ແລະ ການລ້ຽງງົວແບບເປັນຟາມ ເພື່ອເປັນສິນຄ້າ, ການລ້ຽງງົວແມ່ຜະລິດລູກ ແລະ ສະໜອງແນວພັນງົວຊີ້ນທີ່ດີ, ການລ້ຽງງົວນ້ອຍ-ງົວລຸ້ນ ເພື່ອສະໜອງແນວພັນສໍາລັບການທອມງົວ ແລະ ການລ້ຽງງົວທອມ ເພື່ອສົ່ງອອກໄປ ສປ ຈີນ.
ນອກຈາກນີ້, ຍັງເປັນການຮ່ວມມືການຄົ້ນຄວ້າ ແລະ ພັດທະນາພັນງົວຊີ້ນທີ່ດີ ລະຫວ່າງ ພາກລັດ ແລະ ເອກະຊົນ ບົນພື້ນຖານຕ່າງຝ່າຍ ຕ່າງມີຜົນປະໂຫຍດ ເພື່ອສະໜັບສະໜູນ ໂຄງການໃນຕໍ່ໜ້າ ໃນການສົ່ງອອກງົວຫົວຊີ ໄປ ສປ ຈີນ ແລະ ປະກອບສ່ວນເຂົ້າໃນ ການພັດທະນາການລ້ຽງສັດ ຂອງ ສປປ ລາວ ໃຫ້ມີການຂະຫຍາຍຕົວ.
ຂໍ້ມູນ-ພາບ: ວິທະຍຸແຫ່ງຊາດ
KPL