ຫສນຍ ເຜີຍແຜ່ເອກະສານສຳຄັນ ຂອງພັກ-ຂອງຊາດ

13/03/2025 11:24
Email Print 574
ຂປລ ຂປລ. ອົງຄະນະພັກ ຫ້ອງວ່າການສຳນັກງານ ນາຍົກລັດຖະມົນຕີ (ຫສນຍ) ຈັດກອງປະຊຸມເຜີຍແຜ່ເອກະສານວັນສຳຄັນ ຂອງພັກ-ຂອງຊາດ ໃນວັນທີ 12 ມີນາ 2025




ຂປລ. ອົງຄະນະພັກ ຫ້ອງວ່າການສຳນັກງານ ນາຍົກລັດຖະມົນຕີ (ຫສນຍ) ຈັດກອງປະຊຸມເຜີຍແຜ່ເອກະສານວັນສຳຄັນ ຂອງພັກ-ຂອງຊາດ ໃນວັນທີ
12 ມີນາ 2025 ໂດຍການເປັນ ປະທານຮ່ວມ ແລະ ໃຫ້ກຽດເຜີຍແຜ່ຂອງ ສະຫາຍ ບົວຄົງ ນາມມະວົງ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ, ຫົວໜ້າ ຫສນຍ ແລະ ສະຫາຍ ພົທ ແສງນວນ ໄຊຍະລາດ ເລຂາຄະນະພັກ, ປະທານສະຫະພັນນັກຮົບເກົ່າແຫ່ງຊາດລາວ, ມີຄະນະບໍລິຫານງານພັກ, ຄະນະໜ່ວຍພັກຮາກຖານ ພ້ອມດ້ວຍສະມາຊິກພັກ, ພະນັກງານ- ລັດຖະກອນ ພາຍໃນ ຫສນຍ ເຂົ້າຮ່ວມ.

ເອກະສານທີ່ນຳມາເຜີຍແຜ່ໃນຄັ້ງນີ້ ປະກອບມີ:  ເອກະສານວັນຄຽດແຄ້ນຂອງປະຊາຊົນລາວ -ວັນນັກຮົບເສຍອົງຄະ ແລະ ເສຍສະລະຊີວິດ ເພື່ອປະເທດຊາດ ວັນທີ 21 ມີນາ 1946 ໃຫ້ກຽດເຜີຍແຜ່ໂດຍ ສະຫາຍ ພົທ ແສງນວນ ໄຊຍະລາດ  ​ໂດຍໄດ້ຍົກໃຫ້ເຫັນເຫດການ ແລະ ການຕໍ່ສູ້ຢ່າງພິລະອາດຫານຂອງທະຫານ ແລະ ປະຊາຊົນເມືອງທ່າແຂກ, ຄວາມໝາຍ ຄວາມສຳຄັນຂອງບັ້ນຮົບດັ່ງກ່າວ ທີ່ໄດ້ກາຍເປັນເຫດການປະຫວັດສາດ ແຫ່ງການຕໍ່ສູ້ພິລະອາດຫານຂອງປະຊາຊົນລາວ ແລະ ກາຍເປັນກະແສຟອງໃຫ້ແກ່ ການປະຕິວັດຊາດ ປະຊາທິປະໄຕຂອງພວກເຮົາ ກ້າວໄປສູ່ການປົດປ່ອຍຊາດຢ່າງສົມບູນ. ຈາກນັ້ນ, ຜູ້​ເຂົ້າ​ຮ່ວມກໍໄດ້ຮັບຟັງ ການ​ເຜີຍ​ແຜ່ເອກະສານ ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 70 ປີ, ເອກະສານ ສໍາມະນາວິທະຍາສາດ 70 ປີ ພາຍໃຕ້ການນໍາພາຂອງພັກ ທີ່ມີກຽດສະຫງ່າ ໂດຍການເຜີຍແຜ່ຂອງ ສະຫາຍ ບົວຄົງ ນາມມະວົງ ເຊິ່ງສະຫາຍ ໄດ້ຍົກໃຫ້ເຫັນຂະບວນວິວັດ ແຫ່ງການກຳເນີດ ຂອງພັກປະຊາຊົນລາວ, 70 ປີແຫ່ງການນໍາພາ-ຊີ້ນໍາ ຂອງພັກປະຊາຊົນປະຕິວັດລາວ ແລະ ໝາກຜົນທີ່ໄດ້ຮັບ, ການເສີມຂະຫຍາຍມູນເຊື້ອທາດແທ້ຂອງພັກ; ເນື້ອໃນສໍາຄັນເອກະສານ ສຳມະນາວິທະຍາສາດ ເປັນຕົ້ນ ການກໍາເນີດຂອງພັກປະຊາຊົນລາວ ເປັນບາດລ້ຽວປະຫວັດສາດ ຕັດສິນໄຊຊະນະຂອງການປະຕິວັດ; ພັກປະຊາຊົນ ປະຕິວັດລາວ ນຳພາພາລະກິດປົດປ່ອຍຊາດ ຢ່າງສົມບູນ; ພັກກໍ່ສ້າງ-ປັບປຸງຢ່າງບໍ່ຢຸດຢັ້ງ ເພື່ອຮັບປະກັນໄຊຊະນະ ຂອງການປະຕິວັດແຕ່ລະໄລຍະ; ພັກນຳພາສ້າງລັດ ຂອງປະຊາຊົນ ໂດຍປະຊາຊົນ ເພື່ອປະຊາຊົນ; ພັກນຳພາພັດທະນາ ເສດຖະກິດຕະຫລາດ ຕາມທິດສັງຄົມນິຍົມ; ພັກນຳພາພັດທະນາວັດທະນະທຳ-ສັງຄົມ ເພື່ອຄວາມຢູ່ດີກິນດີ ຂອງປະຊາຊົນ ບັນດາເຜົ່າ; ພັກນຳພາເຕົ້າໂຮມຄວາມສາມັກຄີ ເປັນປຶກແຜ່ນທົ່ວປວງຊົນທັງຊາດ; ພັກນຳພາວຽກງານປ້ອງກັນຊາດ ບົນເສັ້ນທາງກ້າວສູ່ຈຸດໝາຍສັງຄົມນິຍົມ; ພັກນຳພາກໍ່ສ້າງ ກຳລັງປ້ອງກັນ ຄວາມສະຫງົບເຂັ້ມແຂງ, ມີແບບແຜນທັນສະໄໝ ແລະ ພັກນຳພາເປີດກວ້າງ ການພົວພັນຮ່ວມມືກັບຕ່າງປະເທດ. ພ້ອມກັນນີ້, ຍັງໄດ້ເຜີຍແຜ່ເອກະສານ ຜົນສຳເລັດ ກອງປະຊຸມຄົບຄະນະ ຄັ້ງທີ 3 ຂອງຄະນະກໍາມະການສູນກາງພັກ ກອມມູນິດຈີນ ສະໄໝທີ XX, ມະຕິຕົກລົງ ວ່າດ້ວຍເອກະສານຂອງພັກປະຊາ ຊົນປະຕິວັດລາວ ສະບັບເລກທີ 25/ກມສພ, ລົງວັນທີ 24 ທັນວາ 2024 ຕື່ມອີກ.




ການເຜີຍແຜ່ເຊື່ອມຊຶມບັນດາເນື້ອໃນ ຂອງເອກະສານວັນສຳຄັນ ຂອງພັກ-ຂອງຊາດ ໃນຄັ້ງນີ້
, ເພື່ອໃຫ້ສະມາຊິກພັກ, ພະນັກງານ-ລັດຖະກອນທົ່ວ ຫສນຍ ເຫັນໄດ້ມູນເຊື້ອ ອັນພິລະອາດຫານ ຂອງບັນພະບູລຸດ, ຖອດຖອນເອົາບົດຮຽນ ແລະ ປະສົບການອັນດີເລີດຂອງບັນດາຜູ້ນຳ ໝູນໃຊ້ເຂົ້າໃນພຶດ ຕິກໍາຕົວຈິງ; ຮັບຮູ້, ເຂົ້າໃຈ ແລະ ຍຶດໝັ້ນອຸດົມການ ຂອງພັກ; ມີຄວາມໜັກແໜ້ນທາງດ້ານການ ເມືອງ-ແນວຄິດ, ມີຄຸນສົມບັດສິນທຳປະຕິວັດ, ກຳແໜ້ນ ແລະ ເປັນເອກະພາບ ຕໍ່ບັນດາເນື້ອໃນຈິດໃຈ ຂອງເອກະສານ ທີ່ນຳມາເຜີຍແຜ່ ເຊື່ອມຊຶມ, ພ້ອມທັງນໍາໄປຄົ້ນຄວ້າຈັດຕັ້ງ ຜັນຂະຫຍາຍເຂົ້າໃນຈັດຕັ້ງປະຕິບັດວຽກງານຕົວຈິງ ຕາມໜ້າທີ່ການເມືອງ ແລະ ຄວາມຮັບຜິດຊອບຂອງຕົນ ໃນເງື່ອນໄຂໃໝ່ໃຫ້ເກີດ ປະໂຫຍດສູງສຸດ ຕໍ່ປະເທດຊາດ ແລະ ປະຊາຊົນ.

ຂ່າວ: ກົມປະຊາສຳພັນ ຫສນຍ

KPL

ຂ່າວອື່ນໆ

ads
ads

Top