ກອງທັບປະຊາຊົນລາວ ເຕີບໃຫຍ່ ຂະຫຍາຍຕົວ ພາຍໃຕ້ການນຳພາຂອງພັກ

13/03/2025 11:08
Email Print 338
ຂປລ ຂປລ. ກອງທັບປະຊາຊົນລາວ ແມ່ນພັກປະຊາຊົນປະຕິວັດລາວ ເປັນຜູ້ກໍ່ຕັ້ງ, ສຶກສາອົບຮົມ ແລະ ກໍ່ສ້າງ-ປັບປຸງໃຫ້ເຕີບໃຫຍ່ເຂັ້ມແຂງທັງດ້ານຈໍານວນ ແລະ ຄຸນນະພາບ, ເວລາໃດພັກກໍ ໃຫ້ຄວາມສໍາຄັນ, ເອົາໃຈໃສ່ໃນການນໍາພາເດັດຂາດ ໂດຍກົງຮອບດ້ານຕໍ່ກອງທັບ, ສ້າງກອງທັບເປັນກອງທັບປະຕິວັດ ທີ່ໄວ້ໃຈໄດ້ຂອງພັກ




ຂປລ. ກອງທັບປະຊາຊົນລາວ ແມ່ນພັກປະຊາຊົນປະຕິວັດລາວ ເປັນຜູ້ກໍ່ຕັ້ງ
, ສຶກສາອົບຮົມ ແລະ ກໍ່ສ້າງ-ປັບປຸງໃຫ້ເຕີບໃຫຍ່ເຂັ້ມແຂງທັງດ້ານຈໍານວນ ແລະ ຄຸນນະພາບ, ເວລາໃດພັກກໍ ໃຫ້ຄວາມສໍາຄັນ, ເອົາໃຈໃສ່ໃນການນໍາພາເດັດຂາດ ໂດຍກົງຮອບດ້ານຕໍ່ກອງທັບ, ສ້າງກອງທັບເປັນກອງທັບປະຕິວັດ ທີ່ໄວ້ໃຈໄດ້ຂອງພັກ, ເປັນທີ່ເພິ່ງອັນໜັກແໜ້ນຂອງປະຊາຊົນ, ເປັນກໍາແພງເພັດທີ່ແຂງແກ່ນ ປົກປັກຮັກສາປະເທດຊາດ ໄວ້ໃຫ້ໝັ້ນຄົງ.

ສະຫາຍ ພົນຕີ ວົງສອນ ອິນປານພິມ ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບ ໃຫ້ສຳພາດໃນວັນທີ 12 ມີນາ 2025 ໃນໂອກາດກຽມ ສະເຫລີມສະຫລອງວັນສ້າງຕັ້ງ ພັກປະຊາຊົນປະຕິວັດລາວ ຄົບຮອບ 70 ໂດຍສະຫາຍ ໄດ້ຍົກໃຫ້ເຫັນມູນເຊື້ອແຫ່ງການນຳພາ-ຊີ້ນຳ ແລະ ເຕີບໃຫຍ່ຂະຫຍາຍຕົວຂອງ ພັກປະຊາຊົນ ປະຕິວັດລາວ ຕະຫລອດໄລຍະ 70 ປີ ຜ່ານມາ ເຊິ່ງເວລາໃດພັກກໍເຊີດຊູບົດບາດ, ຄວາມສາມາດນໍາພາຂອງຕົນ ແລະ ມີໄຫວພິບ, ສະຫລາດສ່ອງໃສ, ສາມາດນໍາພາປະເທດຊາດ ຜ່ານວິກິດ ແລະ ຄວາມຫຍຸ້ງຍາກນາໆປະການ ບໍ່ວ່າໃນໄລຍະຕໍ່ສູ້ປົດປ່ອຍຊາດ ກໍຄື ໄລຍະປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃນປັດຈຸບັນ. ເຖິງວ່າສະພາບ ການຈະດຸເດືອດຂ້ຽວຂາດ, ຫຍຸ້ງຍາກສັບສົນ, ລະອິດລະອ້ຽວປານໃດກໍຕາມ ແຕ່ພັກເຮົາກໍສາ ມາດນໍາພາປະເທດຊາດ ຜ່ານໄປໄດ້ຢ່າງມີໄຊ.

ສະຫາຍ ພົນຕີ ວົງສອນ ອິນປານພິມ ຍັງໃຫ້ຮູ້ອີກວ່າ: ຕະຫລອດໄລຍະ 76 ປີ ແຫ່ງການສ້າງຕັ້ງ ແລະ ເຕີບໃຫຍ່ຂະຫຍາຍຕົວຂອງກອງທັບປະຊາຊົນລາວ ພາຍໃຕ້ຮົ່ມທຸງສີແດງຂອງພັກ ແລະ ການນໍາພາປີຊາສາມາດ, ສະຫລາດສ່ອງໃສຂອງພັກ, ກອງທັບ ກໍເຮັດລ້ອນໜ້າທີ່ອັນໜັກໜ່ວງ ແລະ ມີກຽດສະຫງ່າຂອງຕົນ ທີ່ພັກ ແລະ ປະຊາຊົນມອບໝາຍໃຫ້ນັ້ນກໍຄື: ເປັນກໍາລັງຫລັກແຫລ່ງແກ່ນ ສານ ໃນວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນລາວຮອບດ້ານ, ສາມາດຕີເອົາຊະນະສັດຕູທຸກໂຕ ໃນທຸກໄລຍະຂອງການປະຕິວັດ; ສ້າງເງື່ອນໄຂເອື້ອອໍານວຍໃຫ້ແກ່ການສ້າງສາພັດທະ ນາປະເທດຊາດ ໃຫ້ຈະເລີນກ້າວໜ້າ, ພ້ອມທັງໄດ້ປະກອບສ່ວນຕົວຈິງ ເຂົ້າໃນການພັດທະນາຊົນນະ ບົດ ແກ້ໄຂຄວາມທຸກຍາກ ຂອງປະຊາຊົນ.




ກະຊວງປ້ອງກັນປະເທດ ເປັນສູນກາງນໍາພາ-ບັນຊາກໍາລັງປະກອບອາວຸດ ກໍຄື ກໍາລັງໃນກອງທັບ
, ໃນຊຸມປີຜ່ານມາ ຄະນະພັກກະຊວງປ້ອງກັນປະເທດ ກໍໄດ້ສຸມໃສ່ນໍາພາ-ບັນຊາ ບັນດາກົມກອງ ກໍາລັງຫລວງ-ກໍາລັງທ້ອງຖິ່ນໃນທົ່ວປະເທດ ຈັດຕັ້ງຜັນຂະຫຍາຍມະຕິ ກອງປະຊຸມໃຫຍ່ຕ່າງໆຂອງສູນກາງພັກ, ເວົ້າສະເພາະ ແມ່ນມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ມະຕິກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັັກກະຊວງປ້ອງກັນປະເທດ ມີຜົນສໍາເລັດພົ້ນເດັ່ນຫລາຍດ້ານ ເປັນຕົ້ນ ຮັບປະກັນເຮັດໃຫ້ປະເທດຊາດ ມີສະຖຽນລະພາບ ທາງດ້ານການເມືອງ, ສັງຄົມມີຄວາມເປັນລະບຽບຮຽບຮ້ອຍໂດຍພື້ນຖານ, ໄດ້ນໍາພາບັນດາກົມກອງ ເຄື່ອນໄຫວເຮັດໃຫ້ສະພາບ ຂອບເຂດທົ່ວປະເທດມີຄວາມສະຫງົບ, ບໍລິເວນ ຊາຍແດນແຕ່ເໜືອຮອດໃຕ້ ກໍຄື ເຂດໃຈກາງຂອງປະເທດ ມີຄວາມສະຫງົບຢ່າງໜັກແໜ້ນ. ພ້ອມນີ້, ຍັງໄດ້ຫັນເອົາກໍາລັງ ລົງກໍ່ສ້າງຮາກຖານການເມືອງ ຕິດພັນກັບ ການພັດທະນາ ຊົນນະບົດ ຮອບດ້ານຕາມທາງກວ້າງ ແລະ ທາງເລິກ ລວມມີ 19 ກອງປະຕິບັດງານກໍ່ສ້າງຮາກຖານ ຢູ່ 15 ແຂວງ, ມີ 26 ເມືອງ, 28 ຈຸດສຸມ, 142 ບ້ານ. ຜົນສໍາເລັດອັນພົ້ນເດັ່ນ ແມ່ນການພັດທະນາ 3 ຈຸມສຸມຂອງແຂວງໄຊສົມບູນ, ຈຸດສຸມຄັ້ງວຽງ ເມືອງໝອກ ແຂວງຊຽງຂວາງ ແລະ ຈຸດສຸມອື່ນໆ ທີ່ຕັ້ງຢູ່ເຂດຊົນນະບົດ ຫ່າງໄກສອກ ຫລີກ. ພ້ອມນີ້, ຍັງໄດ້ຮ່ວມມືກັບ ກອງທັບປະຊາຊົນຫວຽດນາມ ພັດທະນາບັນດາກຸ່ມບ້ານຊາຍແດນ ລາວ-ຫວຽດນາມ ຕາມການມອບໝາຍຂອງສູນກາງພັກ, ສອງລັດຖະບານ ລາວ-ຫວຽດນາມ ເຊິ່ງປັດຈຸບັນ ກໍາລັງສຸມໃສ່ 2 ກຸ່ມບ້ານໃໝ່ຄື: ກຸ່ມບ້ານຜາແດງ ເມືອງກວັນ ແຂວງຫົວພັນ ​ແລະ ກຸ່ມບ້ານນໍ້າຮາງ ເມືອງສໍາພັນ ແຂວງຜົ້ງສາລີ ແລະ ກຸ່ມບ້ານອື່ນໆ.

ພ້ອມນີ້, ສະຫາຍ ພົນຕີ ວົງສອນ ອິນປານພິມ ຍັງໄດ້ຕາງໜ້າໃຫ້ຄະນະນໍາ ກະຊວງປ້ອງກັນປະເທດ, ນາຍ ແລະ ພົນທະຫານໃນທົ່ວກອງທັບ ສະແດງຄວາມຮູ້ບຸນຄຸນມາຍັງ ພັກປະຊາຊົນປະຕິວັດລາວ ທີ່ໄດ້ກໍ່ຕັ້ງ, ສຶກສາອົບຮົມ ແລະ ນໍາພາ-ຊີ້ນໍາ ກອງທັບໃຫ້ເຕີບໃຫຍ່ເຂັ້ມແຂງ ແລະ ເຮັດສໍາເລັດໜ້າທີ່ອັນມີກຽດຂອງຕົນ ທີ່ພັກ ແລະ ປະຊາຊົນມອບໝາຍ ໃຫ້ໃນແຕ່ລະໄລຍະ, ພ້ອມທັງອວຍພອນໄຊອັນປະເສີດ ໃຫ້ບັນດາການນໍາພັກ-ລັດ, ການນໍາກະຊວງປ້ອງກັນປະເທດ, ພະນັກງານປະຕິວັດອາວຸໂສບໍານານ, ຕະຫລອດເຖິງ ປະຊາຊົນລາວ ບັນດາເຜົ່າໃນທົ່ວປະເທດ, ນາຍ ແລະ ພົນທະຫານ ໃນທົ່ວກອງທັບປະຊາຊົນລາວ ຈົ່ງມີສຸຂະພາບແຂງແຮງ, ມີພະລາໄມສົມບູນ, ມີຄວາມພາສຸກ ພ້ອມກັນອອກ ແຮງແຂງຂັນສ້າງຜົນງານ ເພື່ອຂໍ່ານັບຮັບຕ້ອນ 3 ວັນປະຫວັດສາດຂອງພັກ, ຂອງຊາດ ໃນປີ 2025 ໃຫ້ເປັນຂະບວນຟົດຟື້ນກວ້າງຂວາງ ແລະ ພ້ອມກັນເຮັດສໍາເລັດທຸກໜ້າທີ່ວຽກງານ.

ຂ່າວ-ພາບ: ທະນູທອງ

KPL

ຂ່າວອື່ນໆ

    • ໄຂກອງປະຊຸມ ສະພາວິທະຍາສາດ ຄົ້ນຄວ້າວຽກງານແນວລາວສ້າງຊາດ ຄັ້ງທີ Iການເມືອງ

      ໄຂກອງປະຊຸມ ສະພາວິທະຍາສາດ ຄົ້ນຄວ້າວຽກງານແນວລາວສ້າງຊາດ ຄັ້ງທີ I

      3/27/2025 4:56:44 PM

      ຂປລ. ກອງປະຊຸມ ສະພາວິທະຍາສາດ ຄົ້ນຄວ້າວຽກງານແນວລາວສ້າງຊາດ ໄຂຂຶ້ນໃນວັນທີ 25 ມີນາ 2025 ທີ່ສູນຄົ້ນຄວ້າ ແລະ ຝຶກອົບຮົມ ສູນກາງແນວລາວສ້າງຊາດ (ສນຊ) ໂດຍການເປັນປະທານຂອງທ່ານ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ, ມີບັນດາຮອງປະທານ ສນຊ, ຄະນະທີ່ປຶກສາ ແລະ ຄູ່ຮ່ວມງານວຽກງານຄົ້ນຄວ້າທິດສະດີ ແລະ ພຶດຕິກຳຂອງແນວລາວສ້າງຊາດ ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.

    • ປະກາດໃຊ້ ລັດຖະທຳມະນູນ ສະບັບປີ 2025 ຢ່າງເປັນທາງການການເມືອງ

      ປະກາດໃຊ້ ລັດຖະທຳມະນູນ ສະບັບປີ 2025 ຢ່າງເປັນທາງການ

      3/27/2025 4:49:56 PM

      ຂປລ. ສະພາແຫ່ງຊາດ ປະກາດໃຊ້ ລັດຖະທຳມະນູນ ສະບັບປີ 2025 ຢ່າງເປັນທາງການ ພາຍຫລັງໄດ້ພິຈາລະນາຢ່າງຖີ່ຖ້ວນ ເລິກເຊິ່ງ ໃນກອງປະຊຸມສະໄໝວິສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ຜ່ານມາ ພ້ອມທັງລົງຄະແນນສຽງຮັັບຮອງເອົາລັດຖະທຳມະນູນ ສະບັບດັ່ງກ່າວ ແລະ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ອອກລັດຖະດຳລັດ ສະບັບເລກທີ 037/ປປທ ລົງວັນທີ 22 ມີນາ 2025 ກ່ຽວກັບການປະກາດໃຊ້ລັດຖະທຳມະນູນ ສະບັບປີ 2025 ຢ່າງເປັນທາງການ.

    • ກຽມສຶກສາຄວາມເປັນໄປໄດ້ ໂຄງການໄຟຟ້າພະລັງງານແສງຕາເວັນ ຢູ່ສອງແຂວງການເມືອງ

      ກຽມສຶກສາຄວາມເປັນໄປໄດ້ ໂຄງການໄຟຟ້າພະລັງງານແສງຕາເວັນ ຢູ່ສອງແຂວງ

      3/27/2025 2:04:23 PM

      ຂປລ. ພິທີເຊັນບົດບັນທຶນຄວາມເຂົ້າໃຈ (MOU) ສຶກສາສຳຫລວດຄວາມເປັນໄປໄດ້ ໃນການພັດທະນາໂຄງການ ໄຟຟ້າພະລັງງານແສງຕາເວັນ ຢູ່ເຂດເມືອງປາກກະດິງ ແຂວງບໍລິຄຳໄຊ ແລະ ເມືອງລະມາມ ແຂວງເຊກອງ ລະຫວ່າງລັດຖະບານແຫ່ງ ສປປ ລາວ ກັບບໍລິສັດເອບີ (AB) ກໍ່ສ້າງຂົວ-ທາງ ແລະ ສ້ອມແປງເຄຫາສະຖານ ຈຳກັດຜູ້ດຽວ ແລະ ບໍລິສັດຊາວຊຸ່ນ ຮຸ່ງເຮືອງ ຈຳກັດຜູ້ດຽວ ຈັດຂຶ້ນວັນທີ 26 ມີນາ 2025 ທີ່ນະຄອນຫລວງວຽງຈັນ

    • ລັດຖະມົນຕີ ກຊສ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ທູດລາວ ທີ່ຈະໄປດໍາລົງຕໍາແໜ່ງຢູ່ຕ່າງປະເທດການເມືອງ

      ລັດຖະມົນຕີ ກຊສ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ທູດລາວ ທີ່ຈະໄປດໍາລົງຕໍາແໜ່ງຢູ່ຕ່າງປະເທດ

      3/27/2025 2:00:07 PM

      ຂປລ. ທ່ານ ນາງ ບຸນຄຳ ວໍລະຈິດ ລັດຖະມົນຕີ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ (ກຊສ) ຕ້ອນຮັບບັນດາເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ທີ່ຈະໄປດໍາລົງຕໍາແໜ່ງເປັນທູດ ຢູ່ຕ່າງປະເທດ ໃນວັນທີ 26 ມີນາ 2025

    • ພັກ ປປ ລາວ ຍຶດໝັ້ນເອົາພຶດຕິກຳຕົວຈິງ ເປັນມາດຕະຖານ ຢືນຢັນຄວາມຖືກຕ້ອງການເມືອງ

      ພັກ ປປ ລາວ ຍຶດໝັ້ນເອົາພຶດຕິກຳຕົວຈິງ ເປັນມາດຕະຖານ ຢືນຢັນຄວາມຖືກຕ້ອງ

      3/27/2025 1:53:40 PM

      ຂປລ. ພັກປະຊາຊົນປະຕິວັດລາວ (ພັກ ປປ ລາວ) ຍາມໃດກໍຍຶດໝັ້ນຫລັກການ ແລະ ທັດສະນະກ່ຽວກັບ ການເຄົາລົບກົດເກນພາວະວິໄສ, ການປົດປ່ອຍແນວຄິດຄອງເດີມ, ອັດຕະວິໄສ, ຕ້ານລັດທິຄຳພີຕາຍຕົວ ໂດຍເນັ້ນໜັກມາໂດຍຕະຫລອດວ່າ ໃນການນໍາພາ-ຊີ້ນໍານັ້ນ ຕ້ອງຍຶດໝັ້ນຄວາມເປັນຈິງ, ເອົາພຶດຕິກຳຕົວຈິງ ເປັນມາດຕະຖານ ຢືນຢັນຄວາມຖືກຕ້ອງ ຂອງທັດສະນະ ກໍຄື ທິດສະດີຕ່າງໆຂອງພັກ.

ads
ads

Top