ຫາລືແກ້ໄຂບັນຫາການສົ່ງອອກສິນຄ້າກະສິກໍາ

11/03/2025 15:18
Email Print 893
ຂປລ ຂປລ. ເມື່ອບໍ່ດົນມານີ້, ກົມການຄ້າຕ່າງປະເທດ, ກະຊວງອຸດສາຫະກໍາ ແລະ ການຄ້າ (ອຄ) ຈັດກອງປະຊຸມວິສາມັນ ຄະນະກໍາມະການອໍານວຍຄວາມສະດວກ ທາງດ້ານການຄ້າ ແລະ ການຂົນສົ່ງ (ຄອຄຂ) ເພື່ອປຶກສາຫາລືແກ້ໄຂບັນຫາ ການສົ່ງອອກສິນຄ້າກະສິກໍາ ໂດຍການເປັນປະທານຂອງ ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ຫົວໜ້າຄະນະກໍາມະການອໍານວຍ ຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ ຂັ້ນສູນກາງ, ມີບັນດາລັດຖະມົນຕີ, ຮອງລັດຖະມົນຕີ, ເຈົ້້າແຂວງ ແລະ ຮອງເຈົ້າແຂວງຈໍາປາສັກ, ຫົວໜ້າກົມ, ຮອງກົມ, ຜູ້ຕາງໜ້າຈາກບັນດາກະຊວງ, ກົມກອງ, ຂະແໜງການທີ່ກ່ຽວຂ້ອງ ແລະ ບັນດາບໍລິສັດຜູ້ປະກອບການສົ່ງອອກ ເຂົ້າຮ່ວມ.



ຂປລ. ເມື່ອບໍ່ດົນມານີ້
, ກົມການຄ້າຕ່າງປະເທດ, ກະຊວງອຸດສາຫະກໍາ ແລະ ການຄ້າ (ອຄ) ຈັດກອງປະຊຸມວິສາມັນ ຄະນະກໍາມະການອໍານວຍຄວາມສະດວກ ທາງດ້ານການຄ້າ ແລະ ການຂົນສົ່ງ (ຄອຄຂ) ເພື່ອປຶກສາຫາລືແກ້ໄຂບັນຫາ ການສົ່ງອອກສິນຄ້າກະສິກໍາ ໂດຍການເປັນປະທານຂອງ ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ຫົວໜ້າຄະນະກໍາມະການອໍານວຍ ຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ ຂັ້ນສູນກາງ, ມີບັນດາລັດຖະມົນຕີ, ຮອງລັດຖະມົນຕີ, ເຈົ້້າແຂວງ ແລະ ຮອງເຈົ້າແຂວງຈໍາປາສັກ, ຫົວໜ້າກົມ, ຮອງກົມ, ຜູ້ຕາງໜ້າຈາກບັນດາກະຊວງ, ກົມກອງ, ຂະແໜງການທີ່ກ່ຽວຂ້ອງ ແລະ ບັນດາບໍລິສັດຜູ້ປະກອບການສົ່ງອອກ ເຂົ້າຮ່ວມ.

ກອງປະຊຸມ ໄດ້ຮັບຟັງການນໍາສະເໜີຄວາມຄືບໜ້າ ໃນການແກ້ໄຂບັນຫາ ຂອງພາກທຸລະກິດ ທີ່ຕິດພັນກັບວຽກງານການຄ້າ ແລະ ການຂົນສົ່ງ ເຊິ່ງໃນໄລຍະຜ່ານມາ ເຫັນວ່າຫລາຍພາກສ່ວນ ໄດ້ເອົາໃຈໃສ່ຜັນຂະຫຍາຍ ຜົນກອງປະຊຸມສາມັນ ແລະ ວິສາມັນຂອງ ຄອຄຂ ເຊິ່ງຫລາຍບັນຫາແມ່ນໄດ້ຮັບການແກ້ໄຂ ໂດຍສະເພາະ ການຫລຸດຈໍານວນ ຈຸດກວດກາຕາມເສັ້ນທາງລົງ, ການປັບປຸງຄ່າບໍລິການຢູ່ທ່າບົກ ແລະ ອື່ນໆ. ຢ່າງໃດກໍຕາມ ຍັງມີຫລາຍບັນຫາທີ່ຍັງຕ້ອງໄດ້ສືບຕໍ່ປັບປຸງແກ້ໄຂ ເປັນຕົ້ນ ການສ້າງຄໍາແນະນໍາເພື່ອຜັນຂະຫຍາຍດໍາລັດທ່າບົກ ເລກທີ 298/ລບ, ການຂະຫຍາຍລະບົບ ແຈ້ງພາສີປະຕູດຽວແຫ່ງຊາດ (LNSW) ໄປສູ່ຂະແໜງການ ທີ່ອອກອະນຸຍາດຕ່າງໆ ແລະ ບັນຫາການເຊື່ອມຈອດ ລະຫວ່າງ ທ່າບົກທ່ານາແລ້ງ ແລະ ລົດໄຟ ລາວ-ຈີນ.

ກອງປະຊຸມ ໄດ້ມອບໃຫ້ກອງເລຂາຄະນະອໍານວຍ ຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ ຂັ້ນສູນກາງ ສັງຮວມບັນດາບັນຫາທີ່ຍັງແກ້ໄຂບໍ່ສໍາເລັດ ແລະ ບັນຫາ ຫລື ຄໍາຄິດເຫັນທີ່ສະເໜີໃໝ່, ພ້ອມທັງໃຫ້ຕິດຕາມ ໂດຍໃຫ້ແຕ່ລະພາກສ່ວນຮີບຮ້ອນ ຈັດຕັ້ງປະຕິບັດແກ້ໄຂບັນດາບັນຫາດັ່ງກ່າວ ເພື່ອກະກຽມລາຍງານ ຄວາມຄືບໜ້າ ຜ່ານກອງປະຊຸມວິສາມັນ ຂອງຄະນະອໍານວຍຄວາມສະດວກ ທາງດ້ານການຄ້າ ແລະ ຂົນສົ່ງ ໃນກາງເດືອນມິຖຸນາ 2025 ທີ່ຈະມາເຖິງນີ້.

ຂໍ້ມູນ-ພາບ: ເວບໄຊ ອຄ

KPL

ຂ່າວອື່ນໆ

    • ປະດັບຫລຽນກາລະນຶກ 70 ປີ ພັກ ປປ ລາວ ໃຫ້ບັນດາການນຳ-ອະດີດການນຳຂັ້ນສູງ ພັກ-ລັດການເມືອງ

      ປະດັບຫລຽນກາລະນຶກ 70 ປີ ພັກ ປປ ລາວ ໃຫ້ບັນດາການນຳ-ອະດີດການນຳຂັ້ນສູງ ພັກ-ລັດ

      3/21/2025 11:53:33 AM

      ຂປລ. ພິທີປະດັບຫລຽນກາລະນຶກ 70 ປີ ພັກປະຊາຊົນປະຕິວັດລາວ (ພັກ ປປ ລາວ) ໃຫ້ບັນດາສະຫາຍ ການນຳ, ອະດີດການນຳຂັ້ນສູງ ພັກ, ລັດ ເນື່ອງໃນໂອກາດເຫລີມສະຫລອງວັນສ້າງຕັ້ງພັກ ປປ ລາວ ຄົບຮອບ 70 ປີ ຈັດຂຶ້ນໃນວັນທີ 21 ມີນາ 2025 ໃຫ້ກຽດປະດັບຫລຽນໂດຍ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ແຫ່ງ ສປປ ລາວ, ສະຫາຍ ໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແລະ ສະຫາຍ ບຸນທອງ ຈິດມະນີ ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ.

    • ວາງສະແດງຮູບພາບ  ສະຫລອງວັນ ສ້າງຕັ້ງພັກ ປປ ລາວ ຄົບຮອບ 70 ປີການເມືອງ

      ວາງສະແດງຮູບພາບ ສະຫລອງວັນ ສ້າງຕັ້ງພັກ ປປ ລາວ ຄົບຮອບ 70 ປີ

      3/21/2025 11:43:53 AM

      ຂປລ. ພິທີວາງສະແດງຮູບພາບ ພາຍໃຕ້ຫົວຂໍ້: “70 ປີ ແຫ່ງການກຳເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວຂອງ ພັກປະຊາຊົນປະຕິວັດລາວ” (ພັກ ປປ ລາວ) ຈັດຂຶ້ນໃນວັນທີ 21 ມີນາ 2025 ຢູ່ຫໍພິພິທະພັນ ໄກສອນ ພົມວິຫານ ນະຄອນຫລວງວຽງຈັນ ໂດຍມີ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ແຫ່ງ ສປປ ລາວ, ສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ, ພ້ອມດ້ວຍບັນດາສະຫາຍ ກຳມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ ເຂົ້າຮ່ວມ.

    • ການນຳພັກ-ລັດ ວາງພວງມາລາ ໂອກາດ ວັນສ້າງຕັ້ງພັກ ປປ ລາວ ຄົບຮອບ 70 ປີການເມືອງ

      ການນຳພັກ-ລັດ ວາງພວງມາລາ ໂອກາດ ວັນສ້າງຕັ້ງພັກ ປປ ລາວ ຄົບຮອບ 70 ປີ

      3/21/2025 11:36:26 AM

      ຂປລ. ໃນວັນທີ 21 ມີນາ 2025 ນີ້, ການນຳພັກ, ລັດ ນຳໂດຍ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະບໍລິຫານງານສູນກາງພັກ, ຄະນະລັດຖະບານ ໄດ້ເຂົ້າວາງພວງມາລາ ຢູ່ອະນຸສາວະລີນັກຮົມນິລະນາມ (ດາວແດງ) ແລະ ວາງກະຕ່າດອກໄມ້ ຢູ່ຕໍ່ໜ້າຮູບຫລໍ່ຂອງປະທານ ໄກສອນ ພົມວິຫານ ທີ່ຫໍພິພິທະພັນ ປະທານ ໄກສອນ ພົມວິຫານ ເນື່ອງໃນໂອກາດສະເຫລີມສະຫລອງ ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 70 ປີ (ພັກ ປປ ລາວ).

    • ຮັກສາການຫົວໜ້າ ຄຕພ ຕ້ອນຮັບທູດ ຫວຽດນາມ ອວຍພອນວັນສ້າງຕັ້ງພັກ ຄົບຮອບ 70 ປີການເມືອງ

      ຮັກສາການຫົວໜ້າ ຄຕພ ຕ້ອນຮັບທູດ ຫວຽດນາມ ອວຍພອນວັນສ້າງຕັ້ງພັກ ຄົບຮອບ 70 ປີ

      3/21/2025 8:36:43 AM

      ຂປລ. ໃນວັນທີ 20 ມີນາ 2025 ນີ້, ສະຫາຍ ບຸນເຫລືອ ພັນດານຸວົງ ຮັກສາການຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ປປ ລາວ ໄດ້ຕ້ອນຮັບ ສະຫາຍ ຫງວຽນ ມິງ ເຕີມ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສສ ຫວຽດນາມ ປະຈໍາ ສປປ ລາວ ພ້ອມດ້ວຍພະນັກງານສະຖານທູດ ເຂົ້າອວຍພອນ ຄະນະພັກ-ຄະນະນໍາ ແລະ ພະນັກງານ ຄະນະພົວພັນຕ່າງປະເທດສູນກາງພັກ(ຄຕພ) ໃນໂອກາດວັນສ້າງຕັ້ງ ພັກປະຊາຊົນ ປະຕິວັດລາວ ຄົບຮອບ 70 ປີ (22/3/1955-22/3/2025).

    • ພັກເພື່ອນມິດຍຸດທະສາສາດ ສົ່ງໂທລະເລກອວຍພອນ ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 70 ປີການເມືອງ

      ພັກເພື່ອນມິດຍຸດທະສາສາດ ສົ່ງໂທລະເລກອວຍພອນ ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 70 ປີ

      3/21/2025 8:29:41 AM

      ຂປລ. ເນື່ອງໃນໂອກາດສະເຫລີລສະຫລອງ ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 70 ປີ (22/3/1955-22/3/2025), ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ແລະ ຄະນະກໍາມະການສູນກາງພັກກອມມູນິດຈີນ ໄດ້ສົ່ງໂທລະເລກອວຍພອນ ເຖິງ ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ

ads
ads

Top