ກອງປະຊຸມວົງແຄບລັດຖະມົນຕີເສດຖະກິດ ອາຊຽນ

03/03/2025 09:39
Email Print 5883
ຂປລ ກອງປະຊຸມ ວົງແຄບ ລັດຖະມົນຕີ ເສດຖະກິດ ອາຊຽນ ຄັ້ງທີ 31 (AEMR-31) ໄດ້ຈັດຂຶ້ນຢູ່ ມາເລເຊຍ ໂດຍມີ ຜູ້ຕາງໜ້າ ບັນດາປະເທດ ສະມາຊິກ ອາຊຽນ ແລະ ຕີມໍແລັດສະເຕີ (ໃນຖານະ ເປັນຜູ້ສັງເກດການ), ທ່ານ ກາວຄິມຮອນ( Kao Kim Hourn) ເລຂາທິການໃຫຍ່ ອາຊຽນ.

ຂປລ.ວິທະຍຸ ກະຈາຍສຽງ ຫວຽດນາມ, ເມື່ອບໍ່ດົນມານີ້, ກອງປະຊຸມ ວົງແຄບ ລັດຖະມົນຕີ ເສດຖະກິດ ອາຊຽນ ຄັ້ງທີ 31 (AEMR-31) ໄດ້ຈັດຂຶ້ນຢູ່ ມາເລເຊຍ ໂດຍມີ ຜູ້ຕາງໜ້າ ບັນດາປະເທດ ສະມາຊິກ ອາຊຽນ ແລະ ຕີມໍແລັດສະເຕີ (ໃນຖານະ ເປັນຜູ້ສັງເກດການ), ທ່ານ ກາວ ຄິມ ຮອນ( Kao Kim Hourn) ເລຂາທິການໃຫຍ່  ອາຊຽນ. ຄະນະຜູ້ຕາງໜ້າ ຫວຽດນາມ ລວມມີ ບັນດາ ຫົວໜ່ວຍ ທີ່ກ່ຽວຂ້ອງ ຂອງກະຊວງ ອຸດສາຫະກຳ ແລະ ການຄ້າ ແລະ ກະຊວງການຕ່າງປະເທດ ແລະ ທ່ານ ຫງວຽນຊິງເຍິດເຕິນ, ຮອງລັດຖະມົນຕີ ກະຊວງ ການຕ່າງປະເທດ ນຳໜ້າ ເຂົ້າຮ່ວມ ກອງປະຊຸມຄັ້ງນີ້.ຈາກນັ້ນ ບັນດາ ລັດຖະມົນຕີ ໄດ້ເຫັນດີ ເປັນເອກະພາບ ຮັບຮອງເອົາ 18 ຂໍ້ລິເລີ່ມ ແລະ ບຸລິມະສິດ ໃນການຮ່ວມມື ດຳເນີນ ທຸລະກິດ ໃນປີ ປະທານ ອາຊຽນ 2025 ໂດຍ ມາເລເຊຍ ສະເໜີ, ສຸມໃສ່ ເຂົ້າໃນ ການຊຸກຍູ້ ການຄ້າ ແລະ ການລົງທຶນ, ກໍ່ສ້າງວິວັດ ການພັດທະນາ ແບບກວມລວມ ແລະ ຍືນຍົງ, ເພີ່ມທະວີ ການເຊື່ອມໂຍງ ແລະ ເຊື່ອມຈອດ ເສດຖະກິດ, ສ້າງພື້ນຖານ ເສດຖະກິດ ດີຈີຕອນ ອາຊຽນ ສ້າງຄວາມເຂັ້ມແຂງ ດ້ວຍຕົນເອງ.ໂດຍປະກອບສ່ວນ ເຂົ້າໃນຜົນສຳເລັດ ຂອງກອງປະຊຸມ, ຄະນະຜູ້ແທນ ຫວຽດນາມ ໄດ້ຕັ້ງໜ້າ ປຶກສາຫາລື ບັນດາເນື້ອໃນ ໃນໂຄງການ ດຳເນີນງານ, ສະເໜີ ການສະໜັບ ສະໜູນ ຕໍ່ບັນດາຂໍ້ລິເລີ່ມ, ບຸລິມະສິດໃນປີ ປະທານອາຊຽນ 2025 ຂອງ ມາເລເຊຍ, ພ້ອມທັງສະແດງ ຄວາມໄວ້ ເນື້ອເຊື່ອໃຈວ່າ ດ້ວຍບັນດາ ຄວາມມານະພະຍາມຂອງ ມາເລເຊຍ, ອາຊຽນ ຈະບັນລຸໄດ້ ບັນດາ ໝາກຜົນ ອັນຍິ່ງໃຫຍ່, ມຸ່ງໄປເຖິງ ອາຊຽນ “ກວມລວມ ແລະ ຍືນຍົງ”./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

    • ປະເທດ ກຳປູເຈຍອາຊຽນ ASEAN

      ປະເທດ ກຳປູເຈຍ

      11/10/2025 1:05:25 PM

      ເນື່ອງໃນໂອກາດ ວັນຊາດ ກຳປູເຈຍ (Cambodia) ຫລື ຣາຊະອານາຈັກ ກຳປູເຈຍ (Kingdom of Cambodia) ຄົບຮອບ 72 ປີ (9/11/1953-9/11/2025). ໂດຍມີ ນະຄອນຫລວງ ຊື່ວ່າ: ພະນົມເປັນ (Phanompenh), ຕັ້ງຢູ່ໃນເຂດອາຊີ ທາງພາກຕາເວັນອອກສຽງໃຕ້ ມີຊາຍແດນ ທາງທິດໃຕ້ຕິດກັບ ອ່າວໄທ, ທິດຕາເວັນຕົກ ຕິດກັບ ໄທ; ທິດເໜືອຕິດກັບ ລາວ ແລະ ໄທ

    • ກອງປະຊຸມສຸດຍອດ ອາຊຽນ-ອິນເດີຍ ແລະ ອາຊຽນ-ຍີ່ປຸ່ນອາຊຽນ ASEAN

      ກອງປະຊຸມສຸດຍອດ ອາຊຽນ-ອິນເດີຍ ແລະ ອາຊຽນ-ຍີ່ປຸ່ນ

      10/29/2025 4:39:24 PM

      ທ່ານ ຟ້າມມິນຈິງ ນາຍົກລັດຖະມົນຕີ ຫວຽດນາມ ພ້ອມກັບ ການນຳ ອາຊຽນ ແລະ ທ່ານ ນາເຣັນດຣາ ໂມດີ(Narendra Modi), ນາຍົກລັດຖະມົນຕີ ອິນ ເດຍ ໄດ້ເຂົ້າຮ່ວມ ກອງປະຊຸມ ສຸດຍອດ ອາຊຽນ-ອິນເດຍ ຄັ້ງທີ 22 ຢູ່ນະຄອນຫລວງ ກົວລາລຳເປີ

    • ກອງປະຊຸມສຸດຍອດຈີນ-ອາຊຽນ ຄັ້ງທີ 28ອາຊຽນ ASEAN

      ກອງປະຊຸມສຸດຍອດຈີນ-ອາຊຽນ ຄັ້ງທີ 28

      10/29/2025 4:13:58 PM

      ສປ ຈີນ​ ຍິນ​ດີ​ ຮ່ວມ​ກັບ ​ບັນ​ດາ​ປະ​ເທດ​ ອາ​ຊຽນ ເຊື່ອມ​ຕໍ່ ​ຍຸດ​ທະ​ສາດ ​ການ​ພັດ​ທະ​ນາ​, ຈັດ​ຕັ້ງປະ​ຕິ​ບັດ “ແຜນ​ດຳ​ເນີນ​ງານ ​ການ​ພົວ​ພັນ ​ຄູ່​ຮ່ວມ​ຍຸດ​ທະ​ສາດ ​ຮອບ​ດ້ານ​ຈີນ-ອາ​ຊຽນ(2026-2030)” ໃຫ້​ດີ ແລະ ຊຸກ​ຍູ້​ການ​ສ້າງ​ ປະ​ຊາ​ຄົມ​ ຮ່ວມ​ຊາ​ຕາ​ກຳ ​ຈີນ-ອາ​ຊຽນ ​ທີ່​​ແໜ້ນ​ແຟ້ນ​ກວ່າ​ເກົ່າ.

    • ສປ ຈີນ-ອາຊຽນ ລົງນາມ ອະນຸສັນຍາ ວ່າດ້ວຍ ເຂດການຄ້າເສລີ ສະບັບ 3.0 ຢ່າງເປັນທາງການອາຊຽນ ASEAN

      ສປ ຈີນ-ອາຊຽນ ລົງນາມ ອະນຸສັນຍາ ວ່າດ້ວຍ ເຂດການຄ້າເສລີ ສະບັບ 3.0 ຢ່າງເປັນທາງການ

      10/29/2025 4:06:51 PM

      ໃນ​ໄລ​ຍະ​ຈັດ​ ກອງ​ປະ​ຊຸມ ​ສຸ​ດຍອດ​ ອາ​ຊຽນ ​ຄັ້ງ​ທີ 47 ​ຢູ່​ນະ​ຄອນ​ຫລວງ ​ກົວ​ລາ​ລຳ​ເປີ​ ປະ​ເທດ​ ມາ​ເລ​ເຊຍ, ສປ ຈີນ​ ແລະ ອາ​ຊຽນ​ ໄດ້​ລົງ​ນາມ ອະ​ນຸ​ສັນ​ຍາ​ ວ່າ​ດ້ວຍ ​ເຂດ​ການ​ຄ້າ​ເສ​ລີ​ ສະ​ບັບ 3.0 ຢ່າງ​ເປັນ​ທາງ​ການ.

    • ນາຍົກລັດຖະມົນຕີ ຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ກອງປະຊຸມສຸດຍອດ ແລະ ກອງປະຊຸມສຸດຍອດທີ່ກ່ຽວຂ້ອງອາຊຽນ ASEAN

      ນາຍົກລັດຖະມົນຕີ ຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ກອງປະຊຸມສຸດຍອດ ແລະ ກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

      10/28/2025 9:51:29 AM

      ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ, ປະເທດມາເລເຊຍ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ເເຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນລາວ ເຂົ້າຮ່ວມພິທີເປີດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງຢ່າງເປັນທາງ ການໂດຍການເປັນປະທານ ຂອງທ່ານ ອັນວາ ອິບຣາຮິມ ນາຍົກລັດຖະມົນຕີ ແຫ່ງ ມາເລເຊຍ.

ads
ads

Top