ຂປລ
ຂປລ. ແຫລ່ງຂ່າວຈາກແຂວງ ຫົວພັນ ໃຫ້ຮູ້ວ່າ: ໂຮງຮຽນມັດ ທະຍົມສົມບູນພັນລາ ແຂວງຫົວພັນ ຮ່ວມກັບອົງການກາແດງແຂວງ ຈັດຝຶກອົບຮົມການປະຖົມພະຍາ ບານເບື້ອງຕົ້ນ ແລະ ການຊ່ວຍ ຊີວິດຂັ້ນພື້ນຖານ
ໃຫ້ແກ່ຄະນະ ຄູ-ອາຈານ ແລະ ນ້ອງໆນັກຮຽນ ພາຍໃນໂຮງຮຽນ ໃນວັນທີ 26 ມິຖຸນາ 2026 ເພື່ອສ້າງຄວາມ ພ້ອມ ແລະ ເພີ່ມທັກສະໃນການ ຮັບມືກັບເຫດສຸກເສີນທີ່ອາດເກີດຂຶ້ນ ໃນສະຖານການສຶກສາ ໂດຍມີ ທ່ານ ບົວລຽນ ພອນຄຳມາ ຫົວໜ້າ ອົງການກາແດງແຂວງ, ມີຄະນະ ອຳນວຍການໂຮງຮຽນ, ພ້ອມດ້ວຍ ທີມແພດໝໍຄູຝຶກ, ຄູ-ອາຈານ ແລະ ນ້ອງໆນັກຮຽນຈາກແຕ່ລະຊ້ັນຮຽນ ເຂົ້າຮ່ວມ.
ຈຸດປະສົງຂອງການຈັດຝຶກອົບ ຮົມຄັ້ງນີ້ ເພື່ອແນໃສ່ສ້າງຄວາມຮູ້, ຄວາມເຂົ້າໃຈ ແລະ ປູກຈິດສຳນຶກ ໃຫ້ແກ່ບຸກຄະລາກອນທາງການ ສຶກສາ ແລະ ນັກຮຽນ ໃຫ້ມີຄວາມ ສາມາດໃນການປ້ອງກັນ, ປະເມີນ ສະຖານະການ ແລະ ເຂົ້າຊ່ວຍເຫລືອ ຜູ້ປະສົບອຸບັດເຫດ ຫລື ເຈັບປ່ວຍ ກະທັນຫັນໄດ້ຢ່າງຖືກຕ້ອງ ແລະ ທັນການ ກ່ອນທີ່ຈະນຳສົ່ງໂຮງໝໍ ຊຶ່ງເປັນການຫລຸດຜ່ອນຄວາມ ຮຸນແຮງຂອງການບາດເຈັບ ແລະ ອັດຕາການເສຍຊີວິດ.
ຕະຫລອດໄລຍະຂອງການຝຶກ ອົບຮົມ, ຜູ້ເຂົ້າຮ່ວມໄດ້ຮຽນຮູ້ທັງ ພາກທິດສະດີ ແລະ ໄດ້ລົງມືປະຕິບັດ ຕົວຈິງນຳກັນຢ່າງໃກ້ຊິດ ຊຶ່ງເນ້ືອ ໃນຫລັກປະກອບມີ: ວິທີການປ້ຳ ຫົວໃຈ, ການຊ່ວຍເຫລືອຜູ້ປ່ວຍທ່ີ ມີສິ່ງອຸດຕັນໃນທາງເດີນຫາຍໃຈ, ວິທີການຫ້າມເລືອດ, ການພັນບາດ ແຜ ແລະ ການທາມກະດູກຫັກໃນ ເບື້ອງຕົ້ນ, ວິທີການເຄື່ອນຍ້າຍຜູ້ ປ່ວຍຢ່າງຖືກວິທີ ແລະ ປອດໄພ.
ຜ່ານການຝຶກອົບຮົມ, ນັກສຳ ມະນາກອນທັງໝົດ ບໍ່ພຽງແຕ່ໄດ້ ຮັບຄວາມຮູ້ທາງວິຊາການເທົ່າ ນັ້ນ, ແຕ່ຍັງໄດ້ຮັບປະສົບການຕົວ ຈິງ ທີ່ສາມາດນຳໄປໃຊ້ປະໂຫຍດ ໄດ້ໃນຊີວິດປະຈຳວັນ ທັງພາຍໃນ ໂຮງຮຽນ, ຄອບຄົວ ແລະ ສັງຄົມ, ເຮັດໃຫ້ ມສ ພັນລາ ກາຍເປັນສະ ຖານການສຶກສາທີ່ມີຄວາມປອດ ໄພ ແລະ ພ້ອມຮັບມືກັບທຸກສະຖາ ນະການສຸກເສີນໄດ້ຢ່າງມີປະສິດ ທິພາບ.
ຂ່າວ-ພາບ: ຄານທອງ
KPL