ຂປລ
ຂປລ. ແຫລ່ງຂ່າວຈາກແຂວງ ສາລະວັນ ໃຫ້ຮູ້ວ່າ: ໃນໂອກາດ ເຂົ້າຮ່ວມພິທີສະເຫລີມສະຫລອງ ວັນສາທາລະນະສຸກ ຄົບຮອບ 61 ປີ ແລະ ວັນບໍລິຈາກເລືອດໂລກ ຄົບຮອບ 22 ປີ
ໃນວັນທີ 24 ມິຖຸນາ 2026 ນີ້, ທ່ານ ແຫວນເພັດ ລັດດາວົງ ຮອງປະທານຄະນະກຳມະການ ປົກຄອງແຂວງສາລະວັນ ໄດ້ມີທິດ ຊີ້ນໍາບາງບັນຫາ ໃຫ້ພະນັກງານ ຫລັກແຫລ່ງຂະແໜງສາທາລະນະ ສຸກ ແລະ ອົງການກາແດງແຂວງ ເພີ່ມທະວີການສຶກສາອົບຮົມການ ເມືອງ-ແນວຄິດ ໃຫ້ແກ່ສະມາຊິກ ພັກ, ພະນັກງານ-ລັດຖະກອນ ໃຫ້ ມີຄວາມໜັກແໜ້ນ, ເຊື່ອໝັ້ນຕໍ່ແນວ ທາງນະໂຍບາຍຂອງພັກ, ເຄົາລົບ ກົດໝາຍຂອງລັດ ແລະ ຕ້ັງໜ້າ ປະຕິບັດແຜນພັດທະນາຂະແໜງ ການ ໃຫ້ບັນລຸຕາມເປົ້າໝາຍ.
ພ້ອມນີ້, ໃຫ້ແກ້ໄຂບັນຫາຫຍໍ້ທໍ້ຢ່າງເດັດຂາດ ຕ້ອງກໍາໃຫ້ ໄດ້ບັນຫາຫຍໍ້ທໍ້ຕ່າງໆທີ່ເກີດຂຶ້ນ ແລ້ວພ້ອມກັນແກ້ໄຂປ່ຽນແປງ ຢ່າງແທ້ຈິງ, ພ້ອມທັງສ້າງຄວາມເປັນແບບຢ່າງນຳໜ້າໃນທຸກ ຂະບວນການ; ເອົາໃຈໃສ່ສ້າງ ແລະ ບໍາລຸງພະນັກງານ ດ້ວຍການ ໄປຍົກລະດັບທາງດ້ານທິດສະດີ- ການເມືອງ, ສ້າງພະນັກງານສືບ ທອດປ່ຽນແທນ ແລະ ຍົກລະດັບ ຄວາມຮູ້ຄວາມສາມາດທາງດ້ານ ວິຊາສະເພາະ ແລະ ເຕັກນິກວິຊາ ການໃໝ່ໆ; ຂະຫຍາຍຕາໜ່າງຂໍ້ມູນ ຂ່າວສານສາທາລະນະສຸກ, ດ້ານ ຂ້ໍມູນຂ່າວສານ ລົງເຖິງຮາກຖານ ປະຊາຊົນ, ເຊີດຊູຍົກຍ້ອງບຸກຄົນຕົວ ແບບວຽກດີເດັ່ນຢູ່ຮາກຖານ ເພື່ອ ກະຕຸກຊຸກຍູ້ໃຫ້ປະຊາຊົນ ເອົາເປັນ ແບບຢ່າງໃນການຮັກສາສຸຂະພາບຄວບຄູ່ກັບການສ້າງເສດຖະກິດ ຄອບຄົວ.
ທ່ານ ແຫວນເພັດ ລັດດາວົງ ກ່າວຕື່ມວ່າ: ເນື່ອງໃນວັນບໍລິຈາກ ເລືອດໂລກ ຄົບຮອບ 22 ປີໃນປີນີ້ ໃຫ້ຮ່ວມແຮງຮ່ວມໃຈກັນ ເຂົ້າຮ່ວມ ຂະບວນການບໍລິຈາກເລືອດແບບ ສະໝັກໃຈ ໃຫ້ກາຍເປັນຂະບວນ ການທີ່ຕໍ່ເນື່ອງ ແລະ ກວ້າງຂວາງ ເພື່ອຊ່ວຍເຫລືອເພື່ອນມະນຸດ ແລະ ພັດທະນາລະບົບສາທາລະນະສຸກ ຂອງແຂວງສາລະວັນ ໃຫ້ມີຄວາມ ເຂ້ັມແຂງ ແລະ ຍືນຍົງຕະຫລອດ ໄປ.
ຂ່າວ-ພາບ: ສ. ພະຈັນ
KPL