ຂປລ
ກະຊວງນິເວດວິທະຍາ ແລະ ສິ່ງແວດລ້ອມ ຂອງ ສປຈີນ ເປີດເຜີຍ ກ່ຽວກັບ ກຳນຈໍາກັດມົນລະພິດ ທາງອາກາດ ໃຫ້ໝົດໄປ ໃນປີ 2025 ຊຶ່ງເປັນປີສຸດທ້າຍ ຂອງ ແຜນການພັດທະນາ ເສດຖະກິດ ແລະ ສັງຄົມ ແຫ່ງຊາດ ໃນໄລຍະ 5 ປີ
ຂປລ. ສຳນັກຂ່າວ ຊິນຮວາ ລາຍງານ ຈາກ ນະຄອນຫລວງ ປັກກິິງ ຂອງ ສປຈີນ ວ່າ ກະຊວງນິເວດວິທະຍາ ແລະ ສິ່ງແວດລ້ອມ ຂອງ ສປຈີນ ເປີດເຜີຍ ກ່ຽວກັບ ກຳນຈໍາກັດມົນລະພິດ ທາງອາກາດ ໃຫ້ໝົດໄປ ໃນປີ 2025 ຊຶ່ງເປັນປີສຸດທ້າຍ ຂອງ ແຜນການພັດທະນາ ເສດຖະກິດ ແລະ ສັງຄົມ ແຫ່ງຊາດ ໃນໄລຍະ 5 ປີ ສະບັບທີ 14 (2021-2028) ໂດຍຈະເພີ່ມ ຄວາມພະຍາຍາມ ຄວບຄຸມ ມົນລະພິດ ແລະ ຫລຸດການປ່ອຍມົນລະພິດ , ປັບປຸງຄາດການຄຸນນະພາບ ອາກາດ ແລະ ລະບົບເຕືອນໄພລ່ວງໜ້າ ລວມເຖິງ ການປັບປຸງການບໍລິຫານ ຈັດການຝຸ່ນພິດ ຂະໜາດນ້ອຍ ພິເອັມ 2,5 ແລະ ມົນລະພິດໂອໂຊນ.
ທັງນີ້ ຄຸນນະພາບ ອາກາດ ໃນສປຈີນ ໄດ້ຮັບການ ປັບປຸງ ໃຫ້ດີຂຶ້ນ ຢ່າງຕໍ່ເນື່ອງ. ເມື່ອປີ 2024 , ໂດຍຄວາມເຂັ້ມຂຸ້ນ ສະເລ່ຍ ຂອງ ພີເອັມ 2,5 ໃນບັນດາ ຕົວເມືອງ ຫລື ສູງກວ່າ ຢ 29,3 ໄມໂຄຣກຣາມ ຕໍ່ແມັດກ້ອນ, ຫລຸດລົງ 2,7% ເມື່ອທຽບໃສ່ປີຕໍ່ປີ, ໃນຂະນະທີ່ ອັດຕາສ່ວນ ຄຸນນະພາບ ອາກາດທີ່ດີ ກວມເອົາເຖິງ 87,2%, ເພີ່ມຂຶ້ນ 1,7ຈຸດ ເມື່ອທຽບໃສ່ປີຕໍ່ປີ. ແຫລ່ງກຳເນີດ ມົນລະພິດເຄື່ອນທີ່ ເປັນແຫລ່ງປັດໄຈ ສຳຄັນ ທີ່ກໍ່ໃຫ້ເກີດ ມົນລະພິດ ທາງອາກາດ ໃນ ສປຈີນ ໂດຍກວມເອົາ ປະມານ 60% ຂອງການປ່ອຍ ໄນໂຕຣເຈນອົກຊີ ແລະ 24% ຂອງ ສານປະກອບ ອິນທຣີລະເຫີຍງ່າຍ./
KPL