ສຳຜັດກັບຄວາມອັດສະຈັນທາງທຳມະຊາດທີ່ນໍ້າແອດ-ພູເລີຍ

26/02/2025 10:09
Email Print 194
ຂປລ ປ່າສະຫງວນ ນ້ຳແອດ-ພູເລີຍແມ່ນສະຖານທີ່ທ່ອງທ່ຽວທາງທໍາມະຊາດ ທີ່ສວຍງາມອັນດັບໜຶ່ງຂອງລາວ ທີ່ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດຫລົງໄຫລມົນສະເໜ່ທີ່ເຊື່ອງຊ້ອນໄວ້ໃນປ່າດົງທີ່ຕຶບໜາໜ້າຄົ້ນຫາ.

   *ປ່າສະຫງວນ ນ້ຳແອດ-ພູເລີຍແມ່ນສະຖານທີ່ທ່ອງທ່ຽວທາງທໍາມະຊາດທີ່ສວຍງາມອັນດັບໜຶ່ງຂອງລາວ ທີ່ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດຫລົງໄຫລມົນສະເໜ່ທີ່ເຊື່ອງຊ້ອນໄວ້ໃນປ່າດົງທີ່ຕຶບໜາໜ້າຄົ້ນຫາ ໂດຍສະເພາະແມ່ນນັກທ່ອງທ່ຽວສາຍຜະຈົນໄພ, ເພາະປ່າສະຫງວນແຫ່ງ ນີ້ມີ 2 ກິດຈະກຳ ການທ່ອງທ່ຽວແບບອະນຸລັກ ຄືການທ່ອງທ່ຽວລ່ອງເຮືອເບິ່ງສັດປ່າຍາມກາງຄືນທີ່ສາຍນ້ຳເນີນ, ການຍ່າງປ່າ ເພື່ອສໍາຫລວດເບິ່ງສັດປ່າຫາຍາກທີ່ໃກ້ຈະສູນພັນແລ້ວ. ສຳລັບບັນຍາກາດຕອນເຊົ້າບອກໄດ້ເລີຍວ່າທ່ານຈະບໍ່ຜິດຫວັງຖ້າໄດ້ມາລອງສໍາຜັດກັບຄວາມງາມທີ່ເຊື່ອງຊ້ອນໄວ້ໃນທໍາມະຊາດແຫ່ງນີ້.

    ນ້ຳແອດ-ພູເລີຍ ແມ່ນຊື່ຂອງ ປ່າສະຫງວນແຫ່ງຊາດຂອງລາວ ຕັ້ງຢູ່ທາງຕາເວັນອອກສຽງເໜືອ, ເປັນປ່າສະຫງວນໃຫຍ່ລຳດັບ 1 ຂອງປະເທດ, ມີເນື້ອທີ່ 410.720 ເຮັກຕາ, ກວມເອົາ 9 ເມືອງ ໃນສາມແຂວງ ຄື ຫົວພັນ, ຊຽງຂວາງ ແລະ ຫລວງພະບາງ. ເຂດດັ່ງກ່າວມີປະຊາກອນອາໄສຢູ່ຫລາຍກວ່າ 30.000 ຄົນ ຈາກ 98 ບ້ານ ແລະ ບ້ານໃນເຂດນີ້ ຍັງຖືວ່າທຸກຍາກ ຫລາຍ. ແຕ່ວ່າປ່າທີ່ເຂົາເຈົ້າອາໄສຢູ່ນັ້ນ ອຸດົມສົມບູນໄປດ້ວຍສັດປ່າທີ່ໃກ້ຈະສູນພັນ ເຊັ່ນ: ເສືອໂຄ່ງ, ເສືອດາວ, ເສືອລາຍເມກ, ທະນີແກ້ມຂາວຖິ່ນເໜືອ, ເໝືອຍ, ນົກກົກຄຳ ແລະ ຊະນິດອື່ນໆປະມານ 20 ຊະນິດ (ນົກມີປະມານ 300 ຊະນິດ). ພ້ອມນັ້ນ ປ່າສະຫງວນດັ່ງກ່າວ ຍັງມີປະຫວັດອັນຍາວນານກ່ຽວກັບການຕັ້ງຖີ່ນຖານຂອງມະນຸດ ອີກດ້ວຍ. ນັບແຕ່ປີ 2003 ມາຮອດປັດຈຸບັນອົງການອະນຸລັກ ສັດປ່າໄດ້ປະກອບສ່ວນຊ່ວຍເຫລືອ ດ້ານເຕັກນິກວິຊາການໃຫ້ແກ່ປ່າສະຫງວນແຫ່ງຊາດນ້ຳແອດ-ພູ ເລີຍ. ໃນໄລຍະຜ່ານມາອົງການອະນຸລັກສັດປ່າ ແລະ ປ່າສະຫງວນແຫ່ງຊາດ ນ້ຳແອດ-ພູເລີຍ ມີປະສົບການ ແລະ ບົດຮຽນອັນລ້ຳຄ່າຫລາຍດ້ານ ໃນການສົ່ງເສີມການທ່ອງທ່ຽວແບບອະນຸລັກຄຽງຄູ່ກັບການສຳຫລວດສັດປ່າ, ປ່າໄມ້ ແລະ ປະເມີນໄພຂົ່ມຂູ່. ການທ່ອງທ່ຽວແບບອະນຸລັກຢູ່ປ່າສະຫງວນແຫ່ງຊາດ ນ້ຳແອດ-ພູເລີຍ ໄດ້ຮັບການສ້າງຕ້ັງ ແລະ ພັດທະນາຂ້ຶນເພື່ອເປັນໂອກາດ ໃຫ້ແກ່ຄົນທ້ອງຖິ່ນທີ່ຍັງທຸກຍາກ ໄດ້ມີສ່ວນຮ່ວມໃນການບໍລິການການທ່ອງທ່ຽວດ້ວຍຕົວເຂົາເຈົ້າເອງ, ເປັນການເຊື່ອມໂຍງລະຫວ່າງການອະນຸລັກກັບການທ່ອງທ່ຽວ, ລາຍຮັບທ່ີໄດ້ຈາກການທ່ອງທ່ຽວເປັນການກະຕຸ້ນໃຫ້ຄົນທ້ອງຖິ່ນ ມີຄວາມກະຕືລືລົ້ນໃນການປົກປັກຮັກສາ ແລະ ຫວງແຫນຊັບສົມບັດເຂົາເຈົ້າຫລາຍຂຶ້ນ. 

     ທ່ານ ນາງ ຈານິນາ ບິໂກວາ (Janina Bikova) ພະນັກງານອົງການອະນຸລັກສັດປ່າ (Wildlife Conservation Society) ທ່ີໄດ້ຊ່ວຍໂຄງການ ການທ່ອງທ່ຽວແບບອະນຸລັກໃນເຂດປ່າສະຫງວນແຫ່ງຊາດ ນ້ຳແອດ-ພູເລີຍ ຈົນໄດ້ຮັບລາງວັນອັນຊົງກຽດລະດັບ ໂລກ 2 ປີຊ້ອນ (2013 ແລະ 2014) ຄື “ລາງວັນການທ່ອງທ່ຽວທີ່ມີຄວາມຮັບຜິດຊອບ”, ກ່າວວ່າ: ຈຸດປະສົງຕົ້ນຕໍ ຂອງການທ່ອງທ່ຽວແບບອະນຸລັກຢູ່ນ້ຳແອດ-ພູເລີຍກໍຄື: 

1,ສ້າງລາຍຮັບທີ່ຍືນຍົງໃຫ້ແກ່ຄົນທ້ອງຖິ່ນ ຜ່ານການມີສ່ວນຮ່ວມ ໃນການອະນຸລັກ,

2) ສ້າງກອງທຶນ ທີ່ໝັ້ນຄົງ ໃຫ້ແກ່ການຄຸ້ມຄອງປ່າ ສະຫງວນ,

3) ເພີ່ມທະວີຈິດສຳນຶກ ຂອງຄົນທ້ອງຖິ່ນ ແລະ ນັກທ່ອງທ່ຽວ ຕໍ່ຄວາມໝາຍຄວາມສຳຄັນຂອງວຽກງານອະນຸລັກ.

ສໍາລັບກິດຈະກຳຂອງການທ່ອງທ່ຽວແບບອະນຸລັກ ຢູ່ນ້ຳແອດ-ພູເລີຍ ມີ 2 ກິດຈະກຳ ຄື: ການທ່ອງທ່ຽວລ່ອງເຮືອເບິ່ງສັດປ່າຍາມກາງຄືນ ທີ່ສາຍນ້ຳເນີນໄດ້ເລີ່ມເປີດ ໃຫ້ບໍລິການມາແຕ່ປີ 2009: ເປັນລາຍການທ່ອງທ່ຽວ 2 ມື້ 1 ຄືນ, ນັກທ່ອງທ່ຽວຈະໄດ້ຂີ່ເຮືອເຂົ້າໄປໃນເຂດຫວງຫ້າມຂອງປ່າ ສະຫງວນແຫ່ງຊາດ ນ້ຳແອດ-ພູເລີຍ. ຈຸດເດັ່ນອີກຢ່າງໜຶ່ງກໍແມ່ນການຂີ່ເຮືອຍາມກາງຄືນ ໂດຍໃຊ້ເຮືອຫາງຍາວ ຂີ່ລ່ອງລົງຕາມສາຍ ນ້ຳເນີນ ເພື່ອເບິ່ງສັດປ່າທີ່ຫາຍາກ. ນອກນີ້, ຍັງມີກິດຈະກຳການເບິ່ງ ນົກ, ເບິ່ງສັດປ່າ ແລະ ຍ່າງປ່າ ໄລ ຍະສັ້ນໃນຕອນເຊົ້າ. ນັກທ່ອງທ່ຽວ ຈະມີໂອກາດໄດ້ນອນເຮືອນພັກພື້ນ ເມືອງ ທີ່ສ້າງ ແລະ ຄຸ້ມຄອງໂດຍ ຊຸມຊົນ. ການທ່ອງທ່ຽວຍ່າງປ່າ: ເປີດໃຫ້ບໍລິການໃນປີ 2016, ໃຊ້ ເວລາຍ່າງປ່າ 2-5 ມື້, ກິດຈະກຳ ກໍແມ່ນ “ນອນເຮືອນຮັງນົກ” ແລະ “ທ່ຽວພູເລີຍປ່າໝອກເບິ່ງ ສັດປ່າ”. ການທ່ອງທ່ຽວຍ່າງປ່າໄດ້ສ້າງຜົນປະໂຫຍດໃຫ້ແກ່ 12 ບ້ານ ທີ່ອາໄສຢູ່ໃກ້ຄຽງ ແລະ ໄດ້ເຮັດໃຫ້ນັກທ່ອງທ່ຽວ ມີໂອກາດທີ່ຈະເຫັນ ແລະ ໄດ້ຕິດຕາມສັດປ່າທີ່ຫາຍາກ ເຊັ່ນ: ເສືອລາຍເມກ, ໝີຄວາຍ, ເໝືອຍ ແລະ ໝາໄນຈາກ ກ້ອງດັກຖ່າຍທີ່ຕັ້ງຢູ່ຕາມເສັ້ນທາງຍ່າງແຫລ່ງທ່ອງທ່ຽວ ແລະ ນັກທ່ອງທ່ຽວ ຈະໄດ້ຮັບໂອກາດເປັນຜູ້ຕິດຕັ້ງກ້ອງດັກຖ່າຍສັດປ່າ. ຂໍ້ມູນສັດປ່າທີ່ໄດ້ຮັບຈາກກ້ອງດັກຖ່າຍນີ້ ຈະຖືກນຳໄປປ້ອນເຂົ້າໃສ່ລະບົບການກວດກາຕິດຕາມ ຂອງປ່າສະຫງວນ. ປັດຈຸບັນ ມີ 26 ບ້ານ (ຫລາຍກວ່າ 2.000 ຄົວເຮືອນ) ໄດ້ເຂົ້າຮ່ວມກິດຈະກຳ ການທ່ອງທ່ຽວອະນຸລັກ ແລະ ມີ 4 ບ້ານ ທີ່ໃຫ້ບໍລິການການທ່ອງທ່ຽວໂດຍກົງ. ໃນ 7 ປີທຳອິດ, ການຂີ່ເຮືອເບິ່ງສັດປ່ານໍ້າເນີນ ສ້າງລາຍຮັບໃຫ້ແກ່ກຸ່ມບໍລິການຂອງບ້ານຫລາຍກວ່າ 100.000 ໂດລາ.

ໂດຍ: ມາລີດາ

KPL

ຂ່າວອື່ນໆ

    • ອ່າງຫລວງ ສະຖານທີ່ທ່ອງທ່ຽວ ຕິດພັນທຳມະຊາດ ປະຊາຊົນມີສ່ວນຮ່ວມທ່ອງທ່ຽວ

      ອ່າງຫລວງ ສະຖານທີ່ທ່ອງທ່ຽວ ຕິດພັນທຳມະຊາດ ປະຊາຊົນມີສ່ວນຮ່ວມ

      2/27/2025 5:10:19 PM

      ຂປລ. ສະຖານທ່ອງທ່ຽວອ່າງຫລວງ ເປັນອີກໜຶ່ງແຫລ່ງທ່ອງທ່ຽວທາງທຳມະຊາດ ຂອງເມືອງວັງວຽງ ແຂວງຈັນ ທີ່ໄດ້ຮັບລາງວັນ ການພັດທະນາທ່ອງທ່ຽວດີເດັ່ນ ແລະ ຍືນຍົງ ຂອງ ສປປ ລາວ ເຊິ່ງສະຖານທີ່ດັ່ງກ່າວອ້ອມຮອບ ໄປດ້ວຍປ່າໄມ້ທີ່ຂຽວສົດງົດງາມ, ອາກາດເຢັນ ແລະ ມີອ່າງນໍ້າໃສ ທີ່ສາມາດແນມເຫັນ ຮອດຝູງປານ້ອຍ-ໃຫຍ່ ຢູ່ໃນນໍ້າ ເຮັດໃຫ້ນັກທ່ອງທ່ຽວເພີດເພີນ ແລະ ຮູ້ສຶກຜ່ອນ ຄາຍເມື່ອໄດ້ເຂົ້າມາທ່ຽວຊົມ, ເໝາະແກ່ການມາພັກຜ່ອນ ແບບຄອບຄົວ, ຄູ່ຮັກ ຫລື ຈະມາກັບໝູ່ເພື່ອນ.

    • ແຟມມີລີແລນ ລີສອດ ເປີດໃຫ້ບໍລິການຕິດພັນກັບທຳມະຊາດທ່ອງທ່ຽວ

      ແຟມມີລີແລນ ລີສອດ ເປີດໃຫ້ບໍລິການຕິດພັນກັບທຳມະຊາດ

      2/25/2025 3:38:44 PM

      ຂປລ. ປັດຈຸບັນ ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ກໍາລັງນິຍົມຊົມຊອບ ແລະ ໃຫ້ຄວາມສົນໃຈ ສະຖານທີ່ ທ່ອງທ່ຽວທາງທຳມະຊາດ, ຕິດພັນກັບວິຖີການດຳລົງຊີວິດຂອງປະຊາຊົນ, ລວມເຖິງສະຖານທີ່ພັກຜ່ອນ ຕິດແຄມນໍ້າ, ອ້ອມຮອບດ້ວຍສາຍພູ ແລະ ປ່າໄມ້ ໄດ້ກາຍເປັນຈຸດໝາຍຂອງບັນດານັກທ່ອງທ່ຽວ ເຊັ່ນດຽວກັນກັບ ແຟມມີລີແລນ ລີສອດ (Family Land Resort ) ເປັນສະຖານທີ່ພັກຜ່ອນແຫ່ງໜຶ່ງຢູ່ ເມືອງວັງວຽງ ແຂວງວຽງຈັນ

    • ຖໍ້າກອງລໍ ສະຖານທີ່ທ່ອງທ່ຽວປະຫວັດສາດ ແຂວງຄຳມ່ວນທ່ອງທ່ຽວ

      ຖໍ້າກອງລໍ ສະຖານທີ່ທ່ອງທ່ຽວປະຫວັດສາດ ແຂວງຄຳມ່ວນ

      2/19/2025 11:08:21 AM

      ແຂວງຄໍາມ່ວນ ເປັນອີກໜຶ່ງຈຸດໝາຍປາຍທາງການທ່ອງທ່ຽວ ຂອງນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ເນື່ອງຈາກວ່າມີສະຖານທີ່ທ່ອງທ່ຽວທາງປະຫວັດສາດ, ທໍາມະຊາດຢ່າງຫລວງຫລາຍ ບໍ່ຈະເປັນຖໍ້ານາງແອ່ນ,ຖໍ້າໜອງປາຝາ, ພູຜາມ່ານ ,ຖໍ້າກອງລໍ ແລະ ອື່ນໆອີກຫລາຍສະຖານທີ່.

    • ສະຖານທີ່ທ່ອງທ່ຽວເຮືອນຫີນ ຮ່ອງຮອຍປະຫວັດສາດທີ່ໜ້າຄົ້ນຫາທ່ອງທ່ຽວ

      ສະຖານທີ່ທ່ອງທ່ຽວເຮືອນຫີນ ຮ່ອງຮອຍປະຫວັດສາດທີ່ໜ້າຄົ້ນຫາ

      2/17/2025 10:41:35 AM

      ຜາສາດຫີນ ຫລື ເຮືອນຫີນ ເປັນສະຖານທີ່ທ່ອງທ່ຽວທາງປະຫວັດສາດທີ່ໜ້າຄົ້ນຫາຕັ້ງຢູ່ແຄມຝັ່ງແມ່ນ້ຳຂອງຫ່າງຈາກແຂວງ ສະຫວັນນະເຂດ ມາທາງທິດໃຕ້ ປະມານ 90 ກິໂລແມັດ.

    • ແຫລ່ງທ່ອງທ່ຽວ ບຶງໜອງເທົາ ແລະ ຖໍ້າປາເຊືອມ ຈະເປີດບໍລິການໃນໄວ້ໆທ່ອງທ່ຽວ

      ແຫລ່ງທ່ອງທ່ຽວ ບຶງໜອງເທົາ ແລະ ຖໍ້າປາເຊືອມ ຈະເປີດບໍລິການໃນໄວ້ໆ

      2/12/2025 9:25:12 AM

      ແຫລ່ງທ່ອງທ່ຽວ ບຶງໜອງເທົາ ແລະ ຖໍ້າປາເຊືອມ ເປັນແຫລ່ງທ່ອງທ່ຽວທາງທຳມະຊາດທີ່​ສວຍ​ງາມ​ແຫ່ງ​ໃໝ່ຂອງ​ແຂວງ​ຄໍາ​ມ່ວນ ເຊິ່ງຕັ້ງຢູ່ບ້ານນາຂ້າງຊ້າງ ຢູ່ບໍ່ໄກຈາກເທສະບານເມືອງທ່າແຂກ ແຂວງຄຳມ່ວນ ​ເຊິ່ງປັດຈຸບັນແມ່ນກໍາລັງເລັ່ງປັບປຸງສະຖານທີ່ຈອດລົດ, ກໍ່ ສ້າງຫ້ອງນໍ້າ, ກໍ່ສ້າງເສັ້ນທາງຍົກສູງຂຶ້ນຈາກລະດັບນໍ້າເຂົ້າຫາແຫລ່ງທ່ອງທ່ຽວ.

ads
ads

Top