ປະເທດ ບຣູໄນ

24/02/2025 21:43
Email Print 2858
ຂປລ ເນື່ອງໃນໂອກາດ ວັນຊາດຂອງປະເທດ ບຣູໄນ(Brunei) ຫລື ເນກາຣາ ບຣູໄນ ດາຣູຊາລາມ(Negara Brunei Darussalam) ໃນວັນທີ 23 ກຸມພາ. ບຣູໄນ ເປັນປະເທດ ຂະໜາດນ້ອຍ ຕັ້ງຢູ່ເທິງເກາະບໍໜຽວ ໃນພາກ ພື້ນອາຊີຕາເວັນອອກສ່ຽງໃຕ້ ມີອານາເຂດອ້ອມຮອບດ້ວຍປະເທດ ມາເລເຊຍ ເກືອບທັງໝົດ ໂດຍທິດ ຕາເວັນອອກ

    

ເນື່ອງໃນໂອກາດ ວັນຊາດຂອງປະ​ເທດ ບ​ຣູ​ໄນ(Brunei) ຫລື ເນ​ກາ​ຣາ ບ​ຣູ​ໄນ ດາ​ຣູ​ຊາ​ລາມ(Negara Brunei Darussalam) ໃນວັນ​ທີ 23 ກຸມພາ. ບ​ຣູ​ໄນ ເປັນ​ປະ​ເທດ ຂະ​ໜາດ​ນ້ອຍ​ ​ຕັ້ງ​ຢູ່ເທິງ​ເກາະ​ບໍ​ໜຽວ ໃນ​ພາກ​ພື້ນອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ​ມີອາ​ນາ​ເຂດອ້​ອມ​ຮອບ​ດ້ວຍປະ​ເທດ ມາ​ເລ​ເຊຍ ເກືອບ​ທັງ​ໝົດໂດຍ​ທິດ​ຕາ​ເວັນ​ອອກ, ທິດ​ຕາ​ເວັນ​ຕົກ ແລະ ທິດ​ໃຕ້ ຕິດ​ກັບ​ ລັດຊາ​ຣາ​ວັກ ຂອງ​ປະ​ເທດ​ ມາ​ເລ​ເຊຍ ສ່ວນ​ທິດ​ເໜືອ​ຕິດ​ກັບ ທະ​ເລ​ຈີນ​ໃຕ້. ເກາະ​ບໍ ​ໜຽວເປັນ​ເກາະ ​ທີ່​ມີຂະ​ໜາດ​ໃຫຍ່ ອັນ​ດັບ3 ຂອງ​ໂລກ ເຊິ່ງ​ອາ​ໄສ​ຢູ່ 3 ປະ​ເທດ ​ຄື: ມາ​ເລ​ເຊຍ, ອິນ​ໂດ​ເນ​ເຊຍ ແລ​ະບ​ຣູ​ໄນ. ບ​ຣູ​ໄນ ມີ​ນະ​ຄອນ​ຫລວງ ຊື່​ວ່າ ບັນ​ດາ​ເຊ​ລີ​ເບ​ກາ​ວັນ(Bandar Seri Begawan), ມີ​ເນື້ອທີ່​ທັງ​ໝົດ  5.765 ກິ​ໂລ​ຕາ​ແມັດ, ມີ​ປະ​ຊາ​ກອນ 450.500 ຄົນ(ໃນປີ 2023); ໃຊ້ພາ​ສາ​ມາ​ລາຢູ ເປັນ​ພາ​ສາ​ທາງ​​ການ ຖັດ​ມາ​ແມ່ນ​ພາ​ສາ​ອັງ​ກິດ; ໃຊ້​ສະ​ກຸນ​ເງິນ ໂດ​ລາບ​ຣູ​ໄນ(Brunei dollar, BND); ປະຊາຊົນສ່ວນໃຫຍ່ ຖືສາສະໜາອິລາມ(67%), ສາສະໜາພຸດ(13%), ສະໜາຄຣິສ (10%) ແລະສາສະໜາຮິນດູ.

ຣູໄນ ເປັນລະບົບເສດຖະກິດ ແບບຕະຫລາດເສລີ ພາຍໃຕ້ການດູແລຂອງລັດ ແລະ ເປັນປະເທດ​​ທີ່ຮັ່ງມີໄປດ້ວຍນ້ຳມັນ ແລະ ແກັທຳມະຊາດເປັນລາຍໄດ້ຫລັກຂອງປະທດ ຊຶ່ງກວມເອົາ 90% ຂອງການສົ່ງອອກ ທັງໝົດຂອງປະເທດ . ໂດຍມີລວມຍອດ ຜະລິດຕະພັນ ພາຍໃນປະເທດ(ຈີດີພີ) 1,5 ໝື່ນລ້ານໂດລາ ສະຫະລັດ(ໃນປີ 2023) ; ໂດຍ ສະເລ່ຍ ຕໍ່ຫົວຄົນ 38 ກວ່າໂດລາສະຫະລັດ ຕໍ່ປີ; ອັດຕາການເຕີບໂຕ ດ້ານເສດຖະກິດ 1,4% ຕໍ່ປີ. ສ່ວນຊັບພະຍາກອນ ທີ່ສຳຄັນແມ່ນ ນໍ້າມັນດີບ ແລະ ແກັດທຳມະຊາດ; ອຸດສາ ຫະກຳຫລັກ: ນໍ້າມັນ, ອາຫານ ແລະ ເສື້ອຜ້າ. ສິນຄ້າທີ່ສົ່ງອອກສຳຄັນ ເຊັ່ນ: ນໍ້າມັນດີບ ແລະ ແກັດທຳມະຊາດ, ແຮ່ເຊື້ອໄຟ, ຜະລິດຕະພັນຈາກການກັ່ນ, ເຄື່ອງຈັກ ແລະ ອຸປະກອນ,​ເຮືອບິນ ແລະ ສິ້ນສ່ວນປະກອບ; ສ່ວນສິນຄ້າທີ່ນຳເຂົ້າແມ່ນ: ເຄື່ອງຈັກອຸດສາຫະກຳ, ຍານພາຫະນະ, ​ເຄື່ອງໃຊ້ໄຟຟ້າ, ສິນຄ້າກະສິກຳ(ເຂົ້າ ແລະ ໝາກໄມ້); ສ່ວນຕະຫລາດ ຄູ່ການຄ້າທີ່ສຳຄັນ: ຍີ່ປຸ່ນ, ອາຊຽນ, ສ.ເກົາຫລີ, ອົດສະຕຣາລີ, ອິນເດຍ, ສະຫະພາບເອີຣົບ, ສ.ອາເມລິກາ ແລະ ຈີນ ຕາມລຳດັບ.

ນອກນີ້ ຍັງມີສະຖານທີ່ທ່ອງທ່ຽວ ທີ່​ເປັນ​ເອກະລັກ​ ກ່ຽວ​ກັບ ສະຖາປັດຕະຍະກຳ ທີ່​ມີການກໍ່ສ້າງ ແລະ ຕົບແຕ່ງຢ່າງສວຍງາມ ​ເປັນຕົ້ນ: ມັສະຍິດຄຳ ແລະ ພະຣາຊະວັງລ້ວນ​ແຕ່ປະດັບໄປດ້ວຍຄຳແທ້ ແລະ ເພັດພອຍ ຢ່າງ ສວຍງາມລ້ຳຄ່າ. ພ້ອມ​ທັງ​ມີທຳມະຊາດທີ່ສວຍງາມ​ ເປັນຕົ້ນ: ຊາຍຫາດຕ່າງໆ ທີ່ຕິດກັບທະເລຈີນໃຕ້, ອຸທະຍານແຫ່ງຊາດ, ສວນສະນຸກ, ອະນຸສາວະລີ ນ້ຳມັນ ແລະ ​ແຫ່ງອຶ່ນໆອີກດ້ວຍ.

ປະເທດ ບຣູໄນ ແລະ ປະ​ເທດ ​ສ.ປ​ປ ລາວ​ ໄດ້​ສ້າງ​ຕັ້ງ​ ສາຍ​ພົວ​ພັນ​ທາງ​ການ​ທູດ​ ຮ່ວມ​ກັນ​ ນັບ​ແຕ່​ວັນ​ທີ 27.7.1993 ເປັນ​ຕົ້ນ​ມາ ຈາກ​ນັ້ນ ທັງສອງ​ປະ​ເທດ ​ໄດ້ຮ່ວມ​ກັນພັດ​ທະ​ນາ ​ເສີມ​ສ້າງສາຍ​ພົວ​ພັນ ​ການ​ຮ່ວມ​ມື ​ໃຫ​້​ນັບ​ມື້​ແໜ້ນ​ແຟ້ນ​ຂຶ້ນ​. ລາວ ແລະ ບຣູໄນ ໄດ້ຕົກລົງກັນ ສືບຕໍ່ຮັດແໜ້ນ ສາຍພົວພັນຂອງສອງປະເທດ ໂດຍກວມເອົາຂົງເຂດ ການພັດ ທະນາ ຊັບພະຍາກອນມະນຸດ, ການຂົນສົ່ງ ທາງອາກາດ, ການຄວບຄຸມຢາເສບຕິດ, ແຮງງານ, ການແລກປ່ຽນ ວັດທະນະທຳ ແລະ ການພັດທະນາແມ່ຍິງອື່ນໆອີກດ້ວຍ./.

                                                                                                               ໂດຍ​:ດາ​ວັນ

KPL

ຂ່າວອື່ນໆ

    • ປະເທດ ກຳປູເຈຍອາຊຽນ ASEAN

      ປະເທດ ກຳປູເຈຍ

      11/10/2025 1:05:25 PM

      ເນື່ອງໃນໂອກາດ ວັນຊາດ ກຳປູເຈຍ (Cambodia) ຫລື ຣາຊະອານາຈັກ ກຳປູເຈຍ (Kingdom of Cambodia) ຄົບຮອບ 72 ປີ (9/11/1953-9/11/2025). ໂດຍມີ ນະຄອນຫລວງ ຊື່ວ່າ: ພະນົມເປັນ (Phanompenh), ຕັ້ງຢູ່ໃນເຂດອາຊີ ທາງພາກຕາເວັນອອກສຽງໃຕ້ ມີຊາຍແດນ ທາງທິດໃຕ້ຕິດກັບ ອ່າວໄທ, ທິດຕາເວັນຕົກ ຕິດກັບ ໄທ; ທິດເໜືອຕິດກັບ ລາວ ແລະ ໄທ

    • ກອງປະຊຸມສຸດຍອດ ອາຊຽນ-ອິນເດີຍ ແລະ ອາຊຽນ-ຍີ່ປຸ່ນອາຊຽນ ASEAN

      ກອງປະຊຸມສຸດຍອດ ອາຊຽນ-ອິນເດີຍ ແລະ ອາຊຽນ-ຍີ່ປຸ່ນ

      10/29/2025 4:39:24 PM

      ທ່ານ ຟ້າມມິນຈິງ ນາຍົກລັດຖະມົນຕີ ຫວຽດນາມ ພ້ອມກັບ ການນຳ ອາຊຽນ ແລະ ທ່ານ ນາເຣັນດຣາ ໂມດີ(Narendra Modi), ນາຍົກລັດຖະມົນຕີ ອິນ ເດຍ ໄດ້ເຂົ້າຮ່ວມ ກອງປະຊຸມ ສຸດຍອດ ອາຊຽນ-ອິນເດຍ ຄັ້ງທີ 22 ຢູ່ນະຄອນຫລວງ ກົວລາລຳເປີ

    • ກອງປະຊຸມສຸດຍອດຈີນ-ອາຊຽນ ຄັ້ງທີ 28ອາຊຽນ ASEAN

      ກອງປະຊຸມສຸດຍອດຈີນ-ອາຊຽນ ຄັ້ງທີ 28

      10/29/2025 4:13:58 PM

      ສປ ຈີນ​ ຍິນ​ດີ​ ຮ່ວມ​ກັບ ​ບັນ​ດາ​ປະ​ເທດ​ ອາ​ຊຽນ ເຊື່ອມ​ຕໍ່ ​ຍຸດ​ທະ​ສາດ ​ການ​ພັດ​ທະ​ນາ​, ຈັດ​ຕັ້ງປະ​ຕິ​ບັດ “ແຜນ​ດຳ​ເນີນ​ງານ ​ການ​ພົວ​ພັນ ​ຄູ່​ຮ່ວມ​ຍຸດ​ທະ​ສາດ ​ຮອບ​ດ້ານ​ຈີນ-ອາ​ຊຽນ(2026-2030)” ໃຫ້​ດີ ແລະ ຊຸກ​ຍູ້​ການ​ສ້າງ​ ປະ​ຊາ​ຄົມ​ ຮ່ວມ​ຊາ​ຕາ​ກຳ ​ຈີນ-ອາ​ຊຽນ ​ທີ່​​ແໜ້ນ​ແຟ້ນ​ກວ່າ​ເກົ່າ.

    • ສປ ຈີນ-ອາຊຽນ ລົງນາມ ອະນຸສັນຍາ ວ່າດ້ວຍ ເຂດການຄ້າເສລີ ສະບັບ 3.0 ຢ່າງເປັນທາງການອາຊຽນ ASEAN

      ສປ ຈີນ-ອາຊຽນ ລົງນາມ ອະນຸສັນຍາ ວ່າດ້ວຍ ເຂດການຄ້າເສລີ ສະບັບ 3.0 ຢ່າງເປັນທາງການ

      10/29/2025 4:06:51 PM

      ໃນ​ໄລ​ຍະ​ຈັດ​ ກອງ​ປະ​ຊຸມ ​ສຸ​ດຍອດ​ ອາ​ຊຽນ ​ຄັ້ງ​ທີ 47 ​ຢູ່​ນະ​ຄອນ​ຫລວງ ​ກົວ​ລາ​ລຳ​ເປີ​ ປະ​ເທດ​ ມາ​ເລ​ເຊຍ, ສປ ຈີນ​ ແລະ ອາ​ຊຽນ​ ໄດ້​ລົງ​ນາມ ອະ​ນຸ​ສັນ​ຍາ​ ວ່າ​ດ້ວຍ ​ເຂດ​ການ​ຄ້າ​ເສ​ລີ​ ສະ​ບັບ 3.0 ຢ່າງ​ເປັນ​ທາງ​ການ.

    • ນາຍົກລັດຖະມົນຕີ ຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ກອງປະຊຸມສຸດຍອດ ແລະ ກອງປະຊຸມສຸດຍອດທີ່ກ່ຽວຂ້ອງອາຊຽນ ASEAN

      ນາຍົກລັດຖະມົນຕີ ຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ກອງປະຊຸມສຸດຍອດ ແລະ ກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

      10/28/2025 9:51:29 AM

      ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ, ປະເທດມາເລເຊຍ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ເເຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນລາວ ເຂົ້າຮ່ວມພິທີເປີດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງຢ່າງເປັນທາງ ການໂດຍການເປັນປະທານ ຂອງທ່ານ ອັນວາ ອິບຣາຮິມ ນາຍົກລັດຖະມົນຕີ ແຫ່ງ ມາເລເຊຍ.

ads
ads

Top