ຖໍ້າກອງລໍ ສະຖານທີ່ທ່ອງທ່ຽວປະຫວັດສາດ ແຂວງຄຳມ່ວນ

19/02/2025 11:08
Email Print 3596
ຂປລ ແຂວງຄໍາມ່ວນ ເປັນອີກໜຶ່ງຈຸດໝາຍປາຍທາງການທ່ອງທ່ຽວ ຂອງນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ເນື່ອງຈາກວ່າມີສະຖານທີ່ທ່ອງທ່ຽວທາງປະຫວັດສາດ, ທໍາມະຊາດຢ່າງຫລວງຫລາຍ ບໍ່ຈະເປັນຖໍ້ານາງແອ່ນ,ຖໍ້າໜອງປາຝາ, ພູຜາມ່ານ ,ຖໍ້າກອງລໍ ແລະ ອື່ນໆອີກຫລາຍສະຖານທີ່.

    *ແຂວງຄໍາມ່ວນ ເປັນອີກໜຶ່ງຈຸດໝາຍປາຍທາງການທ່ອງທ່ຽວ ຂອງນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ  ເນື່ອງຈາກວ່າມີສະຖານທີ່ທ່ອງທ່ຽວທາງປະຫວັດສາດ, ທໍາມະຊາດຢ່າງຫລວງຫລາຍ ບໍ່ຈະເປັນຖໍ້ານາງແອ່ນ,ຖໍ້າໜອງປາຝາ, ພູຜາມ່ານ ,ຖໍ້າກອງລໍ ແລະ ອື່ນໆອີກຫລາຍສະຖານທີ່ ເຊິ່ງແຕ່ລະສະຖານທີ່ທ່ອງທ່ຽວມີຄວາມສວຍງາມ ແລະ ປະຫວັດຄວາມເປັນມາທີ່ຍາວນານທີ່ຄອຍຖ້າທ່ານໄປສໍາຜັດ ເປັນຕົ້ນຖໍ້າກອງລໍ ກໍ່ເປັນອີກໜຶ່ງແຫລ່ງທ່ອງທ່ຽວທາງທໍາມະຊາດ ທີ່ມີຊື່ສຽງຍ້ອນຖໍ້າທີ່ມີສາຍນໍ້າຫີນບູນ ໄຫລຜ່ານອຸໂມງຂອງພູຫີນບູນ ແລ້ວໄຫລລົງສູ່ສາຍນໍ້າຂອງ. ຖໍ້າກອງລໍຕັ້ງຢູ່ລະຫວ່າງບ້ານນາຕານ ແລະ ບ້ານກອງລໍ, ເມືອງຄູນຄຳ ແຂວງຄຳມ່ວນ ເຊິ່ງຫ່າງຈາກເມືອງ 46 ກິໂລແມັດ  ສາມາດເດີນທາງຈາກເສັ້ນທາງເລກທີ 13 ເຂົ້າໄປຕາມເສັ້ນທາງເລກ 8 ເຊ່ິງຫ່າງຈາກຖ້ຳກອງລໍ 40 ກິໂລແມັດ. ສຳລັບທາງເລືອກອື່ນທີ່ເໝາະສົມກັບຜູ້ມັກຜະຈົນໄພ ແມ່ນຂີ່ເຮືອຈັກຫາງຍາວລ່ອງໄປຕາມສາຍນ້ຳຫີນບູນຈາກບ້ານນາ.

     ຖໍ້າກອງລໍມີຄວາມຍາວປະມານ 7.500 ແມັດ, ກ້ວາງປະມານ 30 ແມັດ ແລະ ສູງ 20 ແມັດຫາ 100 ແມັດ ເປັນຖໍ້າທີ່ສວຍງາມ ແລະ ມີສະເໜ່ດຶງດູດສາຍຕາເວລາພົບເຫັນ ພາຍໃນຖໍ້າມີແກ້ງ, ຫີນຍ້ອຍ, ຫາດຊາຍກວ່າ 20 ຈຸດ ເພື່ອໃຫ້ນັກທ່ອງທ່ຽວໄດ້ຊົມ ໂດຍສະເພາະໃນລະດູແລ້ງ  ເນື່ອງຈາກວ່າ ສະດວກສະບາຍໃນການເດີນທາງໂດຍການຂີ່ເຮືອເຂົ້າໄປພາຍໃນຖ້ຳ ແລ້ວລົງຈາກເຮືອແວ່ທ່ຽວຊົມທິວທັດ ແລະ ຍ່າງເລາະຫລີ້ນຕາມຫາດຊາຍຂາວ ສໍາພັດກັບອາກາດທີ່ເຢັນສະບາຍ ແລະ ຄວາມສວຍງາມຂອງຫີນງອກຫີນຍ່ອຍເປັນຮູບຊົງຕ່າງໆ . ສໍາລັບຖໍ້າກອງລໍ-ນາຕານຖືກຄົ້ນພົບແຕ່ສະຕະວັດທີ XVI, ໃນຊຸມປີ 1960 ເລີ່ມນຳໃຊ້ເຮືອຫາງຍາວ ເປັນພາຫະນະເດີນທາງໄປ-ຜ່ານ ຖ້ຳແຫ່ງນີ້ຂອງຄົນທ້ອງຖິ່ນ.

     ແຕ່ເລີ່ມສໍາຫລວດຢ່າງຈິງຈັງ ເປັນຄັ້ງທໍາອິດໃນເດືອນກຸມພາ 1995 ແລະ ພົບວ່ານັກທ່ອງທ່ຽວສາມາດຂີ່ເຮືອຈັກຫາງາວແລ່ນລອດເຂ້ົາຖໍ້າ ແລະ ຜ່ານອອກອີກດ້ານອື່ນ ເຊິ່ງຫລຸດຜ່ອນເວລາໃນການສັນຈອນຈາກ 2 ຊ່ົວໂມງມາເປັນປະມານ 1 ຊົ່ວໂມງ.  ດ້ວຍເຫດນີ້, ອຸໂມງຂອງຖ້ຳນີ້ຈຶ່ງເປັນເສັ້ນທາງການທ່ອງທ່ຽວທາງເຮືອ ໂດຍເກີດຂຶ້ນ ແລະ ຖືກນໍາໃຊ້ທົ່ວໄປ ນັບແຕ່ວັນທີ 12 ມັງກອນ 2002 ເປັນຕົ້ນມາ. ປັດຈຸບັນນີ້ອຸໂມງລອດຖ້ຳສາຍນີ້ ຈຶ່ງເປັນເສັ້ນທາງຄົມມະນະຄົມເຊື່ອມຕໍ່ລະຫວ່າງ ບ້ານກອງລໍ ຫາ ບ້ານນາຕານ. ຖໍ້າກອງລໍມີຄວາມໝາຍມາຈາກ “ກອງທັບລໍ” ບໍ່ແມ່ນ “ກອງຫລໍ່” ຍ້ອນເຫດຜົນວ່າຄຳວ່າ “ກອງ” ມາຈາກ “ກອງທັບ” ສ່ວນ “ລໍ” ມາຈາກ “ລໍຖ້າ” ເມື່ອລວມເຂົ້າກັນຈຶ່ງເອີ້ນຖ້ຳກອງລໍຈົນເທົ່າທຸກວັນນີ້. ໃນຂະນະນັ້ນ, ອານາຈັກລາວລ້ານຊ້າງ ໄດ້ທຳການຕໍ່ສູ້ກັບກອງທັບສັກດີນາສະຫຍາມ ທີ່ ເຂົ້າມາຮຸກຮານ ດ້ວຍເຫດນີ້ມັນຈຶ່ງເປັນທີ່ມາຂອງຖ້ຳກອງລໍແຕ່ນັ້ນມາ ແລະ ມີຄວາມໝາຍເປັນ “ກອງທັບລໍຖ້າ” ນັ້ນເອງ.

    ທີ່ເວົ້າມານີ້ຢ່າຟ້າວເຊື້ອເດີ ຕ້ອງໄດ້ລອງສໍາຜັດດ້ວຍໂຕເອງ ສະນັ້ນ, ຖ້າໃຜໄດ້ກາຍໄປ, ກາຍມາທາງແຂວງຄໍາມ່ວນ ກໍຢ່າລືມແວ່ສໍາຜັດຄວາມສວຍງາມຂອງຖໍ້າກອງລໍ ເມືອງຄູນຄໍາແຂວງຄໍາມ່ວນ.

ໂດຍ: ມາລີດາ

KPL

ຂ່າວອື່ນໆ

    • ແຂວງຈຳປາສັກເຄື່ອນໄຫວຊຸກຍູ້ສະຖານທີ່ທ່ອງທ່ຽວ ທາດສາມປາງ ແລະ ວັດພູຈຳປາສັກທ່ອງທ່ຽວ

      ແຂວງຈຳປາສັກເຄື່ອນໄຫວຊຸກຍູ້ສະຖານທີ່ທ່ອງທ່ຽວ ທາດສາມປາງ ແລະ ວັດພູຈຳປາສັກ

      8/20/2025 11:58:15 AM

      *ເພື່ອເຮັດໃຫ້ບັນຍາກາດການທ່ອງທ່ຽວ ໃນໄລຍະລະດູຝົນໃຫ້ຟົດຟື້ນຕິດພັນກັບ ຟັງຄຳຄິດຄຳເຫັນ ແລະ ຂໍ້ສະເໜີຈາກປະຊາຊົນ, ຜູ້ປະກອບການນໍາໄປຄົ້ນຄວ້າ ຫາຊ່ອງທາງແກ້ໄຂໃນຕໍ່ໜ້ານັ້ນ, ເມື່ອມໍ່ໆມານີ້, ທ່ານ ສຸລິນ ເພັດທານີ ຮອງຫົວໜ້າພະແນກ ວັດທະນະທໍາ ແລະ ທ່ອງທ່ຽວ (ວທ) ແຂວງຈໍາປາສັກພ້ອມຄະນະ ໄດ້ເຄື່ອນໄຫວຊຸກຍູ້ສະຖານທີ່ທ່ອງທ່ຽວ, ການທ່ອງທ່ຽວສີຂຽວຢູ່ ເມືອງ ສຸຂຸມາ ແລະ ເມືອງຈຳປາສັກ

    • ທ່ຽວທຳມະຊາດຕາດຫີນຄັນນາທ່ອງທ່ຽວ

      ທ່ຽວທຳມະຊາດຕາດຫີນຄັນນາ

      7/14/2025 11:32:39 AM

      ຕາດຫີນຄັນນາ ເປັນຕາດທ່ີມີຂະໜາດບ່ໍໃຫຍ່ຫລາຍ ແຕ່ກໍເປັນແຫລ່ງທ່ອງທ່ຽວທີ່ນິຍົມມາແຕ່ດົນນານ, ເນື່ອງຈາກວ່າເປັນຕາດທ່ີມີຄວາມສວຍງາມ, ມີນ້ຳໃສໄຫລເຢັນ ແລະ ປົກຄຸມດ້ວຍທຳມະຊາດທີ່ຂຽວສົດງົດງາມໄປດ້ວຍຕົ້ນໄມ້ນາໆຊະນິດ, ສາມາດດຶງດູດນັກທ່ອງທ່ຽວໃຫ້ມາທ່ຽວຊົມຢ່າງຫລວງຫລາຍ.

    • ບໍລິສັດທ່ອງທ່ຽວ ລາວໂອເວີຊີ ຈໍາກັດ ສໍາຫລວດເສັ້ນທາງການທ່ອງທ່ຽວຢູ່ແຂວງກຸຍໂຈວ ສປ ຈີນທ່ອງທ່ຽວ

      ບໍລິສັດທ່ອງທ່ຽວ ລາວໂອເວີຊີ ຈໍາກັດ ສໍາຫລວດເສັ້ນທາງການທ່ອງທ່ຽວຢູ່ແຂວງກຸຍໂຈວ ສປ ຈີນ

      7/8/2025 2:26:32 PM

      ຂປລ. ໃນລະຫວ່າງ ວັນທີ 29 ມີຖຸນາ ຫາ 3 ກໍລະກົດ 2025 ຢູ່ແຂວງກຸຍໂຈວ ສປ ຈີນ. ບໍລິສັດທ່ອງທ່ຽວ ລາວໂອເວີຊີ ຈໍາກັດ ເປັນບໍລິສັດໜຶ່ງທີ່ໄດ້ເຂົ້າຮ່ວມກອງປະຊຸມພົບປະການທ່ອງທ່ຽວ ລະຫວ່າງ ພະແນກການທ່ອງທ່ຽວແຂວງກຸຍໂຈວ ແລະ ບໍລິສັດທ່ອງທ່ຽວຈາກ ສປປ ລາວ, ໄທ ແລະ ມາເລເຊຍ

    • ໄປສຳພັດກັບຄວາມງາມອັນມະຫັດສະຈັນ ຂອງຖໍ້ານໍ້າລອດ ເຊບັ້ງໄຟທ່ອງທ່ຽວ

      ໄປສຳພັດກັບຄວາມງາມອັນມະຫັດສະຈັນ ຂອງຖໍ້ານໍ້າລອດ ເຊບັ້ງໄຟ

      7/7/2025 12:19:25 PM

      ຖ້ຳນ້ຳລອດ ເຊບັ້ງໄຟ, ຖ້ຳນີ້ບໍ່ຕັ້ງຢູ່ເມືອງເຊບັ້ງໄຟຕາມຊ່ື່ເລີຍ ແລະ ກໍບໍ່ແມ່ນຕົ້ນກຳເນີດຂອງນ້ຳເຊບັ້ງໄຟ ເພາະຄວາມຈິງແລ້ວຖ້ຳແຫ່ງນີ້ຕັ້ງຢູ່ບ້ານໜອງປີງ ເມືອງບົວລະພາ ແຂວງຄຳມ່ວນ ຫ່າງຈາກຕົວເມືອງໄປທາງທິດຕາເວັນອອກສຽງເໜືອປະມານ 15 ກິໂລແມັດ.

    • 6 ເດືອນຕົ້ນປີ ຫລວງພະບາງ ເກັບລາຍຮັບໄດ້ 1,2 ຕື້ກວ່າກີບທ່ອງທ່ຽວ

      6 ເດືອນຕົ້ນປີ ຫລວງພະບາງ ເກັບລາຍຮັບໄດ້ 1,2 ຕື້ກວ່າກີບ

      6/30/2025 1:22:05 PM

      ຂປລ. ໄລຍະ 6 ເດືອນຕົ້ນປີ 2025, ການຈັດຕັ້ງປະຕິບັດ-ຄຸ້ມຄອງ ການຈັດເກັບລາຍຮັບ ຢູ່ແຂວງຫລວງພະບາງ ປະຕິບັດໄດ້ 1,2 ຕື້ກວ່າກີບ, ເທົ່າກັບ 61,79% ເຊິ່ງທ່າແຮງພື້ນຖານ ໃນການສ້າງລາຍຮັບຫລັກ ແມ່ນການບໍລິການດ້ານການທ່ອງທ່ຽວ, ໂຮງແຮມ, ເຮືອນພັກ, ຮ້ານອາຫານ ແລະ ອື່ນໆ.

ads
ads

Top