ຂປລ
ກະຊວງນິເວດວິທະຍາ ແລະ ສິ່ງແວດລ້ອມຂອງ ສປຈີນ ປະກາດວ່າ: ອັດຕາສ່ວນຂອງຂີ້ເຫຍື້ອ ອັນຕະລາຍທີ່ສົ່ງໄປຍັງ ຂຸມຝັງຈະຖືກຄວບຄຸມບໍ່ໃຫ້ເກີນ 10% ຂອງການກຳຈັດ ຂີ້ເຫຍື້ອອັນຕະລາຍທັງໝົດ ພາຍໃນປີ 2030
ຂປລ.ສຳນັກຂ່າວຊິນຮວາຂອງ ສປຈີນ, ກະຊວງນິເວດວິທະຍາ ແລະ ສິ່ງແວດລ້ອມຂອງ ສປຈີນ ປະກາດວ່າ: ອັດຕາສ່ວນຂອງຂີ້ເຫຍື້ອ ອັນຕະລາຍທີ່ສົ່ງໄປຍັງ ຂຸມຝັງຈະຖືກຄວບຄຸມບໍ່ໃຫ້ເກີນ 10% ຂອງການກຳຈັດ ຂີ້ເຫຍື້ອອັນຕະລາຍທັງໝົດ ພາຍໃນປີ 2030 ຊຶ່ງເປັນສ່ວນໜຶ່ງ ຂອງການເສີມສ້າງ ຄວາມພະຍາຍາມຈັດການ ຄວາມສ່ຽງດ້ານສິ່ງແວດລ້ອມ.
ແນວປະຕິບັດການ ຈາກກະຊວງລະບຸແນວທາງ ແບບແບ່ງໄລຍະໃນການສ້າງ ຄວາມເປັນດິຈິຕອນ ແກ່ລະບົບຈັດການຂີ້ເຫຍື້ອອັນຕະລາຍ ແລະ ຫລຸດການພຶງພາການຝັງ, ໂດຍສະຖານທີ່ ກຳຈັດຂີ້ເຫຍື້ອອັນຕະລາຍຫລັກທັງໝົດ ຈະຕ້ອງມີລະບົບເຝົ້າຕິດຕາມ ຂະບວນການທັງໝົດ ແບບດິຈິຕອນ ພາຍໃນປີ 2026 ແລະ ສະຖານະການກຳຈັດຂີ້ເຫຍື້ອອັນຕະລາຍທັງໝົດທົ່ວປະເທດ ຈະມີລະບົບດັ່ງກ່າວ ພາຍໃນປີ 2027.
ຊຶ່ງກະຊວງວາງແຜນ ຈຳກັດການຝັງຂີ້ເຫຍື້ອ ອັນຕະລາຍ ທີ່ສາມາດຫລຸດ ປະລິມານລົງ ດ້ວຍການໃຊ້ປະໂຫຍດຫລືການເຜົາ. ສຳລັບການຈັດການຂີ້ເຫຍື້ອ ທາງການແພດ ແນວປະຕິບັດກຳນົດການ ຈັດຕັ້ງລະບົບກຳຈັດທີ່ຄວບຄຸມ ເພື່ອມີຂີດຄວາມສາມາດ ກຳຈັດທີ່ພຽງພໍ ໃນລະດັບເທດສະບານເມືອງ ໂດຍລະບົບດັ່ງກ່າວ ຈະບູລະນະການ ສະຖານກຳຈັດ ສ່ວນກາງແລະ ສະຖານກຳຈັດໃນພື້ນທີ່ຫ່າງໄກ ພ້ອມເພີ່ມຂິດຄວາມສາມາດ ກຳຈັດທັງໃນສະຖານະການປົກກະຕິ ແລະ ສະພາວະສຸກເສີນ./.
KPL