ຂປລ
ເອກອັກຄະລັດຖະທູດ ອາຣັບບີຊາອຸດິດ ປະຈຳອັງກິດ ປະກາດວ່າ: ງານກິລາບານເຕະໂລກປີ 2034 ທີ່ມີກຳນົດຈັດຂຶ້ນໃນ ອາຣັບບີຊາອຸດິດ ນັ້ນຈະບໍ່ອະນຸຍາດໃຫ້ມີການດື່ມ ເອລກໍຮໍ ແລະຈະຫ້າມຈັດຈຳໜ່າຍ
ຂປລ.ສຳນັກຂ່າວຊິນຮວາຂອງສປຈີນ, ເຈົ້າຊາຍຄາລິດບິນ ບັນດາຣອໍລ ຊາອຸດ, ເອກອັກຄະລັດຖະທູດ ອາຣັບບີຊາອຸດິດ ປະຈຳອັງກິດ ປະກາດວ່າ: ງານກິລາບານເຕະໂລກປີ 2034 ທີ່ມີກຳນົດຈັດຂຶ້ນໃນ ອາຣັບບີຊາອຸດິດ ນັ້ນຈະບໍ່ອະນຸຍາດໃຫ້ມີການດື່ມ ເອລກໍຮໍ ແລະຈະຫ້າມຈັດຈຳໜ່າຍ ເຄື່ອງດື່ມທີ່ມີທາດເຫລົ້າ (ເອລກໍຮໍ)ໃນພື້ນທີ່ຕ່າງໆ.ແຜນການນີ້ ແຕກຕ່າງກັບການແຂ່ງຂັນ ກິລາບານເຕະໂລກປີ 2022 ໃນກາຕາຊຶ່ງມີການຈັດຈຳໜ່າຍ ເຄື່ອງດື່ມແອລກໍຮໍ ໃນພື້ນທີ່ສະເພາະ ສຳລັບນັກເຊຍບານເຕະ ແລະ ໂຮງແຮມລະດັບ 5 ດາວ ແຕ່ລາຄາເຄື່ອງດື່ມນັ້ນສູງຫລາຍ.
ໃນຂະນະທີ່ ເຈົ້າຊາຍຄາລິດບິນ ບັນດາຣອັລຊາອຸດ ກ່າວວ່າ: ທຸກຄົນຕ່າງກໍ່ມີວັດທະນະທຳ ຂອງຕົນເອງ ຊຶ່ງຍິນດີທີ່ຈະໃຫ້ການຕ້ອນຮັບ ຜູ້ຄົນ ໂດຍຢູ່ພາຍໃນຂອບເຂດ ວັດທະນະທຳ ພາຍໃນປະເທດ./.
KPL