ລ້ຽງນົກກະຈອກເທບ ສາມາດສ້າງລາຍຮັບໃຫ້ແກ່ຜູ້ລ້ຽງ ເປັນຈຳນວນຫລາຍ

11/02/2025 21:13
Email Print 463
ຂປລ ຂປລ. ປັດຈຸບັນ, ທຸລະກິດການລ້ຽງນົກກະຈອກເທບ ຢູ່ ສປປ ລາວ ແມ່ນເລີ່ມມີການແຜ່ຫລາຍຂຶ້ນ ເພາະ ເປັນ​ສັດ​ເສດຖະກິດໃໝ່, ມີອາຍຸຍືນ, ລ້ຽງ​ງ່າຍ, ​ໃຫຍ່​ໄວ, ໃຫ້​ຜົນ​ຜະລິດ​ສູງ, ສາມາດສ້າງລາຍຮັບ ໃຫ້ກັບຜູ້ລ້ຽງ ເປັນຈຳນວນຫລາຍ.



ຂປລ. ປັດຈຸບັນ, ທຸລະກິດການລ້ຽງນົກກະຈອກເທບ ຢູ່ ສປປ ລາວ ແມ່ນເລີ່ມມີການແຜ່ຫລາຍຂຶ້ນ ເພາະ ເປັນ​ສັດ​ເສດຖະກິດໃໝ່
, ມີອາຍຸຍືນ, ລ້ຽງ​ງ່າຍ, ​ໃຫຍ່​ໄວ, ໃຫ້​ຜົນ​ຜະລິດ​ສູງ, ສາມາດສ້າງລາຍຮັບ ໃຫ້ກັບຜູ້ລ້ຽງ ເປັນຈຳນວນຫລາຍ. ໃນນັ້ນ, ທ່ານ ແກ້ວສັນຕິສຸກ ໄຊຄຳວົງ ເຈົ້າຂອງ ຟາມນົກກະຈອກເທບບ້ານຖ້ຳ ເມືອງນາຊາຍທອງ ນະຄອນຫລວງວຽງຈັນ ກໍໄດ້ເລີ່ມລ້ຽງມາແຕ່ ປີ 2016 ມາຮອດປັດຈຸບັນ, ສາມາດສ້າງລາຍຮັບ ໃຫ້ກັບຄອບຄົວ ໄດ້ເຖິງ 1.500 ລ້ານກີບຕໍ່ປີ.




ທ່ານ ແກ້ວສັນຕິສຸກ ໄຊຄຳວົງ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນເມື່ອບໍ່ດົນນີ້ວ່າ: ຈຸດເລີ່ມຕົ້ນ ໃນການຕັດສິນໃຈ ລົງມືລ້ຽງນົກກະຈອກເທບ ກໍຍ້ອນມັກຮັກໃນການຜະລິດກະສິກຳ
, ອີງໃສ່ພື້ນຖານຄວາມຮູ້, ຄວາມຊຳນິຊຳນານ ແລະ ມີຄວາມຊ່ຽວຊານທາງດ້ານສັດປີກ ຈຶ່ງເກີດມີແນວຄວາມຄິດ ຢາກທົດລອງຟັກໄຂ່ນົກກະຈອກເທບ ເປັນເສດຖະກິດ ຈຳໜ່າຍພາຍໃນ ແລະ ສົ່ງອອກຕ່າງປະເທດ ໂດຍໃຊ້ທຶນຮອນຂອງຕົນເອງ ຊື້ແນວພັນມາຟັກເອງ ແລະ ທ້ອນໂຮມແນວພັນຈຳນວນໜຶ່ງມາລ້ຽງ, ມາຮອດປັດຈຸບັນ ຟາມນົກກະຈອກເທບ ບ້ານຖ້ຳ ມີເນື້ອທີ ທັງໝົດ 8 ເຮັກຕາ,  ມີນົກທັງໝົດ 180 ກວ່າໂຕ. ໃນນັ້ນ, ມີແມ່ພັນ 40 ໂຕ, ພໍ່ພັນ 20 ໂຕ, ນົກນ້ອຍ ພ້ອມຈຳໜ່າຍ ມີ 120 ໂຕ, ມີນົກທັງໝົດ 2 ສາຍພັນ ຄື: ສາຍພັນຄໍແດງ ແລະ ສາຍພັນຄໍນ້ຳເງິນ ເຊິ່ງນົກກະຈອກເທບ ​ເປັນ​ສັດ​ເສດຖະກິດໃໝ່, ລ້ຽງ​ງ່າຍ, ​ໃຫຍ່​ໄວ, ມີອາຍຸຢືນ ເຖິງ 65 ປີ ແລະ ໃຫ້ຜົນຜະລິດ ໄດ້ 44 ປີ, ສະເລ່ຍ ແມ່ໜຶ່ງສາມາດອອກໄຂ່ 40-60 ໜ່ວຍ/ປີ.



ຟາມນົກກະຈອກເທບ ບ້ານຖ້ຳ ສ່ວນໃຫຍ່ ແມ່ນເນັ້ນສະໜອງແນວພັນນົກກະຈອກເທບນ້ອຍ ແລະ ສະໜອງຊີ້ນ ໃຫ້ບັນດາຮ້ານອາຫານ ຢູ່ນະຄອນຫລວງວຽງຈັນ ເຊິ່ງປີໜຶ່ງສາມາດສະໜອງແນວພັນໄດ້ 400-600 ໂຕຕໍ່ປີ. ໃນອະນາຄົດ, ຈະຂະຫຍາຍຕະຫລາດ ໄປຍັງບັນດາຮ້ານອາຫານ ຢູ່ໂຮງແຮມຕ່າງໆ ໃນຂອບເຂດທົ່ວປະເທດ ທີ່ມີຄວາມຕ້ອງການ. ຄຽງຄູ່ກັບການລ້ຽງນົກກະຈອກເທບແລ້ວ, ຍັງໄດ້ປູກຫຍ້າ ເນເປຍ
, ຫຍ້າອິດສະລາເອວ ເພື່ອເປັນອາຫານເສີມໃຫ້ກັບນົກ ຕື່ມອີກ.



ຂ່າວ-ພາບ: ທະນູທອງ
KPL

ຂ່າວອື່ນໆ

ads
ads

Top