ຂປລ
ທ່ານ ໂດນັນທຣຳ ປະທານາທິບໍດີ ສ.ອາເມລິກາ ອອກຖະແຫລງການ ຢ່າງເປັນທາງການ ຈະຂຶ້ນພາສີນຳເຂົ້າເຫລັກ ແລະ ອາລູມິນຽມ ທັງໝົດ 25% ເພື່ອໃຫ້ສອດຄ່ອງ ກັບ ອັດຕາພາສີ ທີ່ເກັບ ໂດຍກຸ່ມພັນທະມິດ ທາງການຄ້າ.
ຂປລ. ສຳນັກຂ່າວ ຊິນຮວາ ຂອງ ສປຈີນ, ເມື່ອບໍ່ດົນມານີ້ ທ່ານ ໂດນັນທຣຳ ປະທານາທິບໍດີ ສ.ອາເມລິກາ ອອກຖະແຫລງການ ຢ່າງເປັນທາງການ ຈະຂຶ້ນພາສີນຳເຂົ້າເຫລັກ ແລະ ອາລູມິນຽມ ທັງໝົດ 25% ເພື່ອໃຫ້ສອດຄ່ອງ ກັບ ອັດຕາພາສີ ທີ່ເກັບ ໂດຍກຸ່ມພັນທະມິດ ທາງການຄ້າ.
ໃນວາລະດຳລົງ ຕໍາແໜ່ງ ທຳອິດ ທ່ານ ໂດນັນທຣຳ ກຳນົດ ພາສີ ນຳເຂົ້າເຫລັກ 25% ແລະ ອະລູມິນຽມ 10% ດ້ວຍເຫດຜົນ ດ້ານຄວາມໝັ້ນຄົງ ລະດັບຊາດ, ຕໍ່ມາ ການຍົກເວັ້ນ ພາສີໃຫ້ພັນທະມິດ ທາງການຄ້າບາງແຫ່ງເຊັ່ນ: ການາດາ, ເມັກຊິກ ແລະ ບຣາຊິນ. ເມື່ອວັນທີ 1 ກຸມພາ ຜ່ານມາ ທ່ານ ໂດນັນທຣຳ ໄດ້ລົງນາມ ໃນຄຳສັ່ງ ຝ່າຍບໍລິຫານ ເພື່ອກຳນົດ ພາສີນໍາເຂົ້າ ເພີ່ມຕື່ມ 25% ຈາກ ການາດາ , ເມັກຊິກ ແລະ ສປຈີນ 10% ສົ່ງຜົນໃຫ້ມີ ການຄັດຄ້ານ ໃນວົງກວ້າງ./
KPL