ການຢ້ຽມຢາມຍີ່ປຸ່ນຂອງສະຫາຍ ໂຕ ເລິມ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ: ຊຸກຍູ້ສາຍພົວພັນຫວຽດນາມ-ຍີ່ປຸ່ນ ກ້າວຂຶ້ນສູ່ລະດັບ ໃໝ່, ປະກອບສ່ວນເສີມສ້າງ ສັນຕິພາບ ແລະ ການຮ່ວມມືໃນພາກພື້ນ

11/11/2026 13:48
ຂປລ ຕາມຄຳເຊີນຂອງລັດຖະບານຍີ່ປຸ່ນ, ສະຫາຍ ໂຕ ເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານ ສູນກາງ ພັກກອມ ມູນິດຫວຽດນາມ, ປະທານປະເທດ ແຫ່ງສາທາລະນະລັດ ສັງຄົມນິຍົມຫວຽດນາມ ພ້ອມດ້ວຍ ພັນລະຍາ ທ່ານນາງ ໂງ ເຟືອງ ລີ ແລະ ຄະນະ ຜູ້ແທນຂັ້ນສູງຫວຽດນາມ ໄດ້ຢ້ຽມຢາມທາງການ

ຂປລ. ຕາມຄຳເຊີນຂອງລັດຖະບານຍີ່ປຸ່ນ, ສະຫາຍ ໂຕ ເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານ ສູນກາງພັກກອມມູນິດຫວຽດນາມ, ປະທານປະເທດ ແຫ່ງສາທາ ລະນະລັດ ສັງຄົມນິຍົມຫວຽດນາມ ພ້ອມດ້ວຍພັນລະຍາ ທ່ານນາງ ໂງ ເຟືອງ ລີ ແລະ ຄະນະ ຜູ້ແທນຂັ້ນສູງຫວຽດນາມ ໄດ້ຢ້ຽມຢາມທາງການ ປະເທດຍີ່ປຸ່ນ ນັບແຕ່ ວັນທີ 8–11 ພະຈິກ 2026. ການຢ້ຽມຢາມ ໃນຄັ້ງນີ້ ດຳເນີນໄປໃນສະພາບທີ່ສະຖານະການພາກພື້ນ ແລະ ສາກົນ ຍັງສືບຕໍ່ມີຄວາມຜັນແປຫຼາຍດ້ານ, ການແຂ່ງຂັນທາງຍຸດທະສາດ ລະຫວ່າງ ບັນດາປະເທດ ມະຫາອຳນາດມີແນວໂນ້ມເພີ່ມຂຶ້ນ, ເສດຖະກິດໂລກ ຜະເຊີນກັບສິ່ງທ້າທາຍຫຼາຍປະການ, ຂະນະທີ່ບັນດາປະເທດພວມເລັ່ງປັບປ່ຽນ ຍຸດທະສາດການພັດທະນາ, ຮັບປະກັນຄວາມໝັ້ນຄົງ ທາງເສດຖະກິດ ແລະ ຫັນໄປສູ່ການກະຈາຍແຫຼ່ງສະໜອງສິນຄ້າ ໃຫ້ມີຄວາມຫຼາກຫຼາຍ. ພາຍໃຕ້ສະພາບການດັ່ງກ່າວ, ການຢ້ຽມຢາມຄັ້ງນີ້ຖືເປັນເຫດການ ດ້ານການຕ່າງປະເທດທີ່ສຳຄັນ, ປະກອບສ່ວນເສີມສ້າງສາຍພົວພັນຫວຽດນາມ-ຍີ່ປຸ່ນ, ການຂະຫຍາຍຂອບເຂດ ການຮ່ວມມື ແລະ ສ້າງແຮງຜັກດັນໃໝ່ໃຫ້ແກ່ ການພັດທະນາ ເສດຖະກິດ-ສັງຄົມຂອງສອງປະເທດ.

ຜົນສຳເລັດທີ່ໂດດເດັ່ນ ຂອງ ການຢ້ຽມຢາມ

ໜຶ່ງໃນຜົນສຳເລັດທີ່ສຳຄັນທີ່ສຸດ ຂອງ ການຢ້ຽມຢາມໃນຄັ້ງນີ້ ແມ່ນການທີ່ສະຫາຍ ໂຕ ເລິມ ເລຂາທິການໃຫຍ່, ປະທານປະເທດ ແລະ ທ່ານນາງ ທາກາອິຈິ ຊານາເອະ ນາຍົກ ລັດຖະມົນຕີຍີ່ປຸ່ນ ໄດ້ຮ່ວມກັນຮັບຮອງຖະແຫຼງການ ວິໄສທັດຮ່ວມຫວຽດນາມ – ຍີ່ປຸ່ນ, ໂດຍກຳນົດທິດທາງ “ຄູ່ຮ່ວມມືຮ່ວມເດີນທາງ, ຮ່ວມສ້າງສັນ, ຕ່າງຝ່າຍ ຕ່າງໄດ້ ຮັບຜົນປະໂຫຍດ, ເພື່ອການເຕີບໂຕ ທີ່ມີຄຸນນະພາບສູງ, ການມີອິດສະຫຼະພາບທາງຍຸດທະສາດ ແລະ ການເພີ່ມທະວີຄວາມເຂັ້ມແຂງ”. ສອງຝ່າຍຢືນຢັນວ່າ ຫວຽດນາມ ແລະ ຍີ່ປຸ່ນ ແມ່ນຄູ່ຮ່ວມມືທີ່ສຳຄັນອັນດັບຕົ້ນໆ ແລະ ມີຄວາມຍືນຍົງຕໍ່ກັນ, ມີຜົນປະໂຫຍດການຮ່ວມກັນຫຼາຍດ້ານ; ການພັດທະນາຂອງແຕ່ລະປະເທດ ຈະສ້າງເງື່ອນໄຂເອື້ອອຳນວຍ ໃຫ້ແກ່ ການພັດທະນາຂອງອີກຝ່າຍ. ພ້ອມກັນນັ້ນ, ສອງຝ່າຍ ເຫັນດີສືບຕໍ່ຊຸກຍູ້ສາຍພົວພັນ “ຄູ່ຮ່ວມມືຍຸດທະສາດຮອບດ້ານ ເພື່ອສັນຕິພາບ ແລະ ຄວາມຈະເລີນຮຸ່ງເຮືອງໃນອາຊີ ແລະ ໃນໂລກ” ໃຫ້ກ້າວຂຶ້ນສູ່ ລະດັບໃໝ່, ເພີ່ມທະວີການປະສານງານ ໃນຂົງເຂດທີ່ມີຄວາມໝາຍ ທາງຍຸດທະສາດ ແລະ ຮ່ວມກັນປະກອບສ່ວນ ຢ່າງຕັ້ງໜ້າຕໍ່ສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືໃນພາກພື້ນ.

ໃນຂົງເຂດເສດຖະກິດ, ການຄ້າ ແລະ ການລົງທຶນ, ສອງປະເທດ ເຫັນດີ ເພີ່ມທະວີການເຊື່ອມໂຍງ ທາງເສດຖະກິດ ເພື່ອຮັບປະກັນ ຄວາມໝັ້ນຄົງ ທາງດ້ານເສດຖະກິດ, ຍົກສູງຄວາມສາມາດ ໃນການກຳນົດທິດທາງຍຸດທະສາດ ດ້ວຍຕົນເອງ ແລະ ມຸ່ງໄປສູ່ເປົ້າໝາຍ ການຍົກມູນຄ່າການຄ້າສອງຝ່າຍ ໃຫ້ຂຶ້ນເປັນ 80 ຕື້ໂດລາສະຫະລັດ ໃນປີ 2030. ຍີ່ປຸ່ນໃຫ້ຄຳໝັ້ນວ່າ ຈະຊຸກຍູ້ການລົງທຶນ ທີ່ມີຄຸນນະພາບສູງ ໃນຫວຽດນາມ, ຄວບຄູ່ກັບ ການຖ່າຍທອດ ເຕັກໂນໂລຊີ, ການຝຶກອົບຮົມ ຊັບພະຍາກອນມະນຸດ ແລະ ການພັດທະ ນາຂະແໜງ ການອຸດສາຫະກຳ ທີ່ມີ ມູນຄ່າເພີ່ມສູງ.  ຄຽງຄູ່ກັນນັ້ນ ສອງຝ່າຍ ຍັງເຫັນດີ ຂະຫຍາຍການຮ່ວມມື ດ້ານແຫຼ່ງທຶນ ODA ຮຸ່ນໃໝ່ ໃນຂົງເຂດ ປັນຍາປະດິດ, ຊິບ, ພະລັງງານ, ການຫັນເປັນດິຈິຕອນ ແລະ ສີຂຽວ. ນີ້ແມ່ນທິດທາງສຳຄັນ ໃນການປ່ຽນ ຈາກການຮ່ວມມື ທີ່ເນັ້ນການເຕີບໂຕ ດ້ານຂະໜາດ ໄປສູ່ການຍົກສູງ ຄຸນນະພາບ, ປະສິດທິຜົນ ແລະ ຄວາມຍືນຍົງ.

ສອງຝ່າຍ ໄດ້ລົງນາມ ແລະ ແລກປ່ຽນເອກະສານຮ່ວມມື 11 ສະບັບ, ໃນນັ້ນ ຜູ້ນຳຂອງສອງປະເທດ ໄດ້ເຂົ້າຮ່ວມເປັນສັກຂີພິຍານ ໃນພິທີມອບຮັບເອກະສານ 9 ສະບັບ. ເອກະສານດັ່ງກ່າວ ແມ່ນສຸມໃສ່ຂົງເຂດສຳຄັນ ເຊັ່ນ: ພະລັງງານ, ການສຶກສາ, ວິທະຍາສາດ – ເຕັກໂນໂລຊີ, ປັນຍາປະດິດ, ສິ່ງແວດລ້ອມ, ນະໂຍບາຍ ທາງທະເລ, ກົດໝາຍ ແລະ ຊັບສິນທາງປັນຍາ. ສິ່ງທີ່ໜ້າສົນໃຈ ແມ່ນ ສອງຝ່າຍໄດ້ແລກປ່ຽນ ເອກະສານກ່ຽວກັບໂຄງການກໍ່ສ້າງ ມະຫາວິທະຍາໄລຫວຽດນາມ – ຍີ່ປຸ່ນ ແລະ ໂຄງການໂຮງໄຟຟ້າ ໂອໂມນ 3, ໂດຍມີມູນຄ່າລວມຂອງເງິນກູ້ ແລະ ທຶນຊ່ວຍເຫຼືອລ້າ ທີ່ໃຫ້ຄຳໝັ້ນສັນຍາ ຫຼາຍກວ່າ 43,1 ຕື້ເຢນ. ນອກຈາກນັ້ນ, ສອງປະເທດ ຍັງຊຸກຍູ້ການຮ່ວມມື ໃນຂົງເຂດໄຟຟ້ານິວເຄລຍ, ການຄົ້ນຄວ້າ ແລະ ພັດທະນາ ປັນຍາປະດິດ, ການຍົກສູງປະສິດທິຜົນ ໃນການສ້າງ ແລະ ບັງຄັບໃຊ້ກົດໝາຍ, ພ້ອມທັງ ເພີ່ມທະວີການຮ່ວມມື ດ້ານການປົກປ້ອງສິ່ງແວດລ້ອມ. ຂໍ້ຕົກ ລົງເຫຼົ່ານີ້ ໄດ້ສະແດງໃຫ້ເຫັນເຖິງ ຄວາມມຸ່ງໝັ້ນທາງການເມືອງ ຂອງສອງຝ່າຍ ໃນການປ່ຽນຄຳໝັ້ນສັນຍາລະດັບສູງ ໃຫ້ກາຍເປັນແຜນງານ ແລະ ໂຄງການຮ່ວມ ມືທີ່ມີຄວາມເປັນຈິງ.

ສ່ວນການຮ່ວມມື ດ້ານວິທະຍາສາດ – ເຕັກໂນໂລຊີ ແລະ ນະວັດຕະກໍາ ໄດ້ຖືກກຳນົດໃຫ້ເປັນໜຶ່ງ ໃນເສົາຄ້ຳສຳຄັນຂອງສາຍພົວພັນ ຂອງສອງຝ່າຍໃນໄລຍະໃໝ່. ໃນເວທີປຶກສາຫາລື ພາກລັດ – ເອກະຊົນ ກ່ຽວກັບການຮ່ວມມື ດ້ານເສດຖະກິດ ແລະ ວິທະຍາສາດ – ເຕັກໂນໂລຊີຫວຽດນາມ – ຍີ່ປຸ່ນ, ສະຫາຍ ໂຕ ເລິມ ເລຂາທິການໃຫຍ່, ປະທານປະເທດ ໄດ້ເນັ້ນໜັກເຖິງ ຄວາມຈຳເປັນ ໃນການປ່ຽນ ຈາກການຮັບເອົາ ແລະ ນຳໃຊ້ເຕັກໂນໂລຊີ ໄປສູ່ ການຄົ້ນຄວ້າຮ່ວມ, ການຮ່ວມກັນ ສ້າງສັນ ເພື່ອກ້າວຂຶ້ນໄປສູ່ ການຄວບຄຸມເຕັກໂນໂລຊີ ດ້ວຍຕົນເອງ. ສອງຝ່າຍ ໄດ້ໃຫ້ຄວາມສຳຄັນ ຕໍ່ການຊຸກຍູ້ການຮ່ວມມື ໃນຂົງເຂດປັນຍາປະດິດ, ຊິບ, ເຕັກໂນໂລຊີພະລັງງານ, ເຕັກໂນໂລຊີຊີວະພາບ, ລົດໄຟຄວາມໄວສູງ ແລະ ອື່ນໆ ພ້ອມທັງເພີ່ມທະວີການເຊື່ອມໂຍງ ລະຫວ່າງວິສາຫະກິດ, ມະຫາວິທະຍາໄລ ແລະ ສະຖາບັນຄົ້ນຄວ້າ. ຝ່າຍຍີ່ປຸ່ນ ຍັງສະແດງຄວາມ ພ້ອມທີ່ຈະ ຊ່ວຍເຫຼືອຫວຽດນາມ ໃນການຝຶກອົບຮົມ ຊັບພະຍາກອນມະນຸດລະດັບສູງ, ລວມທັງ ທີມງານຊ່ຽວຊານ ແລະ ນັກວິຊາການ ລະດັບປະລິນຍາເອກ ດ້ານປັນຍາປະດິດ. ນີ້ແມ່ນບາດກ້າວປ່ຽນແປງ ທີ່ໜ້າສົນໃຈ, ເປັນການສະທ້ອນໃຫ້ເຫັນວ່າ ການຮ່ວມມືຫວຽດນາມ – ຍີ່ປຸ່ນ ພວມມຸ່ງໄປສູ່ ການສ້າງຂີດຄວາມສາມາດ ດ້ານເຕັກໂນໂລຊີ ແລະ ລະບົບນິເວດ ນະວັດຕະກຳໃນໄລຍະຍາວ.

ດ້ານການໄປມາຫາສູ່ກັນ ລະຫວ່າງ​ ປະຊາຊົນສອງຊາດ ແລະ ການຮ່ວມມືດ້ານສັງຄົມ, ສອງປະເທດ ເຫັນດີເພີ່ມທະວີການເຊື່ອມໂຍງດ້ານຊັບພະຍາກອນມະນຸດ, ຊຸກຍູ້ການຮ່ວມມື ດ້ານການສຶກສາ, ການຝຶກອົບຮົມ, ສາທາລະນະສຸກ, ແຮງງານ ແລະ ລະຫວ່າງທ້ອງຖິ່ນ ຂອງສອງປະເທດ. ສອງຝ່າຍ ຄາດວ່າ ຈະຈັດເວທີປຶກສາຫາລືການຮ່ວມມື ລະຫວ່າງ ທ້ອງຖິ່ນຫວຽດນາມ – ຍີ່ປຸ່ນ ຄັ້ງທີ 3 ໃນປີ 2027, ພ້ອມທັງດຳເນີນໂຄງການປີການທ່ອງທ່ຽວ ຮ່ວມມືຫວຽດນາມ – ຍີ່ປຸ່ນ 2027–2028, ເພື່ອມຸ່ງໄປສູ່ ການສະຫຼອງ ຄົບຮອບ 55 ປີ ຂອງ ການສ້າງຕັ້ງສາຍພົວພັນ ທາງການທູດ ໃນປີ 2028. ສອງຝ່າຍ ຍັງເຫັນດີ ເລີ່ມການປຶກສາຫາລືກ່ຽວກັບຂໍ້ຕົກລົງ ວ່າດ້ວຍການແຈ້ງຂ່າວ ແລະ ການເຂົ້າເຖິງ ດ້ານກົງສຸນ, ພ້ອມທັງ ຊຸກຍູ້ການອຳນວຍຄວາມສະດວກ ດ້ານການເດີນທາງ ແລະ ວີຊ້າໃຫ້ແກ່ວິສະວະກອນ ເຕັກໂນໂລຊີຂອງຫວຽດນາມ. ເນື້ອໃນເຫຼົ່ານີ້ຈະປະ ກອບສ່ວນເສີມ ສ້າງພື້ນຖານ ທາງສັງຄົມ, ເພີ່ມທະວີ ຄວາມເຂົ້າໃຈ ແລະ ສ້າງຄວາມຜູກພັນ ລະຫວ່າງ ປະຊາຊົນຂອງສອງປະເທດ.

ດ້ານການເມືອງ ແລະ ການຕ່າງປະເທດ, ການຢ້ຽມຢາມໃນຄັ້ງນີ້ ປະກອບມີກິດຈະກຳສຳຄັນ ລະດັບສູງ ເຊັ່ນ: ການເຂົ້າເຝົ້າ ອົງຈັກກະພັດ ແລະ ພະລາຊິນີຍີ່ປຸ່ນ, ການເຈລະຈາກັບ ທ່ານນາງ ທາກາອິຈິ ຊານາເອະ ນາຍົກ ລັດຖະມົນຕີ, ການກ່າວຄຳປາໄສ ກ່ຽວກັບນະໂຍບາຍ ຕໍ່ລັດຖະສະພາຍີ່ປຸ່ນ, ການພົບປະກັບ ຜູ້ນຳລັດຖະສະພາ ແລະ ອົງການສະມາຄົມ ມິດຕະພາບສະມາຊິກສະພາ. ໃນຄຳປາໄສຕໍ່ລັດຖະສະພາຍີ່ປຸ່ນ, ສະຫາຍ ໂຕ ເລິມ ເລຂາທິການໃຫຍ່, ປະທານປະເທດ ໄດ້ເນັ້ນໜັກເຖິງ ທິດທາງການຕ່າງປະເທດ ຂອງຫວຽດນາມ ທີ່ ເປັນເອກະລາດ, ພຶ່ງພາຕົນເອງ, ສັນຕິພາບ, ການຮ່ວມມື ແລະ ການພັດທະນາ; ພ້ອມທັງຢືນຢັນ ຈູດປະສົງໃນການເພີ່ມທະວີ ການປະສານງານ ກັບ ຍີ່ປຸ່ນ ໃນບັນຫາພາກພື້ນ ແລະ ສາກົນ. ສອງປະເທດ ຍັງເຫັນດີ ສືບຕໍ່ປະສານງານກັນ ໃນກົນໄກຫຼາຍຝ່າຍ ເຊັ່ນ: ສະຫະປະຊາຊາດ, APEC ແລະ ASEAN  ເພື່ອປະກອບສ່ວນ ຢ່າງຕັ້ງໜ້າຕໍ່ການຮັກສາ ສະພາບແວດລ້ອມ ສັນຕິພາບ, ສະຖຽນລະພາບ ແລະ ຊຸກຍູ້ການຮ່ວມມືສາກົນ.

ຄວາມໝາຍຂອງການຢ້ຽມຢາມໃນມຸມມອງພາກພື້ນ

ໂດຍສາມາດເຫັນໄດ້ວ່າ ການຢ້ຽມຢາມທາງ ການປະເທດຍີ່ປຸ່ນ ຂອງ ສະຫາຍ ໂຕ ເລິມ ເລຂາທິການໃຫຍ່, ປະທານປະເທດ ບໍ່ພຽງແຕ່ ມີຄວາມໝາຍ ຕໍ່ສາຍພົວພັນ ສອງຝ່າຍເທົ່ານັ້ນ, ແຕ່ຍັງສະທ້ອນໃຫ້ເຫັນແນວໂນ້ມ ການເພີ່ມທະວີ ການຮ່ວມມື ລະຫວ່າງ ບັນດາປະເທດໃນອາຊີ ພາຍໃຕ້ສະພາບແວດລ້ອມ ດ້ານພູມສາດການເມືອງ ແລະ ເສດຖະກິດສາ ກົນທີ່ນັບມື້ນັບສັບສົນ. ການທີ່ຫວຽດນາມ ແລະ ຍີ່ປຸ່ນ ຊຸກຍູ້ການຮ່ວມມືໃນຂົງເຂດ ເສດຖະກິດ, ເຕັກໂນໂລຊີ, ພະລັງງານ ແລະ ຄວາມໝັ້ນຄົງທາງເສດຖະກິດ ສະແດງໃຫ້ເຫັນວ່າ ສອງປະເທດພວມມຸ່ງໄປສູ່ ການສ້າງສາຍພົວພັນ ຄູ່ຮ່ວມມືທີ່ມີຄວາມເກື້ອກູນຊ່ວຍເຫຼືອກັນສູງ, ປະກອບສ່ວນຍົກສູງຄວາມສາມາດ ໃນການຮັບມື ຕໍ່ຄວາມຜັນແປ ຈາກພາຍນອກ.

ສຳລັບຫວຽດນາມ, ຍີ່ປຸ່ນ ຍັງຄົງເປັນຄູ່ຮ່ວມມືທີ່ສຳຄັນ ໃນການລະດົມຊັບພະຍາກອນ ເພື່ອການພັດທະນາ, ການຮັບເອົາ ເຕັກໂນໂລຊີທັນສະໄໝ, ການຝຶກອົບຮົມຊັບ ພະຍາກອນມະນຸດ ແລະ ການຍົກສູງຖານະຂອງຕົນໃນຕອງໂສ້ມູນຄ່າ ພາກພື້ນ ແລະ ໂລກ. ຄຳໝັ້ນສັນຍາ ການຮ່ວມມືໃໝ່, ໂດຍສະເພາະ ດ້ານວິທະຍາສາດ – ເຕັກໂນໂລຊີ, ພະ ລັງງານ ແລະ ການພັດທະນາ ຊັບພະຍາກອນມະນຸດ, ຄາດວ່າ ຈະປະກອບສ່ວນສະໜັບສະໜູນຫວຽດນາມ ໃນການບັນລຸເປົ້າໝາຍ ການພັດທະນາເສດຖະກິດ – ສັງຄົມ, ເພີ່ມທະວີ ຄວາມສາມາດ ໃນການກຳນົດທິດທາງຍຸດທະສາດດ້ວຍຕົນເອງ ແລະ ຍົກສູງຄຸນນະພາບການເຕີບໂຕ.

ສຳລັບຍີ່ປຸ່ນ, ຫວຽດນາມ ແມ່ນຄູ່ຮ່ວມມື ທີ່ມີທີ່ຕັ້ງສຳຄັນໃນພາກພື້ນອາຊີ ຕາເວັນອອກສ່ຽງໃຕ້, ມີຕະຫຼາດ ທີ່ມີຄວາມຄຶກຄື້ນ, ມີທ່າແຮງ ດ້ານຊັບພະຍາກອນມະນຸດ ແລະ ມີທີ່ຕັ້ງທາງພູມສາດເສດຖະກິດທີ່ເອື້ອອຳນວຍ. ການເພີ່ມທະວີ ການຮ່ວມມືກັບ ຫວຽດນາມ ຈະສ້າງເງື່ອນໄຂ ໃຫ້ຍີ່ປຸ່ນຂະຫຍາຍເຄືອຂ່າຍ ການລົງທຶນ, ກະຈາຍແຫຼ່ງສະໜອງສິນຄ້າ ໃຫ້ມີຄວາມຫຼາກຫຼາຍ, ຊຸກຍູ້ການຮ່ວມມື ດ້ານເຕັກໂນໂລຊີ ແລະ ເພີ່ມທະວີການເຊື່ອມໂຍງກັບພາກພື້ນ ASEAN. ສິ່ງດັ່ງກ່າວນີ້ ຍັງສອດຄ່ອງກັບ ທິດທາງຂອງຍີ່ປຸ່ນ ໃນການຊຸກຍູ້ພາກພື້ນ ອິນໂດປາຊີຟິກ ໃຫ້ມີເສລີ, ເປີດກວ້າງ, ມີສັນຕິພາບ ແລະ ສະຖຽນລະພາບ.


ມຸມມອງຂອງລາວ

ການພັດທະນາທີ່ນັບມື້ນັບເລິກເຊິ່ງ ຂອງ ສາຍພົວພັນຫວຽດນາມ – ຍີ່ປຸ່ນ ເປັນພັດທະນາການ ໃນທາງບວກ ຕໍ່ສະພາບແວດລ້ອມ ການຮ່ວມມື ແລະ ການພັດທະນາ ໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້. ຫວຽດນາມ ແມ່ນປະເທດເພື່ອນບ້ານໃກ້ຄຽງ, ມີສາຍພົວພັນ ມິດຕະພາບ ອັນຍາວນານ ແລະ ການຮ່ວມມືຮອບດ້ານ ກັບ ສປປ ລາວ; ຂະນະທີ່ ຍີ່ປຸ່ນແມ່ນໜຶ່ງ ໃນບັນດາຄູ່ຮ່ວມມື ດ້ານການພັດທະນາທີ່ສຳຄັນຂອງ ASEAN ແລະ ພາກພື້ນແມ່ນ້ຳຂອງ. ການທີ່ສອງປະເທດ ເພີ່ມທະວີການຮ່ວມມື ດ້ານໂຄງລ່າງພື້ນຖານ, ພະລັງງານ, ວິທະຍາສາດ – ເຕັກໂນໂລຊີ, ການຫັນເປັນສີຂຽວ ແລະ ການພັດທະນາ ຊັບພະຍາກອນມະນຸດ ສາມາດປະກອບສ່ວນຊຸກຍູ້ ການເຊື່ອມໂຍງ ທາງເສດຖະກິດໃນພາກພື້ນ, ຂະຫຍາຍໂອກາດ ການຮ່ວມມື ແລະ ຍົກສູງຂີດຄວາມສາມາດ ໃນການພັດທະນາຂອງ ບັນດາປະເທດໃນອາຊີຕາເວັນອອກສ່ຽງໃຕ້.

ໂດຍສະເພາະ, ໃນສະພາບ ທີ່ບັນດາປະເທດໃນອະນຸພາກພື້ນແມ່ນ້ຳຂອງ ພວມຜະເຊີນກັບສິ່ງທ້າທາຍຫຼາຍດ້ານ ກ່ຽວກັບ ການພັດທະນາເສດຖະກິດ, ການຮັບປະກັນ ຄວາມໝັ້ນຄົງ ດ້ານພະລັງງານ, ການຫັນປ່ຽນຮູບແບບການເຕີບໂຕ ແລະ ການຮັບມືກັບ ການປ່ຽນແປງດິນຟ້າອາກາດ, ການເພີ່ມທະວີ ສາຍພົວພັນຄູ່ຮ່ວມມື ທີ່ສາມາດລະດົມ ແຫຼ່ງທຶນ, ເຕັກໂນໂລຊີ ແລະ ປະສົບການ ດ້ານການພັດທະນາ ຈຶ່ງມີຄວາມໝາຍຢ່າງເປັນຮູບປະທຳ. ສາຍພົວພັນຫວຽດນາມ – ຍີ່ປຸ່ນ ທີ່ພັດທະນາຢ່າງໝັ້ນຄົງ ແລະ ເປັນຮູບປະທໍາ ສາມາດສ້າງເງື່ອນໄຂ ເພີ່ມເຕີມ ໃຫ້ແກ່ການຊຸກຍູ້ຂໍ້ລິເລີ່ມຮ່ວມມືໃນພາກພື້ນ, ເພີ່ມທະວີການເຊື່ອມໂຍງ ລະຫວ່າງ ASEAN ກັບບັນດາຄູ່ຮ່ວມມື ແລະ ປະກອບສ່ວນຍົກ ສູງຄວາມເປັນເອກະລາດ ແລະ ຄວາມສາມາດ ໃນການຮັບມືຕໍ່ຄວາມຜັນແປຂອງເສດຖະກິດໃນພາກພື້ນ.

ນອກຈາກນັ້ນ, ການທີ່ຫວຽດນາມ ແລະ ຍີ່ປຸ່ນ ຢືນຢັນວ່າ ຈະສືບຕໍ່ປະສານງານກັນ ຢູ່ໃນກົນໄກຫຼາຍຝ່າຍ, ໂດຍສະເພາະ ASEAN ແລະ APEC, ໄດ້ສະແດງໃຫ້ເຫັນວ່າ ສອງປະເທດໃຫ້ຄວາມສຳຄັນຕໍ່ບົດບາດຂອງການຮ່ວມມືໃນພາກພື້ນ ໃນການແກ້ໄຂ ບັນຫາຮ່ວມກັນ. ສຳລັບ ສປປ ລາວ, ໃນຖານະເປັນ ປະເທດສະມາຊິກ ASEAN ແລະ ຕັ້ງຢູ່ໃນ ອະນຸພາກ ພື້ນແມ່ນ້ຳຂອງ, ສະພາບແວດລ້ອມ ທີ່ມີສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ການພັດທະນາ ມີຄວາມສຳຄັນ ຕໍ່ການບັນລຸເປົ້າໝາຍ ການພັດທະນາເສດຖະກິດ – ສັງຄົມ, ການເພີ່ມທະວີ ການເຊື່ອມໂຍງພາກພື້ນ ແລະ ການຍົກສູງຊີວິດການເປັນຢູ່ຂອງປະຊາຊົນ.

ຈາກບົດຮຽນ ຂອງ ການຢ້ຽມຢາມ ແລະ ຜົນສຳເລັດດ້ານການຮ່ວມມື ຫວຽດນາມ – ຍີ່ປຸ່ນ, ສປປ ລາວ ຄວນມີຄວາມຕັ້ງໃຈ ສຶກສາຄົ້ນຄວ້າ, ນຳເອົາບົດຮຽນມາປັບໃຊ້ ແລະ ສວຍໃຊ້ໂອກາດ ດ້ານການຮ່ວມມືໃນລັກສະນະດຽວກັນ ເພື່ອຮັບໃຊ້ເປົ້າໝາຍ ການພັດທະນາປະເທດຊາດ. ໃນນັ້ນ, ຄວນໃຫ້ຄວາມສຳຄັນ ຕໍ່ການຊຸກຍູ້ສາຍພົວພັນຮ່ວມມືກັບຍີ່ປຸ່ນ, ໂດຍສະເພາະ ໃນຂົງເຂດ ພື້ນຖານໂຄງລ່າງ ດ້ານການຂົນສົ່ງ, ໂລຈິສຕິກ, ພະລັງງານສະອາດ, ກະສິກຳເຕັກໂນໂລຊີສູງ, ການຫັນເປັນ ດິຈິຕອນ ແລະ ການຝຶກອົບຮົມ ຊັບພະຍາກອນມະນຸດ ທີ່ມີຄຸນນະພາບສູງ. ພ້ອມກັນນັ້ນ, ສປປລາວ ຄວນເພີ່ມທະວີ ການປະສານງານກັບ ຫວຽດນາມ ໃນການເຊື່ອມໂຍງແຜນງານ ແລະ ໂຄງການຮ່ວມມືກັບຍີ່ປຸ່ນ, ນຳໃຊ້ຂໍ້ໄດ້ປຽບ ດ້ານທີ່ຕັ້ງທາງພູມສາດ ແລະ ບົດບາດການເປັນຈຸດເຊື່ອມຕໍ່ ລະຫວ່າງຫວຽດນາມກັບ ບັນດາປະເທດໃນອະນຸພາກພື້ນແມ່ນ້ຳຂອງ. ນອກຈາກນັ້ນ, ຄວນຍົກສູງ ຂີດຄວາມສາມາດ ໃນການກະກຽມ, ບໍລິຫານ ແລະ ຈັດຕັ້ງປະຕິບັດໂຄງການ, ປັບປຸງສະພາບແວດລ້ອມ ການລົງທຶນ, ລິເລີ່ມສະເໜີ ແຜນງານຮ່ວມມື ທີ່ເປັນຮູບປະທຳ, ມີຄວາມເປັນໄປໄດ້ ແລະ ສາມາດສ້າງຜົນປະໂຫຍດຢ່າງແທ້ຈິງ. ການປະສົມປະສານຢ່າງ ມີປະສິດທິຜົນ ລະຫວ່າງ ແຫຼ່ງທຶນ, ເຕັກໂນໂລຊີ ແລະ ປະສົບການຂອງຍີ່ປຸ່ນ ກັບ ຂໍ້ໄດ້ປຽບ ຈາກການຮ່ວມມືອັນດີງາມດັ້ງເດີມ ລະຫວ່າງ ລາວ ແລະ ຫວຽດນາມ ຈະປະກອບສ່ວນຂະຫຍາຍ ພື້ນທີ່ການພັດທະນາ, ຍົກສູງຂີດຄວາມສາມາດ ໃນການແຂ່ງຂັນ ແລະ ເພີ່ມທະວີຄວາມສາມາດ ພຶ່ງພາຕົນເອງຂອງເສດຖະກິດລາວໃນໄລຍະຕໍ່ໄປ.

ໂດຍລວມແລ້ວ, ການຢ້ຽມຢາມ ທາງການ ປະເທດຍີ່ປຸ່ນ ຂອງ ສະຫາຍ ໂຕ ເລິມ ເລຂາທິການໃຫຍ່, ປະທານປະເທດ ແຫ່ງສາທາລະນະລັດ ສັງຄົມນິຍົມຫວຽດນາມ ໄດ້ບັນລຸຜົນສຳເລັດທີ່ສຳຄັນ, ສ້າງແຮງຜັກດັນໃໝ່ ໃຫ້ແກ່ ການພັດທະນາສາຍພົວພັນ ຫວຽດນາມ – ຍີ່ປຸ່ນ ຢ່າງຮອບດ້ານ, ເປັນຮູບປະທຳ ແລະ ມີປະສິດທິຜົນ. ການຮັບຮອງ ຖະແຫຼງການວິໄສທັດຮ່ວມ, ການລົງນາມໃນບັນດາເອກະສານຮ່ວມມື ແລະ ການກຳນົດຂົງເຂດບຸລິມະສິດ ໃນໄລຍະຕໍ່ໄປ ໄດ້ສະແດງໃຫ້ເຫັນເຖິງ ຄວາມມຸ່ງໝັ້ນທາງການເມືອງອັນສູງ ຂອງ ຜູ້ນຳສອງປະເທດ. ໃນສະພາບທີ່ສະຖານະການພາກພື້ນ ແລະ ສາກົນ ຍັງຄົງມີຄວາມບໍ່ແນ່ນອນຫຼາຍດ້ານ, ການທີ່ຫວຽດນາມ ແລະ ຍີ່ປຸ່ນ ເພີ່ມທະວີ ສາຍພົວພັນຄູ່ຮ່ວມມື, ມຸ່ງໄປສູ່ ການເຕີບໂຕ ທີ່ມີຄຸນນະພາບສູງ, ການມີອິດສະຫຼະພາບ ທາງຍຸດທະສາດ ແລະ ການພັດທະນາ ແບບຍືນຍົງ ບໍ່ພຽງແຕ່ຮັບໃຊ້ ຜົນປະໂຫຍດຂອງສອງປະເທດເທົ່ານັ້ນ, ແຕ່ຍັງປະກອບສ່ວນ ເສີມສ້າງສັນຕິພາບ, ສະຖຽນລະພາບ ແລະ ຊຸກຍູ້ການຮ່ວມມືໃນອາຊີ, ໂດຍລວມ ທັງພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ ແລະ ອະນຸພາກພື້ນແມ່ນ້ຳຂອງ./

KPL

ຂ່າວອື່ນໆ

ads
ads

Top