ຮອງນາຍົກລັດຖະມົນຕີ ເຂົ້າຮ່ວມ ບຸນກາເຟ-ຊາ ພູພຽງບໍລະເວນ ປີ 2025

10/02/2025 16:27
Email Print 390
ຂປລ ຂປລ. ບຸນກາເຟ-ຊາ ແລະ ຜົນຜະລິດກະສິກຳ ພູພຽງບໍລະເວນ ປະຈຳປີ 2025 ໄດ້ຈັດຂຶ້ນ ໃນລະຫວ່າງວັນທີ 8-10 ກຸມພາ 2025 ນີ້, ຢູ່ອະນຸສາວະລີ ສີທົນກົມມະດຳ ເມືອງປາກຊ່ອງ ແຂວງຈຳປາສັກ ໂດຍມີ ທ່ານ ພົນເອກ ວິໄລ ຫລ້າຄຳຟອງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ທ່ານ ອາລຸນໄຊ ສູນນະລາດ ເຈົ້າແຂວງຈຳປາສັກ, ມີຮອງເຈົ້າແຂວງ, ຮອງລັດຖະມົນຕີຈາກກະຊວງທີ່ກ່ຽວຂ້ອງ



ຂປລ. ບຸນກາເຟ-ຊາ ແລະ ຜົນຜະລິດກະສິກຳ ພູພຽງບໍລະເວນ ປະຈຳປີ
2025 ໄດ້ຈັດຂຶ້ນ ໃນລະຫວ່າງວັນທີ 8-10 ກຸມພາ 2025 ນີ້, ຢູ່ອະນຸສາວະລີ ສີທົນກົມມະດຳ ເມືອງປາກຊ່ອງ ແຂວງຈຳປາສັກ ໂດຍມີ ທ່ານ ພົນເອກ ວິໄລ ຫລ້າຄຳຟອງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ທ່ານ ອາລຸນໄຊ ສູນນະລາດ ເຈົ້າແຂວງຈຳປາສັກ, ມີຮອງເຈົ້າແຂວງ, ຮອງລັດຖະມົນຕີຈາກກະຊວງທີ່ກ່ຽວຂ້ອງ, ພ້ອມດ້ວຍຫົວໜ່ວຍທຸລະກິດການຜະລິດ, ສະຫະກອນ ແລະ ຊາວສວນ ຜູ້ຜະລິດກາເຟ-ຊາ ເຂົ້າຮ່ວມ.  

ໂອກາດດັ່ງກ່າວ, ທ່ານ ບຸນລິດ ເທບບຸນສູງ ວ່າການເຈົ້າເມືອງປາກຊ່ອງ ​ໄດ້ໃຫ້ຮູ້ວ່າ: ບຸນກາເຟ-ຊາ ພູພຽງບໍລະເວນ ປະຈຳປີ 2025 ມີຮ້ານວາງສະແດງສິນຄ້າ ທັງພາຍໃນແຂວງ ແລະ ຕ່າງແຂວງທັງໝົດ 70 ກວ່າຫົວໜ່ວຍ, ລວມມູນຄ່າຜະລິດຕະພັນ ປະມານ 10 ຕື້ກີບ, ຄາດວ່າຈະມີເງິນໝຸນວຽນໃນແຕ່ລະວັນ 1 ຕື້ກວ່າກີບ, ຈັດຂຶ້ນເພື່ອສົ່ງເສີມການຜະລິດຂອງຊາວສວນກາເຟ-ຊາ ແລະ ຜົນຜະລິດກະສິກຳ ຂອງແຂວງຈໍາປາສັກ ແລະ ບັນດາແຂວງ, ລວມເຖິງຜູ້ປະກອບການທຸລະກິດກາເຟ-ຊາ ຈາກທົ່ວປະເທດ ໄດ້ຮັບຮູ້ເຂົ້າໃຈເຖິງປະຫວັດຄວາມເປັນມາ ຂອງກາເຟ-ຊາ ພູພຽງບໍລະເວນ, ຄວາມຫລາກຫລາຍດ້ານແນວພັນຊະນິດກາເຟ, ວິຖີຊີວິດຊາວສວນ ເມືອງປາກຊ່ອງ ທີ່ຕິດພັນກັບການສ້າງຄຸນຄ່າໃນການຜະລິດກາເຟ-ຊາ ຄຸນນະພາບ ແລະ ສ້າງຄ່ານິຍົມ ໃນໝູ່ຄົນຮຸ່ນໃໝ່ ໃຫ້ມີວັດທະນະທຳການດື່ມກາເຟ-ຊາພູພຽງບໍລະເວນ; ທັງເປັນການສ້າງຕ່ອງໂສ້ມູນຄ່າການຜະລິດ, ການສົ່ງເສີມການຕະຫລາດ ແລກປ່ຽນ ການຊື້-ຂາຍ, ຈັບຄູ່ທຸລະກິດ ແລະ ການສົ່ງອອກ ນັບແຕ່ຊາວສວນຜູ້ຜະລິດ ຜ່ານຂະບວນເຕັກນິກ ການຄັດເລືອກຄຸນນະພາບ ເມັດກາເຟ-ຊາ, ການຂົ້ວ, ການປຸງແຕ່ງໃນຫລາຍຂັ້ນຕອນ, ຈົນຮອດສິລະປະການຊົງກາເຟ ທີ່ເປັນເອກະລັກ ຮັກສາລົດຊາດສະເພາະ ກາເຟ-ຊາພູພຽງບໍລະເວນ ​ໂດຍສະເພາະ ຢູ່ເມືອງປາກຊ່ອງ ຜືນແຜ່ນດິນຄໍາ ແລະ ດິນພູໄຟ ສົມຄໍາຊ່າລື ຈາກສວນ-ສູ່ຈອກ ຂອງຜູ້ຊົມໃຊ້.

ງານໃນຄັ້ງນີ້, ມີງານວາງສະແດງ ແລະ ຂາຍສິນຄ້າຜົນຜະລິດ, ຜະລິດຕະພັນກາເຟ-ຊາ, ພືດຜັກເມືອງໜາວ ແລະ ສິນຄ້າ ໜຶ່ງເມືອງໜຶ່ງຜະລິດຕະພັນ ຈາກບັນດາເມືອງອ້ອມຂ້າງແຂວງຈຳປາສັກ, ຊີມລົດຊາດການປຸງແຕ່ງກາເຟ-ຊາ ຂອງຮ້ານກາເຟ-ຊາ ຈາກບັນດາແຂວງໃນທົ່ວປະເທດ. ນອກນີ້, ຍັງໄດ້ຈັດສໍາມະນາວິທະຍາສາດ ໃນຫົວຂໍ້: ບົດຮຽນໃນການສົ່ງເສີມການຜະລິດ ເພື່ອຍົກສູງປະລິມານ ແລະ ຄຸນນະພາບກາເຟລາວ, ສະພາບການປຸງແຕ່ງ ແລະ ການສົ່ງອອກກາເຟ, ນະໂຍບາຍ ແລະ ການເຂົ້າສູ່ຕະຫລາດຕ່າງປະເທດຂອງກາເຟລາວ, ລະບຽບການ SPS ໃນການເຈລະຈາສິນຄ້າກາເຟ ກັບຄູ່ຄ້າຕ່າງປະເທດ, ພ້ອມທັງ ມີການປະກວດ ແລະ ແຂ່ງຂັນການຊົງ ແລະ ຊິມຄຸນນະພາບກາເຟ Barista; ການທ່ຽວຊົມສວນກາເຟ ແລະ ແຫລ່ງທ່ອງທ່ຽວທຳມະຊາດ ທີ່ເມືອງປາກຊ່ອງ ຕື່ມອີກ.

ບຸນກາເຟ-ຊາ ຂອງຊາວເມືອງປາກຊ່ອງ ແມ່ນ ໜຶ່ງໃນ 12 ກິດຈະກຳ ທີ່ກຳນົດເຂົ້າໃນກິດຈະກຳ ການທ່ອງທ່ຽວຂອງແຂວງຈຳປາສັກ ເຮັດໃຫ້ບັນຍາກາດການທ່ອງທ່ຽວ ພາຍໃນເມືອງ ມີຄວາມຄຶກຄື້ນ.

ຂ່າວ: ປະພິດ ສີສົມບູນ

ພາບ: ເທດສະໜາ

KPL

ຂ່າວອື່ນໆ

    • ອອປສ ສ້າງຂະບວນການອອກແຮງງານ ຮັບຕ້ອນວັນສ້າງຕັ້ງພັກ ຄົບຮອບ 70 ປີວັດທະນະທຳ-ສັງຄົມ

      ອອປສ ສ້າງຂະບວນການອອກແຮງງານ ຮັບຕ້ອນວັນສ້າງຕັ້ງພັກ ຄົບຮອບ 70 ປີ

      3/20/2025 2:33:15 PM

      ຂປລ. ໃນວັນທີ 20 ມີນາ 2025 ອົງການໄອຍະການປະຊາຊົນສູງສຸດ (ອອປສ) ຈັດກິດຈະກຳອອກແຮງງານລວມ ປັດກວດ, ເກັບມ້ຽນຂີ້ເຫຍື້ອ ຢູ່ພາຍໃນສຳນັກງານ, ດ້ານໜ້າ ແລະ ດ້ານຫລັງ ຂອງອົງການໄອຍະການປະຊາຊົນສູງສຸດ ເພື່ອຮັບຕ້ອນວັນສ້າງຕັ້ງ ພັກປະຊາຊົນປະຕິວັດລາວ (ປປ ລາວ) ຄົບຮອບ 70 ປີ ໂດຍມີບັນດາຫົວໜ້າພະແນກ, ຮອງພະແນກ, ພະນັກງານ-ລັດຖະກອນ ພາຍໃນ ອອປສ ເຂົ້າຮ່ວມຢ່າງເປັນຂະບວນ.

    • ປະຫວັດຄວາມເປັນມາຂອງເຜົ່າໄຕ໋ ແຂງອຸດົມໄຊວັດທະນະທຳ-ສັງຄົມ

      ປະຫວັດຄວາມເປັນມາຂອງເຜົ່າໄຕ໋ ແຂງອຸດົມໄຊ

      3/19/2025 7:53:25 PM

      ຊົນເຜົ່າໄຕ໋ ແມ່ນຄ້າຍໆກັບຊົນເຜົ່າລາວ, ເຜົ່າລື້ ຊົນເຜົ່າໄຕ໋ ໄດ ເຄື່ອນຍ້າຍຈາກດິນແດນແຄວ້ນໃຕ້ ຂອງຈີນ ລົງມາຕາມລ້ອງແມ່ນ້ຳດຳ, ແມ່ນ້ຳເມົາເຂົ້າສູ່ປະເທດ ຫວຽດນາມ ແຂວງເຊີນລາໄລເຈົາ, ດຽນບຽນຟູ ແລະ ເຂົ້າມາຕັ້ງຖິ່ນຖານບ້ານເກີດເມືອງນອນຢູ່ແຂວງອຸດົມໄຊ ໄດ້ຫລາຍຮ້ອຍພັນປີມາແລ້ວ; ຊົນເຜົ່າໄຕ໋ ມີຢູ່ບັນດາ ເມືອງຂອງແຂວງອຸດົມໄຊ.

    • ຝຶກອົບຮົມການແຈ້ງເຕືອນໄພລ່ວງໜ້າໃນຊຸມຊົນວັດທະນະທຳ-ສັງຄົມ

      ຝຶກອົບຮົມການແຈ້ງເຕືອນໄພລ່ວງໜ້າໃນຊຸມຊົນ

      3/19/2025 6:19:09 PM

      ຂປລ. ອົງການກາແດງແຫ່ງຊາດລາວ ຈັດອົບຮົມການແຈ້ງເຕືອນໄພລ່ວງໜ້າໃນຊຸມຊົນ ໃຫ້ແກ່ພະນັກງານຜູ້ຮັບຜິດຊອບວຽກງານຄຸ້ມຄອງໄພພິບັດ ຂອງອົງການກາແດງແຂວງໃນທົ່ວປະເທດ ໃນ ວັນທີ 17-19 ມີນາ 2025 ໂດຍການເປັນປະທານຂອງ ທ່ານ ຄຳລາວັນ ຈັນທະລາວັນ ປະທານອົງການກາແດງແຫ່ງຊາດລາວ, ມີຄູຝຶກຈາກສະຫະພັນກາແດງ ແລະ ຊີກວົງເດືອນແດງສາກົນ (IFRC), ຈາກສະພາກາຊາດໄທ, ມີສຳມະນາກອນຈາກອົງການກາແດງແຫ່ງຊາດລາວ, ກາແດງແຂວງ ​ແລະ ພາກ ສ່ວນກ່ຽວຂ້ອງເຂົ້າຮ່ວມ

    • ຄະນະຊີ້ນໍາໂຄງການສ້າງຄວາມເຂັ້ມແຂງ ການພັດ ທະນາສີມືແຮງງານ ສະຫລຸບວຽກງານ ປີ 2024ວັດທະນະທຳ-ສັງຄົມ

      ຄະນະຊີ້ນໍາໂຄງການສ້າງຄວາມເຂັ້ມແຂງ ການພັດ ທະນາສີມືແຮງງານ ສະຫລຸບວຽກງານ ປີ 2024

      3/19/2025 1:54:25 PM

      ຂປລ. ຄະນະຊີ້ນໍາໂຄງການສ້າງຄວາມເຂັ້ມແຂງ ການພັດທະນາສີມືແຮງງານ ໃນ ສປປ ລາວ ຈັດກອງປະຊຸມ ເພື່ອສະຫລຸບຕີລາຄາ ການຈັດຕັ້ງປະຕິບັດວຽກງານ ປີ 2024 ແລະ ວາງທິດທາງແຜນການປີ 2025 ໃນວັນທີ 19 ມີນາ 2025

    • ນະຄອນຫລວງວຽງຈັນ ເລັ່ງແກ້ໄຂບັນຫານໍ້າປະປາບໍ່ພໍໃຊ້ວັດທະນະທຳ-ສັງຄົມ

      ນະຄອນຫລວງວຽງຈັນ ເລັ່ງແກ້ໄຂບັນຫານໍ້າປະປາບໍ່ພໍໃຊ້

      3/19/2025 1:39:45 PM

      ຂປລ. ໃນວັນທີ 18 ມີນາ 2025 ນີ້, ທ່ານ ງາມປະສົງ ເມືອງມະນີ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ຮ່ວມກັບ ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນ ຫລວງວຽງຈັນ (ນວ) ພ້ອມດ້ວຍຂະແໜງການທີ່ກ່ຽວຂ້ອງ ໄດ້ລົງຕິດຕາມສະຖານີສູບນໍ້າ ຢູ່ຈຸດສໍາຄັນຕ່າງໆ ເພື່ອຕິດຕາມລະດັບນໍ້າ ແລະ ແກ້ໄຂບັນຫາການ ສະໜອງນໍ້າບໍ່ພຽງພໍຢູ່ໃນ ນວ.

ads
ads

Top