ສິງກະໂປ ເປີດລະດົມທຶນຮັບມື ການປ່ຽນແປງດິນຟ້າອາກາດ 500 ລ້ານໂດລາ

12/11/2026 17:07
ຂປລ ຖະແຫລງການຮ່ວມ ຈາກ ສຳນັກເລຂາທິການ ດ້ານການປ່ຽນແປງ ດິນຟ້າອາກາດ ແຫ່ງຊາດ ສິງກະໂປ, ອົງການ ການເງິນແຫ່ງ ສິງກະໂປ ຫລື ທະນາຄານກາງ ສິງກະໂປ ແລະ ເອັນເຕີໄພຣ ສິງກະໂປ (Enterprise Singapore) ໄດ້ລະບຸວ່າ: ການດຳເນີນ ໂຄງການ ລະດົມການລົງທຶນ ເພື່ອເສີມສ້າງ ຄວາມເຂັ້ມແຂງ ໃຫ້ແກ່ ລະບົບກະສິກຳ-ອາຫານ

ຂປລ. ສຳນັກຂ່າວ ຊິນຮວາ ຂອງ ສປຈີນ, ເມື່ອບໍ່ດົນມານີ້, ຖະແຫລງການຮ່ວມ ຈາກ ສຳນັກເລຂາທິການ ດ້ານການປ່ຽນແປງ ດິນຟ້າອາກາດ ແຫ່ງຊາດ ສິງກະໂປ, ອົງການ ການເງິນແຫ່ງ ສິງກະໂປ ຫລື ທະນາຄານກາງ ສິງກະໂປ ແລະ ເອັນເຕີໄພຣ ສິງກະໂປ (Enterprise Singapore) ໄດ້ລະບຸວ່າ:  ການດຳເນີນ ໂຄງການ ລະດົມການລົງທຶນ ເພື່ອເສີມສ້າງ ຄວາມເຂັ້ມແຂງ ໃຫ້ແກ່ ລະບົບກະສິກຳ-ອາຫານ ຂອງ ພາກພື້ນ ອາຊີຕາເວັນອອກ ສ່ຽງໃຕ້ ໃນການຮັບມືກັບ ການປ່ຽນແປງ ດິນຟ້າອາກາດ.

ໂດຍ ໂຄງການ ສະປາຍ ເອເຊຍ-ໂປຣກຣາມຽສະຄອນລິງ ໂປຣເຈັກ ແອນ ອິນເວັສແມນ ຟໍຣ ຣີຊີລຽນເຊີ ອິນ ເອເຊຍ” (SPIRE Asia Program – Scaling Projects and Investments for Resilience in Asia) ຈະປະສານກັນ ລວມຂໍ້ມູນ, ການພັດທະນາ ໂຄງການ ແລະ ຄວາມສາມາດ ດ້ານການຈັດຫາ ແຫລ່ງທຶນ ເພື່ອປ່ຽນຄວາມຕ້ອງການ ດ້ານຄວາມເຂັ້ມແຂງ ໃນການຮັບມືກັບ ການປ່ຽນແປງ ດິນຟ້າອາກາດ ໃຫ້ກາຍເປັນ ໂຄງການ ທີ່ພ້ອມລົງທຶນ ໂດຍມີ 3 ເສົາຫລັກ ທີ່ ສຳຄັນ ໄດ້ແກ່: ແພລດຟອມຂໍ້ມູນ, ການພັດທະນາ ຕະຫລາດ ແລະ ກອງທຶນການເງິນ ແບບປະສົມປະສານ ເພື່ອແນໃສ່ ລະດົມທຶນສູງ ເຖິງ 500 ລ້ານໂດລາ ສະຫະລັດ.

ນອກຈາກນີ້ ໂຄງການ ດັ່ງກ່າວ ຍັງຕັ້ງເປົ້າໝາຍ ໃນການ ສ້າງໂອກາດ ໃຫ້ແກ່ ສະຖາບັນ ການເງິນ, ນັກລົງທຶນ ແລະ ຜູ້ໃຫ້ບໍລິການ ດ້ານເຕັກໂນໂລຊີ ກະສິກຳ ໃນສິງກະໂປ ໃຫ້ເຂົ້າມາ ມີສ່ວນຮ່ວມ ໃນການ ລົງທຶນ ລະດັບ ພາກພື້ນ ເພື່ອປັບຕົວ ຕາມການປ່ຽນແປງ ດິນຟ້າອາກາດ ລວມທັງ ການຂະຫຍາຍ ໂຊລູຊັນຕ່າງໆ ທີ່ ກ່ຽວຂ້ອງໂດຍໃຫ້ກວມລວມ ກວ້າງຂຶ້ນຕື່ມ./

KPL

ຂ່າວອື່ນໆ

ads
ads

Top