ປີທ່ອງທ່ຽວລາວ 2024 ດຶງດູດນັກ ທ່ອງທ່ຽວ ເຂົ້າແຂວງຫົວພັນ 53 ພັນກວ່າຄົນ

10/02/2025 16:05
Email Print 2617
ຂປລ ຂປລ. ໃນປີ 2024 ຜ່ານມາ ກໍຄື ການຈັດຕັ້ງປະຕິບັດກິດຈະກຳປີທ່ອງທ່ຽວລາວ ຢູ່ແຂວງຫົວພັນ ແມ່ນມີຜົນສຳເລັດຕາມຄາດໝາຍ ທີ່ວາງໄວ້, ສາມາດດຶງດູດນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ ເຂົ້າມາທ່ຽວຢູ່ແຂວງຫົວພັນ ໄດ້ທັງໝົດ 53 ພັນກວ່າຄົນ, ສ້າງລາຍຮັບໃຫ້ແກ່ສັງຄົມ ໄດ້ທັງໝົດ 58 ຕື້ກວ່າກີບ.



ຂປລ. ໃນປີ
2024 ຜ່ານມາ ກໍຄື ການຈັດຕັ້ງປະຕິບັດກິດຈະກຳປີທ່ອງທ່ຽວລາວ ຢູ່ແຂວງຫົວພັນ ແມ່ນມີຜົນສຳເລັດຕາມຄາດໝາຍ ທີ່ວາງໄວ້, ສາມາດດຶງດູດນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ ເຂົ້າມາທ່ຽວຢູ່ແຂວງຫົວພັນ ໄດ້ທັງໝົດ 53 ພັນກວ່າຄົນ, ສ້າງລາຍຮັບໃຫ້ແກ່ສັງຄົມ ໄດ້ທັງໝົດ 58 ຕື້ກວ່າກີບ.



ທ່ານ ແສງສຸວັນ ວົງຄຳ ຫົວໜ້າພະແນກຖະແຫລງຂ່າວ
, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ແຂວງຫົວພັນ ​ໄດ້​ໃຫ້​ສໍາພາດ​ໃນ​ທ້າຍ​ອາທິດ​ຜ່ານ​ມານີ້ວ່າ: ໃນໄລຍະ 1 ປີຜ່ານມາ ແຂວງຫົວ ພັນ ກໍຄື ພະແນກ ຖວທ ໄດ້ເອົາໃຈໃສ່ຊຸກຍູ້ບັນດາຫົວໜ່ວຍທຸລະກິດ, ຜູ້ປະກອບການທຸລະກິດບໍລິ ການທ່ອງທ່ຽວ ຢ່າງເປັນປົກກະຕິຕໍ່ເນື່ອງ, ລົງກວດກາແນະນໍາບັນດາຫົວໜ່ວຍ ຜູ້ປະກອບການໄດ້ 8 ຫົວໜ່ວຍ, ລົງສໍາຫລວດ ແລະ ຂຽນແຜນພັດທະນາແຫລ່ງທ່ອງທ່ຽວໄດ້ 2 ແຫ່ງ, ທຽບໃສ່ແຜນການ ປະຕິບັດໄດ້ 100%, ອອກໃບອະນຸຍາດສືບຕໍ່ດໍາເນີນ ທຸລະກິດບໍລິການທ່ອງທ່ຽວໄດ້ 16 ຫົວໜ່ວຍ, ໃບອະນຸຍາດດໍາເນີນທຸລະກິດ 9 ຫົວໜ່ວຍ, ເກັບກໍາສະຖິຕິໂຮງແຮມ, ເຮືອນພັກ ແລະ ຮ້ານອາຫານໄດ້ 80 ຫົວໜ່ວຍ, ໂຄສະນາແຫລ່ງທ່ອງທ່ຽວ, ເທສະການງານບຸນປະເພນີຕ່າງໆ ລົງສື່ອອນລາຍໄດ້ 20 ຄັ້ງ, ມີຜູ້ເຂົ້າເຖິງ 9 ແສນກວ່າຄົນ. ພ້ອມນີ້, ຍັງໄດ້ສໍາເລັດການສ້າງ ຖານຂໍ້ມູນຂ່າວສານການທ່ອງ ທ່ຽວ ໃຫ້ເປັນລະບົບເຊື່ອມຕໍ່ 8 ແຂວງພາກເໜືອ ແລະ ເຊື່ອມຕໍ່ລະບົບຂອງ ກະຊວງ ຖວທ, ສ້າງປະ ຕິທິນທ່ອງທ່ຽວບຸນປະເພນີ ຊົນເຜົ່າຂອງແຂວງ, ອັບເດດຂໍ້ມູນຂ່າວສານການທ່ອງທ່ຽວ, ຕາຕະລາງລົດ ເມ, ຖ້ຽວບິນ ແລະ ອື່ນໆໄດ້ 5 ຄັ້ງ ແລະ ອອກແບບສື່ສິ່ງພິມໂຄສະນາ ເປັນພາສາລາວ-ອັງກິດໄດ້ 5 ແບບ ແລະ ສໍາເລັດການອອກແບບ ປະຕິທິນທ່ອງທ່ຽວ 2024 ຂອງແຂວງ ໂດຍພື້ນຖານ.




ຜ່ານການຈັດຕັ້ງປະຕິບັດວຽກງານ ຖວທ ໃນໄລຍະຜ່ານມາ ກໍຄື ການຈັດຕັ້ງປະຕິບັດກິດຈະກຳ ປີທ່ອງທ່ຽວລາວ
2024 ສາມາດດຶງດູດນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ ໄດ້ທັງໝົດ 53.162 ຄົນ (ປະຕິບັດໄດ້ເກີນແຜນ). ໃນນັ້ນ, ນັກທ່ອງທ່ຽວພາຍໃນ 16.811 ຄົນ (ທຽບໃສ່ແຜນ ການປະຕິບັດໄດ້ 102%), ນັກທ່ອງທ່ຽວຕ່າງປະເທດ 36.351 ຄົນ (ທຽບໃສ່ແຜນການປະຕິບັດໄດ້ 118%). ໃນນັ້ນ, ສາມາດສ້າງລາຍຮັບສະເລ່ຍໃຫ້ແກ່ສັງຄົມ ຈາກວຽກງານທ່ອງທ່ຽວໄດ້ທັງໝົດ 58 ຕື້ກວ່າກີບ (ທຽບໃສ່ແຜນປີປະຕິບັດໄດ້ 115%).




ທ່ານ ແສງສຸວັນ ສົງຄຳ  ໃຫ້ຮູ້ອີກວ່າ: ໃນປີ
2025 ຄາດວ່າຈະໃຫ້ມີນັກທ່ອງທ່ຽວເຂົ້າມາທ່ຽວ ແຂວງຫົວພັນ ທັງໝົດ 56.426 ຄົນ. ໃນນັ້ນ, ນັກທ່ອງທ່ຽວພາຍໃນ 22.570 ຄົນ, ນັກທ່ອງທ່ຽວຕ່າງປະເທດ 33.856 ຄົນ, ສ້າງລາຍຮັບເຂົ້າສູ່ແຂວງໄດ້ ປະມານ 78 ຕື້ກວ່າກີບ.

ຂ່າວ: ທະນູທອງ

ພາບ: ຂັນໄຊ

KPL

ຂ່າວອື່ນໆ

    • ນ້ຳລ້ຽງມ້າ ຈາກຫ້ວຍ ກາຍເປັນສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງຂອງ ປັກກິ່ງທ່ອງທ່ຽວ

      ນ້ຳລ້ຽງມ້າ ຈາກຫ້ວຍ ກາຍເປັນສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງຂອງ ປັກກິ່ງ

      10/14/2025 8:43:35 AM

      ນະຄອນຫລວງ ປັກກິ່ງ ສປ ຈີນ ນອກຈາກເປັນເມືອງໜຶ່ງທີ່ຂຶ້ນຊື່ດ້ານຄວາມທັນສະໄໝ ແລະ ຄວາມຈະເລີນຮຸ່ງເຮືອງສີວິໄລແລ້ວ, ຍັງເປັນເມືອງທີ່ມີຊື່ສຽງໂດ່ງດັງດ້ານການທ່ອງທ່ຽວ

    • ໄປສໍາພັດເກາະໄຫຫລໍາແຫລ່ງທ່ອງທ່ຽວລະດັບໂລກທ່ອງທ່ຽວ

      ໄປສໍາພັດເກາະໄຫຫລໍາແຫລ່ງທ່ອງທ່ຽວລະດັບໂລກ

      10/9/2025 11:42:40 AM

      ຂປລ. ເກາະໄຫຫລຳ ຫລື ເອີ້ນຊື່ເຕັມວ່າ ແຂວງໄຫໜານ ສປ ຈີນ ຕັ້ງຢູ່ກາງທະເລຕອນໃຕ້ຂອງຈີນແຜ່ນດິນໃຫຍ່ທີ່ອ້ອມຮອບດ້ວຍນໍ້າທະເລ ແລະ ບໍ່ມີຊາຍແດນທາງທິດໃດຕິດກັບແຜນດິນໃຫຍ່.

    • ທ່ຽວຊົມໝູ່ບ້ານຢາພື້ນເມືອງ “ໄປ໋ເສົາຊານ”ທ່ອງທ່ຽວ

      ທ່ຽວຊົມໝູ່ບ້ານຢາພື້ນເມືອງ “ໄປ໋ເສົາຊານ”

      10/2/2025 12:26:06 PM

      ຂປລ. ນັບວ່າ ເປັນອີກໜຶ່ງໂອກາດທີ່ດີສຳລັບຜູ້ຂຽນເອງ ທີ່ໄດ້ມີໂອກາດເດີນທາງໄປ ສປ ຈີນ ຊຶ່ງຈຸດປະສົງກໍ່ເພື່ອເຂົ້າຮ່ວມເຂົ້າຮ່ວມ ເວທີປາໄສສື່ມວນຊົນ ແລະ ຄັງປັນຍາ “ທົ່ວໂລກໃຕ້” ປີ 2025 ໂດຍພາຍຫລັງສຳເລັດ ກອງປະຊຸມດັ່ງກ່າວ ຄະນະສື່ມວນຊົນລາວພວກເຮົາກໍ່ ໄດ້ມີໂອກາດໄປທ່ຽວຊົມສະຖານທີ່ຕ່າງໆ

    • ແຂວງຈຳປາສັກເຄື່ອນໄຫວຊຸກຍູ້ສະຖານທີ່ທ່ອງທ່ຽວ ທາດສາມປາງ ແລະ ວັດພູຈຳປາສັກທ່ອງທ່ຽວ

      ແຂວງຈຳປາສັກເຄື່ອນໄຫວຊຸກຍູ້ສະຖານທີ່ທ່ອງທ່ຽວ ທາດສາມປາງ ແລະ ວັດພູຈຳປາສັກ

      8/20/2025 11:58:15 AM

      *ເພື່ອເຮັດໃຫ້ບັນຍາກາດການທ່ອງທ່ຽວ ໃນໄລຍະລະດູຝົນໃຫ້ຟົດຟື້ນຕິດພັນກັບ ຟັງຄຳຄິດຄຳເຫັນ ແລະ ຂໍ້ສະເໜີຈາກປະຊາຊົນ, ຜູ້ປະກອບການນໍາໄປຄົ້ນຄວ້າ ຫາຊ່ອງທາງແກ້ໄຂໃນຕໍ່ໜ້ານັ້ນ, ເມື່ອມໍ່ໆມານີ້, ທ່ານ ສຸລິນ ເພັດທານີ ຮອງຫົວໜ້າພະແນກ ວັດທະນະທໍາ ແລະ ທ່ອງທ່ຽວ (ວທ) ແຂວງຈໍາປາສັກພ້ອມຄະນະ ໄດ້ເຄື່ອນໄຫວຊຸກຍູ້ສະຖານທີ່ທ່ອງທ່ຽວ, ການທ່ອງທ່ຽວສີຂຽວຢູ່ ເມືອງ ສຸຂຸມາ ແລະ ເມືອງຈຳປາສັກ

    • ທ່ຽວທຳມະຊາດຕາດຫີນຄັນນາທ່ອງທ່ຽວ

      ທ່ຽວທຳມະຊາດຕາດຫີນຄັນນາ

      7/14/2025 11:32:39 AM

      ຕາດຫີນຄັນນາ ເປັນຕາດທ່ີມີຂະໜາດບ່ໍໃຫຍ່ຫລາຍ ແຕ່ກໍເປັນແຫລ່ງທ່ອງທ່ຽວທີ່ນິຍົມມາແຕ່ດົນນານ, ເນື່ອງຈາກວ່າເປັນຕາດທ່ີມີຄວາມສວຍງາມ, ມີນ້ຳໃສໄຫລເຢັນ ແລະ ປົກຄຸມດ້ວຍທຳມະຊາດທີ່ຂຽວສົດງົດງາມໄປດ້ວຍຕົ້ນໄມ້ນາໆຊະນິດ, ສາມາດດຶງດູດນັກທ່ອງທ່ຽວໃຫ້ມາທ່ຽວຊົມຢ່າງຫລວງຫລາຍ.

ads
ads

Top