ໃຊ້ເວລາຫວ່າງເປັນປະໂຫຍດ ສ້າງລາຍຮັບກວ່າ 350 ລ້ານກີບ

10/02/2025 10:40
Email Print 129
ຂປລ ປັດຈຸບັນພະນັກງານ-ລັດຖະກອນບາງຄົນ ນອກຈາກການປະຕິບັດໜ້າທີ່ທີ່ໄດ້ຮັບການມອບໝາຍຢ່າງສຳເລັດໜ້າທີ່ໃນໂມງລັດຖະການແລ້ວ, ຍັງໃຊ້ເວລາຫວ່າງຈາກການເຮັດວຽກປະຈຳມາເຮັດວຽກອື່ນໆ ເພື່ອສ້າງລາຍຮັບເພີ່ມເຂົ້າຄອບຄົວຕື່ມ.

    *ປັດຈຸບັນພະນັກງານ-ລັດຖະກອນບາງຄົນ ນອກຈາກການປະຕິບັດໜ້າທີ່ທີ່ໄດ້ຮັບການມອບໝາຍຢ່າງສຳເລັດໜ້າທີ່ໃນໂມງລັດຖະການແລ້ວ, ຍັງໃຊ້ເວລາຫວ່າງຈາກການເຮັດວຽກປະຈຳມາເຮັດວຽກອື່ນໆ ເພື່ອສ້າງລາຍຮັບເພີ່ມເຂົ້າຄອບຄົວຕື່ມ. ດັ່ງຄອບຄົວຂອງ ທ່ານ ນາງ ສັ້ນນ້ອຍ ແກ້ວພິລາ ຢູ່ບ້ານນາບອນເຊິ່ງມີອາຊີບຫລັກເປັນພະນັກງານລັດ ໂດຍລາວໃຊ້ເວລາຫວ່າງປະກອບອາຊີບເສີມ ທ່ີຕິດພັນກັບອາຊີບຫລັກ (ກະສິກຳ- ປ່າໄມ້) ສາມາດສ້າງລາຍຮັບເພີ່ມເຂົ້າຄອບຄົວໄດ້ຫລາຍກວ່າ 350 ລ້ານຕໍ່ປີ. 

    ທ່ານ ນາງ ສັ້ນນ້ອຍ ແກ້ວພິລາ ໄດ້ເລົ່າສູ່ຟັງວ່າ: ຕົນມີອາຊີບຫລັກເປັນພະນັກງານສັງກັດຢູ່ຫ້ອງການກະສິກໍາ ແລະ ປ່າໄມ້ ເມືອງແກ່ນທ້າວ ແຂວງໄຊຍະບູລີ. ກ່ອນປີ 2011 ແມ່ນເຮັດວຽກປະຈຳພຽງຢ່າງດຽວ ແລະ ລາຍໄດ້ກໍ່ອາໄສ ແຕ່ເງິນເດືອນເທົ່ານັ້ນ ອັນເຮັດໃຫ້ຊີວິດການເປັນຢູ່ພໍພຽງແຕ່ກຸ້ມຢູ່ກຸ້ມກິນ, ມີບາງໄລຍະການດຳລົງຊີວິດກໍ່ຂາດໆເຂີນໆທາງດ້ານການເງິນ. ຂະນະທີ່ພັກ-ລັດ ໄດ້ເປີດກວ້າງໃຫ້ພະນັກງານປະກອບອາຊີບເສີມ ແຕ່ຕ້ອງປະຕິບັດໜ້າທີ່ທ່ີໄດ້ຮັບຜິດຊອບໃຫ້ສຳເລັດ. ດ້ວຍນະໂຍບາຍ ດັ່ງກ່າວ ຈຶ່ງໄດ້ປຶກສາກັບຄອບຄົວ ເພື່ອຊອກຫາອາຊີບເສີມ ແລະ ໃນທີ່ສຸດກໍ່ໄດ້ເລືອກເອົາການຜະລິດລູກໝູ ແລະ ລ້ຽງໝູຂາຍເປັນສິນຄ້າ ເຊິ່ງເປັນອາຊີບເສີມທ່ີຕິດພັນກັບອາຊີບຫລັກ (ກະສິກຳ- ປ່າໄມ້). ນັບແຕ່ປີ 2011 ເປັນຕົ້ນມາ ໄດ້ຕັ້ງໜ້າສຸມໃສ່ການລ້ຽງໝູພໍ່-ແມ່ພັນເພື່ອຜະລິດລູກໝູ ແລະ ການລ້ຽງໝູຂຸນເປັນສິນຄ້າ. ໃນເບື້ອງຕົ້ນມີໝູພໍ່-ແມ່ພັນ 5 ໂຕ. ໃນນັ້ນ, ຜະລິດລູກໝູໄດ້ຫລາຍກວ່າ 90 ໂຕຕໍ່ປີ, ສ້າງລາຍຮັບໃຫ້ຄອບຄົວກວ່າ 30 ລ້ານກີບຕໍ່ປີ. ເມື່ອຫັກຄ່າໃຊ້ຈ່າຍຕົ້ນທຶນແລ້ວ ເຫັນວ່າຍັງມີກຳໄລທີ່ໜ້າພໍໃຈ. ເມື່ອເຫັນຜົນໄດ້ຮັບດີດັ່ງກ່າວ ຈຶ່ງບໍ່ລໍຊ້າ ແລະ ໄດ້ຂະຫຍາຍການລ້ຽງເພີ່ມຂຶ້ນໃນແຕ່ລະປີ ໂດຍມາຮອດປັດຈຸບັນມີໝູພໍ່-ແມ່ພັນ 31 ໂຕ (ພໍ່ພັນ 2 ໂຕ,  ແມ່ພັນ 29 ໂຕ) ເຊິ່ງສາມາດຜະລິດລູກໝູໄດ້ຫລາຍກວ່າ 720 ໂຕຕໍ່ປີ (ໝູແມ່ພັນ 1 ໂຕ ໃຫ້ລູກ 2 ຄັ້ງຕໍ່ ປີ). ລູກໝູທີ່ຜະລິດໃນແຕ່ລະຮອບນັ້ນ ໄດ້ແບ່ງຂາຍ 2 ສ່ວນ ແລະ ລ້ຽງຂຸນຂາຍ 1 ສ່ວນ. 

    ສະເລ່ຍແລ້ວ ລູກໝູທີ່ຜະລິດໄດ້ຕໍ່ປີຂາຍລູກໝູນ້ອຍ  ປະມານ 480 ໂຕຕໍ່ປີ ແລະ ລ້ຽງໃຫ້ໃຫຍ່ຈຶ່ງຂາຍປະມານ 245 ໂຕຕໍ່ປີ. ການຜະລິດລູກໝູຂາຍ ແລະ ລ້ຽງໃຫ້ໃຫຍ່ຈຶ່ງຂາຍສ້າງລາຍຮັບໃຫ້ຄອບຄົວໄດ້ປີໜຶ່ງຫລາຍກວ່າ 350 ລ້ານກີບ. ລາຍຮັບດັ່ງກ່າວ ໄດ້ເຮັດໃຫ້ຄອບຄົວມີການພັດທະນາດີຂຶ້ນ ແລະ ກ້າວສູ່ການຫລຸດພົ້ນອອກຈາກຄວາມທຸກຍາກເທື່ອລະກ້າວ. ທ່ານ ນາງ ສັ້ນນ້ອຍ ແກ້ວພິລາ ໃຫ້ຮູ້ເຕັກນິກໃນການຜະລິດລູກໝູ ແລະ ການລ້ຽງໝູວ່າ: ສະຖານທ່ີຕ້ອງຫ່າງໄກຈາກຊຸມຊົນ ປະມານ 3 ກິໂລແມັດຂຶ້ນໄປ, ຢູ່ບ່ອນເນີນສູງ ອາກາດປອດໂປ່ງ, ບໍ່ເຄີຍເກີດພະຍາດມາກ່ອນ, ການສ້າງຄອກພໍ່ພັນຕ້ອງກວ້າງ 2 ແມັດ, ຍາວ 2,2 ແມັດ ແລະ 1,2 ແມັດ, ຄອກແມ່ພັນ ກວ້າງ 0,6 ແມັດ, ຍາວ 2,2  ແມັດ, ສູງ 1 ແມັດ, ຄອກແມ່ພັນຖືພາ ກວ້າງ 1,2, ຍາວ 2,2, ສູງ 1 ແມັດ, ຄອກເກີດລູກ ກວ້າງ 2 ແມັດ, ຍາວ 2,2, ແມັດ, ສູງ 1 ແມັດ, ຊ່ອງແມ່ເກີດລູກ ກວ້າງ 0,6 ແມັດ ແລະ ຍາວ 2,2 ແມັດ ແລະ ຄອກໝູຂຸນຂາຍຂະໜາດ 1,2 ຕາແມັດຕໍ່ໂຕ. ສຳລັບການຄັດເລືອກແມ່ພັນຕ້ອງເລືອກເອົາແມ່ພັນສອງສາຍເລືອດ (ແມ່ແລນເລດ ກັບພໍ່ພັນລາດສະວາ) ທີ່ມີຮູບຮ່າງໃຫຍ່ຍາວ ມີອະໄວຍະວະເພດໃຫຍ່ ແລະ ມີເຕົ້ານົມ 12 ເຕົ້າຂຶ້ນໄປ ແລະ ພໍ່ພັນ ຕ້ອງເລືອກໂຕທີ່ລຳໂຕຍາວ ກົກຂາໃຫຍ່ ອະໄວຍະວະເພດສົມບູນ ເພື່ອໄດ້ລູກໝູມີຄວາມຈະເລີນເຕີບໂຕໄວ ແລະ ທົນທານຕໍ່ສະພາບແວດລ້ອມຂອງບ້ານເຮົາ. ສ່ວນການດູແລ ແລະ ຮັກສາສຸຂະພາບສັດ ແມ່ນເນັ້ນຄວາມສະອາດ, ລ້າງຄອກທຸກມື້, ຂ້າເຊື້ອຄອກທຸກໆຄັ້ງ (ຄອກຂຸນຂາຍ ແລະ ຄອກເກີດ), ໃຫ້ວິຕາມິນອາທິດລະຄັ້ງ, ສັກຢາວັກຊີນປ້ອງກັນພະຍາດອະທິວາໝູທຸກໆ 6 ເດືອນ ແລະ ກ່ອນ ປະສົມພັນທຸກໆຄັ້ງ. ສ່ວນການໃຫ້ອາຫານ ແມ່ນໃຊ້ຫົວອາຫານສົດໂດຍໃຫ້ກິນວັນລະ 2 ຄັ້ງ ເຊົ້າ-ແລງ, ພໍ່ແມ່ພັນແມ່ນໃຫ້ອາຫານທີ່ມີໂປຣ ຕິນ 14 ສ່ວນຮ້ອຍ ໃຫ້ວັນລະ 2,5 ຫາ 3 ກິໂລ ແລະ ໝູຂຸນ ແມ່ນໃຫ້ກິນອາຫານທີ່ມີໂປຣຕິນ 20 ສ່ວນຮ້ອຍ, 18 ສ່ວນຮ້ອຍ ແລະ 16 ສ່ວນຮ້ອຍ ໃຫ້ຕາມແຕ່ລະໄລຍະຂອງການຈະເລີນເຕີບໂຕຂອງໝູ ແລະ ການໃຫ້ນໍ້າແມ່ນໃຊ້ຫົວກ໋ອກດູດໃຫ້ກິນຕາມຕ້ອງການຂອງໝູ.

ໂດຍ: ຢ່າຕົ່ງ

KPL

ຂ່າວອື່ນໆ

    • 5 ປີຜ່ານມາແຂວງເຊກອງ ເກັບລາຍຮັບເຂົ້າງົບປະມານໄດ້ 1,269,13 ຕື້ກີບບົດ-ສາລະຄະດີ

      5 ປີຜ່ານມາແຂວງເຊກອງ ເກັບລາຍຮັບເຂົ້າງົບປະມານໄດ້ 1,269,13 ຕື້ກີບ

      2/10/2025 10:30:38 AM

      ອີງຕາມການລາຍງານຂອງ ທ່ານ ສີໄຄ ລຽງສະຫວັດ ເລຂາໜ່ວຍພັກພະແນກການເງິນແຂວງ ເຊກອງ ລາຍງານໃນກອງປະຊຸມໃຫຍ່ຄັ້ງທີ VIII ຂອງໜ່ວຍພັກພະແນກການເງິນແຂວງ ໃຫ້ຮູ້ວ່າ: ຕະຫລອດໄລຍະ 5 ປີ ຜ່ານມາຄະນະໜ່ວຍພັກພະແນກການເງິນ ແຂວງ ໄດ້ເອົາ ໃຈໃສ່ວຽກຄຸ້ມຄອງພັກ-ພະນັກງານ, ບໍາລຸງກໍ່ສ້າງຍົກລະດັບວິຊາສະເພາະຢ່າງເຂັ້ມແຂງ.

    • ກຸ່ມແມ່ຍິງຖັກຍູກວາດ ໄດ້ຮັບປ້າກາໝາຍ ໂອດັອບ ແຫ່ງຊາດບົດ-ສາລະຄະດີ

      ກຸ່ມແມ່ຍິງຖັກຍູກວາດ ໄດ້ຮັບປ້າກາໝາຍ ໂອດັອບ ແຫ່ງຊາດ

      2/10/2025 9:48:22 AM

      ຜະລິດຕະພັນຖັກຍູກວາດ ແມ່ນກຸ່ມຜະລິດຕະພັນໜຶ່ງ ທີ່ເປັນສີໄມ້-ລາຍມືຂອງເອື້ອຍນ້ອງແມ່ຍິງ ບ້ານກາງ ເມືອງຜາອຸດົມ ແຂວງບໍ່ແກ້ວ ທີ່ໄດ້ພາກັນແປງຖັກຍູກວາດແບບທຳມະຊາດ ນໍາໃຊ້ໃນຄົວເຮືອນເຫລືອໃຊ້ກໍຜະລິດຂາຍອອກຈໍານວໜ່ຶງ ເພ່ືອມາແລກຊື້ເຂົ້າ-ນໍ້າຕາມບ້ານໃກ້ຄຽງກັນສືບທອດກັນມາແຕ່ເຊັ່ນພໍ່-ເຊັ່ນແມ່ ຈົນເຖິງປັດຈຸບັນ.

    • ໃຊ້ໄຟຟ້າ ຝືນໄຟຢ່າງມີສະຕິບົດ-ສາລະຄະດີ

      ໃຊ້ໄຟຟ້າ ຝືນໄຟຢ່າງມີສະຕິ

      2/7/2025 10:35:12 AM

      ໄລຍະນີ້ເຫັນວ່າສະພາບອາກາດຢູ່ບາງທ້ອງຖິ່ນຍັງສືບຕໍ່ໜາວເຢັນ. ຂະນະທີ່ບາງທ້ອງຖິ່ນອາກາດກ່ໍເລີ່ມຮ້ອນແລ້ວ, ເຊ່ິງສະພາບອາກາດມີການປ່ຽນແປງດັ່ງກ່າວ ພວກເຮົາຕ້ອງມີສະຕິໃນການໃຊ້ໄຟຟ້າ, ຝືນໄຟຕໍ່ການດຳລົງຊີວິດປະຈຳວັນ ເພື່ອຫລີກເວັ້ນບັນ ຫາອັກຄີໄພເກີດຂຶ້ນເຊັ່ນວ່າ:ໄຟຟ້າລັດວົງຈອນ, ໄໝ້ເຮືອນ ໄໝ້ຊານ, ໄຟໄໝ້ລາມປ່າທີ່ເປັນຊັບສົມບັດຂອງຕົນກໍ່ຄືຂອງຊາດ.

    • ເມືອງລະມານ ເກັບລາຍຮັບໄດ້ລື່ນແຜນເກືອບ 60%ບົດ-ສາລະຄະດີ

      ເມືອງລະມານ ເກັບລາຍຮັບໄດ້ລື່ນແຜນເກືອບ 60%

      2/7/2025 10:29:26 AM

      ອີງຕາມການລາຍງານ ຂອງທ່ານ ຄໍາປານ ພິມມະເສນ ຫົວໜ້ຫ້ອງການ-ການເງິນເມືອງລະມາມໃຫ້ຮູ້ວ່າ: ໃນໄລຍະຜ່ານມາ, ຂະແໜງການເງິນ ເມືອງລະມາມ ໄດ້ເອົາໃຈໃສ່ປັບປຸງກົງຈັກການຈັດຕັ້ງ, ແບບແຜນນໍາພາ-ວິທີເຮັດວຽກ, ເປັນໃຈກາງໃນການປະ ສານສົມທົບກັບຂະແໜງການກ່ຽວຂ້ອງ, ພັດທະນາວຽກງານຫັນການເກັບລາຍຮັບ-ຄຸ້ມຄອງລາຍຈ່າຍໄປສູ່ທັນສະໄໝ.

    • ວິທີແກ້ໄຂບັນຫາ ລູກຕິດມືຖື ແທັບເລັດ ຄອມພີວເຕີບົດ-ສາລະຄະດີ

      ວິທີແກ້ໄຂບັນຫາ ລູກຕິດມືຖື ແທັບເລັດ ຄອມພີວເຕີ

      2/7/2025 10:02:31 AM

      ໃນບົດກ່ອນໄດ້ນຳສະເໜີໄປແລ້ວກ່ຽວກັບຜົນເສຍທີ່ເດັກນ້ອຍຫລິ້ນໂທລະສັບມືຖື, ແທັບເລັດ ແລະ ຄອມພິວເຕີຫລາຍເກີນໄປ. ມາມື້ນີ້ ຈຶ່ງຂໍແນະນຳວິທີແກ້ໄຂບັນຫາດັ່ງກ່າວໃຫ້ພໍ່ແມ່ຜູ້ປົກຄອງນຳໄປປະຕິບັດ.

ads
ads

Top