ປີ 2024 ສ່ວຍສາອາກອນປະຈໍາເມືອງ ໄຊເສດຖາ ເກັບລາຍຮັບໄດ້ 132,19 ຕື້ກວ່າກີບ

06/02/2025 15:53
Email Print 913
ຂປລ ຂປລ. ເມືອງໄຊເສດຖາ ເປັນໜຶ່ງໃນເທສະບານຂອງນະຄອນຫລວງວຽງຈັນ, ມີພື້ນຖານໂຄ່ງລ່າງເສດຖະກິດດີ, ເປັນເມືອງເສດຖະກິດ ທີ່ກໍາລັງຂະຫຍາຍຕົວ ​ເຊິ່ງເຮັດໃຫ້ການຈັດຕັ້ງປະຕິ ບັດວຽກງານສ່ວຍສາອາກອນປະຈຳເມືອງ ມີລັກສະນະຕັ້ງໜ້າ, ໃນປີ 2024 ສາມາດປະຕິບັດໄດ້ທັງໝົດ 132,19 ຕື້ກວ່າກີບ ເທົ່າກັບ 170,31% ຂອງແຜນການປີ.

ຂປລ. ເມືອງໄຊເສດຖາ ເປັນໜຶ່ງໃນເທສະບານຂອງນະຄອນຫລວງວຽງຈັນ, ມີພື້ນຖານໂຄ່ງລ່າງເສດຖະກິດດີ, ເປັນເມືອງເສດຖະກິດ ທີ່ກໍາລັງຂະຫຍາຍຕົວ ​ເຊິ່ງເຮັດໃຫ້ການຈັດຕັ້ງປະຕິ ບັດວຽກງານສ່ວຍສາອາກອນປະຈຳເມືອງ ມີລັກສະນະຕັ້ງໜ້າ, ໃນປີ 2024 ສາມາດປະຕິບັດໄດ້ທັງໝົດ 132,19 ຕື້ກວ່າກີບ ເທົ່າກັບ 170,31% ຂອງແຜນການປີ.

ທ່ານ ພູຄໍາ ແກ້ວອອນສີ ຫົວໜ້າສ່ວຍສາອາກອນ ປະຈຳເມືອງໄຊເສດຖາ ​ໄດ້ໃຫ້ຮູ້ວ່າ:ສ່ວຍສາອາກອນ ປະຈຳເມືອງ ​ເປັນເສນາທິການໃຫ້​ສ່ວຍສາອາກອນ ປະຈໍານະຄອນຫລວງວຽງຈັນຕາມສາຍຕັ້ງ ແລະ ປະສານສົມທົບກັບອົງການປົກຄອງເມືອງ ກ່ຽວກັບວຽກງານຄຸ້ມຄອງສ່ວຍສາອາກອນ, ເຮັດໜ້າທີ່ຄຸ້ມຄອງຈັດ​ເກັບ​ລາຍ​ຮັບ​ສ່ວຍ​ສາ​ອາກອນເຊັ່ນ: ລາຍຮັບຈາກຫົວໜ່ວຍວິສາ ຫະກິດ, ອາກອນ​ທີ່​ດິນ ຫລື ພາສີທີ່ດິນ, ຄ່າ​ທຳນຽມ​, ຄ່າບໍລິ​ການຕ່າງໆຈາກບັນດາ​ຂະແໜງ​ການລັດ ​ແລະ ອາກອນລາຍໄດ້ຕ່າງໆຈາກບຸກຄົນ, ຫ້ອງການຜູ້ຕ້າງໜ້າ ​ເຂົ້າ​ງົບປະມານ​ແຫ່ງ​ລັດໃຫ້ຖືກ ຕ້ອງ, ໂປ່ງໃສ, ວ່ອງໄວ ແລະ ກວດສອບໄດ້ຕາມ​​ລະບຽບກົດໝາຍກໍານົດ ​ແລະ ມີ 2 ໜ້າວຽກເປັນຫລັກຄື: ວຽກຄຸ້ມຄອງວຽກງານສ່ວຍສາອາກອນ ແລະ ວຽກຄຸ້ມຄອງລາຍຮັບສ່ວຍສາອາກອນ, ປັດຈຸບັນທົ່ວເມືອງ ມີພື້ນຖານຫົວໜ່ວຍທຸລະກິດທັງໝົດ 10.479 ຫົວໜ່ວຍ. ໃນນັ້ນ,ຫົວໜ່ວຍຖືບັນຊີ 1.608 ຫົວໜ່ວຍ, ຈຸນລະວິສາຫະກິດ 2.259 ຫົວໜ່ວຍ, ຄ່າເຊົ່າ 2.113 ຫົວໜ່ວຍ, 50 ລ້ານກີບລົງມາ 1.861 ຫົວໜ່ວຍ, ອົງການຈັດຕັ້ງ 21 ຫົວໜ່ວຍ, ບຸກຄົນ 2.617 ຫົວໜ່ວຍ. ການຈັດເກັບລາຍຮັບເຂົ້າງົບປະມານໃນປີ 2024 ໄດ້ຮັບຕົວເລກແຜນການ 77,62 ຕື້ກວ່າກີບ, ແຕ່ຜ່ານການຈັດຕັ້ງປະຕິບັດຕົວຈິງນັບແຕ່ຕົ້ນປີຮອດວັນທີ 31 ທັນວາ 2024 ສາມາດປະຕິບັດໄດ້ທັງໝົດ 132,19 ຕື້ກວ່າກີບ ເທົ່າກັບ 170,31% ຂອງ​ແຜນການ​ປີ, ທຽບໃສ່ໄລຍະດຽວຂອງປີ 2023 ເທົ່າກັບ 147,09%, ເປັນເງິນປະມານ 42,32 ຕື້ກວ່າກີບ; ຄິດເປັນເງິນລື່ນແຜນ ການປີ 2024 ຈໍານວນ 54,57 ຕື້ກວ່າກີບ.

ທ່ານ ພູຄໍາ ແກ້ວອອນສີ  ຍັງໃຫ້ຮູ້ອີກວ່າ: ໃນປີ 2025 ຄາດຄະເນຕົວແຜນການເກັບລາຍຮັບເຂົ້າງົບປະມານແຫ່ງລັດ ທັງໝົດ 85 ຕື້ກວ່າກີບ, ເພີ່ມຂຶ້ນ 9,51% ຂອງແຜນການປີ 2024 ແລະ ຄາດຄະເນແຜນການຈັດເກັບໃນແຕ່ລະເດືອນໃຫ້ປະຕິບັດໄດ້ 10% ຂອງແຜນການ ຫລື ເທົ່າກັບ 8,5 ຕື້ກວ່າກີບ, ແຜນການ 12 ເດືອນຕ້ອງປະຕິບັດໃຫ້ໄດ້ 102 ຕື້ກວ່າກີບ ເທົ່າກັບ 120% ຂອງແຜນປີ ແລະ ບັນດາມາດຕະການຈໍານວນໜຶ່ງ ເພື່ອຊຸກໃນການຈັດຕັ້ງປະຕິບັດວຽກງານຈັດເກັບລາຍຮັບອາກອນເຂົ້າງົບປະມານ, ຊຸກຍູ້ເກັບລາຍຮັບຈາກຄ່າທໍານຽມ ແລະ ຄ່າບໍລິການນໍາຂະ ແໜງການລັດອ້ອມຂ້າງເມືອງ ໃຫ້ມອບລາຍຮັບທີ່ເກັບໄດ້ ແລະ ປະຕິບັດຂັ້ນຕອນຈົດຮັບ-ຈົດຈ່າຍຜ່ານງົບປະມານ, ຄັງເງິນຕາມລະບຽບກົດໝາຍ ແລະ ອື່ນໆ.

KPL

ຂ່າວອື່ນໆ

    • ອອປສ ສ້າງຂະບວນການອອກແຮງງານ ຮັບຕ້ອນວັນສ້າງຕັ້ງພັກ ຄົບຮອບ 70 ປີວັດທະນະທຳ-ສັງຄົມ

      ອອປສ ສ້າງຂະບວນການອອກແຮງງານ ຮັບຕ້ອນວັນສ້າງຕັ້ງພັກ ຄົບຮອບ 70 ປີ

      3/20/2025 2:33:15 PM

      ຂປລ. ໃນວັນທີ 20 ມີນາ 2025 ອົງການໄອຍະການປະຊາຊົນສູງສຸດ (ອອປສ) ຈັດກິດຈະກຳອອກແຮງງານລວມ ປັດກວດ, ເກັບມ້ຽນຂີ້ເຫຍື້ອ ຢູ່ພາຍໃນສຳນັກງານ, ດ້ານໜ້າ ແລະ ດ້ານຫລັງ ຂອງອົງການໄອຍະການປະຊາຊົນສູງສຸດ ເພື່ອຮັບຕ້ອນວັນສ້າງຕັ້ງ ພັກປະຊາຊົນປະຕິວັດລາວ (ປປ ລາວ) ຄົບຮອບ 70 ປີ ໂດຍມີບັນດາຫົວໜ້າພະແນກ, ຮອງພະແນກ, ພະນັກງານ-ລັດຖະກອນ ພາຍໃນ ອອປສ ເຂົ້າຮ່ວມຢ່າງເປັນຂະບວນ.

    • ປະຫວັດຄວາມເປັນມາຂອງເຜົ່າໄຕ໋ ແຂງອຸດົມໄຊວັດທະນະທຳ-ສັງຄົມ

      ປະຫວັດຄວາມເປັນມາຂອງເຜົ່າໄຕ໋ ແຂງອຸດົມໄຊ

      3/19/2025 7:53:25 PM

      ຊົນເຜົ່າໄຕ໋ ແມ່ນຄ້າຍໆກັບຊົນເຜົ່າລາວ, ເຜົ່າລື້ ຊົນເຜົ່າໄຕ໋ ໄດ ເຄື່ອນຍ້າຍຈາກດິນແດນແຄວ້ນໃຕ້ ຂອງຈີນ ລົງມາຕາມລ້ອງແມ່ນ້ຳດຳ, ແມ່ນ້ຳເມົາເຂົ້າສູ່ປະເທດ ຫວຽດນາມ ແຂວງເຊີນລາໄລເຈົາ, ດຽນບຽນຟູ ແລະ ເຂົ້າມາຕັ້ງຖິ່ນຖານບ້ານເກີດເມືອງນອນຢູ່ແຂວງອຸດົມໄຊ ໄດ້ຫລາຍຮ້ອຍພັນປີມາແລ້ວ; ຊົນເຜົ່າໄຕ໋ ມີຢູ່ບັນດາ ເມືອງຂອງແຂວງອຸດົມໄຊ.

    • ຝຶກອົບຮົມການແຈ້ງເຕືອນໄພລ່ວງໜ້າໃນຊຸມຊົນວັດທະນະທຳ-ສັງຄົມ

      ຝຶກອົບຮົມການແຈ້ງເຕືອນໄພລ່ວງໜ້າໃນຊຸມຊົນ

      3/19/2025 6:19:09 PM

      ຂປລ. ອົງການກາແດງແຫ່ງຊາດລາວ ຈັດອົບຮົມການແຈ້ງເຕືອນໄພລ່ວງໜ້າໃນຊຸມຊົນ ໃຫ້ແກ່ພະນັກງານຜູ້ຮັບຜິດຊອບວຽກງານຄຸ້ມຄອງໄພພິບັດ ຂອງອົງການກາແດງແຂວງໃນທົ່ວປະເທດ ໃນ ວັນທີ 17-19 ມີນາ 2025 ໂດຍການເປັນປະທານຂອງ ທ່ານ ຄຳລາວັນ ຈັນທະລາວັນ ປະທານອົງການກາແດງແຫ່ງຊາດລາວ, ມີຄູຝຶກຈາກສະຫະພັນກາແດງ ແລະ ຊີກວົງເດືອນແດງສາກົນ (IFRC), ຈາກສະພາກາຊາດໄທ, ມີສຳມະນາກອນຈາກອົງການກາແດງແຫ່ງຊາດລາວ, ກາແດງແຂວງ ​ແລະ ພາກ ສ່ວນກ່ຽວຂ້ອງເຂົ້າຮ່ວມ

    • ຄະນະຊີ້ນໍາໂຄງການສ້າງຄວາມເຂັ້ມແຂງ ການພັດ ທະນາສີມືແຮງງານ ສະຫລຸບວຽກງານ ປີ 2024ວັດທະນະທຳ-ສັງຄົມ

      ຄະນະຊີ້ນໍາໂຄງການສ້າງຄວາມເຂັ້ມແຂງ ການພັດ ທະນາສີມືແຮງງານ ສະຫລຸບວຽກງານ ປີ 2024

      3/19/2025 1:54:25 PM

      ຂປລ. ຄະນະຊີ້ນໍາໂຄງການສ້າງຄວາມເຂັ້ມແຂງ ການພັດທະນາສີມືແຮງງານ ໃນ ສປປ ລາວ ຈັດກອງປະຊຸມ ເພື່ອສະຫລຸບຕີລາຄາ ການຈັດຕັ້ງປະຕິບັດວຽກງານ ປີ 2024 ແລະ ວາງທິດທາງແຜນການປີ 2025 ໃນວັນທີ 19 ມີນາ 2025

    • ນະຄອນຫລວງວຽງຈັນ ເລັ່ງແກ້ໄຂບັນຫານໍ້າປະປາບໍ່ພໍໃຊ້ວັດທະນະທຳ-ສັງຄົມ

      ນະຄອນຫລວງວຽງຈັນ ເລັ່ງແກ້ໄຂບັນຫານໍ້າປະປາບໍ່ພໍໃຊ້

      3/19/2025 1:39:45 PM

      ຂປລ. ໃນວັນທີ 18 ມີນາ 2025 ນີ້, ທ່ານ ງາມປະສົງ ເມືອງມະນີ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ຮ່ວມກັບ ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນ ຫລວງວຽງຈັນ (ນວ) ພ້ອມດ້ວຍຂະແໜງການທີ່ກ່ຽວຂ້ອງ ໄດ້ລົງຕິດຕາມສະຖານີສູບນໍ້າ ຢູ່ຈຸດສໍາຄັນຕ່າງໆ ເພື່ອຕິດຕາມລະດັບນໍ້າ ແລະ ແກ້ໄຂບັນຫາການ ສະໜອງນໍ້າບໍ່ພຽງພໍຢູ່ໃນ ນວ.

ads
ads

Top