ສໍາເລັດຝຶກອົບຮົມການສ້າງຄວາມເຂັ້ມແຂງໃຫ້ກຸ່ມປູກມັນຕົ້ນ

10/02/2025 16:34
Email Print 387
ຂປລ ຂປລ. ​ເມື່ອ​ບໍ່​ດົນ​ມາ​ນີ້, ຢູ່ສູນຝຶກອົບຮົມເຕັກນິກກະສິກໍາ ແລະ ພັດທະນາຊົນນະບົດລາວ-ເກົາ ຫລີ ​ໄດ້​ສໍາ​ເລັດ​ການຝຶກອົບຮົມ ການສ້າງຄວາມເຂັ້ມແຂງ ໃຫ້ແກ່ກຸ່ມປູກມັນຕົ້ນ ພາຍໃຕ້ໂຄງການສ້າງແຜນກິດຈະກໍາ ແລະ ພັດທະນາຊົນນະບົດ ຂອງແຂວງພາກເໜືອ ແລະ ພາກກາງ ຂອງ ສປປ ລາວ



ຂປລ. ​ເມື່ອ​ບໍ່​ດົນ​ມາ​ນີ້, ຢູ່ສູນຝຶກອົບຮົມເຕັກນິກກະສິກໍາ ແລະ ພັດທະນາຊົນນະບົດລາວ-ເກົາ ຫລີ
​ໄດ້​ສໍາ​ເລັດ​ການຝຶກອົບຮົມ ການສ້າງຄວາມເຂັ້ມແຂງ ໃຫ້ແກ່ກຸ່ມປູກມັນຕົ້ນ ພາຍໃຕ້ໂຄງການສ້າງແຜນກິດຈະກໍາ ແລະ ພັດທະນາຊົນນະບົດ ຂອງແຂວງພາກເໜືອ ແລະ ພາກກາງ ຂອງ ສປປ ລາວ ໂດຍໄດ້ຮັບການສະໜັບສະໜູນ ຈາກລັດຖະບານແຫ່ງ ສ ເກົາຫລີ ໂດຍຜ່ານອົງການ KOICA ໂດຍມີຜູ້ເຂົ້າຮ່ວມຝຶກອົບຮົມທັງໝົດ 25 ຄົນ, ຍິງ 16 ຄົນ ທີ່ມາຈາກ ບ້ານນໍ້າແຜນ ເມືອງແມດ ແຂວງວຽງຈັນ ຊຶ່ງນອນໃນພື້ນທີ່ໂຄງການ ສ້າງແຜນກິດຈະກໍາ ແລະ ພັດທະນາຊົນນະບົດ ຂອງແຂວງພາກເໜືອ ແລະ ພາກກາງ ຂອງ ສປປ ລາວ.




ຫລັກສູດຝຶກອົບຮົມຄັ້ງນີ້, ມີເປົ້າໝາຍເພື່ອສ້າງຄວາມເຂັ້ມແຂງ ໃຫ້ແກ່ກະສິກອນກຸ່ມຜູ້ປູກມັນຕົ້ນ ໂດຍສະເພາະ ການໃຫ້ຄວາມຮູ້ໃນດ້ານກອບແນວຄວາມຄິດ ແລະ ບັນດາເຕັກນິກການນໍາໃຊ້ ເຄື່ອງກົນຈັກເຂົ້າໃນການປູກມັນຕົ້ນ ໂດຍຜູ້ເຂົ້າຮ່ວມໄດ້ຮຽນຮູ້ຫລາຍເນື້ອໃນເຊັ່ນ: ການເຊື່ອມໂຍງແຊມາອຶນດົງ ກັບນະໂຍບາຍສາມສ້າງ
, ການສ້າງຕັ້ງກຸ່ມ ແລະ ສະຫະກອນ, ການຄວບຄຸມແມງໄມ້-ສັດຕູພືດ ແລະ ພະຍາດຂອງມັນຕົ້ນ, ການວາງແຜນພັດທະນາແບບມີສ່ວນຮ່ວມ, ການຕະຫລາດ, ເຕັກນິກການນໍາໃຊ້ເຄື່ອງປະສົມ ແລະ ການນໍາໃຊ້ຝຸ່ນ, ເຕັກນິກການນໍາໃຊ້ເຄື່ອງຈັກປັ່ນ-ເຄື່ອງຈັກຊອຍ ແລະ ບັນດາຂໍ້ຄວນລະວັງໃນການນໍາໃຊ້. ນອກນີ້, ສໍາມະນາກອນຍັງໄດ້ຮ່ວມກັນ ຈັດກິດຈະກໍາແບ່ງກຸ່ມເພື່ອຄົ້ນຄວ້າ ແລະ ແລກປ່ຽນຄວາມຄິດໃນ 3 ຫົວຂໍ້ຄື: ການວາງແຜນກິດຈະກໍາໃນການກະກຽມດິນ, ການຄວບຄຸມຫຍ້າ ແລະ ພະຍາດແມງໄມ້ໃນສວນມັນຕົ້ນ, ການສ້າງແຜນການຄຸ້ມຄອງ ແລະ ການຈັດການຫລັງການເກັບກ່ຽວ ແລະ ການວາງແຜນໃນຂັ້ນຕອນ ການສ້າງຕັ້ງກຸ່ມດໍາເນີນທຸລະກິດ ຂອງກະສິກອນຜະລິດມັນຕົ້ນ.




​ໂອກາດ​ນີ້, ທ່ານ ນາງ ແວວມະນີ ເທບພະວົງ ຮອງຫົວໜ້າກົມພັດທະນາຊົນນະບົດ ແລະ ທ່ານ ວົງສະຫວັນ ວົງໄກສອນ ຫົວໜ້າສູນຝຶກອົບຮົມເຕັກນິກກະສິກໍາ ແລະ ພັດທະນາຊົນນະບົດລາວ-ເກົາຫລີ ​ໄດ້ຮຽກຮ້ອງມາ​ຍັງສໍາມະນາກອນ ຈົ່ງນໍາເອົາຄວາມຮູ້ທີ່ໄດ້ຮັບ ຈາກການຝຶກອົບຮົມໃນຄັ້ງນີ້ ໄປສືບຕໍ່ຈັດຕັ້ງປະຕິບັດ ໃນກິດຈະກໍາການຜະລິດ ໃນທ້ອງຖິ່ນຕົນ ເພື່ອໃຫ້ກາຍເປັນກຸ່ມບ້ານຕົວແບບ ສ້າງໃຫ້ກຸ່ມມີຄວາມເຂັ້ມແຂງ ແລະ ສ້າງລາຍຮັບຈາກ ການປູກມັນຕົ້ນ ໃຫ້ນັບມື້ນັບຫລາຍຂຶ້ນເປັນກ້າວໆ.

ຂໍ້​ມູນ-ພາບ: ຂ່າວສານ​ກະສິກໍາ-ປ່າ​ໄມ້

KPL

ຂ່າວອື່ນໆ

    • ອອປສ ສ້າງຂະບວນການອອກແຮງງານ ຮັບຕ້ອນວັນສ້າງຕັ້ງພັກ ຄົບຮອບ 70 ປີວັດທະນະທຳ-ສັງຄົມ

      ອອປສ ສ້າງຂະບວນການອອກແຮງງານ ຮັບຕ້ອນວັນສ້າງຕັ້ງພັກ ຄົບຮອບ 70 ປີ

      3/20/2025 2:33:15 PM

      ຂປລ. ໃນວັນທີ 20 ມີນາ 2025 ອົງການໄອຍະການປະຊາຊົນສູງສຸດ (ອອປສ) ຈັດກິດຈະກຳອອກແຮງງານລວມ ປັດກວດ, ເກັບມ້ຽນຂີ້ເຫຍື້ອ ຢູ່ພາຍໃນສຳນັກງານ, ດ້ານໜ້າ ແລະ ດ້ານຫລັງ ຂອງອົງການໄອຍະການປະຊາຊົນສູງສຸດ ເພື່ອຮັບຕ້ອນວັນສ້າງຕັ້ງ ພັກປະຊາຊົນປະຕິວັດລາວ (ປປ ລາວ) ຄົບຮອບ 70 ປີ ໂດຍມີບັນດາຫົວໜ້າພະແນກ, ຮອງພະແນກ, ພະນັກງານ-ລັດຖະກອນ ພາຍໃນ ອອປສ ເຂົ້າຮ່ວມຢ່າງເປັນຂະບວນ.

    • ປະຫວັດຄວາມເປັນມາຂອງເຜົ່າໄຕ໋ ແຂງອຸດົມໄຊວັດທະນະທຳ-ສັງຄົມ

      ປະຫວັດຄວາມເປັນມາຂອງເຜົ່າໄຕ໋ ແຂງອຸດົມໄຊ

      3/19/2025 7:53:25 PM

      ຊົນເຜົ່າໄຕ໋ ແມ່ນຄ້າຍໆກັບຊົນເຜົ່າລາວ, ເຜົ່າລື້ ຊົນເຜົ່າໄຕ໋ ໄດ ເຄື່ອນຍ້າຍຈາກດິນແດນແຄວ້ນໃຕ້ ຂອງຈີນ ລົງມາຕາມລ້ອງແມ່ນ້ຳດຳ, ແມ່ນ້ຳເມົາເຂົ້າສູ່ປະເທດ ຫວຽດນາມ ແຂວງເຊີນລາໄລເຈົາ, ດຽນບຽນຟູ ແລະ ເຂົ້າມາຕັ້ງຖິ່ນຖານບ້ານເກີດເມືອງນອນຢູ່ແຂວງອຸດົມໄຊ ໄດ້ຫລາຍຮ້ອຍພັນປີມາແລ້ວ; ຊົນເຜົ່າໄຕ໋ ມີຢູ່ບັນດາ ເມືອງຂອງແຂວງອຸດົມໄຊ.

    • ຝຶກອົບຮົມການແຈ້ງເຕືອນໄພລ່ວງໜ້າໃນຊຸມຊົນວັດທະນະທຳ-ສັງຄົມ

      ຝຶກອົບຮົມການແຈ້ງເຕືອນໄພລ່ວງໜ້າໃນຊຸມຊົນ

      3/19/2025 6:19:09 PM

      ຂປລ. ອົງການກາແດງແຫ່ງຊາດລາວ ຈັດອົບຮົມການແຈ້ງເຕືອນໄພລ່ວງໜ້າໃນຊຸມຊົນ ໃຫ້ແກ່ພະນັກງານຜູ້ຮັບຜິດຊອບວຽກງານຄຸ້ມຄອງໄພພິບັດ ຂອງອົງການກາແດງແຂວງໃນທົ່ວປະເທດ ໃນ ວັນທີ 17-19 ມີນາ 2025 ໂດຍການເປັນປະທານຂອງ ທ່ານ ຄຳລາວັນ ຈັນທະລາວັນ ປະທານອົງການກາແດງແຫ່ງຊາດລາວ, ມີຄູຝຶກຈາກສະຫະພັນກາແດງ ແລະ ຊີກວົງເດືອນແດງສາກົນ (IFRC), ຈາກສະພາກາຊາດໄທ, ມີສຳມະນາກອນຈາກອົງການກາແດງແຫ່ງຊາດລາວ, ກາແດງແຂວງ ​ແລະ ພາກ ສ່ວນກ່ຽວຂ້ອງເຂົ້າຮ່ວມ

    • ຄະນະຊີ້ນໍາໂຄງການສ້າງຄວາມເຂັ້ມແຂງ ການພັດ ທະນາສີມືແຮງງານ ສະຫລຸບວຽກງານ ປີ 2024ວັດທະນະທຳ-ສັງຄົມ

      ຄະນະຊີ້ນໍາໂຄງການສ້າງຄວາມເຂັ້ມແຂງ ການພັດ ທະນາສີມືແຮງງານ ສະຫລຸບວຽກງານ ປີ 2024

      3/19/2025 1:54:25 PM

      ຂປລ. ຄະນະຊີ້ນໍາໂຄງການສ້າງຄວາມເຂັ້ມແຂງ ການພັດທະນາສີມືແຮງງານ ໃນ ສປປ ລາວ ຈັດກອງປະຊຸມ ເພື່ອສະຫລຸບຕີລາຄາ ການຈັດຕັ້ງປະຕິບັດວຽກງານ ປີ 2024 ແລະ ວາງທິດທາງແຜນການປີ 2025 ໃນວັນທີ 19 ມີນາ 2025

    • ນະຄອນຫລວງວຽງຈັນ ເລັ່ງແກ້ໄຂບັນຫານໍ້າປະປາບໍ່ພໍໃຊ້ວັດທະນະທຳ-ສັງຄົມ

      ນະຄອນຫລວງວຽງຈັນ ເລັ່ງແກ້ໄຂບັນຫານໍ້າປະປາບໍ່ພໍໃຊ້

      3/19/2025 1:39:45 PM

      ຂປລ. ໃນວັນທີ 18 ມີນາ 2025 ນີ້, ທ່ານ ງາມປະສົງ ເມືອງມະນີ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ຮ່ວມກັບ ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນ ຫລວງວຽງຈັນ (ນວ) ພ້ອມດ້ວຍຂະແໜງການທີ່ກ່ຽວຂ້ອງ ໄດ້ລົງຕິດຕາມສະຖານີສູບນໍ້າ ຢູ່ຈຸດສໍາຄັນຕ່າງໆ ເພື່ອຕິດຕາມລະດັບນໍ້າ ແລະ ແກ້ໄຂບັນຫາການ ສະໜອງນໍ້າບໍ່ພຽງພໍຢູ່ໃນ ນວ.

ads
ads

Top