ຂປລ
ອີງຕາມການລາຍງານ ຂອງທ່ານ ຄໍາປານ ພິມມະເສນ ຫົວໜ້ຫ້ອງການ-ການເງິນເມືອງລະມາມໃຫ້ຮູ້ວ່າ: ໃນໄລຍະຜ່ານມາ, ຂະແໜງການເງິນ ເມືອງລະມາມ ໄດ້ເອົາໃຈໃສ່ປັບປຸງກົງຈັກການຈັດຕັ້ງ, ແບບແຜນນໍາພາ-ວິທີເຮັດວຽກ, ເປັນໃຈກາງໃນການປະ ສານສົມທົບກັບຂະແໜງການກ່ຽວຂ້ອງ, ພັດທະນາວຽກງານຫັນການເກັບລາຍຮັບ-ຄຸ້ມຄອງລາຍຈ່າຍໄປສູ່ທັນສະໄໝ.
![](https://kpl.gov.la/Media/Upload/News/Thumb/2025/02/07/7.jpg)
*ອີງຕາມການລາຍງານ ຂອງທ່ານ ຄໍາປານ ພິມມະເສນ ຫົວໜ້ຫ້ອງການ-ການເງິນເມືອງລະມາມໃຫ້ຮູ້ວ່າ: ໃນໄລຍະຜ່ານມາ, ຂະແໜງການເງິນ ເມືອງລະມາມ ໄດ້ເອົາໃຈໃສ່ປັບປຸງກົງຈັກການຈັດຕັ້ງ, ແບບແຜນນໍາພາ-ວິທີເຮັດວຽກ, ເປັນໃຈກາງໃນການປະ ສານສົມທົບກັບຂະແໜງການກ່ຽວຂ້ອງ, ພັດທະນາວຽກງານຫັນການເກັບລາຍຮັບ-ຄຸ້ມຄອງລາຍຈ່າຍໄປສູ່ທັນສະໄໝ, ພ້ອມທັງເຄື່ອນໄຫວໂຄສະນາເຜີຍແຜ່ກົດໝາຍ ແລະ ນິຕິກໍາຕ່າງໆກ່ຽວກັບວຽກງານການເກັບລາຍຮັບ ແລະ ຄຸ້ມຄອງລາຍຈ່າຍງົບປະມານ ເປັນຕົ້ນລັດຖະບັນຍັດຂອງປະທານປະເທດວ່າດ້ວຍຄ່າທໍານຽມ ແລະ ຄ່າບໍລິການ, ກົດໝາຍວ່າດ້ວຍອາກອນທີ່ດິນ, ຄໍາສັ່ງ 18/ນຍ ວ່າດ້ວຍການເພີ່ມທະວີການຄຸ້ມຄອງ ແລະ ຕ້ານການຮົ່ວໄຫລຂອງງົບປະມານ, ດໍາລັດວ່າດ້ວຍການປະຢັດ ແລະ ຕ້ານການຟຸມເຟືອຍເຮັດໃຫ້ການປະຕິບັດແຜນງົບປະມານຂອງເມືອງ ມີປະສິດທິພາບ ແລະ ປະສິດສິດທິຜົນ. ອັນພົ້ນເດັ່ນແມ່ນວຽກງານຫັນເປັນທັນສະໄໝທີ່ຕິດພັນກັບການເກັບລາຍຮັບຈາກອາກອນທີ່ດິນ ໂດຍໄດ້ດຶງເອົາຂໍ້ມູນຕອນດິນເຂົ້າໃນລະບົບແທັກລິດ (TaxRIS), ຊຸກຍູ້ ແລະ ລະດົມຫົວໜ່ວຍທຸລະກິດທົ່ວເມືອງ ເຂົ້າຢູ່ໃນລະບົບອາກອນມູນຄ່າເພີ່ມເຊື່ອມຕໍ່ກັບລະບົບ TaxRIS ເຮັດໃຫ້ຫົວໜ່ວຍທຸລະກິດມີຄວາມຕື່ນຕົວຕໍ່ການແຈ້ງມອບອາກອນດ້ວຍຕົນເອງເພີ່ມຂຶ້ນ.
![](https://kpl.gov.la/Media/Upload/News/Thumb/2025/02/07/8.jpg)
ໃນປີ 2024 ຜ່ານມາ, ເມືອງ ລະມາມ ແຂວງເຊກອງ ສາມາດຈັດເກັບລາຍຮັບເຂົ້າງົບປະມານໄດ້ 10,24 ຕື້ກີບ ທຽບໃສ່ແຜນການປີລື່ນແຜນ 59% ໃນນີ້, ລາຍຮັບຈາກສ່ວຍສາອາກອນ 9,66 ຕື້ກີບ ລື່ນແຜນ 63% ແລະ ລາຍຮັບຈາກຊັບສິນ 580 ລ້ານກີບລື່ນແຜນ 13%. ສ່ວນລາຍຈ່າຍປະຕິບັດໄດ້ 39 ຕື້ກວ່າກີບ ທຽບໃສ່ແຜນເທົ່າກັບ 101% ໂດຍມີລາຍຈ່າຍເງິນເດືອນ, ເງິນນະໂຍບາຍ, ເງິນບໍລຫານ, ເງິນລົງທຶນ ແລະ ອື່ນໆ.
ໂດຍອີງໃສ່ຖານລາຍຮັບທີ່ມີ ແລະ ທ່າແຮງບົ່ມຊ້ອນຕົວຈິງ ຂອງເມືອງ ແລະ ເພື່ອສະໜັບສະໜູນການກ້າວຂຶ້ນກຸ້ມຕົນເອງ ແລະ ເກີນດຸນທາງດ້ານລາຍຮັບ-ລາຍຈ່າຍງົບປະມານ ຂອງແຂວງເຊກອງ ໃນປີ 2025 ເມືອງລະມານຈະສູ້ຊົນເກັບລາຍຮັບໃຫ້ໄດ້ 8,19 ຕື້ກີບ ທຽບໃສ່ປີ 2024 ເພີ່ມຂຶ້ນ 27% ໃນນີ້, ລາຍຮັບສ່ວຍສາອາກອນ 7,57 ຕື້ກີບ ເພີ່ມຂຶ້ນ 29% ແລະ ລາຍຮັບຊັບສິນ 620 ລ້ານກີບ ເພີ່ມຂຶ້ນ 22%.
ທ່ານ ຄໍາປານ ພິມມະເສນ ຍັງໃຫ້ຮູ້ອີກວ່າ: ສໍາລັບການຈັດຕັ້ງປະຕິບັດແຜນງົບປະມານໄລຍະ 5 ປີ (2020-2024) ຜ່ານມາ, ເມືອງລະມາມສາມາດຈັດເກັບລາຍຮັບ ໄດ້ 32,50 ຕື້ກີບ ທຽບໃສ່ແຜນ ການ 5 ປີ ເທົ່າກັບ 125% ແລະ ປະຕິບັດລາຍຈ່າຍໄດ້ 170,16 ຕື້ກີບ ທຽບໃສ່ແຜນ 5 ປີ ເທົ່າກັບ 98%.
ໂດຍ: ສັນຍາ
KPL