ໃຊ້ໄຟຟ້າ ຝືນໄຟຢ່າງມີສະຕິ

07/02/2025 10:35
ຂປລ ໄລຍະນີ້ເຫັນວ່າສະພາບອາກາດຢູ່ບາງທ້ອງຖິ່ນຍັງສືບຕໍ່ໜາວເຢັນ. ຂະນະທີ່ບາງທ້ອງຖິ່ນອາກາດກ່ໍເລີ່ມຮ້ອນແລ້ວ, ເຊ່ິງສະພາບອາກາດມີການປ່ຽນແປງດັ່ງກ່າວ ພວກເຮົາຕ້ອງມີສະຕິໃນການໃຊ້ໄຟຟ້າ, ຝືນໄຟຕໍ່ການດຳລົງຊີວິດປະຈຳວັນ ເພື່ອຫລີກເວັ້ນບັນ ຫາອັກຄີໄພເກີດຂຶ້ນເຊັ່ນວ່າ:ໄຟຟ້າລັດວົງຈອນ, ໄໝ້ເຮືອນ ໄໝ້ຊານ, ໄຟໄໝ້ລາມປ່າທີ່ເປັນຊັບສົມບັດຂອງຕົນກໍ່ຄືຂອງຊາດ.

   *ໄລຍະນີ້ເຫັນວ່າສະພາບອາກາດຢູ່ບາງທ້ອງຖິ່ນຍັງສືບຕໍ່ໜາວເຢັນ. ຂະນະທີ່ບາງທ້ອງຖິ່ນອາກາດກ່ໍເລີ່ມຮ້ອນແລ້ວ, ເຊ່ິງສະພາບອາກາດມີການປ່ຽນແປງດັ່ງກ່າວ ພວກເຮົາຕ້ອງມີສະຕິໃນການໃຊ້ໄຟຟ້າ, ຝືນໄຟຕໍ່ການດຳລົງຊີວິດປະຈຳວັນ ເພື່ອຫລີກເວັ້ນບັນ ຫາອັກຄີໄພເກີດຂຶ້ນເຊັ່ນວ່າ:ໄຟຟ້າລັດວົງຈອນ, ໄໝ້ເຮືອນ ໄໝ້ຊານ, ໄຟໄໝ້ລາມປ່າທີ່ເປັນຊັບສົມບັດຂອງຕົນກໍ່ຄືຂອງຊາດ.   

    ດັ່ງທີ່ ພວກເຮົາຮູ້ ແລະ ເຫັນໃນໂລກອອນໄລໃນໄລຍະທ້າຍປີ 2024 ຫາ ຕ້ົນປີ 2025 ນ້ີ, ໄດ້ເກີດໄຟໄໝ້ເຮືອນຊານ, ຕະຫລາດຢູ່ປະເທດເຮົາເປັນໄລຍະໆ. ອັນພົ້ນເດັ່ນບັນຫາໄຟໄໝ້ໃໝ່ໆມໍ່ໆນີ້, ກໍ່ແມ່ນໄຟໄໝ້ຕະຫລາດເຊົ້າວັງວິວຫລັງເກົ່າຢູ່ເມືອງຫ້ວຍຊາຍ ແຂວງບ່ໍແກ້ວ ອັນໄດ້ສົ່ງຜົນກະທົບຕໍ່ສິນຄ້າຢູ່ພາຍໃນຕະຫລາດຈຳນວນໜຶ່ງ ແລະ ໂຊກດີມີຜູ້ເຫັນເຫດການໄຟໄໝ້ ຈຶ່ງຊ່ວຍກັນດັບມອດໄຟໄດ້ເພື່ອບໍ່ໃຫ້ລຸກລາມຂະຫຍາຍເປັນວົງກວ້າງ ເຊິ່ງສາເຫດໄຟໄໝ້ຕະຫລາດດັ່ງກ່າວຄັ້ງນີ້ ພາກສ່ວນກ່ຽວຂ້ອງກຳສືບສວນສາເຫດ. ນອກຈາກບັນຫາອັກຄີໄພດັ່ງກ່າວແລ້ວ, ກໍ່ໄດ້ເກີດໄຟໄໝ້ລາມປ່າ ຢູ່ເຂດບ້ານຊຽງແມນ ເມືອງຈອມເພັດ ແຂວງຫລວງພະບາງ (ໃກ້ວັດໜອງສະແກ້ວ ແລະ ວັດຫາສ້ຽວ) ໃນທ້າຍເດືອນມັງກອນ 2025 ຜ່ານມາ. ໄຟໄໝ້ລາມປ່າຄັ້ງນີ້ ພະສົງຢູ່ວັດດັ່ງກ່າວ ໄດ້ຮ່ວມກັບອາສາສະໝັກທະຫານ ແລະ ນັກສຶກສາ ມສ ສຸພານຸວົງ ໄດ້ຊ່ວຍກັນເຂົ້າໄປມອດໄຟຢູ່ເຂດໃກ້ບໍລິເວນວັດ ແຕ່ກໍ່ບໍ່ສາມາດມອດໄດ້ໝົດ ເນື່ອງຈາກການຂົນນໍ້າຂຶ້ນໄປມອດໄຟພົບຄວາມຫຍຸ້ງຍາກ ເນື່ອງຈາກພື້ນທີ່ດັ່ງກ່າວເປັນພູສູງຊັນ. ການແກ້ໄຂໄຟໄໝ້ໃນເບື້ອງຕົ້ນ, ມີພະສົງ, ອາສາສະໝັກທະຫານ ແລະ ນັກສຶກສາ ມສ ສຸພານຸວົງ ໄດ້ຕັດແລວກັນໄຟເພື່ອບໍ່ໃຫ້ໄຟລາມໄປເປັນວົງກວ້າງ. ຂະນະທີ່ສາເຫດ ແລະ ຜົນເສຍຫາຍຂອງເນື້ອທີ່ໄຟໄໝ້ລາມປ່າໃນຄັ້ງນີ້ຍັງບໍ່ທັນຮູ້ລາຍລະອຽດເທື່ອ. 

    ແນວໃດກໍ່ຕາມ ເພື່ອປ້ອງກັນບັນຫາອັກຄີໄພ ແລະ ໄຟໄໝ້ລາມປ່າທ່ີອາດຈະເກີດຂຶ້ນໃນໄລຍະອາກາດ ເລີ່ມຮ້ອນອົບເອົ້າທີ່ຈະມາເຖິງນີ້, ໜ່ວຍງານທີ່ກ່ຽວຂ້ອງຕ້ອງໄດ້ເອົາໃຈໃສ່ ລົງໂຄສະນາເຜີຍແຜ່ກ່ຽວກັບວຽກງານປ້ອງກັນບັນຫາອັກຄີໄພຢູ່ບັນດາສຳນັກງານ-ອົງການ, ໂຮງຈັກ, ໂຮງງານ, ໂຮງຮຽນ, ໂຮງໝໍ ແລະ ເຂດຊຸມຊົນຕ່າງໆ ທີ່ມີຄວາມສ່ຽງຢ່າງຕໍ່ເນື່ອງ. ນອກຈາກນີ້, ຕ້ອງໄດ້ກະກຽມພ້ອມທາງດ້ານພາຫະນະລວມທັງອຸປະກອນ ແລະ ກຳລັງຄົນເພື່ອປະຈຳການຕະຫລອດ 24 ຊົ່ວໂມງ ລວມເຖິງການປະສານງານກັບຈຸມອດໄຟໃນແຕ່ລະເມືອງ ແລະ ໜ່ວຍກູ້ໄພທີ່ມີລົດມອດ ໄຟເພື່ອພ້ອມກັນກຽມຄວາມພ້ອມຮັບມື ແລະ ມອດໄຟໃຫ້ທັນການ.

    ປັດຈຸບັນນີ້ ອາກາດນັບມື້ຮ້ອນອົບເອົ້າ. ສະນັ້ນ ຮຽກຮ້ອງໃຫ້ທຸກພາກສ່ວນໃນສັງຄົມຈົ່ງເພີ່ມສະຕິໃນການຊົມໃຊ້ໄຟຟ້າ, ດັງໄຟ ແລະ ທານໃຕ້ທູບອື່ນໆໃຫ້ມີສະຕິສູງຂຶ້ນກວ່າເກົ່າ ໂດຍສະເພາໄຟຟ້າ ເມື່ອຢຸດໃຊ້ງານແລ້ວຕ້ອງຖອດປັກສຽບທຸກຄັ້ງ ຫລື ມີການກວດກາອຸປະກອນໄຟຟ້າເປັນປະຈຳ ເພື່ອຄວາມປອດໄພຂອງຄອບຄົວເຮົາເອງ ແລະ ຫລຸດຜ່ອນການສ້າງຄວາມເສຍຫາຍແກ່ຊັບສິນຕ່າງໆ. ນອກຈາກນີ້, ໄລຍະນີ້ ກໍ່ແມ່ນໄລຍະທີ່ປະຊາຊົນທຳການຜະລິດ ໂດຍສະເພາະແມ່ນການຖາງສວນ, ຖາງໄຮ່ກ່ອນ ຈູດກໍ່ຕ້ອງໄດ້ການຕັດແລວໄຟໃຫ້ມີຄວາມປອດໄພແລ້ວ ຈຶ່ງທຳການຈູດ ແລະ ຈູດເວລາທີ່ບໍ່ມີລົມພັດແຮງ ຫລື ເວລາອາກາດເຢັນ ເພື່ອຫລີກເວັ້ນບັນຫາໄຟໄໝ້ລາມປ່າທີ່ກະທົບຕໍ່ສະພາບແວດລ້ອມ, ຊີວະນາໆພັນຄືແຕ່ລະປີທີ່ເປັນບົດຮຽນໃຫ້ພວກເຮົາມາແລ້ວ.   

ໂດຍ: ຢ່າຕົ່ງ

KPL

ຂ່າວອື່ນໆ

ads
ads

Top