ປີ 2024 ສາຍການບິນຫວຽດເຈັດ ມີຜົນກຳໄລທາງທຸລະກິດທີ່ໜ້າປະທັບໃຈ

07/02/2025 18:09
Email Print 8659
ຂປລ ສາຍການບິນຫວຽດເຈັດ (VietJet) ສໍາເລັດການເຕີບໂຕທາງທຸລະກິດທີ່ໜ້າປະທັບໃຈໃນປີ 2024 ໂດຍການຂະຫຍາຍເຄື່ອຂ່າຍການບິນສາກົນ ແລະ ເຮືອບິນທີ່ທັນສະໄໝ ຂະນະດຽວກັນກໍ່ຍັງສ້າງລາຍໄດ້ ແລະ ກໍາໄລໃນລະດັບສູງສຸດເປັນປະຫວັດສາດ ຊຶ່ງຄວາມສໍາເລັດຢ່າງຕໍ່ເນື່ອງຂອງສາຍການບິນແມ່ນ ບາດກ້າວອັນສໍາຄັນໃນການຟື້ນຕົວ ແລະ ຂະຫຍາຍໂຕຫລັງຈາກການລະບາດຂອງພະຍາດ Covid-19.

ຂປລ. ສາຍການບິນຫວຽດເຈັດ (VietJet) ສໍາເລັດການເຕີບໂຕທາງທຸລະກິດທີ່ໜ້າປະທັບໃຈໃນປີ 2024 ໂດຍການຂະຫຍາຍເຄື່ອຂ່າຍການບິນສາກົນ ແລະ ເຮືອບິນທີ່ທັນສະໄໝ ຂະນະດຽວກັນກໍ່ຍັງສ້າງລາຍໄດ້ ແລະ ກໍາໄລໃນລະດັບສູງສຸດເປັນປະຫວັດສາດ ຊຶ່ງຄວາມສໍາເລັດຢ່າງຕໍ່ເນື່ອງຂອງສາຍການບິນແມ່ນ ບາດກ້າວອັນສໍາຄັນໃນການຟື້ນຕົວ ແລະ ຂະຫຍາຍໂຕຫລັງຈາກການລະບາດຂອງພະຍາດ Covid-19.

ອີງຕາມບົດສະຫລຸບໃນໄຕມາດທີ 4 ປີ 2024, VietJet ໄດ້ບັນລຸລາຍຮັບດ້ານການບິນ 19.776 ຕື້ດົງ (ປະມານ 17.000 ຕື້ກີບ) ແລະ ກໍາໄລຫລັງເສຍພັນທະອາກອນແມ່ນ 167 ຕື້ດົງ (ປະມານ 143 ຕື້ກີບ), ເຊິ່ງກວມເອົາການເຕີບໂຕ 36% ແລະ 247% ເມື່ອທຽບໃສ່ປີທີ່ຜ່ານມາ ຕະຫລອດປີ 2024, ລາຍຮັບການບິນຂອງສາຍການບິນບັນລຸໄດ້ 71.545 ພັນຕື້ດົງ (ປະມານ 61.500 ຕື້ກີບ), ດ້ວຍກໍາໄລຫລັງເສຍພັນທະອາກອນຫລາຍກວ່າ 1.301 ພັນຕື້ດົງ (ປະມານ 1.1 ພັນຕື້ກີບ) ເພີ່ມຂຶ້ນ 33% ແລະ 697% ຕາມລໍາດັບເມື່ອທຽບກັບຊ່ວງດຽວກັນໃນປີທີ່ຜ່ານມາ.ໃນ 3 ເດືອນສຸດທ້າຍຂອງປີ 2024, ລາຍຮັບລວມຂອງ VietJet ໄດ້ເຕີບໂຕຢ່າງແຂງແຮງ, ບັນລຸເຖິງ 19.797 ພັນຕື້ດົງ (ປະມານ 17.1 ພັນຕື້ກີບ), ໃນຂະນະທີ່ກໍາໄລຫລັງອາກອນແມ່ນຢູ່ທີ່ 21.4 ຕື້ດົງ (ປະມານ 18.4 ຕື້ກວ່າກີບ), ສະທ້ອນໃຫ້ເຫັນເຖິງການເພີ່ມຂຶ້ນ 36% ແລະ 8% ເມື່ອທຽບໃສ່ປີກ່ອນ. ສໍາລັບປີ 2024, ສາຍການບິນໄດ້ບັນທຶກລາຍຮັບລວມ 71.545 ພັນຕື້ດົງ (ປະມານ 61.8 ພັນຕື້ກີບ), ໂດຍມີກໍາໄລຫລັງອາກອນຢູ່ 1.426 ພັນຕື້ດົງ (ປະມານ 1.2 ພັນຕື້ກີບ), ເພີ່ມຂຶ້ນ 23% ແລະ 516% ຕາມລໍາດັບເມື່ອທຽບໃສ່ປີທີ່ຜ່ານມາ. ມາຮອດວັນທີ 31 ທັນວາ 2024, ຊັບສິນທັງໝົດຂອງ VietJet ມີມູນຄ່າເກືອບ 99,5 ພັນຕື້ດົງ (ປະມານ 86 ພັນຕື້ກີບ), ອັດຕາສ່ວນໜີ້ສິນຕໍ່ຫຸ້ນແມ່ນ 2,12 ແລະ ອັດຕາສ່ວນສະພາບຄ່ອງແມ່ນ 1,71 ທັງສອງຖືວ່າຢູ່ໃນເຂດປອດໄພສໍາລັບອຸດສາຫະກໍາການບິນ.

ໃນປີ 2024, VietJet ໄດ້ຂົນສົ່ງຜູ້ໂດຍສານກວ່າ 25,9 ລ້ານຄົນ ດ້ວຍຖ້ຽວບິນ 137.000​ ຖ້ຽວຜ່ານ 145 ເສັ້ນທາງ, ໃນນັ້ນມີ 44 ເສັ້ນທາງຜ່ານພາຍໃນ ແລະ 101 ເສັ້ນທາງສາກົນ. ສາຍການບິນມີປະລິມານຜູ້ໂດຍສານສູງສຸດໃນບັນດາສາຍການບິນຫວຽດນາມ.VietJet ຍັງປະສົມຜົນສໍາເລັດຕາມເປົ້າໝາຍທີ່ໄດ້ຮັບເຮືອບິນໃໝ່ 10 ລໍາໃນປີ 2024. ຜົນປະກອບການດ້ານທຸລະກິດຂອງສາຍການບິນສະທ້ອນໃຫ້ເຫັນຍຸດທະສາດໃນການຂະຫຍາຍໄປຕ່າງປະເທດ ໃນຂະນະດຽວກັນກໍຮັກສາເຄື່ອຂ່າຍພາຍໃນປະເທດທີ່ໝັ້ນຄົງ. ໃນໄຕມາດທີ 4 ປີ 2024, VietJet ໄດ້ເປີດຖ້ຽວບິນໂດຍກົງລະຫວ່າງ Da Nang ແລະ Ahmedabad (ອິນເດຍ), ລວມເຖິງລະຫວ່າງ Ha Noi ແລະ Kuala Lumpur (ມາເລເຊຍ). ສາຍການບິນຍັງໄດ້ເພີ່ມຄວາມຖີ່ຂອງການບິນໃນເສັ້ນທາງນະຄອນຫລວງວຽງຈັນ - ໂຮຈີ່ມິງ, ລວມເຖີງລະຫວ່າງຫວຽດນາມ - ສ.ເກົາຫລີ, ຍີ່ປຸ່ນ ແລະ ອື່ນໆ. VietJet ໄດ້ລົງນາມໃນສັນຍາຮ່ວມມືກັບ Emirates ເພື່ອຊຸກຍູ້ການເຊື່ອມຕໍ່ລະຫວ່າງຫວຽດນາມ ແລະ Dubai (UAE), ເປັນຈຸດໝາຍປາຍທາງໃນທົ່ວໂລກ. ສາຍການບິນຍັງໄດ້ປະກາດເສັ້ນທາງໂດຍກົງໄປງ Hyderabad ແລະ Bangalore (ອິນເດຍ), ແລະໄປ Beijing ແລະ Guangzhou (ຈີນ), ເຊື່ອມໂຍງເຂົ້າກັບສອງຕະຫລາດທີ່ມີປະຊາກອນທີ່ໜາແໜ້ນ ແລະ ມີທ່າແຮງສູງ.VietJet ໄດ້ດໍາເນີນຖ້ຽວບິນທໍາອິດຈາກຫວຽດນາມ ໄປ ສະຫະລັດອາເມລິກາ ເຊີ່ງເປັນການພັດທະນາຄັ້ງປະຫວັດສາດ. ໃນລະຫວ່າງການເດີນທາງທີ່ສໍາຄັນນີ້, ສາຍການບິນໄດ້ປຶກສາຫາລືການຮ່ວມມືທີ່ມີມູນຄ່າປະມານ 14 ຕື້ໂດລາສະຫະລັດກັບຄູ່ຮ່ວມມືຍຸດທະສາດຂອງສະຫະລັດອາເມລິກາ. ນອກຈາກນັ້ນ, ສາຍການບິນກໍາລັງຄົ້ນຫາການຮ່ວມມືກັັບ SpaceX ແລະ ຜູ້ໃຫ້ບໍລິການເຕັກໂນໂລຊີດ້ານອິນເຕີເນັດໃນການບິນເພື່ອສະໜັບສະໜູນເຮືອບິນ, ໂດຍນໍາເອົານະວັດຕະກໍາດີຈິຕອນເພື່ອປັບປຸງປະສົບການຂອງລູກຄ້າ.

ກ້າວເຂົ້າປິ 2025, VietJet ມຸ່ງໝັ້ນໃນການເຊື່ອມຕໍ່ຫວຽດນາມ ກັບໂລກ ຜ່ານເຄື່ອຂ່າຍການບິນສາກົນທີ່ນັບມື້ນັບກວ້າງຂວາງ. ສາຍການບິນມຸ່ງໝັ້ນຕັ້ງໃຈທີ່ຈະກ້າວໄປເປັນຜູ້ນໍາໜ້າ ໃນດ້ານຄວາມຍືນຍົງ ແລະ ເຕັກໂນໂລຊີ, ປະກອບສ່ວນເຂົ້າໃນການຄ້າ, ການລົງທຶນ, ການແລກປ່ຽນວັດທະນະທໍາທົ່ວໂລກ.


 

 

KPL

ຂ່າວອື່ນໆ

    • ຜົນສຳເລັດການພິຈາລະນາຮັບຮອງແຜນພັດທະນາ ເສດຖະກິດສັງຄົມແຫ່ງຊາດ ແຜນຫງົບປະມານແຫ່ງລັດເສດຖະກິດ

      ຜົນສຳເລັດການພິຈາລະນາຮັບຮອງແຜນພັດທະນາ ເສດຖະກິດສັງຄົມແຫ່ງຊາດ ແຜນຫງົບປະມານແຫ່ງລັດ

      10/21/2026 9:52:45 AM

      ໃນວັນທີ 20 ຕຸລາ 2026 ນີ້, ທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ ຖະແຫລງຂ່າວຕໍ່ສື່ມວນຊົນກ່ຽວກັບການພິຈາລະນາຮັບຮອງເອົາບົດລາຍງານຂອງລັດຖະບານກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ, ແຜນເງິນຕາ ປະຈຳປີ 2026 ແລະ ທິດທາງແຜນການ ປີ 2027.

    • ເປີດມະຫາກຳການທ່ອງທ່ຽວ ການສຶກສາມາເລເຊຍ ປະຈຳປີ 2026ເສດຖະກິດ

      ເປີດມະຫາກຳການທ່ອງທ່ຽວ ການສຶກສາມາເລເຊຍ ປະຈຳປີ 2026

      10/19/2026 10:43:44 AM

      ອົງການທ່ອງທ່ຽວມາເລເຊຍ ປະຈຳນະຄອນຫຼວງວຽງຈັນ ຮ່ວມກັບສະຖານທູດມາເລເຊຍ ປະຈຳ ລາວ ເປີດມະຫະກຳການທ່ອງທ່ຽວ ແລະ ການສຶກສາມາເລເຊຍ 2026 (Malaysia Travel and Education Fair 2026) ໃນລະຫວ່າງວັນທີ 17-18 ຕຸລາ 2026 ຢູ່ສູນການຄ້າພາກຊັນ ນະຄອນຫຼວງວຽງຈັນ ເພື່ອສົ່ງເສີມການທ່ອງທ່ຽວ, ການແລກປ່ຽນການສຶກສາ ແລະ ສົ່ງເສີມຮູບແບບການທ່ອງທ່ຽວ ຫຼື ກິດຈະກຳປີທ່ອງທ່ຽວມາເລເຊຍ 2026-2027 (Visit Malaysia 2026-2027) ໂດຍມີ ທູດມາເລເຊຍປະຈຳລາວ, ຫົວໜ້າກົມພັດທະນາການທ່ອງທ່ຽວ, ຫົວໜ້າກົມສົ່ງເສີມຕະຫຼາດການທ່ອງທ່ຽວ ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ, ຫົວໜ້າສະມາຄົມນັກທ່ອງທ່ຽວລາວ, ບັນດາທູດ, ຜູ້ປະກອບການດ້ານການທ່ອງທ່ຽວ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

    • ເບິ່ງຄືນການສຶກສາ ພິຈາລະນາ ຫົວຂໍ້: ສະຖິຕິ ແລະ ຕົວເລກຊີ້ບອກເສດຖະກິດ

      ເບິ່ງຄືນການສຶກສາ ພິຈາລະນາ ຫົວຂໍ້: ສະຖິຕິ ແລະ ຕົວເລກຊີ້ບອກ

      10/19/2026 10:17:39 AM

      ກົມປ່າໄມ້, ກະຊວງກະສິກຳ ແລະ ສິ່ງແວດລ້ອມ ຈັດກອງປະຊຸມປຶກສາຫາລືລະດັບຊາດ ວ່າດ້ວຍໄມ້ປ່ອງ, ຫວາຍ ແລະ ເຄື່ອງປ່າຂອງດົງ (NTFPs) ໃນວັນທີ 16 ຕຸລາ 2026 ຢູ່ຕ່າງນະຄອນຫຼວງວຽງຈັນ

    • ເລີ່ມໂຄງການຂຸດຄົ້ນ ແລະ ປຸງແຕ່ງເກືອແຮ່ ຢູ່ເມືອງໜອງບົກ ຄືນໃໝ່ເສດຖະກິດ

      ເລີ່ມໂຄງການຂຸດຄົ້ນ ແລະ ປຸງແຕ່ງເກືອແຮ່ ຢູ່ເມືອງໜອງບົກ ຄືນໃໝ່

      10/14/2026 9:49:34 AM

      ກຸ່ມບໍລິສັດເຄມີແຫ່ງຊາດຫວຽດນາມ (Vinachem) ຮ່ວມກັບ ບໍລິສັດຮຸ້ນສ່ວນລົງທຶນດ້ານພະລັງງານ ແລະ ບໍ່ແຮ່ຫວຽດນາມ ຈັດພິທີລິເລີ່ມໂຄງການຂຸດຄົ້ນ ແລະ ປຸງແຕ່ງເກືອແຮ່ຄືນໃໝ່ ດ້ວຍມູນຄ່າ 492 ລ້ານໂດລາສະຫະລັດ ໃນວັນທີ 12 ຕຸລາ 2026 ຢູ່ເມືອງໜອງບົກ ແຂວງຄຳມ່ວນ ໂດຍມີເປົ້າໝາຍຈະນຳໃຊ້ໂຮງງານທີ່ຖືກອອກແບບໃຫ້ມີກຳລັງການຜະລິດ ໂພແທັດຊຽມ ຄລໍໄຣດ໌ (Potassium Chloride) 500.000 ໂຕນຕໍ່ປີ ເຂົ້າສູ່ຂະບວນການຜະລິດພາຍໃນປີ 2028 ແລະ ຄາດວ່າຈະຮັບປະກັນການສະໜອງວັດຖຸດິບໃນໄລຍະຍາວໃຫ້ແກ່ອຸດສາຫະກຳຝຸ່ນເຄມີຂອງຫວຽດນາມ, ສົ່ງເສີມການພັດທະນາເສດຖະກິດທ້ອງຖິ່ນ ແລະ ປະກອບສ່ວນເຂົ້າໃນງົບປະມານຂອງລັດຖະບານລາວ.

    • ລັດຖະບານສົ່ງເສີມການນຳໃຊ້ລົດໄຟຟ້າ ແລະ ພະລັງງານໃໝ່ ເປັນປັດໄຈເພື່ອສ້າງຄວາມໝັ້ນຄົງທາງດ້ານເສດຖະກິດເສດຖະກິດ

      ລັດຖະບານສົ່ງເສີມການນຳໃຊ້ລົດໄຟຟ້າ ແລະ ພະລັງງານໃໝ່ ເປັນປັດໄຈເພື່ອສ້າງຄວາມໝັ້ນຄົງທາງດ້ານເສດຖະກິດ

      10/9/2026 10:19:54 PM

      ປັດຈຸບັນລັດຖະບານ ໄດ້ກຳນົດເປົ້າໝາຍສູ້ຊົນໃຫ້ມີອັດຕາການຊົມໃຊ້ລົດໄຟຟ້າໃຫ້ບັນລຸຢ່າງໜ້ອຍ 30% ຂຶ້ນໄປໃນປີ 2030 ແລະ ໄດ້ຍົກລະດັບການສົ່ງເສີມການນຳໃຊ້ລົດໄຟຟ້າ ແລະ ພະລັງງານໃໝ່ (EV) ເປັນຍຸດທະສາດເພື່ອສ້າງຄວາມໝັ້ນຄົງທາງດ້ານເສດຖະກິດ. ສະນັ້ນ, ການຫັນປ່ຽນໄປສູ່ການນຳໃຊ້ລົດໄຟຟ້າຈຶ່ງບໍ່ແມ່ນທາງເລືອກ ແລະ ທາງລອດໃນໄລຍະຍາວ, ທັງມີຄວາມຈຳເປັນໃນການຫຼຸດຜ່ອນການໄຫຼອອກຂອງເງິນຕາຕ່າງປະເທດ ເພື່ອຊື້ນໍ້າມັນເຊື້ອໄຟ ແລະ ຫັນມານຳໃຊ້ທ່າແຮງພະລັງງານໄຟຟ້ານໍ້າຕົກ ແລະ ພະລັງງານສະອາດທີ່ຜະລິດໄດ້ເອງພາຍໃນປະເທດແມ່ນຍຸດທະສາດທີ່ສຳຄັນຂອງການພັດທະນາຕາມທິດ ສອຈ.

ads
ads

Top