ວິທີແກ້ໄຂບັນຫາ ລູກຕິດມືຖື ແທັບເລັດ ຄອມພີວເຕີ

07/02/2025 10:02
ຂປລ ໃນບົດກ່ອນໄດ້ນຳສະເໜີໄປແລ້ວກ່ຽວກັບຜົນເສຍທີ່ເດັກນ້ອຍຫລິ້ນໂທລະສັບມືຖື, ແທັບເລັດ ແລະ ຄອມພິວເຕີຫລາຍເກີນໄປ. ມາມື້ນີ້ ຈຶ່ງຂໍແນະນຳວິທີແກ້ໄຂບັນຫາດັ່ງກ່າວໃຫ້ພໍ່ແມ່ຜູ້ປົກຄອງນຳໄປປະຕິບັດ.

   *ໃນບົດກ່ອນໄດ້ນຳສະເໜີໄປແລ້ວ ກ່ຽວກັບຜົນເສຍທີ່ເດັກນ້ອຍຫລິ້ນໂທລະສັບມືຖື, ແທັບເລັດ ແລະ ຄອມພິວເຕີຫລາຍເກີນໄປ. ມາມື້ນີ້ ຈຶ່ງຂໍແນະນຳວິທີແກ້ໄຂບັນຫາດັ່ງກ່າວ ໃຫ້ພໍ່ແມ່ຜູ້ປົກຄອງນຳໄປປະຕິບັດ ເພື່ອປັບປ່ຽນພຶດຕິກຳດັ່ງກ່າວ ຂອງເດັກນ້ອຍ. 

     ໃນປັດຈຸບັນ, ອຸປະກອນເຕັກໂນໂລຊີ ປະເພດສະມາດໂຟນ, ແທັບເລັດ, ຄອມພິວເຕີ, ເກມ ແລະ ສ່ືອອນລາຍຕ່າງໆ ມີການພັດທະນາທີ່ໜ້າດຶງດູດໃຈ ແລະ ເຂົ້າມາມີບົດບາດຫລາຍໃນຊີວິດປະຈຳວັນຂອງເດັກນ້ອຍ. ຖ້າເດັກນ້ອຍຢູ່ກັບສິ່ງເຫລົ່ານີ້ຫລາຍເກີນໄປ ນອກຈາກກະສົ່ງຜົນເສຍຕໍ່ສຸຂະພາບ ແລະ ພັດທະນາການແລ້ວ ຍັງຜົນບໍ່ດີຕໍ່ອາລົມຈິດຂອງເດັກນ້ອຍນຳອີກ ໂດຍຈະເຮັດໃຫ້ເດັກນ້ອຍກາຍເປັນຄົນສະມາທິສັ້ນ, ອາລົມຮ້າຍ, ເອົາແຕ່ໃຈ ແລະ ກ້າວໄປເຖິງບໍ່ສາມາດເຂົ້າກັບຄົນອື່ນໃນສັງຄົມໄດ້. ສະນັ້ນ, ຜູ້ປົກຄອງຕ້ອງແກ້ໄຂບັນຫາດັ່ງກ່າວຢ່າງຮີບດ່ວນ ໂດຍເລີ່ມຕົ້ນຈາກການກຳນົດເວລາໃຊ້ອຸປະກອນເຕັກໂນໂລຊີຕ່າງໆໃຫ້ລູກຢ່າງຊັດເຈນ ໂດຍພໍ່ແມ່ຜູ້ປົກຄອງຄວນໃຫ້ລູກຫລິ້ນສິ່ງເຫລົ່ານີ້ໃນເວລາຫວ່າງ ມື້ໜຶ່ງບໍ່ໃຫ້ເກີນ 1 ຊົ່ວໂມງເທົ່ານັ້ນ; ໃນເວລາທີ່ລູກຫລິ້ນ ກໍຄວນສອດສ່ອງຕິດຕາມລູກ ວ່າສິ່ງທີ່ລູກກຳລັງເບິ່ງນັ້ນມັນເໝາະສົມຕາມໄວອາຍຸຂອງເຂົາແລ້ວບ່ໍ ເພາະເດັກນ້ອຍຍັງບໍ່ສາມາດຈຳແນກສິ່ງທີ່ເໝາະສົມ ແລະ ບໍ່ເໝາະສົມໄດ້ເທື່ອ; ຫ້າມເດັດຂາດບໍ່ຄວນໃຫ້ເດັກນ້ອຍອາຍຸຕ່ຳກວ່າ 2 ປີ ໃຊ້ສື່ເທັກໂນໂລຢີ ເພາະມັນຍັງບໍ່ຈຳເປັນສຳລັບເດັກນ້ອຍໄວນີ້ ຖ້າຢາກສົ່ງເສີມດ້ານການພັດທະນາຂອງລູກ ແມ່ນໃຫ້ໃຊ້ວິທີລົມກັບລູກ, ສອນລູກດ້ວຍຕົວເອງດີກວ່າ; ບໍ່ຄວນຊື້ສະມາດໂຟນ, ແທັບເລັດ, ຄອມພິວເຕີໃຫ້ລູກນ້ອຍເມື່ອເວລາລູກຢາກໄດ້ ເພາະສິ່ງທີ່ຕາມມາພາຍຫລັງ ຄືລູກຈະສະແດງຄວາມ ເປັນເຈົ້າຂອງ, ມັກຄຽດ ແລະ ສະ ແດງອາລົມຮຸນແຮງໃສ່ພໍ່ແມ່ ເມື່ອ ບອກໃຫ້ເຊົາຫລິ້ນ; ພໍ່ແມ່ຜູ້ປົກຄອງ ຄວນຊອກຫາວິທີຮຽກຮ້ອງຄວາມ ສົນໃຈຈາກເດັກນ້ອຍຕິດເກມ ໂດຍ ການເວົ້າເພື່ອສ້າງແຮງຈູງໃຈຕໍ່ສິ່ງ ອື່ນ ຫລື ຊວນລູກໄປເຮັດກິດຈະກຳອື່ນທີ່ມ່ວນກວ່າ ແຕ່ຖ້າລູກຍັງບສົນໃຈຄວນຍ່າງເຂົ້າໄປໃກ້ໆລູກເພື່ອໃຫ້ລູກ ແລະ ທ່ານໄດ້ເບິ່ງຕາກັນ ຫລື ຖ້າລູກຍັງບໍ່ສົນໃຈອີກທ່ານກໍຄວນເຂົ້າໄປກອດລູກ ເພື່ອໃຫ້ລູກຟັງໃນສິ່ງທີ່ທ່ານເວົ້າ; ສິ່ງສຳຄັນໃນການສ້າງພຶດຕິກຳຕ່າງໆຂອງລູກນັ້ນ ພໍ່ແມ່ຄວນເປັນຕົວຢ່າງທີ່ດີຕ້ອງເປັນຄົນມີວິໄນກ່ອນ ຖ້າຫາກພໍ່ແມ່ຜູ້ປົກຄອງໃຊ້ເຕັກໂນໂລຊີຫລາຍເກີນໄປກໍຈະກາຍເປັນຕົວຢ່າງຕົ້ນແບບໃຫ້ແກ່ລູກນ້ອຍ.

    ເດັກນ້ອຍທີ່ຫລິ້ນແຕ່ສະມາດໂຟນ, ແທັບເລັດ, ຄອມພິວເຕີ ຫລື ເກມ ຫລາຍເກີນໄປຈະກາຍເປັນຄົນຂາດມະນຸດສຳພັນກັບຄົນອ້ອມຂ້າງ, ສ່ົງຜົນໃຫ້ຄວາມຄິດສ້າງສັນຂອງເດັກນ້ອຍຫລຸດລົງ. ສະນັ້ນ,  ພໍ່ແມ່ຜູ້ປົກຄອງຕ້ອງເອົາໃຈໃສ່ ເປັນພິເສດໃນການລ້ຽງດູເດັກນ້ອຍ, ບໍ່ຄວນໃຫ້ຄວາມສຳຄັນກັບອຸປະກອນເຕັກໂນໂລຊີຫລາຍເກີນໄປ, ຄວນໃຫ້ເວລາກັບລູກ ດ້ວຍການຫລິ້ນນຳລູກ, ພາລູກເຮັດກິດຈະກຳຕ່າງໆແບບຄອບຄົວ ເຊິ່ງນອກຈາກຊ່ວຍສົ່ງເສີມພັດທະນາຂອງລູກແລ້ວຍັງເປັນການສ້າງສາຍສຳພັນຮັກແພງຂອງຄົນໃນຄອບຄົວໄດ້ເປັນຢ່າງດີ.

ໂດຍ: ສາວບ້ານໂນນ

KPL

ຂ່າວອື່ນໆ

    • ໃຊ້ໄຟຟ້າ ຝືນໄຟຢ່າງມີສະຕິບົດ-ສາລະຄະດີ

      ໃຊ້ໄຟຟ້າ ຝືນໄຟຢ່າງມີສະຕິ

      2/7/2025 10:35:12 AM

      ໄລຍະນີ້ເຫັນວ່າສະພາບອາກາດຢູ່ບາງທ້ອງຖິ່ນຍັງສືບຕໍ່ໜາວເຢັນ. ຂະນະທີ່ບາງທ້ອງຖິ່ນອາກາດກ່ໍເລີ່ມຮ້ອນແລ້ວ, ເຊ່ິງສະພາບອາກາດມີການປ່ຽນແປງດັ່ງກ່າວ ພວກເຮົາຕ້ອງມີສະຕິໃນການໃຊ້ໄຟຟ້າ, ຝືນໄຟຕໍ່ການດຳລົງຊີວິດປະຈຳວັນ ເພື່ອຫລີກເວັ້ນບັນ ຫາອັກຄີໄພເກີດຂຶ້ນເຊັ່ນວ່າ:ໄຟຟ້າລັດວົງຈອນ, ໄໝ້ເຮືອນ ໄໝ້ຊານ, ໄຟໄໝ້ລາມປ່າທີ່ເປັນຊັບສົມບັດຂອງຕົນກໍ່ຄືຂອງຊາດ.

    • ເມືອງລະມານ ເກັບລາຍຮັບໄດ້ລື່ນແຜນເກືອບ 60%ບົດ-ສາລະຄະດີ

      ເມືອງລະມານ ເກັບລາຍຮັບໄດ້ລື່ນແຜນເກືອບ 60%

      2/7/2025 10:29:26 AM

      ອີງຕາມການລາຍງານ ຂອງທ່ານ ຄໍາປານ ພິມມະເສນ ຫົວໜ້ຫ້ອງການ-ການເງິນເມືອງລະມາມໃຫ້ຮູ້ວ່າ: ໃນໄລຍະຜ່ານມາ, ຂະແໜງການເງິນ ເມືອງລະມາມ ໄດ້ເອົາໃຈໃສ່ປັບປຸງກົງຈັກການຈັດຕັ້ງ, ແບບແຜນນໍາພາ-ວິທີເຮັດວຽກ, ເປັນໃຈກາງໃນການປະ ສານສົມທົບກັບຂະແໜງການກ່ຽວຂ້ອງ, ພັດທະນາວຽກງານຫັນການເກັບລາຍຮັບ-ຄຸ້ມຄອງລາຍຈ່າຍໄປສູ່ທັນສະໄໝ.

    • ໜ້າທີ່ການຈັດຕັ້ງປະຕິບັດມະຕິວ່າດ້ວຍ ສອຈ ຂອງແຕ່ລະກະຊວງ-ອົງການບົດ-ສາລະຄະດີ

      ໜ້າທີ່ການຈັດຕັ້ງປະຕິບັດມະຕິວ່າດ້ວຍ ສອຈ ຂອງແຕ່ລະກະຊວງ-ອົງການ

      2/5/2025 10:55:48 AM

      ຄໍລຳຜັນຂະຫຍາຍມະຕິວ່າດ້ວຍ “ການສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງໃນໄລຍະໃໝ່” ໜັງສືພິມປະເທດລາວຫລາຍສະບັບຜ່ານມາ ໄດ້ສະເໜີເນື້ອໃນຫລາຍບັນຫາໃຫ້ທ່ານຜູ້ອ່ານມາແລ້ວ ແລະ ມາສະບັບນ້ີກໍ່ຂໍຍົກເອົາເນື້ອໃນກ່ຽວກັບການ ຈັດຕັ້ງປະຕິບັດມະຕິດັ່ງກ່າວມາສະເໜີຕື່ມ ເຊິ່ງໄດ້ກຳນົດແຈ້ງທີ່ພົວພັນເຖິງຫລາຍໆພາກສ່ວນທີ່ຢູ່ຂັ້ນສູນກາງ, ທ້ອງຖິ່ນ, ຮາກຖານ.

    • ເສດຖະກິດ ເມືອງມຸນລະປາໂມກ ຂະຫຍາຍຕົວ 6,3 % ຕໍ່ປີບົດ-ສາລະຄະດີ

      ເສດຖະກິດ ເມືອງມຸນລະປາໂມກ ຂະຫຍາຍຕົວ 6,3 % ຕໍ່ປີ

      2/5/2025 10:20:45 AM

      ໃນໄລຍະ 5 ປີຜ່ານມາ ພາຍໃຕ້ການນຳພາຂອງອົງຄະນະພັກ ເມືອງມຸນລະປາໂມກ ສະໄໝທີ VIII ເຮັດໃຫ້ເສດຖະກິດຂອງເມືອງ ສືບຕໍ່ຂະຫຍາຍຕົວສະເລ່ຍ 6,3% ຕໍ່ປີ.

    • ກຸ່ມຜິະລິດໄຄແຜ່ນ ບ້ານບວມຫວານ ມີລາຍຮັບ 1,1ຕື້ກີບບົດ-ສາລະຄະດີ

      ກຸ່ມຜິະລິດໄຄແຜ່ນ ບ້ານບວມຫວານ ມີລາຍຮັບ 1,1ຕື້ກີບ

      2/4/2025 11:19:07 AM

      ບ້ານບວມຫວານ ເມືອງວຽງຄຳ ແຂວງຫລວງພະບາງ ກໍ່ແມ່ນອີກໜຶ່ງໃນຫລາຍບ້ານທີ່ມີຄວາມໂດດເດັ່ນດ້ານການຜະລິດໄຄແຜ່ນເປັນສິນຄ້າ ເຊິ່ງໃນແຕ່ລະປີສາມາດຜະລິດໄຄແຜ່ນ ສ້າງລາຍໄດ້ໃຫ້ແກ່ປະຊາຊົນບ້ານນີ້ຫລາຍຮ້ອຍລ້ານກີບ.

ads
ads

Top