ຂປລ
ອີງຕາມການລາຍງານຂອງ ທ່ານ ສີໄຄ ລຽງສະຫວັດ ເລຂາໜ່ວຍພັກພະແນກການເງິນແຂວງ ເຊກອງ ລາຍງານໃນກອງປະຊຸມໃຫຍ່ຄັ້ງທີ VIII ຂອງໜ່ວຍພັກພະແນກການເງິນແຂວງ ໃຫ້ຮູ້ວ່າ: ຕະຫລອດໄລຍະ 5 ປີ ຜ່ານມາຄະນະໜ່ວຍພັກພະແນກການເງິນ ແຂວງ ໄດ້ເອົາ ໃຈໃສ່ວຽກຄຸ້ມຄອງພັກ-ພະນັກງານ, ບໍາລຸງກໍ່ສ້າງຍົກລະດັບວິຊາສະເພາະຢ່າງເຂັ້ມແຂງ.
*ອີງຕາມການລາຍງານຂອງ ທ່ານ ສີໄຄ ລຽງສະຫວັດ ເລຂາໜ່ວຍພັກພະແນກການເງິນແຂວງ ເຊກອງ ລາຍງານໃນກອງປະຊຸມໃຫຍ່ຄັ້ງທີ VIII ຂອງໜ່ວຍພັກພະແນກການເງິນແຂວງ ໃຫ້ຮູ້ວ່າ: ຕະຫລອດໄລຍະ 5 ປີ ຜ່ານມາຄະນະໜ່ວຍພັກພະແນກການເງິນ ແຂວງ ໄດ້ເອົາໃຈໃສ່ວຽກຄຸ້ມຄອງພັກ-ພະນັກງານ, ບໍາລຸງກໍ່ສ້າງຍົກລະດັບວິຊາສະເພາະຢ່າງເຂັ້ມແຂງ. ນອກຈາກນັ້ນ, ຄະນະໜ່ວຍພັກໄດ້ປະສານສົມທົບພາກສ່ວນກ່ຽວຂ້ອງ ແລະ ອໍານາດການປົກຄອງທ້ອງຖິ່ນ, ຊ່ວຍຊຸກຍູ້, ຕິດຕາມ, ກວດກາການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ຊຶ່ງສາມາດສູ້ຊົນເກັບລາຍຮັບເຂົ້າງົບປະມານໄດ້ທັງໝົດ 1.269,13 ຕື້ກີບ ທຽບໃສ່ແຜນໄລຍະ 5 ປີ (768,26 ຕື້ກີບ) ປະຕິບັດໄດ້ 165,19%, ທຽບໃສ່ມະຕິ ຄັ້ງທີ VII (482,16 ຕື້ກີບ) ປະຕິບັດໄດ້ 263,22%; ດ້ານລາຍຈ່າຍງົບປະມານປະຕິບັດໄດ້ທັງໝົດ 1.862,75 ຕື້ກີບ ທຽບໃສແຜນໄລຍະ 5 ປີ (1.891,82 ຕື້ກີບ) ປະຕິບັດໄດ້ 98,46%, ທຽບໃສ່ມະຕິຄັ້ງທີ VII ປະຕິບັດໄດ້ 1.625,66 ຕື້ກີບ (ບໍ່ລວມເງິນພາກລົງທຶນ), ເທົ່າກັບ 90,79% ຂອງແຜນ 5 ປີ ; ການຂາດດຸນງົບປະມານໄລຍະ 5 ປີ(2020-2024) ເທົ່າກັບ 372,36 ຕື້ກີບ (ລວມລາຍຈ່າຍພາກລົງທຶນ) ຊຶ່ງໄລຍະຜ່ານມາແຂວງເຊກອງເປັນແຂວງທີ່ຂາດດຸນງົບປະມານສູງກວມເອົາ 80% ຂອງຍອດລາຍຈ່າຍ, ມາຮອດປັດຈຸບັນແຂວງເຊກອງກ້າວໄປສູ່ ແຂວງກຸ່ມຕົນເອງເທື່ອລະກ້າວ.
![](https://kpl.gov.la/Media/Upload/News/Thumb/2025/02/10/6.jpg)
ທ່ານ ສີໄຄ ລຽງສະຫັວດ ໃຫ້ຮູ້ຕື່ມວ່າ: ສໍາລັບແຜນການ 5 ປີຕໍ່ໜ້າຈະຍົກສູງຄວາມສາມາດການ ນຳພາຂອງຄະນະໜ່ວຍພັກ, ພະນັກງານນໍາພາ-ຄຸ້ມຄອງ, ຍົກສູງບົດບາດເປັນແກ່ນນໍາ ຂົງເຂດວຽກງານຄວາມຮັບຜິດຊອບໃຫ້ເຂັ້ມແຂງ, ລະດົມທຸກກໍາລັງແຮງສັງລວມທົ່ວປວງຊົນປະຕິບັດພັນທະພາສີ-ອາກອນຖືກຕ້ອງຕາມກົດໝາຍ, ເສີມຂະຫຍາຍກໍາລັງແຮງສັງລວມອົງການຈັດຕັ້ງພັກ-ລັດ, ທົ່ວສັງຄົມນໍາໃຊ້ທຸກຄວາມອາດສາມາດ, ຂຸດຄົ້ນທຸກແຫລ່ງລາຍຮັບງົບປະມານທີ່ບົ່ມຊ້ອນຢູ່ໃນທ້ອງຖິ່ນ, ເປັນເຈົ້າການສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງ, ສ້າງທຸກເງື່ອນໄຂຫັນເປັນແຂວງ ກຸ້ມດຸນເທື່ອລະກ້າວ; ເອົາໃຈໃສ່ຜັນຂະຫຍາຍເສດຖະກິດເອກະລາດ, ເປັນເຈົ້າຕົນເອງ (ສອຈ) ແລະ ໃຫ້ບັນລຸຕາມມະຕິສະພາຮັບຮອງໃນແຕ່ລະໄລຍະ ປະສານສົມທົບກັບ ບັນດາ ພະແນກການຕິດພັນກັບຖານລາຍຮັບ ເພື່ອຈັດເກັບລາຍຮັບໃຫ້ຖືກຕ້ອງ, ຄົບຖ້ວນ, ວ່ອງໄວ, ທັນສະໄໝ. ຄຸ້ມຄອງລາຍຈ່າຍງົບປະມານໃຫ້ສອດຄ່ອງຕາມນິຕິກຳລະບຽບການກຳນົດໄວ້ໃຫ້ຮັດກຸມ, ຮັບປະກັນຢ່າງມີປະສິດທິຜົນ.
ໂດຍ: ພຸດທະສອນ
KPL